ໂຢບ 17:1-16
17 “ຂ້ອຍບໍ່ມີເຫື່ອບໍ່ມີແຮງແລ້ວ. ຂ້ອຍໃກ້ຈະຕາຍແລ້ວ.ບ່ອນຝັງສົບກໍຖືກກຽມໄວ້ແລ້ວສຳລັບຂ້ອຍ.+
2 ຄົນທີ່ເຍາະເຍີ້ຍຂ້ອຍລ້ອມຂ້ອຍໄວ້+ແລະຂ້ອຍຕ້ອງທົນເບິ່ງເຂົາເຈົ້າກະບົດ.
3 ພະເຈົ້າເອີ້ຍ ຂໍພະອົງສັນຍາວ່າຈະສະໜັບສະໜູນລູກ.
ຈະມີຜູ້ໃດຊ່ວຍລູກໄດ້ອີກບໍ?+
4 ຍ້ອນພະອົງເຮັດໃຫ້ເຂົາເຈົ້າບໍ່ມີຄວາມເຂົ້າໃຈ+ພະອົງຈຶ່ງບໍ່ໄດ້ໃຫ້ກຽດເຂົາເຈົ້າ.
5 ຄົນເຫຼົ່ານີ້ບອກໝູ່ຂອງເຂົາເຈົ້າວ່າຈະປັນເຄື່ອງຂອງໃຫ້ທັງໆທີ່ລູກຂອງໂຕເອງຫິວຈົນຕາລາຍ.
6 ພະເຈົ້າເຮັດໃຫ້ຄົນອື່ນເຍາະເຍີ້ຍຂ້ອຍ+ແລ້ວໃຫ້ເຂົາເຈົ້າຖົ່ມນ້ຳລາຍໃສ່ໜ້າຂ້ອຍ.+
7 ຕາຂ້ອຍມົວຍ້ອນທົນທຸກ+ແລະແຂນຂາຂ້ອຍກໍເຫຼືອແຕ່ໜັງຫຸ້ມກະດູກ.
8 ຄົນທີ່ສັດຊື່ເຫັນຂ້ອຍແລ້ວກໍຕົກໃຈແລະຄົນທີ່ບໍ່ມີຄວາມຜິດກໍບໍ່ພໍໃຈໃຫ້ຄົນທີ່ບໍ່ນັບຖື*ພະເຈົ້າ.
9 ຄົນທີ່ເຮັດສິ່ງທີ່ຖືກຕ້ອງຍຶດໝັ້ນກັບແນວທາງຂອງໂຕເອງຕໍ່ໄປ+ແລະຄົນທີ່ບໍ່ໄດ້ເຮັດຜິດກໍເຂັ້ມແຂງຂຶ້ນເລື້ອຍໆ.+
10 ໃຫ້ພວກເຈົ້າເວົ້າຕໍ່ໄປໂລດເພາະຂ້ອຍເຫັນແລ້ວວ່າໃນພວກເຈົ້າບໍ່ມີຜູ້ໃດສະຫຼາດເລີຍ.+
11 ຂ້ອຍຈະມີຊີວິດຢູ່ອີກບໍ່ດົນ.+ແຜນການຂອງຂ້ອຍແລະສິ່ງທີ່ຂ້ອຍຢາກເຮັດຖືກທຳລາຍໄປໝົດແລ້ວ.+
12 ໝູ່ຂອງຂ້ອຍມີແຕ່ເວົ້າຕົວະ ແທນທີ່ຈະເວົ້າຄວາມຈິງ.*ເຂົາເຈົ້າພາກັນເວົ້າວ່າ ‘ແສງສະຫວ່າງໃກ້ຊິມາແລ້ວ’ ແຕ່ຂ້ອຍພັດເຫັນແຕ່ຄວາມມືດເທົ່ານັ້ນ.
13 ອີກຈັກໜ້ອຍ ຂຸມຝັງສົບ*ກໍຈະເປັນເຮືອນຂອງຂ້ອຍ.+ຂ້ອຍຈະປູບ່ອນນອນໃນຄວາມມືດ.+
14 ຂ້ອຍຈະເອີ້ນຂຸມນັ້ນ+ວ່າ ‘ພໍ່!’
ແລະເອີ້ນໂຕໜອນວ່າ ‘ແມ່ແລະນ້ອງສາວ!’
15 ຄວາມຫວັງຂອງຂ້ອຍຢູ່ໃສ?+
ມີຜູ້ໃດເຫັນບໍ?
16 ຄວາມຫວັງນັ້ນຈະລົງໄປທີ່ປະຕູຂອງຂຸມຝັງສົບ*ເມື່ອພວກເຮົາລົງໄປໃນດິນນຳກັນ.”+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຄົນທີ່ທໍລະຍົດ”
^ ແປຕາມໂຕວ່າ “ເຂົາເຈົ້າມີແຕ່ເອົາກາງຄືນເປັນກາງເວັນ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງສ່ວນອະທິບາຍຄຳສັບ