ໂຢບ 3:1-26
3 ຫຼັງຈາກນັ້ນ ໂຢບກໍເລີ່ມເວົ້າແລະສາບແຊ່ງມື້ທີ່ໂຕເອງເກີດ.*+
2 ລາວເວົ້າວ່າ:
3 “ຂໍໃຫ້ມື້ທີ່ຂ້ອຍເກີດຈິບຫາຍໄປ.+ຂໍໃຫ້ຄືນທີ່ມີຄົນບອກວ່າ ‘ເດັກນ້ອຍເກີດແລ້ວ’ ຈິບຫາຍໄປຄືກັນ.
4 ຂໍໃຫ້ມື້ນັ້ນມີແຕ່ຄວາມມືດ.
ຂໍໃຫ້ພະເຈົ້າທີ່ຢູ່ເທິງຟ້າບໍ່ສົນໃຈມື້ນັ້ນ.ຂໍໃຫ້ມື້ນັ້ນບໍ່ມີແສງສະຫວ່າງເລີຍ.
5 ຂໍໃຫ້ກາງເວັນຂອງມື້ນັ້ນມີແຕ່ຄວາມມືດ*ປົກຄຸມ.
ຂໍໃຫ້ຟ້າມືດຄຶ້ມໝົດມື້.
ຂໍໃຫ້ຄວາມມືດທີ່ເປັນຕາຢ້ານບັງແສງຂອງມື້ນັ້ນໄວ້.
6 ຂໍໃຫ້ຄືນນັ້ນເປັນຄືນທີ່ມືດທຶບ.+ຂໍໃຫ້ຄືນນັ້ນເປັນຄືນທີ່ບໍ່ມີຄວາມສຸກເລີຍ.ຂໍໃຫ້ຄືນນັ້ນບໍ່ຖືກນັບເຂົ້າໃນເດືອນໃດເລີຍ.
7 ຂໍຢ່າໃຫ້ຜູ້ໃດເກີດມາໃນຄືນນັ້ນ.ຂໍຢ່າໃຫ້ມີສຽງໂຫ່ຮ້ອງດີໃຈໃນຄືນນັ້ນ.
8 ຂໍໃຫ້ພວກທີ່ປຸກໂຕເລວີອາທານ*ໄດ້+ພາກັນສາບແຊ່ງມື້ນັ້ນ.
9 ໃນຄືນນັ້ນ ຂໍໃຫ້ດາວຕ່າງໆຕອນໃກ້ຊິແຈ້ງບໍ່ສ່ອງແສງ.ຂໍຢ່າໃຫ້ຄືນນັ້ນໄດ້ເຈິແສງສະຫວ່າງແລະຂໍຢ່າໃຫ້ຄືນນັ້ນໄດ້ເຫັນແສງຕາເວັນໃນຕອນເຊົ້າ.
10 ແມ່ເກີດຂ້ອຍໃນຄືນນັ້ນ+ແລະຂ້ອຍກໍຕ້ອງມາເຈິກັບບັນຫາ.
11 ເປັນຫຍັງຂ້ອຍຄືບໍ່ຕາຍຕັ້ງແຕ່ເກີດ?
ເປັນຫຍັງຂ້ອຍຄືບໍ່ຕາຍຕັ້ງແຕ່ຕອນທີ່ອອກມາຈາກທ້ອງແມ່?+
12 ເປັນຫຍັງຈຶ່ງມີຕັກໃຫ້ຂ້ອຍໝູນແລະມີນົມໃຫ້ຂ້ອຍດູດ?
13 ຄັນຂ້ອຍຕາຍຕັ້ງແຕ່ຕອນນັ້ນຂ້ອຍຄືຊິໄດ້ມີຄວາມສະຫງົບສຸກ+ ແລະໄດ້ນອນພັກຜ່ອນຢູ່+
14 ກັບພວກກະສັດຕ່າງໆຂອງໂລກນີ້ແລະພວກທີ່ປຶກສາຂອງເຂົາເຈົ້າທີ່ໄດ້ສ້າງບ່ອນຝັງສົບຂອງໂຕເອງເຊິ່ງໄດ້ເປ່ເພໄປແລ້ວ*
15 ກັບພວກເຈົ້າຊາຍທີ່ມີຄຳຫຼາຍໆແລະມີເງິນເຕັມເຮືອນ.
16 ເປັນຫຍັງຂ້ອຍຄືບໍ່ຕາຍໄປຕັ້ງແຕ່ຍັງເປັນກ້ອນເລືອດ?ເປັນຫຍັງຂ້ອຍຄືບໍ່ຕາຍຕັ້ງແຕ່ຢູ່ໃນທ້ອງແມ່?
17 ໃນບ່ອນຝັງສົບ ພວກຄົນຊົ່ວກໍບໍ່ຄຽດແຄ້ນແລ້ວ.ຄົນທີ່ບໍ່ມີເຫື່ອບໍ່ມີແຮງກໍໄດ້ພັກຜ່ອນ.+
18 ຢູ່ບ່ອນນັ້ນ ພວກນັກໂທດກໍຢູ່ນຳກັນໄດ້ແບບສະບາຍໆ.ເຂົາເຈົ້າບໍ່ໄດ້ຍິນສຽງຂອງຜູ້ທີ່ບັງຄັບໃຫ້ເຮັດວຽກ.
19 ຢູ່ບ່ອນນັ້ນ ທັງຄົນລວຍແລະຄົນທຸກບໍ່ມີຫຍັງຕ່າງກັນ+ແລະທາດກໍເປັນອິດສະຫຼະຈາກນາຍຂອງໂຕເອງ.
20 ເປັນຫຍັງພະເຈົ້າໃຫ້ຄົນທີ່ທຸກກາຍທຸກໃຈເຫັນແສງສະຫວ່າງແລະໃຫ້ຄົນທີ່ລຳບາກມີຊີວິດຢູ່?+
21 ເປັນຫຍັງຄົນທີ່ຢາກຕາຍຈຶ່ງບໍ່ໄດ້ຕາຍ?+
ເຂົາເຈົ້າຢາກຕາຍຫຼາຍກວ່າຢາກໄດ້ຊັບສົມບັດທີ່ເຊື່ອງໄວ້ຊ້ຳ
22 ແລະເມື່ອເຂົາເຈົ້າຕາຍກໍສົມໃຈເຂົາເຈົ້າແທ້.
23 ເປັນຫຍັງເພິ່ນເຮັດໃຫ້ຄົນທີ່ຫຼົງທາງແລະບໍ່ມີທາງອອກເຫັນແສງສະຫວ່າງ?+
24 ຂ້ອຍບໍ່ຢາກເຂົ້າບໍ່ຢາກນ້ຳ ມີແຕ່ຖອນຫາຍໃຈຢ່າງດຽວ+ແລະຂ້ອຍຮ້ອງຄາງສຽງດັງ+ບໍ່ຢຸດບໍ່ເຊົາປານນ້ຳທັ່ງອອກມາ.
25 ສິ່ງທີ່ຂ້ອຍຢ້ານກໍເກີດຂຶ້ນກັບຂ້ອຍແລ້ວແລະໄດ້ຕົກມາທັບຂ້ອຍແລ້ວ.
26 ຂ້ອຍບໍ່ມີຄວາມສະຫງົບສຸກ ບໍ່ສະບາຍໃຈ ແລະບໍ່ໄດ້ຫຼັບບໍ່ໄດ້ນອນ.ຊີວິດຂ້ອຍມີແຕ່ບັນຫາເຂົ້າມາເລື້ອຍໆ.”
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ສາບແຊ່ງມື້ຂອງລາວ”
^ ຫຼື “ຄວາມມືດແລະເງົາຂອງຄວາມຕາຍ”
^ ເຂົ້າໃຈວ່າອາດໝາຍເຖິງໂຕແຂ້ຫຼືສັດທີ່ແຂງແຮງຊະນິດອື່ນໆ
^ ຫຼືອາດແປວ່າ “ຜູ້ທີ່ສ້າງບ່ອນຮ້າງໃຫ້ໂຕເອງ”