ໂຢບ 32:1-22

  • ເອລີຮູ​ຜູ້​ທີ່​ຍັງ​ໜຸ່ມ​ເຂົ້າ​ມາ​ລົມ​ນຳ (1-22)

    • ໃຈ​ຮ້າຍ​ໃຫ້​ໂຢບ​ກັບ​ໝູ່​ຂອງ​ລາວ (2, 3)

    • ລໍ​ຖ້າ​ດ້ວຍ​ຄວາມ​ນັບ​ຖື​ກ່ອນ​ທີ່​ຈະ​ເວົ້າ (6, 7)

    • ບໍ່​ແມ່ນ​ວ່າ​ມີ​ອາຍຸ​ຫຼາຍ​ແລ້ວ​ຈະ​ສະຫຼາດ​ໂລດ (9)

    • ເອລີຮູ​ຢາກ​ເວົ້າ​ແທ້​ໆ​ (18-20)

32  ແລ້ວ​ໝູ່​ທັງ​ສາມ​ຄົນ​ຂອງ​ໂຢບ​ກໍ​ບໍ່​ໄດ້​ພະຍາຍາມ​ຫາ​ເຫດຜົນ​ຫຍັງ​ກັບ​ໂຢບ​ອີກ. ຍ້ອນ​ໂຢບ​ໝັ້ນໃຈ​ວ່າ​ໂຕເອງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.*+  ແຕ່​ເອລີຮູ​ລູກ​ຊາຍ​ຂອງ​ບາຣາເກນ​ຄົນ​ບູເຊ+​ຈາກ​ຈຸ້ມເຈື້ອ​ຂອງ​ຣາມ​ໄດ້​ໃຈ​ຮ້າຍແຮງ. ລາວ​ໃຈ​ຮ້າຍ​ໃຫ້​ໂຢບ ຍ້ອນ​ໂຢບ​ພະຍາຍາມ​ພິສູດ​ວ່າ​ໂຕ​ເອງ​ເປັນ​ຝ່າຍ​ຖືກ ບໍ່​ແມ່ນ​ພະເຈົ້າ.+  ລາວ​ຍັງ​ໃຈ​ຮ້າຍແຮງ​ໃຫ້​ໝູ່ 3 ຄົນ​ຂອງ​ໂຢບ​ນຳ ຍ້ອນ​ເຂົາ​ເຈົ້າ​ຫາ​ຄຳຕອບ​ທີ່​ເໝາະສົມ​ບໍ່​ໄດ້ ແຕ່​ພັດ​ບອກ​ວ່າ​ພະເຈົ້າເຮັດ​ຜິດ.+  ເອລີຮູ​ລໍ​ຖ້າ​ໃຫ້​ໂຢບ​ເວົ້າ​ຈົນ​ຈົບ ຍ້ອນ​ລາວ​ອາຍຸ​ນ້ອຍ​ກວ່າ​ໝູ່.+  ເມື່ອ​ເອລີຮູ​ເຫັນ​ວ່າ​ທັງ​ສາມ​ຄົນ​ນັ້ນ​ບໍ່​ມີ​ຫຍັງ​ເວົ້າ​ແລ້ວ ລາວ​ກໍ​ໃຈ​ຮ້າຍ​ຂຶ້ນ.  ແລ້ວ​ເອລີຮູ​ລູກ​ຊາຍ​ຂອງ​ບາຣາເກນ​ຄົນ​ບູເຊ​ກໍ​ເວົ້າ​ຂຶ້ນ​ວ່າ: “ຂ້ອຍ​ເປັນ​ຄົນ​ໜຸ່ມ​ນ້ອຍແຕ່​ພວກ​ເຈົ້າ​ເປັນ​ຜູ້​ໃຫຍ່.+ ຂ້ອຍ​ເກງ​ໃຈ ຂ້ອຍ​ກໍ​ເລີຍ​ບໍ່​ເວົ້າ​ຫຍັງ.+ຂ້ອຍບໍ່​ກ້າ​ບອກ​ພວກ​ເຈົ້າ​ໃນ​ສິ່ງ​ທີ່​ຂ້ອຍ​ຮູ້.   ຂ້ອຍ​ຄິດ​ວ່າ ‘ຄວນ​ໃຫ້​ຄົນ​ທີ່​ມີ​ອາຍຸ​ຫຼາຍ​ກວ່າ​ເປັນ​ຄົນ​ເວົ້າແລະ​ໃຫ້​ຄົນ​ທີ່​ຢູ່​ມາ​ຫຼາຍ​ປີ​ສອນ​ເລື່ອງ​ສະຕິປັນຍາ.’   ແຕ່​ມະນຸດ​ຈະ​ມີ​ຄວາມ​ເຂົ້າໃຈ​ໄດ້ກໍ​ຍ້ອນ​ພະລັງ​ຈາກ​ພະເຈົ້າ​ແລະ​ລົມ​ຫາຍ​ໃຈ​ຂອງ​ຜູ້​ມີ​ລິດເດດ​ສູງ​ສຸດ.+   ບໍ່​ແມ່ນ​ວ່າ​ຄົນ​ທີ່​ມີ​ອາຍຸ​ຫຼາຍ​ແລ້ວ​ຈະ​ເປັນ​ຄົນ​ທີ່​ສະຫຼາດ​ໂລດແລະ​ບໍ່​ແມ່ນ​ວ່າ​ເຖົ້າ​ແລ້ວ​ກໍ​ຈະ​ມີ​ຄວາມ​ເຂົ້າໃຈ​ທີ່​ຖືກຕ້ອງ.+ 10  ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ເວົ້າ​ວ່າ ‘ຂໍ​ໃຫ້​ຟັງ​ຂ້ອຍ​ແດ່.ຂ້ອຍ​ຈະ​ເວົ້າ​ໃຫ້​ພວກ​ເຈົ້າ​ຟັງ​ໃນ​ສິ່ງ​ທີ່​ຂ້ອຍ​ຮູ້.’ 11  ຂ້ອຍລໍ​ຖ້າ​ໃຫ້​ພວກ​ເຈົ້າ​ເວົ້າ​ຈົນ​ຈົບ.+ຂ້ອຍ​ຟັງ​ຢູ່​ມິດ​ໆ​ຕອນ​ທີ່​ພວກ​ເຈົ້າ​ຫາ​ເຫດຜົນແລະ​ຄິດ​ວ່າ​ຈະ​ເວົ້າ​ຫຍັງ.+ 12  ຂ້ອຍຕັ້ງ​ໃຈ​ຟັງ​ພວກ​ເຈົ້າແຕ່​ກໍ​ບໍ່​ມີ​ຜູ້​ໃດ​ພິສູດ​ວ່າ​ໂຢບ​ເຮັດ​ຜິດແລະ​ບໍ່​ມີ​ຜູ້​ໃດ​ຫາ​ເຫດຜົນ​ທີ່​ຖືກຕ້ອງ​ໄດ້. 13  ສະນັ້ນ ພວກ​ເຈົ້າ​ຢ່າ​ເວົ້າ​ເດີ້​ວ່າ ‘ພວກ​ເຮົາ​ສະຫຼາດ.ພະເຈົ້າ​ຫັ້ນ​ແຫຼະ​ເປັນ​ຜູ້​ພິສູດ​ວ່າ​ໂຢບ​ເຮັດ​ຜິດ ບໍ່​ແມ່ນ​ມະນຸດ.’ 14  ໂຢບ​ບໍ່​ໄດ້​ເວົ້າ​ກັບ​ຂ້ອຍສະນັ້ນ ຂ້ອຍ​ຈະ​ບໍ່​ຕອບ​ລາວ​ດ້ວຍ​ເຫດຜົນ​ຂອງ​ພວກ​ເຈົ້າ. 15  ຄົນ​ເຫຼົ່ານີ້*​ປາກ​ບໍ່​ອອກ ເຂົາ​ເຈົ້າ​ຕອບ​ບໍ່​ໄດ້ແລະ​ບໍ່​ມີ​ຫຍັງ​ທີ່​ຈະ​ເວົ້າ​ແລ້ວ. 16  ຂ້ອຍ​ລໍ​ຖ້າ​ຟັງ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ເວົ້າ​ຫຍັງ.ເຂົາ​ເຈົ້າ​ມີ​ແຕ່​ຢືນ​ຢູ່​ຊື່​ໆ​ແລະ​ບໍ່​ຕອບ​ຫຍັງ. 17  ຄັນຊັ້ນ ຂ້ອຍ​ຈະ​ເປັນ​ຄົນ​ເວົ້າແລະ​ຈະ​ບອກ​ສິ່ງ​ທີ່​ຂ້ອຍ​ຮູ້. 18  ຂ້ອຍ​ມີ​ຫຼາຍ​ແນວ​ຈະ​ເວົ້າແລະ​ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ເວົ້າ. 19  ຂ້ອຍ​ອັດ​ອັ້ນ​ໃຈ​ຫຼາຍຄື​ກັບ​ຖົງໜັງ​ໃໝ່​ທີ່​ໃສ່​ເຫຼົ້າແວງ​ຈົນ​ເຕັມ​ແລະ​ໃກ້​ຈະ​ແຕກ​ແລ້ວ.+ 20  ຂໍ​ໃຫ້​ຂ້ອຍ​ໄດ້​ເວົ້າ ຂ້ອຍ​ຈຶ່ງ​ຈະ​ສະບາຍ​ໃຈ​ຂຶ້ນ! ຂ້ອຍ​ຈະ​ເປັນ​ຜູ້​ເວົ້າ​ແລະ​ຂ້ອຍ​ຈະ​ເປັນ​ຜູ້​ຕອບ​ເອງ. 21  ຂ້ອຍ​ຈະ​ບໍ່​ເຂົ້າ​ຂ້າງ​ຜູ້​ໃດ+ແລະ​ຂ້ອຍ​ຈະ​ບໍ່​ເອົາ​ໃຈ​ຜູ້​ໃດ* 22  ຍ້ອນ​ຂ້ອຍ​ບໍ່​ຊ່າງ​ເອົາ​ໃຈ​ຄົນ.ຖ້າ​ຂ້ອຍ​ເຮັດ​ແນວ​ນັ້ນ ຜູ້​ທີ່​ສ້າງ​ຂ້ອຍ​ກໍ​ຈະ​ຈັດ​ການ​ຂ້ອຍ​ໂລດ.”

ຂໍຄວາມໄຂເງື່ອນ

ຫຼື “ຍ້ອນ​ລາວ​ເຫັນ​ວ່າ​ໂຕເອງ​ເປັນ​ຝ່າຍ​ຖືກ”
ເບິ່ງ​ຄື​ວ່າ​ຕອນນີ້​ເອລີຮູ​ເວົ້າ​ກັບ​ໂຢບ
ຫຼື “ບໍ່​ໃຫ້​ຕຳແໜ່ງ​ທີ່​ມີ​ກຽດ​ກັບ​ຜູ້​ໃດ”