ໂຢບ 40:1-24

  • ພະ​ເຢໂຫວາ​ຖາມ​ໂຢບ​ຕື່ມ (1-24)

    • ໂຢບ​ຍອມ​ຮັບ​ວ່າ​ລາວ​ບໍ່​ມີ​ຫຍັງ​ຈະ​ເວົ້າ (3-5)

    • “ເຈົ້າ​ຈະ​ບອກ​ວ່າ​ເຮົາ​ບໍ່​ຍຸຕິທຳ​ບໍ?” (8)

    • ພະເຈົ້າ​ອະທິບາຍ​ວ່າ​ໂຕ​ເບເຫໂມດ​ມີ​ແຮງ​ຫຼາຍ​ສ່ຳ​ໃດ (15-24)

40  ພະ​ເຢໂຫວາ​ເວົ້າ​ກັບ​ໂຢບ​ຕໍ່​ໄປ​ວ່າ:   “ມີ​ຜູ້​ໃດ​ຢາກ​ລອງ​ຈັບ​ຜິດ​ຜູ້​ມີ​ລິດເດດ​ສູງ​ສຸດ​ບໍ?+ ຖ້າ​ມີ ຜູ້​ໃດ​ຢາກ​ຈະ​ຕຳໜິ​ພະເຈົ້າ​ກໍ​ຕອບ​ມາ​ໂລດ.”+   ໂຢບ​ຕອບ​ພະ​ເຢໂຫວາ​ວ່າ:   “ລູກ​ບໍ່​ໄດ້​ສຳຄັນ​ອີ່ຫຍັງ.+ ລູກ​ບໍ່​ກ້າ​ຕອບ​ພະອົງ​ດອກ. ລູກ​ມີ​ແຕ່​ຈະ​ເອົາ​ມື​ອັດ​ປາກ​ໂຕເອງ​ໄວ້.+   ລູກ​ເວົ້າ​ໄປ​ເທື່ອ​ໜຶ່ງ​ແລ້ວ ລູກ​ຈະ​ຂໍ​ບໍ່​ເວົ້າ​ອີກ.ທີ່​ຈິງ ລູກ​ເວົ້າ​ໄປ​ສອງ​ເທື່ອ​ຊ້ຳ ລູກ​ຈະ​ບໍ່​ເວົ້າ​ອີກ​ແລ້ວ.”   ແລ້ວ​ພະ​ເຢໂຫວາ​ກໍ​ຕອບ​ໂຢບ​ຈາກ​ລົມ​ພາຍຸ​ວ່າ:+   “ກຽມ​ໂຕ​ໃຫ້​ພ້ອມ ໃຫ້​ສົມ​ກັບ​ເປັນ​ລູກ​ຜູ້​ຊາຍ.ເຮົາ​ຈະ​ຖາມ​ເຈົ້າ​ແລະ​ໃຫ້​ເຈົ້າ​ຕອບ​ເຮົາ.+   ເຈົ້າ​ຈະ​ບອກ​ວ່າ​ເຮົາ​ບໍ່​ຍຸຕິທຳບໍ?* ເຈົ້າ​ຈະ​ຕຳໜິ​ເຮົາ​ເພື່ອ​ຈະ​ບອກ​ວ່າ​ເຈົ້າ​ເປັນ​ຝ່າຍ​ຖືກ​ບໍ?+   ແຂນ​ຂອງ​ເຈົ້າ​ມີ​ແຮງ​ຫຼາຍ​ຄື​ກັບ​ແຂນ​ຂອງ​ພະເຈົ້າ​ທ່ຽງແທ້​ບໍ?+ສຽງ​ຂອງ​ເຈົ້າ​ດັງ​ຄື​ກັບ​ສຽງ​ຂອງ​ພະເຈົ້າ​ທີ່​ດັງ​ສ່ຳ​ກັບ​ສຽງ​ຟ້າ​ຮ້ອງ​ບໍ?+ 10  ໃຫ້​ເຈົ້າ​ພິສູດ​ເບິ່ງ​ວ່າ​ເຈົ້າ​ແຂງແຮງ​ແລະ​ມີ​ກຳລັງ​ຫຼາຍແລະ​ສະແດງ​ໃຫ້​ເຮົາ​ເຫັນ​ເບິ່ງ​ວ່າ​ເຈົ້າ​ຍິ່ງ​ໃຫຍ່​ແລະ​ສົມ​ຄວນ​ໄດ້​ຮັບ​ກຽດ. 11  ໃຫ້​ປົດ​ປ່ອຍ​ຄວາມ​ໃຈ​ຮ້າຍ​ຂອງ​ເຈົ້າ​ອອກ​ມາແລ້ວ​ແນມ​ເບິ່ງ​ຄົນ​ທີ່​ຍິ່ງ​ຈອງຫອງ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕົກ​ຕ່ຳ. 12  ໃຫ້​ແນມ​ເບິ່ງ​ຄົນ​ທີ່​ຍິ່ງ​ຈອງຫອງ​ແລ້ວ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕ່ຳ​ຕ້ອຍແລະ​ຢຽບ​ຄົນ​ຊົ່ວ​ຈົນ​ມຸ່ນ​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່. 13  ໃຫ້​ເອົາ​ດິນ​ຖົມ​ເຂົາ​ເຈົ້າ​ໄວ້ແລະ​ມັດ​ເຂົາ​ເຈົ້າ*​ໄວ້​ໃນ​ຂຸມ​ຝັງ​ສົບ. 14  ຖ້າ​ເຈົ້າ​ເຮັດ​ໄດ້​ແນວ​ນີ້ ເຮົາ​ກໍ​ຈະ​ຊົມເຊີຍ​ເຈົ້າ​ວ່າເຈົ້າ​ໃຊ້​ເຫື່ອ​ໃຊ້​ແຮງ​ຂອງ​ເຈົ້າ​ປົກ​ປ້ອງ​ໂຕເອງ​ໄດ້. 15  ບັດ​ນີ້ ໃຫ້​ມາ​ຟັງ​ເລື່ອງ​ຂອງ​ໂຕ​ເບເຫໂມດ*​ທີ່​ເຮົາ​ສ້າງ​ມັນ​ຂຶ້ນ​ມາ​ຄື​ກັບ​ສ້າງ​ເຈົ້າ. ມັນ​ກິນ​ຫຍ້າ​ຄື​ກັບ​ງົວ. 16  ໃຫ້​ເບິ່ງ​ສະໂພກ​ທີ່​ມີ​ແຮງ​ຫຼາຍ​ໆ​ແລະ​ກ້າມ​ທ້ອງ​ທີ່​ແຂງແຮງ​ຂອງ​ມັນ​ແມ້! 17  ຫາງ​ຂອງ​ມັນ​ຊື່​ແລະ​ແຂງ​ຄື​ຕົ້ນ​ຊີດ້າ.*ເອັນ​ກົກ​ຂາ​ຂອງ​ມັນ​ກໍ​ຖັກ​ເຂົ້າ​ກັນ. 18  ກະດູກ​ຂອງ​ມັນ​ເປັນ​ຄື​ກັບ​ທອງແດງແລະ​ຂາ​ຂອງ​ມັນ​ເປັນ​ຄື​ກັບ​ເຫຼັກ. 19  ມັນ​ເປັນ​ຜົນ​ງານ​ທີ່​ດີ​ທີ່​ສຸດ*​ຢ່າງ​ໜຶ່ງ​ຂອງ​ພະເຈົ້າ.ມີ​ແຕ່​ຜູ້​ສ້າງ​ມັນ​ເທົ່າ​ນັ້ນ​ທີ່​ຂ້າ​ມັນ​ໄດ້. 20  ພູ​ຕ່າງ​ໆ​ມີ​ອາຫານ​ໃຫ້​ມັນແລະ​ຢູ່​ຫັ້ນ​ກໍ​ມີ​ສັດ​ປ່າ​ແລ່ນ​ຫຼິ້ນ. 21  ມັນ​ນອນ​ຢູ່​ກ້ອງ​ຟຸ່ມ​ໜາມແລະ​ມັນ​ລີ້​ຢູ່​ກ້ອງ​ຕົ້ນ​ອໍ້​ໃນ​ໜອງ​ນ້ຳ. 22  ຟຸ່ມ​ໜາມ​ເປັນ​ຮົ່ມ​ໃຫ້​ມັນແລະ​ຕົ້ນ​ໄມ້*​ຈາກ​ຮ່ອມພູ*​ກໍ​ຢູ່​ອ້ອມ​ຮອບ​ມັນ. 23  ເຖິງ​ວ່າ​ນ້ຳ​ຈະ​ໄຫຼ​ແຮງ ແຕ່​ມັນ​ກໍ​ບໍ່​ຕົກ​ໃຈ. ເຖິງ​ວ່າ​ແມ່​ນ້ຳ​ຈໍແດນ+​ໄຫຼ​ຊັດ​ໃສ່​ໜ້າ​ມັນ ແຕ່​ມັນ​ກໍ​ຢູ່​ໄດ້​ສະບາຍ​ໆ​. 24  ຖ້າ​ມັນ​ແນມ​ເບິ່ງ​ຢູ່ ໃຜ​ຈະ​ຈັບ​ມັນ​ໄດ້ແລະ​ໃຜ​ຈະ​ເອົາ​ຂໍ​ເກາະ​ໄປ​ເກາະ​ດັງ​ມັນ​ໄດ້?”

ຂໍຄວາມໄຂເງື່ອນ

ຫຼື “ເຈົ້າ​ຈະ​ລົບ​ລ້າງ​ຄວາມ​ຍຸຕິທຳ​ຂອງ​ເຮົາ​ບໍ?”
ແປ​ຕາມ​ໂຕ​ວ່າ “ໜ້າ​ຂອງ​ເຂົາເຈົ້າ”
ອາດ​ໝາຍເຖິງ​ຊ້າງ​ນ້ຳ
ຕົ້ນ​ແປກ​ຊະນິດໜຶ່ງ
ແປ​ຕາມ​ໂຕ​ວ່າ “ຜົນ​ງານ​ທຳອິດ”
ໃນ​ພາສາ​ເຮັບເຣີ​ໝາຍເຖິງ​ຕົ້ນໄມ້​ທີ່​ພົບ​ເຫັນ​ໄດ້​ທົ່ວໄປ​ຢູ່​ແຄມ​ແມ່​ນ້ຳ. ໃນ​ພາສາ​ອັງກິດ​ແມ່ນ​ພ໋ອບລາ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.