ໂຢບ 29:1-25

  • ໂຢບ​ຄິດ​ຮອດ​ຕອນ​ແຕ່​ກີ້​ທີ່​ມີ​ຄວາມ​ສຸກ​ກ່ອນ​ທີ່​ຈະ​ເຈິ​ຄວາມທຸກ (1-25)

    • ເຄີຍ​ໄດ້​ຮັບ​ຄວາມ​ນັບ​ຖື​ຢູ່​ປະຕູ​ເມືອງ (7-10)

    • ລາວ​ໃຫ້​ຄວາມຍຸຕິທຳ​ກັບ​ຄົນ​ອື່ນ​ຕະຫຼອດ (11-17)

    • ທຸກ​ຄົນ​ຟັງ​ຄຳ​ແນະນຳ​ຂອງ​ລາວ (21-23)

29  ໂຢບ​ເວົ້າ​ຕໍ່​ໄປ​ວ່າ:   “ຂ້ອຍ​ຄິດ​ຮອດ​ຕອນ​ແຕ່​ກີ້ຕອນ​ທີ່​ພະເຈົ້າ​ຍັງ​ເບິ່ງ​ແຍງ​ຂ້ອຍ​ຢູ່   ຕອນ​ທີ່​ເພິ່ນ​ເຍືອງ​ແສງ​ຕະກຽງ​ເທິງ​ຂ້ອຍແລະ​ຊ່ວຍ​ຂ້ອຍ​ໃຫ້​ຍ່າງ​ໃນ​ບ່ອນ​ມືດ+   ຕອນ​ທີ່​ຂ້ອຍ​ຍັງ​ໜຸ່ມ​ແລະ​ແຂງແຮງ​ກວ່າ​ນີ້ຕອນ​ທີ່​ພະເຈົ້າ​ໃກ້ຊິດ​ກັບ​ຂ້ອຍ​ແລະ​ຍັງ​ຢູ່​ໃນ​ເຕັ້ນ​ຂອງ​ຂ້ອຍ+   ຕອນ​ທີ່​ຜູ້​ມີ​ລິດເດດ​ສູງ​ສຸດ​ຢູ່​ນຳ​ຂ້ອຍຕອນ​ທີ່​ພວກ​ລູກ*​ຍັງ​ຢູ່​ນຳ​ຂ້ອຍ   ຕອນ​ທີ່ທາງ​ຍ່າງຂອງ​ຂ້ອຍ​ຍັງ​ມີ​ນົມ​ດີ​ໆ​ຫຼາຍ​ໆ​ແລະ​ຕອນ​ທີ່​ຍັງ​ມີນ້ຳມັນ​ໝາກກອກໄຫຼ​ອອກ​ມາ​ຈາກ​ຫີນ​ໃຫ້​ຂ້ອຍ+   ຕອນ​ນັ້ນ ຂ້ອຍ​ເຄີຍ​ໄປ​ທີ່​ປະຕູ​ເມືອງ+ແລະ​ເຄີຍ​ນັ່ງ​ຢູ່​ເດີ່ນ​ຂອງ​ເມືອງ.+   ເມື່ອ​ພວກ​ຄົນ​ໜຸ່ມ​ເຫັນ​ຂ້ອຍ ເຂົາ​ເຈົ້າ​ກໍ​ຫຼີກ​ທາງ​ໃຫ້ແລະ​ແມ່ນ​ແຕ່​ພວກ​ຜູ້​ເຖົ້າ​ກໍ​ຢືນ​ຂຶ້ນ​ເພື່ອ​ສະແດງ​ຄວາມ​ນັບຖື​ຂ້ອຍ.+   ພວກ​ເຈົ້າ​ນາຍ​ກໍ​ບໍ່​ກ້າ​ເວົ້າ​ຫຍັງ.ເຂົາ​ເຈົ້າ​ເອົາ​ມື​ອັດ​ປາກ​ໄວ້. 10  ພວກ​ຄົນ​ທີ່​ມີ​ຕຳແໜ່ງ​ກໍ​ມິດ​ຢູ່ແລະ​ບໍ່​ມີ​ຈັກ​ຄຳ​ອອກ​ມາ​ຈາກ​ປາກ​ຂອງ​ເຂົາ​ເຈົ້າ. 11  ຄົນ​ທີ່​ໄດ້​ຍິນ​ຂ້ອຍ​ເວົ້າ​ກໍ​ຊົມເຊີຍ​ຂ້ອຍແລະ​ຄົນ​ທີ່​ເຫັນ​ຂ້ອຍ​ກໍ​ເວົ້າປົກ​ປ້ອງຂ້ອຍ. 12  ເພາະ​ຂ້ອຍ​ໄດ້​ຊ່ວຍ​ຄົນ​ທຸກ​ທີ່​ມາ​ຂໍ​ໃຫ້​ຂ້ອຍ​ຊ່ວຍ.+ຂ້ອຍ​ໄດ້​ຊ່ວຍ​ລູກ​ກຳພ້າ​ພໍ່​ແລະ​ຄົນ​ອື່ນ​ໆ​ທີ່​ບໍ່​ມີ​ຜູ້​ໃດ​ຊ່ວຍ.+ 13  ຄົນ​ທີ່​ຕົກ​ທຸກ​ໄດ້​ຍາກ​ອວຍພອນ​ໃຫ້​ຂ້ອຍ+ແລະ​ຂ້ອຍ​ໄດ້​ເຮັດ​ໃຫ້​ພວກ​ແມ່​ໝ້າຍ​ດີ​ໃຈ.+ 14  ຂ້ອຍ​ເອົາ​ຄວາມ​ຖືກຕ້ອງ​ມາ​ນຸ່ງ​ຄື​ກັບ​ເຄື່ອງນຸ່ງ.ຂ້ອຍ​ເອົາ​ຄວາມຍຸຕິທຳ​ມາ​ໃສ່​ຄື​ກັບ​ເສື້ອ​ຄຸມ*​ແລະ​ຜ້າ​ຄຽນ​ຫົວ. 15  ຂ້ອຍ​ເປັນ​ຄື​ກັບ​ຕາ​ໃຫ້​ຄົນ​ຕາ​ບອດແລະ​ເປັນ​ຄື​ກັບ​ຕີນ​ໃຫ້​ຄົນ​ຂາ​ລ່ອຍ. 16  ຂ້ອຍ​ເປັນ​ພໍ່​ໃຫ້​ຄົນ​ທຸກ.+ຂ້ອຍ​ຊ່ວຍ​ຄົນ​ທີ່​ຂ້ອຍ​ບໍ່​ຮູ້ຈັກ​ໃຫ້​ໄດ້​ຮັບ​ຄວາມຍຸຕິທຳ​ຢູ່​ໃນ​ສານ.+ 17  ຂ້ອຍ​ໄດ້​ຫັກ​ຄາງ​ກະ​ໄຕ​ຂອງ​ຄົນ​ຊົ່ວ+ແລະ​ດຶງ​ເຫຍື່ອ​ອອກ​ຈາກ​ປາກ​ຂອງ​ເຂົາເຈົ້າ. 18  ຂ້ອຍ​ເຄີຍ​ເວົ້າ​ວ່າ ‘ຂ້ອຍ​ຈະ​ຕາຍ​ຢູ່​ໃນ​ເຮືອນ​ຂອງ​ຂ້ອຍ+ແລະ​ວັນ​ເວລາ​ຂອງ​ຂ້ອຍ​ຈະ​ມີ​ຫຼາຍ​ຄື​ກັບ​ເມັດ​ດິນ​ຊາຍ. 19  ຂ້ອຍ​ເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ຮາກ​ຂອງ​ມັນ​ແຜ່​ໄປ​ຫາ​ນ້ຳແລະ​ມີ​ນ້ຳຄ້າງ​ຢູ່​ກິ່ງ​ຢູ່​ງ່າ​ຂອງ​ຂ້ອຍ​ໃນ​ຕອນ​ກາງຄືນ. 20  ຈະ​ມີ​ຄົນ​ນັບ​ຖື​ຂ້ອຍ​ຕະຫຼອດແລະເຫື່ອ​ແຮງຂອງ​ຂ້ອຍ​ຈະ​ບໍ່​ມີ​ມື້​ໝົດ.’* 21  ຜູ້​ໃດ​ກໍ​ຕັ້ງ​ໃຈ​ຟັງ​ຂ້ອຍ​ເວົ້າແລະ​ພາກັນ​ມິດ​ຢູ່​ລໍ​ຖ້າ​ຟັງ​ຄຳ​ແນະນຳ​ຂອງ​ຂ້ອຍ.+ 22  ເມື່ອ​ຂ້ອຍ​ເວົ້າ​ສຸດ​ແລ້ວ ກໍ​ບໍ່​ມີ​ຜູ້​ໃດ​ເວົ້າ​ຫຍັງ​ຕື່ມ.ຄຳເວົ້າ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຝົນ​ທີ່​ຄ່ອຍ​ໆ​ໂຮຍ​ລົງ​ມາ. 23  ເຂົາ​ເຈົ້າ​ລໍ​ຖ້າ​ຂ້ອຍ​ຄື​ກັບ​ລໍ​ຖ້າ​ຝົນ.ເຂົາ​ເຈົ້າລໍ​ຖ້າ​ຄຳ​ແນະນຳ​ຂອງ​ຂ້ອຍ​ຄື​ກັບ​ລໍ​ຖ້າ​ນ້ຳ​ຝົນ.+ 24  ເມື່ອ​ຂ້ອຍ​ຍິ້ມ​ໃຫ້​ເຂົາ​ເຈົ້າ ເຂົາ​ເຈົ້າ​ກໍ​ດີ​ໃຈ​ຫຼາຍ.ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ​ແຈ່ມ​ໃສ​ຂອງ​ຂ້ອຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະບາຍ​ໃຈ.* 25  ຂ້ອຍ​ໃຫ້​ຄຳ​ແນະນຳ​ເຂົາ​ເຈົ້າ​ຄື​ກັບ​ເປັນ​ຫົວ​ໜ້າ.ຂ້ອຍ​ເປັນ​ຄື​ກັບ​ກະສັດ​ທີ່​ຢູ່​ນຳ​ກອງ​ທັບ+ແລະຂ້ອຍ​ເປັນຜູ້​ປອບ​ໂຍນ​ຄົນ​ທີ່​ມີ​ຄວາມທຸກ.”+

ຂໍຄວາມໄຂເງື່ອນ

ຫຼື “ຄົນ​ຮັບໃຊ້”
ຫຼື “ເສື້ອ​ແຂນ​ກິ້ນ”
ຫຼື “ແລະ​ຂ້ອຍ​ຍິງ​ທະນູ​ອອກ​ໄປ​ເລື້ອຍ​ໆ​”
ຫຼື​ອາດ​ແປ​ວ່າ “ເຂົາເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ຂ້ອຍ​ຍິ້ມ​ໜ້ອຍ​ລົງ”