ໂຢບ 12:1-25

  • ໂຢບ​ເວົ້າ (1-25)

    • “ຂ້ອຍ​ບໍ່​ໄດ້​ຮູ້​ໜ້ອຍ​ໄປ​ກວ່າ​ພວກ​ເຈົ້າ​ດອກ” (3)

    • ‘ຂ້ອຍ​ຖືກ​ຫົວຂວັນ​ໃສ່’ (4)

    • “ພະເຈົ້າ​ມີ​ສະຕິປັນຍາ” (13)

    • ພະເຈົ້າ​ຍິ່ງ​ໃຫຍ່​ກວ່າ​ພວກ​ຜູ້ຕັດສິນ​ແລະ​ພວກ​ກະສັດ (17, 18)

12  ຈາກ​ນັ້ນ ໂຢບ​ກໍ​ຕອບ​ວ່າ:   “ມັນ​ກໍ​ແມ່ນ​ທີ່​ພວກ​ເຈົ້າ​ມີຄວາມ​ຮູ້​ຫຼາຍແຕ່​ເມື່ອ​ພວກ​ເຈົ້າ​ຕາຍ ສະຕິປັນຍາ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ເຫຼືອ!   ຂ້ອຍ​ກໍ​ມີ​ຄວາມ​ເຂົ້າໃຈ​ຄື​ກັນ. ຂ້ອຍ​ບໍ່​ໄດ້​ຮູ້​ໜ້ອຍ​ໄປ​ກວ່າ​ພວກ​ເຈົ້າ​ດອກ. ສິ່ງ​ທີ່​ພວກເຈົ້າ​ເວົ້າ​ມາ ແມ່ນ​ໃຜ​ກໍ​ຮູ້.   ຂ້ອຍ​ຖືກ​ໝູ່​ຫົວຂວັນ​ໃສ່+ຍ້ອນ​ຂ້ອຍ​ຮ້ອງ​ຫາ​ພະເຈົ້າ ແລະ​ຢາກ​ໃຫ້ເພິ່ນ​ຕອບ​ຂ້ອຍ.+ ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍ່​ມີ​ບ່ອນ​ຕິ​ຄື​ກັບ​ຂ້ອຍ ກໍ​ຈະ​ຖືກ​ຫົວຂວັນ​ໃສ່​ແບບ​ນີ້​ແຫຼະ.   ຄົນ​ທີ່​ຢູ່​ສຸກ​ສະບາຍ​ປະໝາດ​ຄວາມທຸກ​ລຳບາກ.ລາວ​ຄິດ​ວ່າ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ກັບ​ຄົນ​ທີ່ເຈິ​ບັນຫາ​ຢູ່​ແລ້ວເທົ່າ​ນັ້ນ.   ພວກ​ຂີ້​ລັກຢູ່​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ​ຢ່າງ​ສະຫງົບ​ສຸກ.+ຄົນ​ທີ່​ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍແລະ​ຖື​ຮູບ​ບູຊາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ມືກໍ​ຢູ່​ຢ່າງ​ປອດໄພ.+   ຂໍ​ໃຫ້​ໄປ​ຖາມ​ພວກ​ສັດ​ເບິ່ງແລະ​ພວກ​ມັນ​ຈະສອນ​ເຈົ້າໄປ​ຖາມ​ນົກ​ຢູ່​ເທິງ​ຟ້າ​ແມ້ແລະ​ພວກ​ມັນ​ຈະ​ບອກ​ເຈົ້າ.   ເບິ່ງ​ໂລກ​ແມ້ແລະ​ມັນ​ຈະ​ສອນ​ເຈົ້າແລະ​ພວກ​ປາ​ໃນ​ທະເລ​ກໍ​ຈະ​ໃຫ້​ຄວາມ​ຮູ້​ກັບ​ເຈົ້າ.   ຈາກ​ສິ່ງ​ທັງ​ໝົດ​ນີ້ ມີ​ຫຍັງ​ບໍ​ທີ່​ບໍ່​ຮູ້​ວ່າພະ​ເຢໂຫວາສ້າງ​ພວກ​ມັນ​ດ້ວຍ​ມື​ຂອງ​ເພິ່ນ? 10  ຊີວິດ​ຂອງ​ທຸກ​ສິ່ງ​ແລະ​ຂອງ​ທຸກ​ຄົນ+ກໍ​ຢູ່​ໃນ​ມື​ຂອງ​ເພິ່ນ. 11  ຫູ​ມີ​ໄວ້​ຟັງ​ໃຫ້​ດີ​ໆ​ເພື່ອໃຫ້​ແຍກ​ໄດ້​ວ່າອັນ​ໃດ​ດີ​ອັນ​ໃດ​ຊົ່ວຄື​ກັບ​ລີ້ນ​ທີ່​ມີ​ໄວ້​ຊີມ​ອາຫານ.+ 12  ຄົນ​ທີ່​ອາຍຸ​ຫຼາຍ​ກໍ​ມີ​ສະຕິປັນຍາ​ຫຼາຍ+ແລະ​ຄົນ​ທີ່​ມີ​ອາຍຸ​ຫຼາຍ​ຂຶ້ນ​ກໍ​ມີ​ຄວາມ​ເຂົ້າໃຈ​ຫຼາຍ​ຂຶ້ນບໍ່​ແມ່ນ​ບໍ? 13  ພະເຈົ້າ​ມີ​ສະຕິ​ປັນຍາ​ແລະ​ມີ​ລິດເດດ.+ເພິ່ນ​ມີ​ຄວາມ​ເຂົ້າໃຈ+​ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ເກີດ​ຂຶ້ນ​ແທ້. 14  ເມື່ອ​ເພິ່ນ​ມ້າງ​ຫຍັງ​ລົງ​ກໍ​ບໍ່​ມີ​ຜູ້​ໃດ​ສ້າງ​ຄືນ​ໃໝ່​ໄດ້.+ເມື່ອ​ເພິ່ນ​ປິດ​ຫຍັງ​ໄວ້​ກໍ​ບໍ່​ມີ​ຜູ້​ໃດ​ເປີດ​ໄດ້. 15  ເມື່ອ​ເພິ່ນ​ຕັນ​ນ້ຳ​ໄວ້ ທຸກ​ບ່ອນ​ກໍ​ແຫ້ງ.+ເມື່ອ​ເພິ່ນປ່ອຍ​ນ້ຳ​ມາ ນ້ຳ​ກໍ​ຖ້ວມ​ໂລກ.+ 16  ເພິ່ນ​ມີ​ກຳລັງ​ແລະສະຕິປັນຍາ.+ເພິ່ນ​ມີ​ອຳນາດ​ເໜືອ​ຄົນ​ທີ່​ຖືກພາ​ໄປ​ເຮັດ​ຜິດແລະ​ຄົນ​ທີ່​ພາ​ໄປ​ເຮັດ​ຜິດ. 17  ເພິ່ນ​ເຮັດ​ໃຫ້​ພວກ​ທີ່​ປຶກສາ​ຍ່າງ​ຕີນ​ເປົ່າ*ແລະ​ເຮັດ​ໃຫ້​ພວກ​ຜູ້ຕັດສິນ​ເປັນ​ຄົນ​ໂງ່.+ 18  ເພິ່ນ​ປົດ​ພວກ​ກະສັດ​ອອກ​ຈາກຕຳແໜ່ງ+ແລະ​ໃຫ້​ເຂົາ​ເຈົ້າ​ໄປ​ເປັນ​ທາດ. 19  ເພິ່ນ​ເຮັດ​ໃຫ້​ພວກ​ປະໂລຫິດ​ຍ່າງ​ຕີນ​ເປົ່າ+ແລະ​ປົດ​ພວກ​ຜູ້​ທີ່​ມີ​ຕຳແໜ່ງ​ໝັ້ນຄົງ​ອອກ.+ 20  ເພິ່ນ​ເຮັດ​ໃຫ້​ຄຳເວົ້າ​ຂອງ​ພວກ​ທີ່​ປຶກສາເຊື່ອ​ຖື​ບໍ່​ໄດ້ແລະ​ເຮັດ​ໃຫ້​ພວກ​ຜູ້ເຖົ້າ*​ທີ່​ມີ​ສະຕິປັນຍາກາຍ​ເປັນ​ຄົນ​ບໍ່​ມີ​ເຫດຜົນ. 21  ເພິ່ນ​ເຮັດ​ໃຫ້​ພວກຜູ້ປົກຄອງ​ອັບອາຍ+ແລະ​ເຮັດ​ໃຫ້​ຄົນ​ທີ່​ມີ​ເຫື່ອ​ມີ​ແຮງ​ອ່ອນແອ.* 22  ເພິ່ນ​ເປີດ​ເຜີຍສິ່ງ​ທີ່​ຖືກ​ເຊື່ອງຢູ່​ໃນ​ບ່ອນ​ມືດ+ແລະໃຫ້​ແສງ​ສະຫວ່າງ​ສ່ອງ​ໃສ່​ບ່ອນ​ທີ່​ມືດ​ທຶບ. 23  ເພິ່ນ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ຈະເລີນ​ຂຶ້ນ​ເພື່ອ​ຈະ​ທຳລາຍ​ເຂົາ​ເຈົ້າ.ເພິ່ນ​ເຮັດ​ໃຫ້​ເຂດ​ແດນ​ຂອງ​ຊາດ​ຕ່າງ​ໆ​ກວ້າງ​ອອກ​ເພື່ອ​ຈະ​ພາ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ. 24  ເພິ່ນ​ເຮັດ​ໃຫ້​ພວກ​ຜູ້​ນຳ​ບໍ່​ມີ​ຄວາມ​ເຂົ້າໃຈ*ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​ໃນ​ບ່ອນ​ທີ່​ບໍ່​ມີ​ຫຍັງ.+ 25  ເຂົາ​ເຈົ້າ​ງົມ​ໆ​ທາວ​ໆ​ໃນ​ບ່ອນ​ທີ່​ບໍ່​ມີ​ແສງ​ສະຫວ່າງ.+ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍ່າງ​ເຊ​ຄື​ຄົນ​ເມົາ.”+

ຂໍຄວາມໄຂເງື່ອນ

ຫຼື “ບໍ່​ມີ​ຫຍັງ​ເຫຼືອ​ເລີຍ”
ຫຼື “ຜູ້​ນຳ”
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ສາຍ​ແອວ​ຂອງ​ພວກ​ຜູ້​ມີ​ອຳນາດ​ຫຼົມ”
ແປ​ຕາມ​ໂຕ​ວ່າ “ຫົວໃຈ”