ໂຢບ 7:1-21

  • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-21)

    • ຊີວິດ​ມີ​ແຕ່​ເຮັດ​ວຽກ​ໜັກ (1, 2)

    • “ເປັນ​ຫຍັງ​ພະອົງ​ຈຶ່ງ​ເລັງ​ເປົ້າ​ມາ​ໃສ່​ລູກ?” (20)

7  “ຄົນ​ເຮົາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ຕະຫຼອດ​ຊີວິດແລະ​ເປັນ​ຄື​ກັບ​ກຳມະກອນ.+   ເປັນ​ຄື​ກັບ​ທາດ​ທີ່ຢາກ​ໃຫ້​ໝົດ​ມື້​ໄວ​ໆ​ແລະ​ເປັນ​ຄື​ກັບ​ຄົນ​ຮັບຈ້າງ​ທີ່​ຖ້າ​ເອົາຄ່າ​ຈ້າງ.+   ຂ້ອຍ​ຈຶ່ງ​ຢູ່ແບບ​ບໍ່​ມີ​ຄ່າມາ​ຫຼາຍ​ເດືອນ​ແລ້ວແລະ​ມີ​ຫຼາຍ​ຄືນ​ທີ່​ຂ້ອຍ​ຕ້ອງ​ທຸກ​ທໍລະມານ.+   ຕອນ​ນອນ ຂ້ອຍ​ກໍ​ເວົ້າ​ວ່າ ‘ປານ​ໃດ​ມັນ​ຊິ​ແຈ້ງ?’+ ແລະ​ໃນ​ຕອນ​ກາງຄືນ​ທີ່ຍາວ​ນານ ຂ້ອຍ​ກໍ​ນອນ​ພິກ​ໄປ​ພິກ​ມາ​ຈົນ​ຮອດ​ແຈ້ງ.   ຢູ່​ຕາມ​ຕົນ​ໂຕ​ຂອງ​ຂ້ອຍ​ມີ​ແຕ່​ໜອນ​ກັບ​ຂີ້​ດິນ.+ຜິວ​ໜັງ​ຂອງ​ຂ້ອຍ​ກໍ​ເຕັມ​ແຕ່​ເກັດ​ບາດ​ກັບ​ໜອງ.+   ແຕ່​ລະ​ມື້​ຂອງ​ຂ້ອຍ​ຜ່ານ​ໄປ​ໄວ​ກວ່າກະສວຍຂອງ​ຄົນ​ຕ່ຳ​ຜ້າ+ແລະ​ຈົບ​ລົງ​ດ້ວຍ​ຄວາມໝົດ​ຫວັງ.+   ພະເຈົ້າ​ເອີ້ຍ ຂໍ​ໃຫ້​ຈື່​ວ່າຊີວິດ​ລູກ​ມັນສັ້ນ.*+ຕາ​ຂອງ​ລູກ​ຈະ​ບໍ່​ໄດ້​ເຫັນ​ຄວາມ​ສຸກ​ອີກ.*   ຕາ​ຂອງ​ພະອົງທີ່​ເຫັນ​ລູກ​ໃນ​ຕອນ​ນີ້​ຈະ​ບໍ່​ເຫັນ​ລູກ​ອີກ​ແລ້ວ.ພະອົງຈະ​ຊອກ​ຫາ​ລູກ ແຕ່​ລູກ​ຈະ​ບໍ່​ຢູ່​ແລ້ວ.+   ຄື​ກັບ​ຂີ້​ເຝື້ອ​ທີ່​ສະ​ຫຼາຍ​ແລະ​ຫາຍ​ໄປຄົນ​ທີ່​ລົງ​ຂຸມ​ຝັງ​ສົບ*​ໄປ​ແລ້ວ​ກໍ​ຈະ​ບໍ່​ກັບ​ຄືນ​ມາ.+ 10  ລາວ​ຈະ​ບໍ່​ກັບ​ມາ​ເຮືອນ​ຂອງ​ໂຕ​ເອງ.ຄົນ​ໃນ​ເຮືອນ​ຂອງ​ລາວ​ກໍ​ຈະ​ບໍ່​ຈື່​ລາວ​ແລ້ວ.+ 11  ສະນັ້ນ ລູກ​ຈະ​ບໍ່​ມິດ​ຢູ່​ຊື່​ໆ​. ລູກ​ຈະ​ເວົ້າ ຍ້ອນ​ລູກ​ເຈັບ​ປວດ​ໃຈ​ຫຼາຍ.ລູກ​ຈະ​ຈົ່ມ ຍ້ອນ​ຄວາມ​ຂົມຂື່ນ!+ 12  ລູກ​ເປັນ​ທະເລ​ຫຼື​ສັດ​ໂຕ​ໃຫຍ່​ໃນ​ທະເລ​ບໍທີ່​ພະອົງ​ຈະ​ຕ້ອງ​ມາ​ເຝົ້າ​ເບິ່ງ? 13  ເມື່ອ​ລູກ​ເວົ້າ​ວ່າ ‘ຖ້າ​ລູກ​ໄດ້​ນອນລົງ ລູກ​ກໍ​ຈະ​ສະບາຍ​ໃຈ​ຂຶ້ນຕຽງ​ຂອງ​ລູກ​ຈະ​ເຮັດ​ໃຫ້​ລູກ​ຜ່ອນຄາຍ​ຄວາມທຸກ’ 14  ພະອົງ​ກໍ​ເຮັດ​ໃຫ້​ລູກ​ຢ້ານ​ດ້ວຍ​ຄວາມ​ຝັນແລະ​ເຮັດ​ໃຫ້​ລູກ​ຢ້ານ​ໂດຍ​ທາງ​ນິມິດ. 15  ໃຫ້​ຄົນ​ມາຮັດ​ຄໍ​ລູກ​ໃຫ້​ຕາຍເລີຍ​ກໍ​ຈະ​ດີ​ກວ່າ.ໃຫ້​ລູກ​ຕາຍ​ກໍ​ຍັງ​ຈະດີ​ກວ່າ​ມີ​ຊີວິດ​ຢູ່​ແບບນີ້.+ 16  ລູກ​ຊັງ​ຊີວິດ​ຂອງ​ລູກ.+ ລູກ​ບໍ່​ຢາກ​ຢູ່​ຕໍ່​ໄປ​ແລ້ວ. ປ່ອຍ​ລູກ​ໃຫ້​ຢູ່​ຄົນ​ດຽວ​ໂລດ ເພາະ​ຊີວິດ​ຂອງ​ລູກ​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ການ​ຫາຍ​ໃຈ​ບາດ​ດຽວ.+ 17  ມະນຸດ​ບໍ່​ມີ​ຄ່າ​ພໍ​ທີ່​ຈະ​ໃຫ້​ພະອົງ​ເປັນ​ຫ່ວງ​ດອກ.ເປັນ​ຫຍັງ​ພະອົງ​ຈຶ່ງ​ຈະ​ມາ​ສົນ​ໃຈ​ມະນຸດ​ເຮົາ?+ 18  ເປັນ​ຫຍັງ​ພະອົງ​ຕ້ອງ​ມາ​ກວດ​ສອບ​ເບິ່ງ​ມະນຸດ​ທຸກ​ໆ​ເຊົ້າແລະ​ມາ​ທົດສອບ​ມະນຸດ​ຢູ່​ຕະຫຼອດ​ເວລາ?+ 19  ພະອົງ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ລູກແລະ​ປ່ອຍ​ໃຫ້​ລູກ​ຢູ່​ຄົນ​ດຽວ​ຈັກ​ບຶດ​ໜຶ່ງ​ບໍ່​ໄດ້​ບໍ?+ 20  ພະອົງ​ເປັນ​ຜູ້​ສັງເກດ​ເບິ່ງ​ມະນຸດ.+ ຖ້າ​ລູກ​ເຮັດ​ຜິດ​ກໍ​ບໍ່​ມີ​ຜົນ​ກະທົບຕໍ່​ພະອົງ​ດອກ. ເປັນ​ຫຍັງ​ພະອົງ​ຈຶ່ງ​ເລັງ​ເປົ້າ​ມາ​ໃສ່​ລູກ? ລູກ​ເປັນ​ພາລະ​ຂອງ​ພະອົງ​ບໍ? 21  ເປັນ​ຫຍັງ​ພະອົງ​ບໍ່​ຍົກ​ໂທດແລະ​ບໍ່​ໃຫ້​ອະໄພ​ຄວາມ​ຜິດ​ຂອງ​ລູກ? ອີກ​ບໍ່​ດົນ​ລູກ​ກໍ​ຈະ​ລົງ​ໄປ​ນອນ​ໃນ​ດິນ​ແລ້ວ.+ພະອົງ​ຈະ​ຊອກ​ຫາ​ລູກ ແຕ່​ລູກ​ກໍ​ຈະ​ບໍ່​ຢູ່​ແລ້ວ.”

ຂໍຄວາມໄຂເງື່ອນ

ຫຼື “ເປັນ​ຄື​ກັບ​ລົມ”
ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ເຫັນ​ແນວ​ດີ​ໆ​”