ໂຢບ 23:1-17

  • ໂຢບ​ເວົ້າ (1-17)

    • ຢາກ​ສະເໜີ​ຄະດີ​ຕໍ່​ໜ້າ​ພະເຈົ້າ (1-7)

    • ລາວ​ບອກ​ວ່າ​ຊອກ​ຫາ​ພະເຈົ້າ​ບໍ່​ເຫັນ (8, 9)

    • “ຂ້ອຍ​ເຊື່ອ​ຟັງ​ເພິ່ນ​ຕະຫຼອດ” (11)

23  ໂຢບ​ຕອບ​ວ່າ:   “ຈົນ​ຮອດ​ຕອນ​ນີ້ ຂ້ອຍ​ກໍ​ຈະ​ຈົ່ມ​ອີກ.+ຂ້ອຍ​ຖອນ​ຫາຍ​ໃຈ​ຈົນ​ເມື່ອຍ​ແລ້ວ.   ຖ້າ​ຂ້ອຍ​ຮູ້​ວ່າ​ພະເຈົ້າ​ຢູ່​ໃສ+ ຂ້ອຍ​ກໍ​ຈະ​ໄປ​ຫາ​ເພິ່ນ.+   ຂ້ອຍ​ຈະ​ອະທິບາຍ​ໃຫ້​ເພິ່ນ​ຟັງເພື່ອ​ພິສູດ​ວ່າຂ້ອຍ​ບໍ່​ຜິດ.   ຂ້ອຍ​ຈະ​ໄດ້​ຮູ້​ວ່າ​ເພິ່ນ​ຈະ​ຕອບ​ຂ້ອຍ​ແນວ​ໃດແລະ​ຕັ້ງ​ໃຈ​ຟັງ​ວ່າ​ເພິ່ນ​ຈະ​ເວົ້າ​ຫຍັງ.   ເພິ່ນ​ຈະ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ຖຽງ​ກັບ​ຂ້ອຍ​ບໍ? ບໍ່ ເພິ່ນ​ຈະ​ຟັງ​ຂ້ອຍ​ແນ່ນອນ.+   ຄັນ​ຄົນ​ສັດຊື່​ໄປ​ຫາ​ເພິ່ນ ເພິ່ນ​ຈະ​ຈັດ​ການ​ຄະດີ​ໃຫ້ແລະ​ຜູ້ຕັດສິນ​ຂອງ​ຂ້ອຍ​ຈະ​ປະກາດ​ວ່າ​ຂ້ອຍ​ບໍ່​ມີ​ຄວາມ​ຜິດ.   ແຕ່​ເມື່ອ​ຂ້ອຍ​ໄປ​ທາງ​ທິດ​ຕາເວັນ​ອອກ ເພິ່ນ​ກໍ​ບໍ່​ຢູ່​ຫັ້ນ​ແລ້ວແລະ​ເມື່ອ​ກັບ​ມາ​ບ່ອນ​ເກົ່າ ຂ້ອຍ​ກໍ​ຍັງ​ບໍ່​ເຫັນ​ເພິ່ນ.   ຕອນ​ເພິ່ນ​ເຮັດ​ວຽກ​ຢູ່​ເບື້ອງ​ຊ້າຍ ຂ້ອຍ​ຫຼຽວ​ໄປ​ກໍ​ບໍ່​ເຫັນ.ບາດ​ເທື່ອ​ເພິ່ນ​ກັບ​ມາ​ຢູ່​ເບື້ອງ​ຂວາ ຂ້ອຍ​ກໍ​ຍັງ​ບໍ່​ເຫັນ​ເພິ່ນ​ອີກ. 10  ແຕ່​ເພິ່ນ​ຮູ້​ໝົດ​ວ່າ​ຂ້ອຍ​ເຮັດ​ຫຍັງ.+ ເມື່ອ​ຂ້ອຍ​ຜ່ານ​ການ​ທົດສອບ​ຂອງ​ເພິ່ນ​ແລ້ວ ຂ້ອຍ​ກໍ​ຈະ​ເປັນ​ຄື​ກັບ​ຄຳ​ແທ້.+ 11  ຂ້ອຍຮຽນແບບ​ເພິ່ນຢ່າງ​ຄັກ​ແນ່.*ຂ້ອຍ​ເຊື່ອ​ຟັງ​ເພິ່ນ​ຕະຫຼອດ.+ 12  ຂ້ອຍ​ບໍ່​ເຄີຍ​ຂັດຂືນ​ຄຳ​ສັ່ງ​ຂອງ​ເພິ່ນ​ເລີຍ. ຂ້ອຍ​ເຮັດ​ຫຼາຍ​ກວ່າ​ທີ່​ເພິ່ນ​ຮຽກ​ຮ້ອງ​ຊ້ຳ.+ 13  ຖ້າ​ເພິ່ນ​ຕັ້ງ​ໃຈ​ເຮັດ​ຫຍັງ ໃຜ​ຈະ​ຂັດ​ຂວາງ​ເພິ່ນ​ໄດ້?+ ເພິ່ນ​ຢາກ​ເຮັດ​ຫຍັງ ເພິ່ນ​ກໍ​ເຮັດ.+ 14  ເພິ່ນ​ຈະ​ເຮັດ​ກັບ​ຂ້ອຍຕາມ​ທີ່​ເພິ່ນ​ຄິດ​ໄວ້ແລ້ວ​ທຸກ​ຢ່າງແລະ​ເພິ່ນ​ມີ​ອີກ​ຫຼາຍ​ຢ່າງ​ທີ່​ຈະ​ເຮັດ​ກັບ​ຂ້ອຍ. 15  ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ຢ້ານ​ເພິ່ນ.ເມື່ອ​ຂ້ອຍ​ຄິດເຖິງ​ເລື່ອງ​ຂອງ​ເພິ່ນ ຂ້ອຍ​ແຮ່ງ​ຢ້ານ​ຫຼາຍ​ກວ່າ​ເກົ່າ. 16  ພະເຈົ້າ​ເຮັດ​ໃຫ້​ຂ້ອຍ​ລ່ອຍ​ໝົດ​ໂຕແລະ​ຜູ້​ມີ​ລິດເດດ​ສູງ​ສຸດ​ເຮັດ​ໃຫ້​ຂ້ອຍ​ຢ້ານ. 17  ເຖິງ​ວ່າ​ມັນ​ຈະ​ມືດ​ຫຼາຍຈົນ​ຂ້ອຍ​ແນມເບິ່ງ​ບໍ່​ເຫັນ​ຫຍັງແຕ່​ຂ້ອຍ​ຈະ​ບໍ່​ມິດ​ຢູ່.”

ຂໍຄວາມໄຂເງື່ອນ

ຫຼື “ຍ່າງ​ຕາມ​ຮອຍ​ຕີນ​ຂອງ​ເພິ່ນ”