ໂຢບ 26:1-14
26 ໂຢບຕອບວ່າ:
2 “ຈັ່ງແມ່ນເຈົ້າຊ່ວຍຄົນທີ່ໝົດເຫື່ອໝົດແຮງໄດ້ດີເນາະ.
ເຈົ້າຊ່ວຍຄົນທີ່ອ່ອນເພຍໄດ້ດີອີ່ຫຼີ.+
3 ຈັ່ງແມ່ນເຈົ້າແນະນຳຄົນໂງ່ໄດ້ດີແທ້ເດ້.+
ເຈົ້າສອນແຕ່ແນວສະຫຼາດໆຂະໜາດເລີຍ.
4 ເຈົ້າກຳລັງສອນຜູ້ໃດ?ໃຜພາເຈົ້າເວົ້າຈັ່ງຊີ້?*
5 ແມ່ນແຕ່ຄົນທີ່ຕາຍແລ້ວທີ່ເຮັດຫຍັງບໍ່ໄດ້ກໍຍັງຢ້ານຈົນໂຕສັ່ນ.ເຂົາເຈົ້າຢູ່ເລິກກວ່າທະເລແລະສັດທີ່ຢູ່ໃນທະເລດ້ວຍຊ້ຳ.
6 ບໍ່ມີຫຍັງໃນຂຸມຝັງສົບ*ຖືກເຊື່ອງຈາກພະເຈົ້າໄດ້.+ເພິ່ນເຫັນສົບທຸກສົບທີ່ຢູ່ຫັ້ນ.*
7 ເພິ່ນພືແຜ່ນຟ້າອອກໃນບ່ອນຫວ່າງເປົ່າ+ແລະໃຫ້ໜ່ວຍໂລກລອຍຢູ່*ໂດຍບໍ່ໄດ້ຍຶດກັບຫຍັງ.
8 ເພິ່ນເອົາຂີ້ເຝື້ອມາຫໍ່ນ້ຳໄວ້.+ເຖິງວ່າມັນຈະໜັກ ແຕ່ຂີ້ເຝື້ອກໍບໍ່ແຕກ.
9 ເພິ່ນພືຂີ້ເຝື້ອອອກເພື່ອບັງບໍ່ໃຫ້ໃຜເຫັນບັນລັງຂອງເພິ່ນ.+
10 ເພິ່ນເຮັດແນວຂັ້ນລະຫວ່າງຟ້າກັບທະເລ.+ເພິ່ນຂີດເສັ້ນແບ່ງລະຫວ່າງຄວາມມືດກັບຄວາມສະຫວ່າງ.
11 ຕອນທີ່ເພິ່ນໃຈຮ້າຍເສົາຂອງຟ້າກໍສັ່ນສະເທືອນ.
12 ເພິ່ນເຮັດໃຫ້ທະເລປັ່ນປ່ວນດ້ວຍລິດເດດຂອງເພິ່ນ.+ຍ້ອນເພິ່ນສະຫຼາດຫຼາຍ ເພິ່ນຈຶ່ງຈີກສັດໂຕໃຫຍ່ໃນທະເລ*ຂາດເປັນຕ່ອນໆໄດ້.+
13 ເມື່ອເພິ່ນເປົ່າລົມຫາຍໃຈອອກມາ ຟ້າກໍສົດໃສ.ຂະໜາດງູທີ່ກຳລັງເລືອໜີ* ເພິ່ນກໍຍັງແທງມັນໄດ້.
14 ສິ່ງທີ່ເວົ້າມາທັງໝົດນີ້ເປັນພຽງສ່ວນນ້ອຍໆຂອງສິ່ງທີ່ເພິ່ນສ້າງ.+ເຮົາໄດ້ຍິນແຕ່ສຽງທີ່ເພິ່ນຊິ່ມຄ່ອຍໆເທົ່ານັ້ນ
ແລ້ວໃຜຈະເຂົ້າໃຈສຽງທີ່ເປັນຄືກັບຟ້າຮ້ອງຂອງເພິ່ນ.”+
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ລົມຫາຍໃຈຂອງໃຜອອກມາຈາກເຈົ້າ?”
^ ເບິ່ງສ່ວນອະທິບາຍຄຳສັບ
^ ຫຼື “ອາບາດອນ.” ບໍ່ແມ່ນສະຖານທີ່ແທ້ໆ ແຕ່ໝາຍເຖິງສະພາບຂອງຄົນຕາຍທີ່ຮ່າງກາຍເນົ່າເປື່ອຍກາຍເປັນດິນແລະສູນສະຫຼາຍໄປ.
^ ແປຕາມໂຕວ່າ “ຫ້ອຍຢູ່”
^ ແປຕາມໂຕວ່າ “ຣາຫັບ”
^ ຫຼື “ທີ່ຈັບຍາກ”