ໂຢບ 13:1-28

  • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-28)

    • ‘ຂ້ອຍ​ຢາກ​ເວົ້າ​ກັບ​ພະເຈົ້າ​ດ້ວຍ​ໂຕ​ຂ້ອຍ​ເອງ’ (3)

    • “ພວກ​ເຈົ້າ​ເປັນ​ຄື​ກັບ​ໝໍ​ທີ່​ປົວ​ໃຜ​ບໍ່​ໄດ້” (4)

    • “ຂ້ອຍ​ຮູ້​ວ່າ​ຂ້ອຍ​ເປັນ​ຝ່າຍ​ຖືກ” (18)

    • ຖາມ​ພະເຈົ້າ​ວ່າ​ເປັນ​ຫຍັງ​ພະອົງ​ເຫັນ​ລາວ​ເປັນ​ສັດຕູ (24)

13  “ຂ້ອຍ​ເຄີຍ​ເຫັນ​ເລື່ອງ​ແນວ​ນີ້​ມາ​ໝົດ​ແລ້ວ.ຂ້ອຍ​ເຄີຍ​ໄດ້​ຍິນ​ແລະ​ເຂົ້າໃຈ​ດີ.   ສິ່ງ​ທີ່​ພວກ​ເຈົ້າ​ຮູ້ ຂ້ອຍ​ກໍ​ຮູ້.ຂ້ອຍ​ບໍ່​ໄດ້​ຮູ້​ໜ້ອຍ​ໄປ​ກວ່າ​ພວກ​ເຈົ້າ​ດອກ.   ທີ່​ຈິງ ຂ້ອຍ​ຢາກ​ເວົ້າ​ກັບ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ດ້ວຍ​ໂຕ​ຂ້ອຍ​ເອງ.ຂ້ອຍ​ຢາກ​ຈະ​ພິສູດ​ໃຫ້​ເພິ່ນ​ເຫັນ​ວ່າ​ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ.+   ແຕ່​ພວກ​ເຈົ້າ​ເວົ້າ​ຕົວະ​ແລະ​ໃສ່​ຮ້າຍ​ຂ້ອຍ.ພວກ​ເຈົ້າ​ເປັນ​ຄື​ກັບ​ໝໍ​ທີ່​ປົວ​ໃຜ​ບໍ່​ໄດ້.+   ຖ້າ​ພວກ​ເຈົ້າ​ມິດ​ໆ​ຢູ່ກໍ​ຍັງ​ຊິ​ເບິ່ງ​ຄື​ວ່າ​ສະຫຼາດ​ກວ່າ.+   ຂໍ​ໃຫ້​ພວກ​ເຈົ້າ​ຟັງ​ຂ້ອຍອະທິບາຍແລະ​ຕັ້ງ​ໃຈ​ຟັງ​ເຫດຜົນ​ຂອງ​ຂ້ອຍ.   ເປັນ​ຫຍັງ​ພວກ​ເຈົ້າລຳອຽງເຂົ້າຂ້າງ​ພະເຈົ້າ?ເປັນ​ຫຍັງ​ພວກ​ເຈົ້າ​ເວົ້າ​ຕົວະ​ເພື່ອ​ຊ່ວຍ​ເພິ່ນ?   ເປັນ​ຫຍັງ​ພວກ​ເຈົ້າ​ເຂົ້າ​ຂ້າງ​ເພິ່ນ?ເປັນ​ຫຍັງ​ພວກ​ເຈົ້າ​ຢູ່​ຝ່າຍ​ພະເຈົ້າ​ທ່ຽງແທ້?   ຖ້າ​ເພິ່ນ​ມາ​ກວດ​ເບິ່ງ​ພວກ​ເຈົ້າ ພວກ​ເຈົ້າ​ຈະ​ລອດ​ບໍ?+ ພວກ​ເຈົ້າ​ຈະ​ຫຼອກ​ເພິ່ນ​ຄື​ກັບ​ທີ່​ຫຼອກ​ມະນຸດ​ໄດ້​ບໍ? 10  ຖ້າ​ພວກ​ເຈົ້າ​ທຳ​ທ່າ​ເຂົ້າ​ຂ້າງ​ພະເຈົ້າ​ໂດຍ​ເວົ້າ​ຕົວະ​ກ່ຽວກັບ​ຂ້ອຍ+ເພິ່ນ​ຈະ​ລົງໂທດ​ພວກ​ເຈົ້າ​ແທ້. 11  ຄວາມ​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ຢ້ານ​ແດ່​ບໍ?ພວກ​ເຈົ້າ​ບໍ່​ຢ້ານ​ເພິ່ນ​ເລີຍ​ບໍ? 12  ຄຳ​ສຸພາສິດ​ຂອງ​ພວກ​ເຈົ້າ​ບໍ່​ມີ​ຄ່າ​ແລະ​ເປັນ​ຄື​ກັບ​ຂີ້ເທົ່າ.ການ​ຫາ​ເຫດຜົນ​ຂອງ​ພວກ​ເຈົ້າ​ບໍ່​ມີ​ປະໂຫຍດ ແລະ​ເປັນຄື​ກັບ​ໂລ້ທີ່​ເຮັດ​ຈາກ​ດິນ​ເຜົາ. 13  ເຊົາ​ເວົ້າ​ສະ ໃຫ້​ຂ້ອຍ​ເປັນ​ຄົນ​ເວົ້າ. ຂ້ອຍ​ຈະ​ເປັນ​ແນວ​ໃດ​ກະ​ຢ່າ! 14  ຂ້ອຍ​ພ້ອມ​ຈະ​ເຈິ​ອັນຕະລາຍ​ທຸກ​ຢ່າງ.*ຂ້ອຍ​ຈະ​ຮັບຜິດຊອບ​ຊີວິດ​ຂອງ​ຂ້ອຍ​ເອງ. 15  ເຖິງ​ວ່າ​ເພິ່ນ​ຈະ​ຂ້າ​ຂ້ອຍ ຂ້ອຍ​ກໍ​ຈະ​ບໍ່​ໜີ.+ຂ້ອຍ​ພ້ອມ​ຈະ​ພິສູດ​ໃຫ້​ເພິ່ນ​ເຫັນ​ວ່າ ຂ້ອຍ​ບໍ່​ແມ່ນ​ຄົນ​ຜິດ. 16  ເພິ່ນ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ລອດ+ຍ້ອນ​ຄົນ​ທີ່​ບໍ່​ນັບ​ຖື*​ເພິ່ນ​ຈະ​ຢູ່​ຕໍ່​ໜ້າ​ເພິ່ນ​ບໍ່​ໄດ້.+ 17  ຟັງ​ຂ້ອຍ​ດີ​ໆ​ເດີ້ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ. 18  ຂ້ອຍ​ກຽມ​ໂຕ​ຈະຂຶ້ນ​ສານ​ແລ້ວ.ຂ້ອຍ​ຮູ້​ວ່າ​ຂ້ອຍ​ເປັນ​ຝ່າຍ​ຖືກ. 19  ມີ​ໃຜຈະ​ໂຕ້​ຖຽງກັບ​ຂ້ອຍ​ບໍ? ຖ້າ​ໃຫ້​ຂ້ອຍ​ມິດ​ຢູ່​ຊື່​ໆ​ ຂ້ອຍ​ຄື​ຊິ​ຕາຍ​ແທ້!* 20  ພະເຈົ້າ​ເອີ້ຍ ລູກ​ຂໍ​ພຽງ​ແຕ່​ສອງ​ຢ່າງ*ແລະ​ລູກ​ຈະ​ບໍ່​ໜີ​ໜ້າ​ໄປ​ຈາກ​ພະອົງ. 21  ຂໍ​ພະອົງ​ຢ່າ​ເຮັດ​ໃຫ້​ລູກທົນ​ທຸກ​ອີກ​ຕໍ່​ໄປ*ແລະ​ຢ່າ​ເຮັດ​ໃຫ້ລູກ​ຢ້ານ.+ 22  ຖ້າ​ພະອົງ​ເອີ້ນ ລູກ​ກໍ​ຈະ​ຕອບຫຼື​ຄັນ​ບໍ່​ຊັ້ນ ໃຫ້​ລູກ​ເວົ້າ​ແລະ​ຂໍ​ພະອົງ​ຕອບ​ລູກ. 23  ລູກ​ເຮັດ​ຫຍັງ​ຜິດ? ຂໍ​ພະອົງ​ບອກ​ລູກ​ແດ່. 24  ເປັນ​ຫຍັງ​ພະອົງ​ຈຶ່ງ​ໜີ​ໜ້າ​ຈາກ​ລູກ+ແລະ​ເຫັນ​ລູກ​ເປັນ​ຄື​ກັບ​ສັດຕູ?+ 25  ລູກ​ເປັນ​ພຽງ​ແຕ່​ໃບ​ໄມ້​ທີ່​ຖືກ​ລົມ​ພັດ​ຊື່​ໆ​ແລະ​ເປັນ​ພຽງ​ແຕ່​ເຟືອງ​ແຫ້ງ​ໆ​.ເປັນ​ຫຍັງ​ພະອົງ​ເຮັດ​ໃຫ້​ລູກ​ຢ້ານ​ແລະ​ໄລ່​ນຳ​ຫຼັງ​ລູກ? 26  ພະອົງຈອບ​ແຕ່​ຈົດຂໍ້​ກ່າວ​ຫາ​ທີ່​ພະອົງ​ຕັ້ງ​ໄວ້​ໃຫ້​ລູກແລະລົງໂທດ​ລູກຍ້ອນ​ຄວາມ​ຜິດ​ທີ່​ລູກ​ເຮັດ​ຕັ້ງ​ແຕ່​ຕອນ​ຍັງ​ໜຸ່ມ. 27  ພະອົງ​ເອົາ​ຕີນ​ລູກ​ໃສ່​ຂື່​ຄາ*​ໄວ້ບໍ່​ວ່າ​ລູກ​ຈະ​ໄປ​ໃສ ພະອົງ​ກໍ​ຈັບ​ຕາ​ເບິ່ງແລະຕິດ​ຕາມ​ເບິ່ງລູກທຸກ​ໆ​ກ້າວ. 28  ມະນຸດ*​ຈຶ່ງ​ເນົ່າ​ເປື່ອຍ​ໄປຄື​ກັບ​ເຄື່ອງນຸ່ງ​ທີ່​ຖືກມອດກິນ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຂ້ອຍ​ໃຊ້​ແຂ້ວ​ຄາບ​ຊີ້ນ​ຂອງ​ຂ້ອຍ​ໄວ້”
ຫຼື “ຄົນ​ທີ່​ທໍລະຍົດ”
ຫຼື​ອາດ​ແປ​ວ່າ “ຖ້າ​ມີ​ຄົນ​ໂຕ້​ຖຽງ​ກັບ​ຂ້ອຍ ຂ້ອຍ​ກໍ​ຈະ​ມິດ​ຢູ່​ແລະ​ຕາຍ​ໄປ”
ແປ​ຕາມ​ໂຕ​ວ່າ “ພຽງ​ແຕ່​ສອງ​ຢ່າງ​ຢ່າ​ເຮັດ​ກັບ​ລູກ”
ແປ​ຕາມ​ໂຕ​ວ່າ “ຂໍ​ເອົາ​ມື​ຂອງ​ພະອົງ​ອອກ​ໄປ​ຈາກ​ລູກ”
ແປ​ຕາມ​ໂຕ​ວ່າ “ລາວ.” ອາດ​ໝາຍເຖິງ​ໂຢບ.