ໂຢບ 5:1-27

  • ເອລີຟັດ​ເວົ້າ​ເທື່ອ​ທຳອິດ​ຕໍ່ (1-27)

    • ‘ພະເຈົ້າ​ຈັບ​ຄົນ​ສະຫຼາດ​ດ້ວຍ​ເລ່​ລ່ຽມ​ຂອງ​ເຂົາ​ເຈົ້າ​ເອງ’ (13)

    • ‘ໂຢບ ຢ່າ​ປະຕິເສດ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ’ (17)

5  “ໃຫ້​ເຈົ້າ​ຂໍ​ຄວາມ​ຊ່ວຍເຫຼືອ​ເບິ່ງ​ດຸ ຈະ​ມີ​ຜູ້​ໃດ​ຕອບ​ເຈົ້າ​ບໍ? ເຈົ້າ​ຈະ​ໄປ​ຂໍທູດສະຫວັນອົງ​ໃດ​ໃຫ້​ມາ​ຊ່ວຍ?   ຄົນ​ໂງ່​ທີ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້​ກໍ​ຈະ​ຕາຍ​ຍ້ອນ​ຄວາມ​ຄຽດ​ແຄ້ນ​ນັ້ນ.ຄົນ​ທີ່ເຊື່ອ​ຄົນ​ງ່າຍ​ກໍ​ຈະ​ຕາຍ​ຍ້ອນ​ຄວາມ​ອິດສາ.   ຂ້ອຍ​ເຄີຍ​ເຫັນ​ຄົນ​ໂງ່​ປະສົບ​ຄວາມ​ສຳເລັດ​ຫຼາຍ​ຢ່າງແຕ່​ຢູ່​ດີ​ໆ​ເຮືອນ​ຂອງ​ລາວ​ກໍ​ຖືກ​ສາບແຊ່ງ.   ພວກ​ລູກ​ຂອງ​ລາວ​ບໍ່​ໄດ້​ຢູ່​ຢ່າງ​ປອດໄພ.ເຂົາ​ເຈົ້າ​ຖືກ​ເອົາ​ປຽບ​ຢູ່​ທີ່​ປະຕູ​ເມືອງ+​ແລະ​ບໍ່​ມີ​ຜູ້​ໃດ​ຊ່ວຍ​ເຂົາ​ເຈົ້າ​ໄດ້.   ຄົນ​ທີ່​ຫິວ​ກໍ​ມາ​ກິນ​ສິ່ງ​ທີ່​ເຂົາ​ເຈົ້າ​ເກັບ​ກ່ຽວແລະ​ກິນ​ແມ່ນ​ແຕ່​ສິ່ງ​ທີ່​ຂຶ້ນ​ຢູ່​ກາງ​ຕົ້ນ​ໜາມ.ຊັບ​ສົມບັດ​ຂອງ​ຄົນ​ໂງ່​ກັບ​ພວກ​ລູກ​ຂອງ​ລາວ​ກໍຖືກ​ຍຶດ​ໄປ.   ອັນຕະລາຍ​ບໍ່​ໄດ້​ປົ່ງ​ຂຶ້ນ​ມາ​ຈາກ​ດິນ​ໄດ້​ເອງແລະ​ບັນຫາ​ກໍ​ບໍ່​ໄດ້​ງອກ​ຂຶ້ນ​ມາ​ຈາກ​ພື້ນ​ດິນ.   ຄົນ​ເກີດ​ມາ​ກໍ​ຕ້ອງ​ເຈິ​ບັນຫາ​ຢູ່​ແລ້ວຄື​ກັບ​ໝັດ​ໄຟ​ທີ່​ຈັ່ງ​ໃດກໍ​ຕ້ອງ​ຟົ້ງອອກ​ຈາກ​ໄຟ.   ຖ້າ​ຂ້ອຍ​ເປັນ​ເຈົ້າ ຂ້ອຍ​ຈະ​ຂໍ​ໃຫ້​ພະເຈົ້າ​ຊ່ວຍແລະ​ຂ້ອຍ​ຈະ​ຂໍ​ໃຫ້​ເພິ່ນ​ຕັດສິນ​ຄະດີ​ຂອງ​ຂ້ອຍ.   ເພິ່ນ​ເປັນ​ຜູ້​ທີ່​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ແລະ​ສິ່ງ​ທີ່​ເກີນ​ຄວາມ​ເຂົ້າໃຈ.ເພິ່ນ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ງຶດງໍ້​ຈົນ​ນັບ​ບໍ່​ຖ້ວນ. 10  ເພິ່ນ​ໃຫ້​ຝົນ​ຕົກ​ລົງ​ໃສ່​ດິນແລະ​ສົ່ງ​ນ້ຳ​ມາ​ຫົດ​ໄຮ່​ຫົດ​ສວນ. 11  ເພິ່ນ​ຍົກ​ຄົນ​ຕ່ຳຕ້ອຍ​ໃຫ້​ສູງ​ຂຶ້ນແລະ​ຊ່ວຍ​ຄົນ​ທີ່​ໝົດ​ກຳລັງ​ໃຈ​ໃຫ້​ລອດ. 12  ເພິ່ນ​ຂັດ​ຂວາງ​ແຜນການ​ຂອງ​ຄົນ​ທີ່​ມີ​ເລ່​ລ່ຽມວຽກ​ງານ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ສຳເລັດ. 13  ເພິ່ນ​ຈັບ​ຄົນ​ສະຫຼາດ​ດ້ວຍ​ເລ່​ລ່ຽມ​ຂອງ​ເຂົາ​ເຈົ້າ​ເອງ+ແຜນການ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ສຳເລັດ. 14  ເຖິງ​ຈະ​ເປັນ​ຕອນ​ກາງເວັນ ເຂົາ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ມືດແລະ​ຕອນ​ທີ່​ແດດ​ກ້າ ເຂົາ​ເຈົ້າ​ກໍ​ງົມ​ໆ​ທາວ​ໆ​ຄື​ກັບ​ຄົນ​ທີ່​ຊອກ​ຫາ​ເຄື່ອງ​ຂອງ​ຢູ່​ໃນ​ຄວາມ​ມືດ. 15  ເພິ່ນ​ປົກ​ປ້ອງ​ຜູ້​ຄົນ​ຈາກ​ລີ້ນ​ຂອງ​ຄົນ​ທີ່​ກົດຂີ່​ທີ່ເປັນ​ຄື​ກັບ​ດາບເພິ່ນ​ປົກ​ປ້ອງ​ຄົນ​ທຸກ​ຈາກ​ມື​ທີ່​ແຂງແຮງ 16  ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ຕ່ຳ​ຕ້ອຍ​ມີ​ຄວາມຫວັງແລະ​ໃຫ້​ຄົນ​ທີ່​ເຮັດ​ສິ່ງ​ບໍ່​ຖືກຕ້ອງ​ເວົ້າ​ຫຍັງ​ບໍ່​ໄດ້. 17  ຄົນ​ທີ່​ຖືກ​ພະເຈົ້າ​ສັ່ງ​ສອນ​ກໍ​ມີ​ຄວາມ​ສຸກຄັນຊັ້ນ ຢ່າ​ປະຕິເສດ​ການ​ສັ່ງ​ສອນ​ຈາກ​ຜູ້​ມີ​ລິດເດດ​ສູງ​ສຸດ​ເລີຍ. 18  ເຖິງ​ວ່າ​ເພິ່ນ​ເຮັດ​ໃຫ້​ເຈັບ ແຕ່​ເພິ່ນ​ກໍ​ພັນ​ບາດ​ໃຫ້ແລະ​ເຖິງ​ວ່າ​ເພິ່ນ​ເຮັດ​ໃຫ້​ຫັກ ແຕ່​ເພິ່ນ​ກໍ​ປິ່ນປົວ​ດ້ວຍ​ມື​ຂອງ​ເພິ່ນ. 19  ເພິ່ນ​ຈະ​ປົກ​ປ້ອງ​ເຈົ້າ​ຈາກ​ອັນຕະລາຍ​ເທື່ອແລ້ວ​ເທື່ອ​ອີກເຖິງ​ວ່າ​ເຈົ້າ​ຈະ​ເຈິ​ອັນຕະລາຍ​ຫົກ​ຫຼື​ເຈັດເທື່ອກໍ​ຕາມ. 20  ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ໃນ​ຍາມ​ທີ່​ອຶດຢາກແລະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ຄົມ​ດາບ​ໃນ​ຍາມ​ສົງຄາມ. 21  ເພິ່ນ​ຈະ​ປົກປ້ອງ​ເຈົ້າ​ຈາກ​ຄວາມ​ເຈັບ​ປວດທີ່​ເກີດ​ຈາກ​ຄຳເວົ້າ​ທີ່​ບໍ່​ດີ+ແລະ​ເມື່ອ​ມີ​ໄພ​ພິບັດ ເຈົ້າ​ກໍ​ຈະ​ບໍ່​ຢ້ານ. 22  ເຈົ້າ​ຈະ​ຫົວຂວັນ​ໃສ່​ການ​ທຳລາຍ​ແລະ​ຄວາມ​ອຶດຢາກແລະ​ເຈົ້າ​ຈະ​ບໍ່​ຢ້ານ​ສັດ​ປ່າ. 23  ກ້ອນ​ຫີນ​ຢູ່​ທົ່ງ​ນາ​ຈະ​ບໍ່​ສ້າງ​ບັນຫາ​ໃຫ້​ເຈົ້າ*ແລະ​ສັດ​ຕ່າງ​ໆ​ຢູ່​ທົ່ງ​ນາ​ຈະ​ຢູ່​ກັບ​ເຈົ້າ​ຢ່າງ​ສະຫງົບ​ສຸກ. 24  ເຕັ້ນ​ຂອງ​ເຈົ້າ​ຈະ​ປອດໄພ*ແລະ​ເມື່ອ​ເຈົ້າ​ໄປ​ກວດ​ເບິ່ງ​ທົ່ງ​ຫຍ້າ​ຂອງ​ເຈົ້າ​ກໍ​ຈະບໍ່​ມີ​ສັດ​ໂຕ​ໃດ​ເສຍໄປ​ຈາກ​ຝູງ. 25  ເຈົ້າ​ຈະ​ມີ​ຄວາມ​ສຸກ​ທີ່​ມີ​ລູກ​ຫຼາຍ​ຄົນແລະ​ລູກ​ຫຼານ​ຂອງ​ເຈົ້າ​ຈະ​ມີ​ຫຼາຍ​ຄື​ກັບ​ພືດ​ຜັກ​ຢູ່​ເທິງ​ໂລກ. 26  ຕອນ​ທີ່​ເຈົ້າ​ຕາຍ ເຈົ້າ​ຈະ​ຍັງ​ແຂງແຮງ​ຢູ່ຄື​ກັບ​ຟ່ອນ​ເຂົ້າ​ທີ່​ຖືກ​ກ່ຽວ​ໃນ​ຍາມ​ກ່ຽວ​ເຂົ້າ. 27  ພວກ​ເຮົາ​ໄດ້​ກວດ​ເບິ່ງ​ເລື່ອງ​ນີ້​ລະອຽດ​ແລ້ວ​ແລະ​ມັນ​ກໍ​ເປັນ​ແນວ​ນີ້​ແທ້. ໃຫ້​ເຈົ້າ​ຟັງ​ແລະ​ຍອມ​ຮັບ​ສະ.”

ຂໍຄວາມໄຂເງື່ອນ

ຫຼື “ຈະ​ເຮັດ​ສັນຍາ​ກັບ​ເຈົ້າ; ຈະ​ເຫັນດີ​ກັບ​ເຈົ້າ”
ແປ​ຕາມ​ໂຕ​ວ່າ “ມີ​ສັນຕິສຸກ”