ໂຢບ 4:1-21

  • ເອລີຟັດ​ເວົ້າ​ເທື່ອ​ທຳອິດ (1-21)

    • ດູຖູກ​ຄວາມ​ສັດຊື່​ຂອງ​ໂຢບ (7, 8)

    • ເວົ້າ​ເຖິງ​ນິມິດ​ທີ່​ລາວ​ເຫັນ (12-17)

    • “ພະເຈົ້າ​ບໍ່​ເຊື່ອໃຈ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ” (18)

4  ເອລີຟັດ+​ຄົນ​ເຕມານ​ເລີ່ມ​ເວົ້າ​ຂຶ້ນ​ວ່າ:   “ຖ້າ​ມີ​ຄົນ​ພະຍາຍາມ​ມາເຕືອນເຈົ້າ ເຈົ້າ​ຊິ​ຮັບ​ໄດ້​ບໍ? ແຕ່​ຂ້ອຍມິດ​ຢູ່ຕໍ່​ໄປ​ບໍ່​ໄດ້​ແລ້ວ.   ຂ້ອຍ​ຮູ້​ວ່າ​ເຈົ້າ​ເຄີຍ​ສອນ​ຫຼາຍ​ຄົນແລະ​ເຄີຍໃຫ້​ກຳລັງໃຈ​ຄົນ​ທີ່​ທໍ້ໃຈ.   ຄຳເວົ້າ​ຂອງ​ເຈົ້າ​ຊ່ວຍ​ຄົນ​ທີ່​ສະດຸດ​ລົ້ມ​ໃຫ້​ລຸກ​ຂຶ້ນ​ມາ​ໄດ້ແລະ​ເຈົ້າ​ມັກ​ຊ່ວຍ​ຄົນ​ທີ່​ຢືນ​ດ້ວຍ​ໂຕ​ເອງບໍ່​ໄຫວ*​ໃຫ້​ມີ​ກຳລັງ​ຂຶ້ນ.   ແຕ່​ຕອນ​ນີ້ ເມື່ອ​ມີ​ເລື່ອງ​ບໍ່​ດີ​ເກີດ​ຂຶ້ນ​ກັບ​ເຈົ້າ ເຈົ້າ​ພັດບໍ່​ຮູ້​ວ່າ​ຊິ​ເຮັດແນວ​ໃດ.ເມື່ອ​ເຈົ້າ​ມີ​ບັນຫາ ເຈົ້າ​ກໍໝົດ​ກຳລັງໃຈ.   ການ​ທີ່​ເຈົ້າ​ຢ້ານຢຳ​ພະເຈົ້າ ບໍ່​ໄດ້​ຊ່ວຍ​ເຈົ້າ​ໃຫ້​ໝັ້ນໃຈ​ເລີຍ​ບໍ? ການ​ທີ່​ເຈົ້າ​ໃຊ້​ຊີວິດ​ຢ່າງ​ສັດຊື່+ ບໍ່​ໄດ້​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມຫວັງ​ເລີຍ​ບໍ?   ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ແມ່ນ​ບໍ​ວ່າ ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ ຕ້ອງ​ມາຕາຍ​ກ່ອນໄວ? ແລະ​ກໍ​ບໍ່ເຄີຍ​ໄດ້​ຍິນເລີຍ​ແມ່ນ​ບໍ​ວ່າ ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຕ້ອງ​ຖືກ​ທຳລາຍ?   ຂ້ອຍ​ເຄີຍ​ເຫັນ​ວ່າ​ຄົນ​ທີ່​ຄິດ​ວາງ​ແຜນ​ບໍ່​ດີແລະ​ຄົນ​ທີ່​ຫວ່ານ​ບັນຫາ​ກໍ​ຈະ​ຕ້ອງ​ເກັບ​ກ່ຽວ​ສິ່ງ​ນັ້ນ.   ເຂົາ​ເຈົ້າ​ຕາຍ​ຍ້ອນ​ລົມ​ຫາຍ​ໃຈ​ຂອງ​ພະເຈົ້າແລະ​ເຈິ​ຈຸດ​ຈົບ​ຍ້ອນ​ເພິ່ນ​ໃຈ​ຮ້າຍ. 10  ໂຕ​ສິງ​ໃຫຍ່​ສິງ​ນ້ອຍ​ພາກັນ​ຮ້ອງ​ແຜດ​ສຽງແຕ່​ສິງ​ທີ່​ແຂງແຮງ​ກໍ​ຍັງ​ແຂ້ວ​ຫັກ​ໄດ້. 11  ໂຕ​ສິງ​ຕາຍ​ຍ້ອນ​ບໍ່​ມີ​ເຫຍື່ອ​ໃຫ້​ມັນ​ກິນແລະ​ສິງ​ນ້ອຍ​ກໍ​ກະຈັດກະຈາຍ​ກັນ​ໄປ. 12  ຢູ່​ຊື່​ໆ​ກໍ​ມີ​ຜູ້​ໜຶ່ງ​ມາ​ເວົ້າ​ກັບ​ຂ້ອຍແລະ​ມາ​ຊິ່ມ​ໃສ່​ຫູ​ຂ້ອຍ. 13  ໃນ​ຕອນ​ກາງຄືນ ຕອນ​ທີ່​ຄົນ​ອື່ນ​ນອນ​ຫຼັບ​ສະໜິດຂ້ອຍ​ໄດ້​ເຫັນນິມິດທີ່​ເຮັດ​ໃຫ້​ຂ້ອຍ​ອຸກໃຈ. 14  ຂ້ອຍ​ຢ້ານ​ຫຼາຍ​ຈົນ​ໂຕ​ສັ່ນແລະ​ຮູ້ສຶກ​ຢ້ານ​ຈົນ​ເຂົ້າ​ໄປ​ຮອດ​ກະດູກ. 15  ມີບາງ​ຢ່າງ*​ກາຍ​ໜ້າ​ຂ້ອຍ​ໄປແລະ​ຂົນ​ໜາວ​ຂອງ​ຂ້ອຍ​ກໍ​ແຕກ. 16  ແລ້ວ​ມັນ​ກໍ​ຢືນ​ຢູ່​ຊື່​ໆ​ແຕ່​ຂ້ອຍ​ບໍ່​ຮູ້​ວ່າ​ມັນ​ມີຮູບ​ຮ່າງແນວ​ໃດ. ມັນ​ຢູ່​ຕໍ່​ໜ້າ​ຕໍ່​ຕາ​ຂ້ອຍ.ຫຼັງ​ຈາກ​ນັ້ນ​ກໍ​ມີຄວາມ​ງຽບ​ແລະ​ຂ້ອຍ​ໄດ້​ຍິນ​ສຽງ​ເວົ້າ​ວ່າ 17  ‘ມະນຸດ​ທີ່​ຕາຍ​ໄດ້​ຈະ​ມີ​ຄວາມ​ຖືກຕ້ອງ​ຫຼາຍ​ກວ່າ​ພະເຈົ້າ​ໄດ້​ບໍ? ລາວ​ຈະເຮັດ​ດີ​ຫຼາຍ​ກວ່າຜູ້​ທີ່​ສ້າງ​ລາວ​ໄດ້​ບໍ?’ 18  ພະເຈົ້າ​ບໍ່​ເຊື່ອໃຈ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນແມ່ນ​ແຕ່​ທູດສະຫວັນ* ເພິ່ນ​ກໍ​ຍັງ​ຈັບ​ຜິດ. 19  ສະນັ້ນ ມະນຸດ​ເຊິ່ງ​ມີ​ຮ່າງກາຍ​ທີ່​ເຮັດ​ຈາກ​ດິນ​ດາກຖືກ​ສ້າງ​ຈາກ​ຂີ້​ດິນ*+ແລະ​ຖືກ​ບີ້​ໄດ້​ງ່າຍ​ໆ​ຄື​ກັບ​ແມງ​ກະເບື້ອ​ກາງຄືນ​ກໍ​ແຮ່ງ​ຮ້າຍ​ກວ່າ​ນັ້ນ​ອີກ! 20  ເຂົາ​ເຈົ້າ​ມີ​ຊີວິດ​ຢູ່ຕອນ​ເຊົ້າ ແຕ່​ເມື່ອ​ຮອດ​ຕອນ​ແລງ​ກໍ​ຖືກ​ບີ້​ຈົນ​ບໍ່​ເຫຼືອ.ເຂົາ​ເຈົ້າ​ດັບສູນ​ໄປ​ຕະຫຼອດ​ການ​ແລະ​ບໍ່ມີ​ຜູ້​ໃດ​ສົນໃຈ. 21  ເຂົາ​ເຈົ້າ​ເປັນ​ຄື​ກັບ​ເຕັ້ນ​ທີ່​ຖືກ​ດຶງ​ເຊືອກ​ອອກ. ເຂົາ​ເຈົ້າ​ຕາຍ​ແບບ​ບໍ່​ຮູ້​ອີ່ຫຍັງ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ເຂົ່າ​ລ່ອຍ”
ຫຼື “ພະລັງ​ທີ່​ເບິ່ງ​ບໍ່​ເຫັນ”
ຫຼື “ຜູ້​ສົ່ງ​ຂ່າວ”
ແປ​ຕາມ​ໂຕ​ວ່າ “ທີ່​ຢູ່​ໃນ​ເຮືອນ​ທີ່​ເຮັດ​ຈາກ​ດິນ​ດາກ​ທີ່​ຕັ້ງ​ຢູ່​ເທິງ​ຂີ້​ດິນ”