ໂຢບ 11:1-20

  • ໂຊບຟາ​ເວົ້າ​ເທື່ອ​ທຳອິດ (1-20)

    • ກ່າວ​ຫາ​ໂຢບ​ວ່າ​ເວົ້າ​ໄປ​ລ້າ​ໆ​ (2, 3)

    • ບອກ​ໂຢບ​ໃຫ້​ເຊົາ​ເຮັດ​ຜິດ (14)

11  ໂຊບຟາ+​ຄົນ​ນາອາມາ​ເວົ້າ​ວ່າ:   “ເຈົ້າ​ຄິດ​ວ່າເຈົ້າ​ເວົ້າ​ແນວ​ນີ້ ຈະ​ບໍ່​ມີ​ໃຜ​ຕອບ​ເຈົ້າ​ບໍ?ຫຼື​ຄົນ​ທີ່​ເວົ້າ​ຫຼາຍ​ໆ​ກໍ​ຈະ​ເປັນ​ຝ່າຍ​ຖືກ​ບໍ?*   ເຈົ້າ​ຄິດ​ວ່າ​ຖ້າ​ເຈົ້າ​ເວົ້າ​ໄປ​ເລື້ອຍ​ໆ​ ຈະ​ບໍ່​ມີ​ຄົນ​ຂັດ​ເຈົ້າ​ບໍ? ຫຼື​ຖ້າ​ເຈົ້າ​ເວົ້າ​ເຍາະເຍີ້ຍ​ກໍ​ຈະ​ບໍ່​ມີ​ຄົນ​ເຕືອນ​ເຈົ້າ​ບໍ?+   ເຈົ້າ​ເຄີຍ​ເວົ້າ​ວ່າ ‘ສິ່ງ​ທີ່​ຂ້ອຍ​ສອນ​ເປັນສິ່ງ​ທີ່​ຖືກຕ້ອງ.+ແລະ​ພະເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ບໍ່​ໄດ້ເປັນ​ຄົນ​ຜິດ.​’+   ແຕ່​ຖ້າ​ພະເຈົ້າ​ຢາກ​ຈະ​ເວົ້າ​ກັບ​ເຈົ້າ​ແທ້​ໆ​ແລະ​ຢາກ​ຈະບອກ​ເຈົ້າ+   ເພິ່ນ​ກໍ​ຈະ​ບອກ​ເຈົ້າ​ວ່າຕ້ອງ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເປັນ​ຄົນ​ສະຫຼາດຍ້ອນ​ສະຕິ​ປັນຍາ​ທີ່​ແທ້​ຈິງ​ເປັນ​ເລື່ອງ​ຊັບຊ້ອນ ແລ້ວ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ພະເຈົ້າ​ບໍ່​ຢາກ​ຈື່​ຄວາມ​ຜິດ​ທັງ​ໝົດ​ຂອງ​ເຈົ້າ.   ເຈົ້າ​ຈະ​ຊອກ​ຫາ​ສະຕິປັນຍາ​ທີ່​ຍິ່ງ​ໃຫຍ່​ຂອງພະເຈົ້າ​ໄດ້​ບໍ?ຫຼື​ເຈົ້າ​ຈະ​ຮູ້​ທຸກ​ຢ່າງ​ກ່ຽວກັບ​ຜູ້​ມີ​ລິດເດດ​ສູງ​ສຸດ​ໄດ້​ບໍ?   ສະຕິປັນຍາ​ຂອງ​ເພິ່ນ​ສູງ​ກວ່າ​ສະຫວັນ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້? ສະຕິປັນຍາ​ຂອງ​ເພິ່ນ​ເລິກ​ກວ່າ​ຂຸມ​ຝັງ​ສົບ* ເຈົ້າ​ຈະ​ຮູ້​ຫຍັງ​ໄດ້?   ສະຕິປັນຍາ​ນັ້ນໃຫຍ່​ກວ່າ​ໂລກແລະ​ກວ້າງ​ກວ່າ​ທະເລ. 10  ຖ້າ​ເພິ່ນຈັບ​ຜູ້​ໜຶ່ງ​ໄປ​ຂຶ້ນ​ສານໃຜ​ຈະ​ຂັດ​ຂວາງ​ເພິ່ນ​ໄດ້? 11  ເພາະ​ເພິ່ນ​ຮູ້​ວ່າ​ໃຜ​ເປັນ​ຄົນ​ຂີ້​ຕົວະ ແລະ​ເມື່ອ​ເພິ່ນ​ເຫັນ​ສິ່ງ​ຊົ່ວ​ຮ້າຍ ເພິ່ນ​ກໍ​ຮູ້​ແນ່ນອນ. 12  ແຕ່​ຄົນ​ທີ່​ບໍ່​ມີ​ສະໝອງ​ຈະ​ເຂົ້າໃຈ​ໄດ້ກໍ​ຕໍ່​ເມື່ອ​ໂຕລາ​ປ່າ​ເກີດ​ລູກ​ເປັນ​ຄົນ. 13  ໃຫ້​ເຈົ້າ​ກຽມ​ຫົວໃຈ​ຂອງ​ເຈົ້າແລະອະທິດຖານ*​ເຖິງ​ພະເຈົ້າ. 14  ຖ້າ​ເຈົ້າ​ເຮັດ​ຜິດ​ຢູ່ ກໍ​ໃຫ້​ເຊົາ​ສະແລະ​ຢ່າ​ໃຫ້​ມີ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ໃນ​ເຕັ້ນ​ຂອງ​ເຈົ້າ. 15  ຖ້າ​ເຮັດ​ແນວ​ນີ້ ເຈົ້າ​ຈະ​ເງີຍ​ໜ້າ​ໄດ້​ໂດຍບໍ່​ຕ້ອງ​ອາຍ.ເຈົ້າ​ຈະ​ຢືນ​ໄດ້​ຢ່າງ​ໝັ້ນຄົງ​ແລະ​ບໍ່​ຢ້ານ. 16  ເຈົ້າ​ຈະ​ລືມ​ບັນຫາ​ຂອງ​ເຈົ້າ.ເຈົ້າຈະ​ຈື່​ບັນຫາບໍ່​ໄດ້​ອີກ​ເລີຍ ຄື​ກັບບໍ່​ຈື່​ນ້ຳ​ທີ່​ໄຫຼ​ຜ່ານ​ເຈົ້າ​ໄປ. 17  ຊີວິດ​ຂອງ​ເຈົ້າ​ຈະ​ສົດ​ໃສ​ແລະ​ແຈ້ງ​ກວ່າແສງ​ຕາເວັນ​ໃນ​ຕອນ​ສວາຍ.ແມ່ນ​ແຕ່​ຄວາມ​ມືດ​ກໍ​ຈະ​ເປັນ​ຄື​ກັບ​ແສງ​ໃນ​ຍາມ​ເຊົ້າ. 18  ເຈົ້າ​ຈະ​ໝັ້ນໃຈ​ຍ້ອນ​ມີ​ຄວາມຫວັງແລະ​ເມື່ອ​ເຈົ້າ​ເບິ່ງ​ໄປ​ອ້ອມ​ຮອບ​ແລະ​ນອນ​ລົງ ເຈົ້າ​ກໍ​ຈະ​ຮູ້ສຶກ​ປອດໄພ. 19  ເຈົ້າ​ຈະ​ນອນ​ລົງ​ແລະ​ຈະ​ບໍ່​ມີ​ຜູ້​ໃດ​ມາ​ເຮັດ​ໃຫ້​ເຈົ້າ​ຢ້ານແລະ​ຫຼາຍ​ຄົນຈະ​ພະຍາຍາມເຮັດ​ໃຫ້​ເຈົ້າ​ພໍ​ໃຈ. 20  ແຕ່​ຕາ​ຂອງ​ຄົນ​ຊົ່ວ​ຈະ​ບອດ​ໄປແລະ​ບໍ່​ມີ​ບ່ອນ​ໃດ​ທີ່​ເຂົາ​ເຈົ້າ​ຈະ​ໜີ​ໄປ​ໄດ້.ເຂົາ​ເຈົ້າ​ມີ​ແຕ່​ຢາກ​ຈະ​ຕາຍ​ຢ່າງ​ດຽວ.”+

ຂໍຄວາມໄຂເງື່ອນ

ຫຼື “ຄົນ​ທີ່​ຂີ້​ອວດ​ກໍ​ຈະ​ເປັນ​ຝ່າຍ​ຖືກ​ບໍ?”
ແປ​ຕາມ​ໂຕ​ວ່າ “ເດ່​ມື​ອອກ​ໄປ”