ໂຢບ 24:1-25

  • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-25)

    • ‘ເປັນ​ຫຍັງ​ພະເຈົ້າ​ບໍ່​ໄດ້​ກຳນົດ​ວັນ​ທີ່​ຈະ​ຕັດສິນ​ຄົນ​ຊົ່ວ?’ (1)

    • ບອກ​ວ່າ​ພະເຈົ້າ​ປ່ອຍ​ໃຫ້​ມີ​ຄົນ​ຊົ່ວ (12)

    • ຄົນ​ທີ່​ເຮັດ​ຜິດ​ມັກ​ຄວາມ​ມືດ (13-17)

24  “ເປັນ​ຫຍັງ​ຜູ້​ມີ​ລິດເດດ​ສູງ​ສຸດ​ຈຶ່ງ​ບໍ່​ໄດ້​ກຳນົດ​ວັນ​ທີ່​ຈະ​ຕັດສິນ​ຄົນ​ຊົ່ວ?+ ເປັນ​ຫຍັງ​ຄົນ​ທີ່​ຮູ້ຈັກ​ພະອົງ​ຈຶ່ງ​ບໍ່​ໄດ້​ເຫັນວັນ​ນັ້ນ?   ຄົນ​ຊົ່ວ​ມັກ​ຍ້າຍ​ຫຼັກ​ແດນເອົາ​ດິນ​ຄົນອື່ນ+ແລະ​ລັກ​ເອົາ​ແກະ​ຂອງ​ຄົນ​ອື່ນ​ມາ​ໄວ້​ຢູ່​ທົ່ງ​ຫຍ້າ​ຂອງ​ໂຕເອງ.   ພວກເຂົາຍຶດ​ເອົາ​ລາ​ຂອງ​ລູກ​ກຳພ້າແລະ​ສັ່ງ​ໃຫ້​ແມ່​ໝ້າຍ​ເອົາ​ງົວ​ມາ​ເປັນ​ເຄື່ອງ​ຄ້ຳ​ປະກັນ.+   ຄົນ​ຊົ່ວ​ບໍ່​ຍອມ​ໃຫ້​ຄົນ​ທຸກ​ຍ່າງ​ເທິງ​ຫົນ​ທາງແລະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ຫຼີກ​ທາງ​ໃຫ້.+   ຄົນ​ທຸກ​ຕ້ອງ​ຊອກ​ຫາ​ອາຫານ​ຢູ່​ບ່ອນ​ກັນດານ​ຄື​ກັບ​ລາ​ປ່າ+ແລະ​ຊອກ​ຫາ​ອາຫານ​ຢູ່​ທະເລ​ຊາຍ​ມາ​ລ້ຽງ​ລູກ.   ເຂົາ​ເຈົ້າ​ຕ້ອງ​ໄປ​ເກັບ​ເຂົ້າ​ຢູ່​ທົ່ງ​ນາ​ຂອງ​ຄົນ​ອື່ນແລະ​ຕ້ອງ​ໄປ​ເກັບ​ໝາກ​ລະແຊັງ​ຢູ່​ສວນ​ຂອງ​ຄົນ​ຊົ່ວ.   ຄົນ​ທຸກ​ຕ້ອງ​ໄດ້​ນອນເປືອຍ​ໂຕ ຍ້ອນ​ບໍ່​ມີ​ເຄື່ອງນຸ່ງ+ແລະ​ຕ້ອງ​ໄດ້​ນອນ​ໜາວ ຍ້ອນ​ບໍ່​ມີ​ຜ້າ​ຫົ່ມ.   ເຂົາ​ເຈົ້າ​ໂຕ​ປຽກ ຍ້ອນ​ຝົນ​ຈາກ​ພູແລະ​ຕ້ອງ​ເກາະ​ຫີນ​ໄວ້ ຍ້ອນ​ບໍ່​ມີ​ບ່ອນ​ບັງ.   ຄົນ​ຊົ່ວຍາດ​ເອົາລູກ​ກຳພ້າ​ພໍ່​ໄປ​ຈາກ​ເອິກ​ແມ່+ແລະ​ບັງຄັບ​ໃຫ້​ຄົນ​ທຸກ​ເອົາ​ເຄື່ອງນຸ່ງ​ມາ​ເປັນ​ເຄື່ອງ​ຄ້ຳ​ປະກັນ.+ 10  ພວກ​ເຂົາ​ໃຫ້​ຄົນ​ທຸກ​ຍ່າງ​ໂຕ​ເປືອຍ ຍ້ອນ​ບໍ່​ມີ​ເຄື່ອງນຸ່ງ.ຄົນ​ທຸກ​ຕ້ອງ​ຫິວ​ທັງ​ໆ​ທີ່​ແບກ​ຟ່ອນ​ເຂົ້າ​ຢູ່. 11  ຄົນ​ທຸກ​ເຮັດ​ວຽກ​ຕາກ​ແດດ​ຢູ່​ເນີນ​ພູ​ທີ່​ມີ​ກຳແພງ​ຫີນ.**ເຂົາ​ເຈົ້າ​ຫິວ​ນ້ຳ​ທັງ​ໆ​ທີ່​ກຳລັງ​ຢຽບ​ໝາກ​ລະແຊັງ​ເພື່ອ​ເຮັດ​ເຫຼົ້າແວງ.+ 12  ຄົນ​ທີ່​ກຳລັງ​ຈະ​ຕາຍ ຮ້ອງ​ຄາງ​ຢູ່​ໃນ​ເມືອງຄົນ​ທີ່​ບາດ​ເຈັບ​ໜັກ ຮ້ອງ​ຂໍ​ໃຫ້​ຊ່ວຍ+ແຕ່​ພະເຈົ້າ​ກໍ​ຍັງ​ບໍ່ສົນໃຈ.* 13  ຄົນ​ຊົ່ວ​ປະຕິເສດ​ແສງ​ສະຫວ່າງ.+ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ທາງ​ຂອງ​ຄວາມ​ສະຫວ່າງແລະ​ບໍ່​ຍ່າງ​ໃນ​ທາງ​ນັ້ນ. 14  ຄົນ​ທີ່​ຂ້າ​ຄົນ​ຈະ​ຕື່ນ​ແຕ່​ເຊົ້າ​ໆ​ແລະ​ອອກ​ໄປ​ຂ້າ​ຄົນ​ທຸກ​ກັບ​ຄົນ​ທີ່​ບໍ່​ມີ​ຜູ້​ໃດຊ່ວຍ.+ເມື່ອ​ຮອດ​ຕອນ​ກາງຄືນ ເຂົາ​ເຈົ້າ​ກໍ​ເຮັດ​ໂຕ​ເປັນ​ຂີ້​ລັກ. 15  ຄົນ​ຫຼິ້ນຊູ້​ລໍ​ຖ້າ​ໃຫ້​ຕາເວັນ​ຕົກ​ດິນ.+ເຂົາ​ເຈົ້າ​ເວົ້າ​ວ່າ ‘ຊິ​ບໍ່​ມີ​ຜູ້​ໃດ​ເຫັນ​ຂ້ອຍ​ດອກ!’+ ແລະ​ກໍ​ປິດ​ໜ້າ​ໂຕເອງ​ໄວ້. 16  ຄົນ​ຂີ້​ລັກ​ມັກ​ເຂົ້າ​ເຮືອນ​ຂອງ​ຄົນ​ອື່ນ​ໃນ​ຕອນ​ກາງຄືນແຕ່​ຕອນ​ກາງເວັນ​ເຂົາ​ເຈົ້າ​ພັດ​ຢູ່​ແຕ່​ເຮືອນ​ຂອງ​ໂຕເອງ. ເຂົາ​ເຈົ້າ​ບໍ່​ມັກ​ແສງ​ສະຫວ່າງ​ເລີຍ.+ 17  ເຂົາ​ເຈົ້າ​ຢ້ານ​ຕອນ​ເຊົ້າ​ຄື​ກັບ​ທີ່​ຄົນ​ທົ່ວໄປ​ຢ້ານ​ຄວາມ​ມືດ.ເຂົາ​ເຈົ້າ​ລຶ້ງ​ເຄີຍ​ກັບ​ຄວາມ​ມືດທີ່​ຄົນ​ອື່ນ​ຢ້ານນັ້ນ. 18  ແຕ່​ເຂົາ​ເຈົ້າ​ຈະ​ຖືກ​ນ້ຳ​ພັດ​ໄປ​ຢ່າງ​ໄວ. ດິນ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ສາບແຊ່ງ+ ແລະ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ກັບ​ມາ​ສວນ​ໝາກ​ລະແຊັງ​ຂອງ​ໂຕເອງ​ອີກ. 19  ຄົນ​ຊົ່ວ​ຈະ​ຕາຍ*​ແລະຫາຍ​ສາບ​ສູນໄປ​ເລີຍຄື​ກັບ​ຫິມະ​ທີ່​ຖືກ​ຄວາມ​ຮ້ອນ​ໃນ​ລະດູ​ແລ້ງ!+ 20  ແມ່​ຂອງ​ລາວ​ຈະ​ລືມ​ລາວ ແລະ​ໂຕ​ໜອນ​ກໍ​ຈະ​ມາ​ຈຶ​ສົບ​ຂອງ​ລາວ. ຈະ​ບໍ່​ມີ​ໃຜ​ຈື່​ລາວ​ໄດ້.+ ຄົນ​ຊົ່ວ​ຈະ​ຖືກ​ຕັດ​ຖິ້ມ​ຄື​ກັບ​ຕົ້ນ​ໄມ້. 21  ລາວ​ເຮັດ​ແນວ​ບໍ່​ດີ​ໃສ່​ຜູ້​ຍິງ​ທີ່​ເປັນ​ໝັນແລະ​ຂົ່ມເຫງ​ແມ່​ໝ້າຍ. 22  ພະເຈົ້າ​ຈະ​ໃຊ້​ລິດເດດ​ຂອງ​ເພິ່ນ​ກຳຈັດ​ຄົນ​ທີ່​ມີ​ອຳນາດ.ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຈະເລີນ​ຂຶ້ນ ແຕ່​ຊີວິດ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ໝັ້ນຄົງ. 23  ພະເຈົ້າ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ໝັ້ນໃຈ​ແລະ​ຮູ້ສຶກ​ປອດໄພ+ແຕ່​ເພິ່ນ​ກໍ​ເບິ່ງ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ.+ 24  ເຂົາ​ເຈົ້າ​ຈະ​ຈະເລີນ​ໄດ້​ບໍ່​ດົນ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ສູນ​ຫາຍ​ໄປ.+ ເຂົາ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ຕົກ​ຕ່ຳ+​ແລະ​ຖືກ​ລວບລວມ​ຄື​ກັບ​ຄົນ​ອື່ນ.ເຂົາ​ເຈົ້າ​ຈະ​ກາຍ​ເປັນຄື​ກັບ​ຮວງ​ເຂົ້າທີ່​ຖືກ​ຕັດ. 25  ໃຜ​ຈະ​ພິສູດ​ໄດ້​ວ່າ​ຂ້ອຍ​ຕົວະຫຼື​ໃຜ​ຈະ​ຄັດຄ້ານ​ຄຳເວົ້າ​ຂອງ​ຂ້ອຍ?”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ກຳແພງ​ຫີນ​ກັ້ນ​ດິນ​ຢູ່​ບ່ອນ​ປູກ​ຝັງ​ແບບ​ເປັນ​ຂັ້ນໄດ
ຫຼື​ອາດ​ແປ​ວ່າ “ຄົນ​ທຸກ​ສະກັດ​ນ້ຳມັນ​ຢູ່​ລະຫວ່າງ​ກຳແພງ​ຫີນ”
ຫຼື​ອາດ​ແປ​ວ່າ “ພະເຈົ້າ​ບໍ່​ໄດ້​ເອົາ​ຜິດ​ກັບ​ໃຜ”
ຫຼື “ລົງ​ໄປ​ຂຸມ​ຝັງ​ສົບ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.