ໂຢບ 35:1-16

  • ເອລີຮູ​ອະທິບາຍ​ວ່າ​ໂຢບ​ອ້າງ​ເຫດຜົນ​ແບບ​ຜິດ​ໆ​ (1-16)

    • ໂຢບ​ເວົ້າ​ວ່າ​ລາວ​ເປັນ​ຝ່າຍ​ຖືກ​ກວ່າ​ພະເຈົ້າ (2)

    • ພະເຈົ້າ​ຢູ່​ບ່ອນ​ສູງ ຄົນ​ທີ່​ເຮັດ​ຜິດ​ເຮັດ​ໃຫ້​ເພິ່ນ​ເສຍຫາຍ​ບໍ່​ໄດ້ (5, 6)

    • ໂຢບ​ຄວນ​ລໍ​ຖ້າ​ພະເຈົ້າ (14)

35  ເອລີຮູ​ເວົ້າ​ຕໍ່​ໄປ​ວ່າ:   “ເຈົ້າ​ໝັ້ນໃຈ​ວ່າ​ເຈົ້າ​ເຮັດ​ຖືກ​ຈົນ​ກ້າ​ເວົ້າ​ວ່າ‘ຂ້ອຍ​ເປັນ​ຝ່າຍ​ຖືກ​ກວ່າ​ພະເຈົ້າ’ ຊັ້ນ​ບໍ?+   ເພາະ​ເຈົ້າ​ເວົ້າ​ວ່າ ‘ຖ້າ​ຂ້ອຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ມັນ​ກໍ​ບໍ່​ກ່ຽວ​ຫຍັງ​ກັບ​ພະອົງ.* ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ ແຕ່​ກໍ​ບໍ່​ເຫັນ​ວ່າ​ໃນ​ຊີວິດ​ຂ້ອຍ​ມີ​ຫຍັງ​ດີ​ຂຶ້ນ​ເລີຍ.’+   ຂ້ອຍ​ຊິ​ຕອບ​ເຈົ້າແລະ​ຕອບ​ໝູ່+​ຂອງ​ເຈົ້າ​ນຳ.   ໃຫ້​ເຈົ້າ​ແນມ​ເບິ່ງ​ຟ້າແລະ​ແນມ​ເບິ່ງ​ຂີ້ເຝື້ອ+​ທີ່​ຢູ່​ສູງ​ໆ​.   ຖ້າ​ເຈົ້າ​ເຮັດ​ຜິດ ມັນ​ກໍ​ບໍ່​ມີ​ຜົນ​ຫຍັງ​ກັບ​ພະເຈົ້າ.+ ເຖິງ​ວ່າ​ເຈົ້າ​ຈະ​ເຮັດ​ຜິດ​ຫຼາຍ​ຢ່າງ​ຫຼາຍ​ແນວ ແຕ່​ເພິ່ນ​ກໍ​ບໍ່​ເສຍຫາຍ​ຫຍັງ​ດອກ.+   ຖ້າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ໄດ້​ໃຫ້​ຫຍັງ​ເພິ່ນແລະ​ເພິ່ນ​ໄດ້​ຫຍັງ​ນຳ​ເຈົ້າ?+   ຖ້າ​ເຈົ້າ​ເຮັດ​ຊົ່ວ ມັນ​ກໍ​ຈະ​ສົ່ງ​ຜົນ​ຕໍ່​ຜູ້​ທີ່​ເປັນ​ມະນຸດ​ຄື​ກັນ​ກັບ​ເຈົ້າ​ເທົ່າ​ນັ້ນແລະ​ຖ້າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ມີ​ແຕ່​ມະນຸດ​ນຳ​ກັນ​ທີ່​ໄດ້​ປະໂຫຍດ.   ມະນຸດ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ ຕອນ​ທີ່​ເຂົາ​ເຈົ້າ​ຖືກ​ກົດຂີ່​ຢ່າງ​ໜັກ.ເຂົາ​ເຈົ້າ​ຮ້ອງ​ຂໍ​ໃຫ້​ຫຼຸດ​ພົ້ນ​ຈາກ​ຜູ້​ມີ​ອຳນາດ.+ 10  ແຕ່​ບໍ່​ມີ​ຜູ້​ໃດ​ຖາມ​ວ່າ ‘ພະເຈົ້າ​ຜູ້​ສ້າງ​ອົງ​ຍິ່ງ​ໃຫຍ່​ຂອງ​ຂ້ອຍ​ຢູ່​ໃສ?+ຜູ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ຮ້ອງ​ເພງ​ສັນລະເສີນ​ໃນ​ຕອນ​ກາງຄືນ​ຢູ່​ໃສ?’+ 11  ເພິ່ນ​ສອນ​ພວກ​ເຮົາ+​ຫຼາຍ​ກວ່າ​ສັດ​ທີ່​ຢູ່​ເທິງ​ໂລກ+ແລະ​ເພິ່ນ​ເຮັດ​ໃຫ້​ພວກ​ເຮົາ​ສະຫຼາດ​ກວ່າ​ນົກ​ທີ່​ບິນ​ຢູ່​ເທິງ​ຟ້າ. 12  ມະນຸດ​ຮ້ອງ​ຂໍ​ໃຫ້​ເພິ່ນ​ຊ່ວຍ ແຕ່​ເພິ່ນ​ກໍ​ບໍ່​ຕອບ+ເພາະ​ເພິ່ນ​ເຫັນ​ວ່າ​ຄົນ​ຊົ່ວ​ຈອງຫອງ​ຫຼາຍ.+ 13  ພະເຈົ້າ​ບໍ່​ຟັງ​ຄຳ​ຮ້ອງ​ຂໍ​ທີ່​ຂີ້​ຕົວະ​ແນ່ນອນ.+ຜູ້​ມີ​ລິດເດດ​ສູງ​ສຸດ​ບໍ່​ສົນ​ໃຈ​ຄຳ​ຮ້ອງ​ຂໍ​ແບບ​ນັ້ນ​ເລີຍ. 14  ຄັນຊັ້ນ ຖ້າ​ເຈົ້າ​ຈົ່ມ​ໃຫ້​ເພິ່ນ​ວ່າ​ເພິ່ນ​ບໍ່​ສົນ​ໃຈ​ເຈົ້າ ເພິ່ນ​ກໍ​ແຮ່ງ​ຊິ​ບໍ່​ຟັງ​ເຈົ້າ.+ ເພິ່ນ​ໃກ້​ຊິ​ຕັດສິນ​ຄະດີ​ໃຫ້​ເຈົ້າ​ແລ້ວ ໃຫ້​ເຈົ້າ​ຖ້າ​ກ່ອນ.+ 15  ເພາະ​ພະເຈົ້າ​ບໍ່​ໄດ້​ໃຈ​ຮ້າຍ​ເອົາ​ໂທດ​ນຳ​ເຈົ້າແລະ​ບໍ່​ໄດ້​ສົນ​ໃຈ​ທີ່​ເຈົ້າ​ເວົ້າ​ແບບ​ບໍ່​ຄິດ.+ 16  ໂຢບ​ເອີ້ຍ ເຈົ້າ​ເວົ້າ​ແຕ່​ແນວ​ບໍ່​ມີ​ປະໂຫຍດເຈົ້າ​ເວົ້າ​ຫຼາຍ​ຢ່າງ​ຫຼາຍ​ແນວ ທັງ​ໆ​ທີ່​ບໍ່​ຮູ້​ຫຍັງ​ເລີຍ.”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຈະ​ມີ​ປະໂຫຍດ​ຫຍັງ​ກັບ​ພະເຈົ້າ​ບໍ?”