ໂຢບ 25:1-6

  • ບິນດັດ​ເວົ້າ​ເທື່ອ​ທີ 3 (1-6)

    • ‘ມະນຸດ​ຊິ​ເປັນ​ຄົນ​ບໍລິສຸດ​ຕໍ່​ພະເຈົ້າ​ໄດ້​ບໍ?’ (4)

    • ອ້າງ​ວ່າ​ຄວາມ​ສັດຊື່​ຂອງ​ມະນຸດ​ບໍ່​ມີ​ຄ່າ (5, 6)

25  ບິນດັດ+​ຄົນ​ຊູອາ​ຕອບ​ວ່າ:   “ພະເຈົ້າ​ມີ​ສິດປົກຄອງ​ແລະ​ມີ​ລິດເດດ​ທີ່​ຍິ່ງ​ໃຫຍ່.ເພິ່ນ​ເຮັດ​ໃຫ້​ສະຫວັນ*​ສະຫງົບ​ສຸກ.   ໃຜ​ຈະ​ນັບ​ຈຳນວນ​ທະຫານ​ໃນ​ກອງ​ທັບ​ຂອງ​ເພິ່ນ​ໄດ້? ມີ​ໃຜ​ບໍ​ທີ່​ບໍ່​ໄດ້​ຮັບ​ແສງ​ສະຫວ່າງ​ຈາກ​ເພິ່ນ?   ດັ່ງນັ້ນ ພະເຈົ້າ​ຈະ​ຄິດ​ວ່າ​ມະນຸດ​ຈະ​ເປັນ​ຄົນ​ດີ​ໄດ້​ແທ້​ໆ​ບໍ?+ມະນຸດ​ເຮົາ​ທີ່​ເກີດ​ຈາກ​ຜູ້​ຍິງ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ບໍ?+   ແມ່ນ​ແຕ່​ເດືອນ​ກໍ​ບໍ່​ແຈ້ງແລະ​ດາວ​ກໍ​ບໍ່​ຮຸ່ງ​ສຳລັບ​ເພິ່ນ.   ແລ້ວ​ມະນຸດ​ທີ່​ຕາຍ​ໄດ້​ຈະ​ມີ​ຄ່າ​ຫຍັງ?ພວກ​ເຮົາ​ກໍ​ເປັນ​ຄື​ກັບ​ໂຕໜອນ​ຫັ້ນ​ແຫຼະ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ບ່ອນ​ສູງ​ໆ​ຂອງ​ເພິ່ນ”