ໂຢບ 28:1-28

  • ໂຢບ​ປຽບ​ທຽບ​ຊັບ​ສົມບັດ​ໃນ​ໂລກ​ກັບ​ສະຕິປັນຍາ (1-28)

    • ມະນຸດ​ອອກ​ແຮງ​ເຮັດ​ເໝືອງ (1-11)

    • ສະຕິປັນຍາ​ມີ​ຄ່າ​ກວ່າ​ໄຂ່​ມຸກ (18)

    • ການ​ນັບ​ຖື​ພະ​ເຢໂຫວາ​ແທ້​ໆ​ນັ້ນ​ແຫຼະ​ແມ່ນ​ສະຕິປັນຍາ​ແທ້ (28)

28  “ມີ​ບ່ອນ​ທີ່​ຈະ​ຂຸດ​ເອົາ​ເງິນແລະ​ມີ​ບ່ອນ​ທີ່​ຈະ​ຫຼອມ​ເອົາ​ຄຳ.+   ເຂົາ​ເຈົ້າ​ຂຸດ​ເອົາ​ເຫຼັກ​ຈາກ​ພື້ນ​ດິນແລະ​ຫຼອມ​ເອົາ​ທອງແດງ​ຈາກ​ກ້ອນ​ຫີນ.+   ມະນຸດ​ເຮົາ​ຮູ້​ວິທີ​ເຮັດ​ໃຫ້​ແສງ​ສະຫວ່າງສ່ອງ​ລົງ​ໄປ​ໃນ​ບ່ອນ​ທີ່​ມືດ​ໆ​ເພື່ອ​ເຂົາ​ເຈົ້າ​ຈະເອົາ​ແຮ່​ທາດທີ່​ມີ​ຄ່າ​ໄດ້.   ຢູ່​ບ່ອນ​ທີ່​ບໍ່​ມີ​ຜູ້​ໃດ​ທຽວ ບ່ອນ​ທີ່​ບໍ່​ມີ​ຜູ້​ໃດ​ເວົ້າ​ເຖິງແລະ​ບ່ອນ​ທີ່​ຢູ່​ຫ່າງ​ໄກ​ຈາກ​ຜູ້​ຄົນ ເຂົາ​ເຈົ້າ​ຂຸດ​ຮູ​ລົງ​ໄປແລະ​ບາງຄົນ​ກໍ​ໄຕ່​ເຊືອກ​ລົງ​ໄປ.   ຢູ່​ເທິງ​ໜ້າ​ດິນ​ມີ​ຜົນລະປູກ​ງອກ​ງາມແຕ່​ຢູ່​ໃນ​ພື້ນ​ດິນ​ພັດ​ຮ້ອນ​ປານ​ໄຟ.*   ຫີນ​ຢູ່​ຫັ້ນ​ມີ​ແກ້ວ​ໄພ​ລິນແລະ​ໃນ​ດິນ​ກໍ​ມີ​ຄຳ.   ນົກ​ທີ່​ກິນ​ຊີ້ນ​ບໍ່​ຮູ້​ທາງ​ໄປ​ຫັ້ນແລະ​ແຫຼວ​ດຳ​ກໍ​ບໍ່​ເຄີຍ​ເຫັນ​ບ່ອນ​ນັ້ນ.   ແມ່ນ​ແຕ່​ສັດ​ປ່າ​ທີ່​ເປັນ​ຕາ​ຢ້ານ​ກໍ​ບໍ່​ເຄີຍ​ໄປ​ຫັ້ນແລະ​ໂຕ​ສິງ​ກໍ​ບໍ່​ເຄີຍ​ໄປ​ບ່ອນ​ນັ້ນ​ຄື​ກັນ.   ມະນຸດ​ເຈາະ​ຫີນ​ແຂງ​ໆ​*​ດ້ວຍ​ມື​ຂອງ​ເຂົາ​ເຈົ້າ.ແມ່ນ​ແຕ່​ຖານ​ຂອງ​ພູ ເຂົາ​ເຈົ້າ​ກໍ​ທຳລາຍ​ໄດ້. 10  ເຂົາ​ເຈົ້າ​ເຈາະ​ຫີນ​ເປັນ​ຮ່ອງ​ໃຫ້​ເປັນ​ທາງ​ຂອງ​ນ້ຳ.+ສິ່ງ​ທີ່​ມີ​ຄ່າ​ຢູ່​ໃສ ເຂົາ​ເຈົ້າ​ກໍ​ເຫັນ​ໝົດ. 11  ເຂົາ​ເຈົ້າ​ຕັນ​ທາງ​ຂອງ​ຕົ້ນ​ນ້ຳ​ໄວ້ແລະ​ເອົາ​ສິ່ງ​ມີ​ຄ່າ​ທີ່ເຊື່ອງ​ຢູ່ຂຶ້ນ​ມາ. 12  ແຕ່​ສຳລັບ​ສະຕິປັນຍາ ຈະ​ຫາ​ມັນໄດ້​ຈາກ​ໃສ+ແລະ​ຄວາມ​ເຂົ້າໃຈ ຈະ​ຫາ​ມັນ​ໄດ້​ຈາກ​ບ່ອນ​ໃດ?+ 13  ເພາະ​ຄົນ​ເຮົາ​ບໍ່​ເຫັນ​ຄ່າ​ຂອງ​ສະຕິປັນຍາ+ແລະ​ບໍ່​ມີ​ຜູ້​ໃດ​ຫາ​ມັນ​ໄດ້ຈາກ​ບ່ອນ​ໃດໃນ​ໂລກ​ນີ້. 14  ແມ່​ນ້ຳ​ຕ່າງ​ໆ​ທີ່​ເລິກ​ໆ​ເວົ້າ​ວ່າ ‘ສະຕິປັນຍາ​ບໍ່​ໄດ້​ຢູ່​ນີ້​ເດີ້!’ ແລະ​ທະເລ​ກໍ​ເວົ້າ​ວ່າ ‘ສະຕິປັນຍາ​ກໍ​ບໍ່​ໄດ້​ຢູ່​ນີ້​ຄື​ກັນ​ເດີ້!’+ 15  ຈະ​ເອົາ​ຄຳ​ແທ້​ໄປ​ຊື້​ສະຕິປັນຍາ​ກໍ​ບໍ່​ໄດ້ແລະ​ເອົາ​ເງິນ​ບັກ​ຫຼາຍ​ໆ​ໄປ​ແລກ​ກໍ​ບໍ່​ໄດ້.+ 16  ຈະ​ເອົາ​ຄຳ​ຈາກ​ໂອຟີ*+​ໄປ​ຊື້​ກໍ​ບໍ່​ໄດ້ຫຼື​ຈະ​ເອົາ​ແກ້ວ​ໄພ​ລິນ​ແລະ​ຫີນ​ໂອ​ນິກ​ທີ່​ຫາ​ຍາກ​ໄປ​ຊື້​ກໍ​ບໍ່​ໄດ້​ຄື​ກັນ. 17  ຄຳ​ແລະ​ແກ້ວ​ກໍ​ທຽບ​ບໍ່​ໄດ້ເຄື່ອງໃຊ້​ທີ່​ເຮັດ​ຈາກ​ຄຳ​ຢ່າງ​ດີ​ກໍ​ຍັງ​ເອົາ​ໄປ​ແລກ​ມັນ​ບໍ່​ໄດ້.+ 18  ປະ​ກາ​ລັງ​ແລະ​ຫີນ​ແກ້ວ​ແຮ່ງ​ທຽບ​ບໍ່​ໄດ້​ເລີຍ+ເພາະ​ສະຕິປັນຍາ​ມີ​ຄ່າ​ກວ່າ​ໄຂ່​ມຸກ​ເຕັມ​ຖົງ​ຊ້ຳ. 19  ແກ້ວ​ໂທພັດສ໌+​ຈາກ​ກູເຊ*​ກໍ​ທຽບ​ບໍ່​ໄດ້ແລະ​ຈະ​ເອົາ​ຄຳ​ແທ້​ໄປ​ຊື້​ສະຕິປັນຍາ​ມາ​ກໍ​ບໍ່​ໄດ້​ຄື​ກັນ. 20  ຄັນຊັ້ນ ສະຕິປັນຍາ​ມາ​ຈາກ​ໃສແລະ​ຄວາມ​ເຂົ້າໃຈ​ມາ​ຈາກ​ບ່ອນ​ໃດ?+ 21  ບໍ່​ມີ​ສິ່ງ​ທີ່​ມີ​ຊີວິດ​ໃດ​ເຫັນ​ສະຕິປັນຍາ​ໄດ້+ແລະ​ນົກ​ຢູ່​ເທິງ​ຟ້າ​ກໍ​ແນມ​ບໍ່​ເຫັນ​ມັນ. 22  ຂຸມ​ຝັງ​ສົບ​ແລະຄວາມ​ຕາຍກໍ​ເວົ້າ​ວ່າ‘ພວກ​ເຮົາ​ໄດ້​ຍິນ​ແຕ່ຂ່າວ​ລືເລື່ອງ​ຂອງ​ສະຕິປັນຍາ​ເທົ່າ​ນັ້ນ.’ 23  ແຕ່​ພະເຈົ້າ​ເຂົ້າໃຈ​ວ່າ​ຈະ​ຫາ​ສະຕິປັນຍາ​ໄດ້​ແນວ​ໃດແລະ​ມີ​ແຕ່​ເພິ່ນ​ຜູ້​ດຽວ​ທີ່​ຮູ້​ວ່າ​ມັນ​ຢູ່​ໃສ.+ 24  ເພິ່ນ​ເບິ່ງ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ທົ່ວ​ໂລກແລະ​ເພິ່ນ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃຕ້​ຟ້າ.+ 25  ຕອນ​ທີ່​ເພິ່ນ​ກຳນົດ​ຄວາມ​ແຮງ​ໃຫ້​ລົມ+ແລະ​ຕອນ​ທີ່​ເພິ່ນ​ຜອງ​ນ້ຳ​ທັງ​ໝົດ+ 26  ຕອນ​ທີ່​ເພິ່ນ​ກຳນົດ​ລະດູ​ໃຫ້​ຝົນ+ແລະ​ຕອນ​ທີ່​ເພິ່ນ​ກຳນົດ​ທິດ​ທາງ​ໃຫ້​ພາຍຸ+ 27  ຕອນ​ນັ້ນ​ແຫຼະ​ທີ່​ເພິ່ນ​ເຫັນ​ສະຕິປັນຍາ ແລະ​ອະທິບາຍ​ກ່ຽວກັບ​ເລື່ອງ​ຂອງ​ມັນ.ເພິ່ນ​ເຮັດ​ໃຫ້​ສະຕິປັນຍາ​ເກີດ​ຂຶ້ນ​ແລະ​ທົດສອບ​ເບິ່ງ​ມັນ. 28  ແລ້ວ​ເພິ່ນ​ບອກ​ມະນຸດ​ວ່າ ‘ການ​ນັບ​ຖື*​ພະ​ເຢໂຫວາ​ແທ້​ໆ​ນັ້ນ​ແຫຼະ​ແມ່ນ​ສະຕິປັນຍາ+ແລະ​ການ​ບໍ່​ເຮັດ​ສິ່ງ​ຊົ່ວ​ແມ່ນ​ຄວາມ​ເຂົ້າໃຈ.’”+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ການ​ເຮັດ​ເໝືອງ​ຢູ່​ໃຕ້​ດິນ
ຫີນ​ຊະນິດ​ນີ້​ແຂງ​ກວ່າ​ເຫຼັກ. ຖ້າ​ເອົາ 2 ກ້ອນ​ມາ​ຂີດ​ໃສ່​ກັນ​ມັນ​ຈະ​ເກີດ​ເປັນ​ປະ​ກາຍ​ໄຟ​ແລະ​ໃຊ້​ດັງ​ໄຟ​ໄດ້.
ບ່ອນ​ທີ່​ມີ​ຄຳ​ຄຸນນະພາບ​ດີ
ຫຼື “ເອທິໂອເປຍ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”