ໂຢບ 19:1-29

  • ໂຢບ​ເວົ້າ (1-29)

    • ບໍ່​ຍອມ​ຮັບ​ຄຳ​ດູຖູກ​ຂອງ “ໝູ່” (1-6)

    • ເວົ້າ​ວ່າ​ລາວ​ຖືກ​ປະຖິ້ມ (13-19)

    • “ຜູ້​ໄຖ່​ຂອງ​ຂ້ອຍ​ມີ​ຊີວິດ​ຢູ່” (25)

19  ໂຢບ​ຕອບ​ວ່າ:   “ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ຂ້ອຍລຳຄານ+ແລະ​ເວົ້າ​ຊ້ຳ​ເຕີມ​ຂ້ອຍ​ອີກ​ດົນ​ປານ​ໃດ?+   ພວກ​ເຈົ້າ​ດູ​ຖູກ​ຂ້ອຍ​ສິບ​ເທື່ອ​ແລ້ວ.ພວກ​ເຈົ້າ​ບໍ່​ອາຍ​ແດ່​ບໍ​ທີ່​ເວົ້າ​ໃຫ້​ຂ້ອຍ​ແນວ​ນີ້?+   ເຖິງ​ວ່າ​ຂ້ອຍ​ເຮັດ​ຜິດ​ແທ້​ໆ​ມັນ​ກໍບໍ່​ກ່ຽວກັບ​ພວກເຈົ້າ.   ຖ້າ​ພວກ​ເຈົ້າ​ຍັງ​ຍົກ​ໂຕ​ເອງ​ໃຫ້​ສູງ​ກວ່າ​ຂ້ອຍແລະເວົ້າ​ວ່າ​ຂ້ອຍ​ສົມຄວນ​ໄດ້​ຮັບ​ຄວາມ​ອັບອາຍ​ຍ້ອນ​ບັນຫາ​ຂອງ​ຂ້ອຍ   ກໍ​ໃຫ້​ພວກ​ເຈົ້າ​ຮູ້​ໄວ້​ເລີຍ​ວ່າ ພະເຈົ້າ​ເປັນ​ຜູ້​ເຮັດກັບ​ຂ້ອຍ​ແບບ​ບໍ່​ຍຸຕິທຳແລະ​ເພິ່ນ​ໄດ້​ເອົາ​ດາງ​ມາ​ຈັບ​ຂ້ອຍ.   ຂ້ອຍ​ຮ້ອງ​ບໍ່​ຢຸດ​ບໍ່​ເຊົາ​ວ່າ ‘ຂ້ອຍຖືກ​ທຳ​ຮ້າຍ’ ແຕ່​ບໍ່​ມີ​ຜູ້​ໃດ​ຕອບ​ຂ້ອຍ.+ຂ້ອຍ​ຮ້ອງຂໍ​ໃຫ້​ຄົນ​ຊ່ວຍ ແຕ່​ກໍ​ບໍ່​ມີ​ຜູ້​ໃດ​ມາ​ຊ່ວຍ.+   ເພິ່ນ​ເອົາ​ກຳແພງ​ຫີນ​ມາ​ຕັນ​ທາງ ຂ້ອຍ​ຈຶ່ງ​ຜ່ານ​ໄປ​ບໍ່​ໄດ້.ເພິ່ນ​ເອົາ​ຄວາມ​ມືດ​ມາ​ປົກ​ຄຸມ​ທາງ​ຂ້ອຍ​ໄວ້.+   ເພິ່ນ​ເຮັດ​ໃຫ້​ຂ້ອຍເສຍ​ກຽດແລະ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ຂ້ອຍ. 10  ເພິ່ນທຳລາຍ​ຂ້ອຍຈົນ​ຂ້ອຍ​ສາບ​ສູນ​ໄປແລະ​ຄວາມຫວັງ​ຂອງ​ຂ້ອຍ​ກໍ​ເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ຖືກ​ເພິ່ນ​ຖອນ. 11  ເພິ່ນ​ໃຈ​ຮ້າຍ​ໃຫ້​ຂ້ອຍ​ຫຼາຍແລະ​ເຫັນ​ຂ້ອຍ​ເປັນ​ສັດຕູ​ຂອງ​ເພິ່ນ.+ 12  ກອງ​ທະຫານ​ຂອງ​ເພິ່ນ​ມາ​ລວມ​ໂຕ​ກັນ​ແລະ​ລ້ອມ​ຂ້ອຍ​ໄວ້.ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ອ້ອມ​ເຕັ້ນ​ຂອງ​ຂ້ອຍ. 13  ເພິ່ນ​ໄລ່​ພວກພີ່​ນ້ອງຂອງ​ຂ້ອຍ​ໄປ​ຈາກ​ຂ້ອຍແລະ​ຄົນ​ທີ່​ຮູ້ຈັກ​ຂ້ອຍ​ກໍ​ໜີ​ໄປ​ຈາກ​ຂ້ອຍ.+ 14  ໝູ່​ສະໜິດ*​ຂອງ​ຂ້ອຍຖິ້ມ​ຂ້ອຍ​ໄປໝົດແລະ​ຄົນ​ທີ່​ຂ້ອຍ​ຮູ້ຈັກ​ດີ​ກໍ​ລືມ​ຂ້ອຍ​ໄປ​ໝົດ​ແລ້ວ.+ 15  ແຂກ​ໃນ​ເຮືອນ​ຂອງ​ຂ້ອຍ+​ກັບ​ທາດ​ຜູ້​ຍິງ​ຂອງ​ຂ້ອຍ​ເຮັດ​ກັບ​ຂ້ອຍຄື​ກັບ​ຄົນ​ແປກໜ້າ.ເຂົາ​ເຈົ້າ​ເຮັດ​ຄື​ກັບ​ວ່າ​ຂ້ອຍ​ເປັນ​ຄົນ​ຕ່າງ​ຊາດ. 16  ຂ້ອຍ​ຮ້ອງ​ຫາ​ຄົນ​ຮັບ​ໃຊ້​ຂອງ​ຂ້ອຍ ແຕ່​ລາວ​ບໍ່​ຕອບ.ເຖິງ​ວ່າ​ຂ້ອຍ​ຈະ​ຮ້ອງ​ຂໍ​ຄວາມ​ເຫັນ​ໃຈ ແຕ່​ລາວ​ກໍ​ບໍ່​ສົນ. 17  ເມຍ​ຂອງ​ຂ້ອຍ​ຊັງ​ແມ່ນ​ແຕ່​ລົມ​ຫາຍ​ໃຈ​ຂອງ​ຂ້ອຍ.+ອ້າຍນ້ອງ​ຂອງ​ຂ້ອຍ​ກໍ​ບໍ່​ຢາກ​ມາ​ໃກ້​ຂ້ອຍ ຍ້ອນ​ຂ້ອຍ​ໂຕ​ເໝັນ. 18  ແມ່ນ​ແຕ່​ພວກ​ເດັກ​ນ້ອຍ​ກໍ​ດູຖູກ​ຂ້ອຍຕອນ​ຂ້ອຍ​ລຸກ​ຂຶ້ນ​ເຂົາ​ເຈົ້າ​ກໍ​ເຍາະເຍີ້ຍ​ຂ້ອຍ. 19  ໝູ່​ສະໜິດ​ຂອງ​ຂ້ອຍ​ພາກັນ​ຊັງ​ຂ້ອຍ+ແລະ​ຄົນ​ທີ່​ຂ້ອຍ​ຮັກ​ກໍ​ຫັນ​ມາ​ຕໍ່ຕ້ານ​ຂ້ອຍ.+ 20  ຂ້ອຍ​ຈ່ອຍ​ຈົນ​ເຫຼືອ​ແຕ່​ໜັງ​ຫຸ້ມ​ກະດູກ.+ຂ້ອຍ​ລອດ​ຕາຍແບບ​ຫວຸດຫວິດ.* 21  ໝູ່​ເອີ້ຍ ອີ່ຕົນ​ຂ້ອຍແດ່ເພາະ​ພະເຈົ້າ​ເຮັດ​ໃຫ້​ຂ້ອຍທົນ​ທຸກແລ້ວ.*+ 22  ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຂົ່ມເຫງ​ແລະ​ໂຈມຕີ​ຂ້ອຍ​ບໍ່​ເຊົາ*+ຄື​ກັບ​ທີ່​ພະເຈົ້າ​ໄດ້​ເຮັດ​ກັບ​ຂ້ອຍ?+ 23  ຂ້ອຍ​ຫວັງ​ວ່າ​ຄຳເວົ້າ​ຂອງ​ຂ້ອຍ​ຈະ​ຖືກ​ຂຽນ​ໄວ້ແລະ​ຂ້ອຍ​ຫວັງ​ວ່າ​ສິ່ງ​ທີ່​ຂ້ອຍ​ເວົ້າ​ຈະ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ. 24  ຂ້ອຍ​ຢາກ​ໃຫ້​ພວກ​ມັນ​ຖືກ​ສະຫຼັກ​ໄວ້ດ້ວຍ​ສິ່ວແລະ​ຝັງ​ກົ່ວ​ໃສ່​ຢູ່​ຫີນ​ຕະຫຼອດໄປ. 25  ເພາະ​ຂ້ອຍ​ຮູ້​ດີ​ວ່າ​ຜູ້​ໄຖ່*​ຂອງ​ຂ້ອຍ+​ມີ​ຊີວິດ​ຢູ່.ໃນ​ທີ່​ສຸດ ເພິ່ນ​ຈະ​ມາ​ແລະຢືນ​ຢູ່​ເທິງໂລກ. 26  ຫຼັງ​ຈາກ​ທີ່​ເນື້ອ​ໜັງ​ຂອງ​ຂ້ອຍຂີ້​ຮ້າຍ​ແນວ​ນີ້ຍ້ອນ​ເປັນ​ພະຍາດຕອນ​ທີ່​ຂ້ອຍ​ຍັງມີ​ຊີວິດຢູ່ ຂ້ອຍ​ຈະ​ໄດ້​ເຫັນ​ພະເຈົ້າ. 27  ຂ້ອຍ​ຈະ​ໄດ້​ເຫັນ​ເພິ່ນ.ຂ້ອຍ​ຈະ​ໄດ້​ເຫັນ​ເພິ່ນ​ດ້ວຍ​ຕາ​ຂອງ​ຂ້ອຍ​ເອງ ແຕ່​ຄົນ​ອື່ນ​ຈະ​ບໍ່​ເຫັນ.+ ແຕ່​ຕອນ​ນີ້ ຂ້ອຍ​ຮູ້ສຶກ​ບໍ່​ໄຫວ​ແລ້ວ* 28  ເພາະ​ພວກ​ເຈົ້າ​ເວົ້າ​ນຳ​ກັນ​ວ່າ ‘ພວກ​ເຮົາ​ໄປ​ຂົ່ມເຫງ​ລາວ​ຕອນ​ໃດ?’+ ຍ້ອນ​ບັນຫາ​ທັງ​ໝົດ​ມັນ​ເກີດ​ມາ​ຈາກ​ຂ້ອຍ. 29  ພວກ​ເຈົ້າ​ຫັ້ນ​ແຫຼະ​ຕ້ອງ​ຢ້ານ​ດາບ+ເພາະ​ຖ້າພວກ​ເຈົ້າ​ເຮັດຜິດ ພວກ​ເຈົ້າ​ກໍ​ຈະ​ຖືກ​ລົງໂທດ​ດ້ວຍ​ດາບ.ພວກ​ເຈົ້າ​ຄວນ​ຮູ້​ວ່າ​ມີ​ຜູ້​ໜຶ່ງ​ທີ່​ຈະ​ມາ​ຕັດສິນ.”+

ຂໍຄວາມໄຂເງື່ອນ

ຫຼື “ຍາດ​ຕິ​ພີ່​ນ້ອງ”
ແປ​ຕາມ​ໂຕ​ວ່າ “ຂ້ອຍ​ລອດ​ມາ​ໂດຍ​ມີ​ແຕ່​ຜິວ​ຂອງ​ແຂ້ວ”
ແປ​ຕາມ​ໂຕ​ວ່າ “ເພາະ​ມື​ຂອງ​ພະເຈົ້າ​ບາຍ​ຂ້ອຍ”
ແປ​ຕາມ​ໂຕ​ວ່າ “ບໍ່​ພໍໃຈ​ກັບ​ການ​ກິນ​ຊີ້ນ​ຂອງ​ຂ້ອຍ”
ຫຼື “ຜູ້​ມີ​ສິດ​ໄຖ່”
ຫຼື “ໝາກ​ໄຂ່​ຫຼັງ​ໃນ​ໂຕ​ຂອງ​ຂ້ອຍ​ບໍ່​ເຮັດ​ວຽກ​ແລ້ວ”