ໂຢບ 1:1-22
1 ໃນແຜ່ນດິນອູເຊມີຜູ້ຊາຍຄົນໜຶ່ງຊື່ໂຢບ.*+ ລາວເປັນຄົນທີ່ເຮັດສິ່ງທີ່ຖືກຕ້ອງແລະສັດຊື່ໃນທຸກເລື່ອງ.*+ ລາວນັບຖື*ພະເຈົ້າຫຼາຍແລະບໍ່ເຮັດສິ່ງຊົ່ວ.+
2 ລາວມີລູກຊາຍ 7 ຄົນແລະມີລູກສາວ 3 ຄົນ.
3 ລາວມີແກະ 7.000 ໂຕ ອູດ 3.000 ໂຕ ງົວ 1.000 ໂຕ* ລາແມ່ 500 ໂຕ ແລະມີຄົນຮັບໃຊ້ອີກບັກຫຼາຍໆຄົນ. ລາວເປັນຄົນທີ່ສຳຄັນແລະລວຍທີ່ສຸດໃນແຖວທິດຕາເວັນອອກ.
4 ລູກຊາຍແຕ່ລະຄົນຂອງລາວປ່ຽນກັນຈັດງານລ້ຽງຢູ່ເຮືອນຂອງໂຕເອງ ແລະໄດ້ຊວນເອື້ອຍນ້ອງທັງສາມຄົນມາກິນນຳເຂົາເຈົ້າ.
5 ຫຼັງຈາກທີ່ເຂົາເຈົ້າກິນເຂົ້ານຳກັນແລ້ວ ໂຢບໄດ້ໃຫ້ຄົນໄປເອີ້ນເຂົາເຈົ້າມາເພື່ອຊິເຮັດໃຫ້ເຂົາເຈົ້າສະອາດ.* ຈາກນັ້ນ ລາວກໍລຸກແຕ່ເຊົ້າແລະເຜົາເຄື່ອງບູຊາເຜົາໃຫ້ພະເຈົ້າ+ສຳລັບລູກແຕ່ລະຄົນ. ລາວເວົ້າວ່າ: “ບາງເທື່ອລູກຂອງຂ້ອຍອາດໄດ້ເຮັດຜິດແລະສາບແຊ່ງພະເຈົ້າໃນໃຈກໍໄດ້.” ໂຢບເຮັດແນວນີ້ເປັນປະຈຳ.+
6 ມີມື້ໜຶ່ງ ພວກລູກຂອງພະເຈົ້າທ່ຽງແທ້*+ໄດ້ມາຢູ່ຕໍ່ໜ້າພະເຢໂຫວາ. ເຂົາເຈົ້າຢູ່ປະຈຳບ່ອນຂອງໂຕເອງ+ ແລະຊາຕານ+ກໍເຂົ້າມານຳ.+
7 ພະເຢໂຫວາຖາມຊາຕານວ່າ: “ເຈົ້າໄປໃສມາ?” ຊາຕານກໍຕອບພະເຢໂຫວາວ່າ: “ໄປເລາະຫຼິ້ນຢູ່ໂລກມາ.”+
8 ພະເຢໂຫວາເວົ້າກັບຊາຕານອີກວ່າ: “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາບໍ? ຢູ່ໃນໂລກບໍ່ມີຜູ້ໃດຄືກັບລາວ. ລາວເຮັດສິ່ງທີ່ຖືກຕ້ອງແລະສັດຊື່ໃນທຸກເລື່ອງ.+ ລາວນັບຖືພະເຈົ້າຫຼາຍແລະບໍ່ເຮັດສິ່ງຊົ່ວ.”
9 ຊາຕານຈຶ່ງເວົ້າກັບພະເຢໂຫວາວ່າ: “ຖ້າໂຢບບໍ່ໄດ້ຫຍັງຈາກພະອົງ ລາວກໍຍັງຊິນັບຖືພະອົງແທ້ໆຢູ່ບໍ?+
10 ພະອົງເຮັດຮົ້ວປົກປ້ອງລາວ+ກັບຄອບຄົວ ແລະທຸກສິ່ງທຸກຢ່າງຂອງລາວບໍ່ແມ່ນບໍ? ພະອົງອວຍພອນສິ່ງທີ່ລາວເຮັດ+ ແລະອວຍພອນໃຫ້ຝູງສັດຂອງລາວອອກແມ່ແພ່ລູກບັກຫຼາຍໆ.
11 ແຕ່ລອງໃຫ້ພະອົງຈັດການລາວເບິ່ງແລະເອົາທຸກສິ່ງທີ່ລາວມີໄປຈົນໝົດ ລາວກໍຈະສາບແຊ່ງພະອົງໂລດ.”
12 ແລ້ວພະເຢໂຫວາກໍບອກຊາຕານວ່າ: “ເຮົາອະນຸຍາດໃຫ້ເຈົ້າເຮັດຫຍັງກໍໄດ້ກັບທຸກສິ່ງທີ່ລາວມີຢູ່* ແຕ່ຢ່າເຮັດຫຍັງກັບໂຕລາວເດັດຂາດ!” ແລ້ວຊາຕານກໍໄປຈາກພະເຢໂຫວາ.+
13 ມີມື້ໜຶ່ງ ຕອນທີ່ພວກລູກຊາຍກັບລູກສາວກຳລັງກິນເຂົ້າຢູ່ເຮືອນຂອງອ້າຍກົກ+
14 ມີຄົນມາບອກໂຢບວ່າ: “ຕອນທີ່ງົວກຳລັງໄຖນາແລະລາກຳລັງກິນຫຍ້າຢູ່ນັ້ນ
15 ມີພວກຊາເບເອນມາໂຈມຕີພວກເຮົາແລະປຸ້ນເອົາສັດໄປໝົດ. ເຂົາເຈົ້າເອົາດາບຂ້າພວກຜູ້ຮັບໃຊ້ຂອງທ່ານ. ມີແຕ່ຂ້ອຍຜູ້ດຽວທີ່ໜີລອດມາໄດ້ ແລ້ວກໍມາບອກທ່ານ.”
16 ຕອນທີ່ຄົນນັ້ນກຳລັງເວົ້າຢູ່ກໍມີອີກຄົນໜຶ່ງມາບອກໂຢບວ່າ: “ມີໄຟຂອງພະເຈົ້າ*ຕົກລົງມາຈາກຟ້າ ແລະໄຟນັ້ນໄດ້ເຜົາຝູງແກະກັບພວກຜູ້ຮັບໃຊ້ຂອງທ່ານຕາຍໝົດ. ມີແຕ່ຂ້ອຍຜູ້ດຽວທີ່ໜີລອດມາໄດ້ ແລ້ວກໍມາບອກທ່ານ.”
17 ຕອນທີ່ຄົນນັ້ນກຳລັງເວົ້າຢູ່ກໍມີອີກຄົນໜຶ່ງມາບອກໂຢບວ່າ: “ພວກການເດອາ+ 3 ກອງມາໂຈມຕີພວກເຮົາແລະປຸ້ນເອົາອູດຂອງທ່ານໄປໝົດ. ເຂົາເຈົ້າເອົາດາບຂ້າພວກຜູ້ຮັບໃຊ້ຂອງທ່ານ. ມີແຕ່ຂ້ອຍຜູ້ດຽວທີ່ໜີລອດມາໄດ້ ແລ້ວກໍມາບອກທ່ານ.”
18 ຕອນທີ່ຄົນນັ້ນກຳລັງເວົ້າຢູ່ກໍມີອີກຄົນໜຶ່ງມາບອກໂຢບວ່າ: “ຕອນທີ່ພວກລູກຊາຍກັບລູກສາວຂອງທ່ານກຳລັງກິນເຂົ້ານຳກັນຢູ່ເຮືອນອ້າຍກົກ
19 ຢູ່ດີໆກໍມີລົມພາຍຸຈາກບ່ອນກັນດານພັດມາໃສ່ເຮືອນບັກແຮງໆ. ຝາທັງສີ່ຂ້າງຂອງເຮືອນລົ້ມທັບພວກລູກຂອງທ່ານຕາຍຈົນໝົດ. ມີແຕ່ຂ້ອຍຜູ້ດຽວທີ່ໜີລອດມາໄດ້ ແລ້ວກໍມາບອກທ່ານ.”
20 ຈາກນັ້ນ ໂຢບໄດ້ລຸກຂຶ້ນ ຈີກເສື້ອຂອງໂຕເອງ ແຖຫົວ ແລ້ວກໍຄູ້ເຂົ່າແລະໝູບໜ້າລົງພື້ນ.
21 ລາວເວົ້າວ່າ:
“ຕອນທີ່ຂ້ອຍເກີດມາ ຂ້ອຍບໍ່ໄດ້ເອົາຫຍັງມານຳແລະເມື່ອຂ້ອຍຕາຍໄປ ຂ້ອຍຈະເອົາຫຍັງໄປນຳກໍບໍ່ໄດ້.+
ພະເຢໂຫວາເປັນຜູ້ເອົາໃຫ້ຂ້ອຍ+ ແລະພະເຢໂຫວາກໍເປັນຜູ້ເອົາໄປຈາກຂ້ອຍ.
ແຕ່ຂໍໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄຳສັນລະເສີນຕໍ່ໆໄປ.”
22 ເຖິງວ່າໂຢບຈະເຈິເລື່ອງທັງໝົດນີ້ ແຕ່ລາວກໍບໍ່ໄດ້ເຮັດຜິດ ແລະບໍ່ໄດ້ເວົ້າວ່າພະເຈົ້າເຮັດສິ່ງທີ່ບໍ່ຖືກຕ້ອງ.*
ຂໍ ຄວາມ ໄຂ ເງື່ອນ
^ ອາດແປວ່າ “ຄົນທີ່ຖືກກຽດຊັງ”
^ ຫຼື “ບໍ່ມີບ່ອນຕິແລະຊື່ກົງ”
^ ແປຕາມໂຕວ່າ “ຢ້ານຢຳ”
^ ແປຕາມໂຕວ່າ “500 ຄູ່”
^ ໝາຍເຖິງເຮັດໃຫ້ພະເຈົ້າຍອມຮັບ ແລະບໍ່ໄດ້ໝາຍເຖິງສະອາດໂດຍການອາບນ້ຳ
^ ເປັນສຳນວນພາສາເຮັບເຣີໝາຍເຖິງລູກຂອງພະເຈົ້າທີ່ເປັນທູດສະຫວັນ
^ ຫຼື “ທຸກສິ່ງທີ່ເປັນຂອງລາວຢູ່ພາຍໃຕ້ການຄວບຄຸມຂອງເຈົ້າແລ້ວ”
^ ຫຼືອາດແປວ່າ “ຟ້າຜ່າ”
^ ຫຼື “ບໍ່ໄດ້ກ່າວຫາວ່າພະເຈົ້າບໍ່ດີ”