ໂຢນາ 3:1-10

  • ໂຢນາ​ເຊື່ອຟັງ​ພະເຈົ້າ​ແລະ​ໄປ​ເມືອງ​ນີເນເວ (1-​4)

  • ຄົນ​ໃນ​ເມືອງ​ນີເນເວ​ປ່ຽນແປງ​ໂຕເອງ​ເມື່ອ​ໄດ້​ຍິນ​ຂ່າວ​ສານ​ຈາກ​ໂຢນາ (5-​9)

  • ພະເຈົ້າ​ປ່ຽນ​ໃຈ​ແລະ​ບໍ່​ທຳລາຍ​ຄົນ​ນີເນເວ (10)

3  ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ໂຢນາ​ເປັນ​ເທື່ອ​ທີ 2 ວ່າ:+  “ໃຫ້​ເຈົ້າ​ໄປ​ເມືອງ​ນີເນເວ ແລະ​ປະກາດ​ຂ່າວ​ສານ​ກັບ​ຄົນ​ໃນ​ເມືອງ+​ໃຫຍ່*​ນັ້ນ ຕາມ​ທີ່​ເຮົາ​ຈະ​ບອກ​ເຈົ້າ.”  ໂຢນາ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ+​ແລະ​ໄດ້​ໄປ​ເມືອງ​ນີເນເວ.+ ນີເນເວ​ເປັນ​ເມືອງ​ທີ່​ໃຫຍ່​ຫຼາຍ ຕ້ອງ​ໃຊ້​ເວລາ 3 ມື້​ຈຶ່ງ​ຈະ​ຍ່າງ​ອ້ອມ​ຮອບ​ເມືອງ​ນີ້​ໄດ້.  ແລ້ວ​ໂຢນາ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ຍ່າງ​ຢູ່​ໃນ​ເມືອງ​ໝົດ​ມື້. ລາວ​ປະກາດ​ວ່າ: “ຍັງ​ແຕ່ 40 ມື້ ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ.”  ແລ້ວ​ຄົນ​ໃນ​ເມືອງ​ນີເນເວ​ກໍ​ສະແດງ​ຄວາມເຊື່ອ​ໃນ​ພະເຈົ້າ.+ ເຂົາເຈົ້າ​ປະກາດ​ໃຫ້​ທຸກ​ຄົນ​ອົດ​ເຂົ້າ​ແລະ​ນຸ່ງ​ຜ້າເນື້ອຫຍາບ ຕັ້ງແຕ່​ຜູ້​ໃຫຍ່​ຈົນ​ຮອດ​ເດັກນ້ອຍ.  ເມື່ອ​ກະສັດ​ເມືອງ​ນີເນເວ​ໄດ້​ຍິນ​ຂ່າວ​ສານ​ທີ່​ໂຢນາ​ປະກາດ ລາວ​ກໍ​ລຸກ​ຈາກ​ບັນລັງ ແກ້​ຊຸດ​ກະສັດ​ອອກ​ແລ້ວ​ນຸ່ງ​ຜ້າເນື້ອຫຍາບ ແລະ​ນັ່ງ​ຢູ່​ເທິງ​ກອງ​ຂີ້ເທົ່າ.  ນອກຈາກນັ້ນ ກະສັດ​ຍັງ​ໃຫ້​ປະກາດ​ໄປ​ທົ່ວ​ເມືອງ​ນີເນເວ​ວ່າ:“ກະສັດ​ກັບ​ພວກເຈົ້າ​ນາຍ​ມີ​ຄຳປະກາດ​ວ່າ ຢ່າ​ໃຫ້​ຄົນ​ແລະ​ສັດ​ກິນ​ອີ່ຫຍັງ​ເລີຍ. ຫ້າມ​ກິນ​ເຂົ້າ​ກິນ​ນ້ຳ.  ໃຫ້​ທຸກ​ຄົນ​ນຸ່ງ​ຜ້າເນື້ອຫຍາບ ແລ້ວ​ກໍ​ເອົາ​ຜ້າ​ນັ້ນ​ໄປ​ໃສ່​ໃຫ້​ໂຕ​ສັດ​ນຳ. ໃຫ້​ທຸກ​ຄົນ​ຮ້ອງ​ຫາ​ພະເຈົ້າ ໃຫ້​ເຊົາ​ເຮັດ​ຊົ່ວ ແລະ​ໃຫ້​ເຊົາ​ທຳ​ຮ້າຍ​ຄົນອື່ນ.  ບາງເທື່ອ​ພະເຈົ້າ​ທ່ຽງແທ້​ອາດຈະ​ປ່ຽນ​ໃຈ*​ແລະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ຄິດ​ໄວ້. ເພິ່ນ​ອາດຈະ​ເຊົາ​ໃຈຮ້າຍ​ແລະ​ບໍ່​ທຳລາຍ​ພວກ​ເຮົາ.” 10  ເມື່ອ​ພະເຈົ້າ​ທ່ຽງແທ້​ເຫັນ​ເຂົາເຈົ້າ​ປ່ຽນແປງ​ໂຕເອງ​ແລະ​ເຊົາ​ເຮັດ​ຊົ່ວ+ ເພິ່ນ​ກໍ​ປ່ຽນ​ໃຈ​ແລະ​ບໍ່​ໄດ້​ທຳລາຍ​ເຂົາເຈົ້າ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເມືອງ​ທີ່​ພະເຈົ້າ​ເຫັນ​ວ່າ​ໃຫຍ່”
ຫຼື “ເສຍໃຈ”