ໂຢບ 9:1-35

  • ໂຢບ​ເວົ້າ (1-35)

    • ມະນຸດ​ໂຕ້​ຖຽງ​ກັບ​ພະເຈົ້າ​ບໍ່​ໄດ້ (2-4)

    • ‘ພະເຈົ້າ​ເຮັດ​ສິ່ງ​ທີ່​ເກີນ​ກວ່າ​ຈະ​ເຂົ້າໃຈ​ໄດ້’ (10)

    • ບໍ່​ມີ​ໃຜ​ສູ້​ຄະດີ​ກັບ​ພະເຈົ້າ​ໄດ້ (32)

9  ໂຢບ​ຕອບ​ວ່າ:   “ຂ້ອຍ​ຮູ້​ແລ້ວ​ວ່າ​ມັນ​ເປັນ​ແບບ​ນັ້ນ. ແຕ່​ຖ້າ​ຢູ່​ຕໍ່​ໜ້າ​ພະເຈົ້າ ມະນຸດ​ຈະ​ຄິດ​ວ່າ​ໂຕເອງ​ຈະ​ເປັນ​ຝ່າຍ​ຖືກໄດ້​ແນວ​ໃດ?+   ຖ້າ​ຜູ້​ໃດ​ຢາກ​ໂຕ້​ຖຽງ​ກັບ​ພະເຈົ້າ*+ໃນ​ຄຳຖາມ​ໜຶ່ງ​ພັນ​ຂໍ້​ທີ່​ເພິ່ນ​ຖາມ ລາວ​ກໍ​ຈະ​ຕອບ​ບໍ່​ໄດ້​ຈັກ​ຂໍ້ດອກ.   ເພິ່ນມີ​ສະຕິປັນຍາແລະ​ມີ​ລິດເດດ​ຫຼາຍ.+ ບໍ່​ມີ​ຜູ້​ໃດ​ທີ່​ສູ້​ກັບ​ເພິ່ນ​ແລ້ວ​ຈະ​ບໍ່​ບາດເຈັບ.+   ເພິ່ນ​ຍ້າຍ​ພູ​ຕ່າງ​ໆ​ໂດຍ​ທີ່​ບໍ່​ມີ​ຜູ້​ໃດ​ຮູ້ແລະ​ປີ້ນ​ພວກ​ມັນ​ດ້ວຍ​ຄວາມ​ໃຈ​ຮ້າຍ.   ເພິ່ນ​ສັ່ນ​ໂລກ​ຈົນ​ມັນ​ອອກ​ຈາກ​ບ່ອນ​ຂອງ​ມັນແລະຖານ​ຕ່າງ​ໆ​ຂອງ​ໂລກ​ກໍ​ສັ່ນ​ສະເທືອນ.+   ເພິ່ນ​ສັ່ງ​ຕາເວັນ​ບໍ່​ໃຫ້​ສ່ອງ​ແສງແລະ​ເພິ່ນບັງ​ແສງຂອງ​ດາວ​ຕ່າງ​ໆ​ໄວ້.+   ເພິ່ນ​ປູ​ແຜ່ນ​ຟ້າ​ດ້ວຍ​ໂຕ​ເພິ່ນ​ເອງ+ແລະ​ເພິ່ນ​ຢຽບ​ຢູ່​ເທິງ​ຄື້ນ​ທະເລ.+   ເພິ່ນ​ສ້າງ​ກຸ່ມ​ດາວ​ອາດຊ໌* ກຸ່ມ​ດາວ​ເຄຊິນ* ກຸ່ມ​ດາວ​ຄີມາ*+ແລະ​ກຸ່ມ​ດາວ​ຕ່າງ​ໆ​ທີ່​ຢູ່​ທາງ​ທິດໃຕ້*​ຂອງ​ຟ້າ. 10  ເພິ່ນ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ​ສິ່ງ​ທີ່ເກີນ​ກວ່າ​ຈະ​ເຂົ້າໃຈໄດ້.+ເພິ່ນ​ເຮັດ​ສິ່ງ​ທີ່ໜ້າ​ງຶດງໍ້ຈົນ​ນັບ​ບໍ່​ຫຼ້ອນ.+ 11  ເພິ່ນ​ກາຍ​ຂ້ອຍ​ໄປ ແຕ່​ຂ້ອຍ​ບໍ່​ເຫັນ.ເພິ່ນ​ຜ່ານ​ຂ້ອຍ​ໄປ ແຕ່​ຂ້ອຍ​ບໍ່​ຮູ້​ເລີຍ. 12  ເມື່ອ​ເພິ່ນຍາດຫຍັງ​ໄປ ໃຜ​ຈະ​ຫ້າມ​ເພິ່ນ​ໄດ້? ໃຜ​ຈະ​ກ້າ​ຖາມ​ເພິ່ນ​ວ່າ ‘ເປັນ​ຫຍັງ​ພະອົງ​ຈຶ່ງ​ເຮັດ​ແນວ​ນີ້?’+ 13  ເພິ່ນ​ຈະ​ບໍ່​ຄວບຄຸມ​ຄວາມ​ໃຈ​ຮ້າຍ​ຂອງ​ເພິ່ນ.+ແມ່ນ​ແຕ່​ຜູ້​ຊ່ວຍ​ຂອງ​ຣາຫັບ*+​ກໍ​ຕ້ອງ​ໝູບ​ລົງ​ຕໍ່​ໜ້າ​ເພິ່ນ. 14  ຄັນຊັ້ນ ເມື່ອ​ຂ້ອຍ​ຈະ​ຕອບ​ເພິ່ນຂ້ອຍ​ກໍ​ຕ້ອງ​ລະວັງ​ຄຳເວົ້າ​ຂອງ​ຂ້ອຍ​ໃຫ້​ດີ​ໆ​. 15  ເຖິງ​ວ່າ​ຂ້ອຍ​ຈະ​ເປັນ​ຝ່າຍ​ຖືກ ຂ້ອຍ​ກໍ​ຈະ​ບໍ່​ຕອບ​ເພິ່ນ.+ ຂ້ອຍ​ເຮັດ​ໄດ້​ແຕ່​ຂໍ​ຄວາມ​ເມດຕາ​ຈາກ​ເພິ່ນ​ທີ່ເປັນ​ຜູ້​ຖຽງ​ກັນ​ກັບ​ຂ້ອຍ. 16  ຖ້າ​ຂ້ອຍ​ເອີ້ນ​ເພິ່ນ ເພິ່ນ​ຈະ​ຕອບ​ຂ້ອຍ​ບໍ? ຂ້ອຍ​ຄິດ​ວ່າ​ເພິ່ນ​ຄື​ຊິ​ບໍ່​ຟັງ​ຂ້ອຍ​ດອກ. 17  ເພາະ​ເພິ່ນ​ໃຫ້​ຄວາມ​ທຸກ​ທີ່​ເປັນ​ຄື​ກັບ​ພາຍຸ​ພັດ​ໃສ່​ຂ້ອຍແລະ​ເຮັດ​ໃຫ້​ຂ້ອຍ​ມີ​ບາດ​ຫຼາຍ​ໂດຍ​ບໍ່​ມີ​ເຫດຜົນ.+ 18  ເພິ່ນ​ບໍ່​ໃຫ້​ຂ້ອຍ​ມີ​ເວລາ​ໄດ້​ເຊົາ​ຫາຍ​ໃຈ​ເລີຍ.ເພິ່ນ​ເອົາຄວາມ​ເຈັບ​ປວດມາ​ຕື່ມ​ໃຫ້​ຂ້ອຍ​ຢູ່​ເລື້ອຍ​ໆ​. 19  ຖ້າ​ຈະ​ເວົ້າ​ເຖິງ​ລິດເດດ​ກໍ​ມີ​ແຕ່​ເພິ່ນ​ທີ່​ມີ​ລິດເດດ.+ ຖ້າ​ຈະ​ເວົ້າເຖິງ​ຄວາມຍຸຕິທຳ ເພິ່ນ​ກໍ​ເວົ້າ​ວ່າ ‘ໃຜ​ຊິ​ກ້າ​ເວົ້າ​ວ່າ​ເຮົາເຮັດ​ຜິດ?’ 20  ເຖິງ​ວ່າ​ຂ້ອຍ​ເປັນ​ຝ່າຍ​ຖືກ ແຕ່​ຂ້ອຍ​ກໍ​ຈະ​ເວົ້າ​ວ່າ​ຂ້ອຍ​ເປັນ​ຝ່າຍ​ຜິດ​ຢູ່​ດີ.ເຖິງ​ວ່າ​ຂ້ອຍຈະສັດຊື່​ຕໍ່​ເພິ່ນ ເພິ່ນ​ກໍ​ຈະ​ເວົ້າ​ວ່າ​ຂ້ອຍ​ເຮັດ​ຜິດ​ຄື​ເກົ່າ. 21  ເຖິງ​ວ່າ​ຂ້ອຍຈະສັດຊື່​ແທ້​ໆ​ ແຕ່​ຂ້ອຍ​ກໍ​ບໍ່​ຮູ້​ວ່າຈະ​ມີ​ຫຍັງ​ເກີດ​ຂຶ້ນກັບ​ຂ້ອຍ.ຂ້ອຍ​ຊັງ​ຊີວິດ​ຂອງ​ຂ້ອຍ. 22  ຂ້ອຍ​ບໍ່​ເຫັນ​ວ່າ​ມັນ​ຕ່າງ​ກັນ ຂ້ອຍ​ຈຶ່ງ​ເວົ້າ​ວ່າ‘ບໍ່​ວ່າ​ຄົນ​ດີ​ຫຼື​ຄົນ​ຊົ່ວ ເພິ່ນ​ກໍ​ທຳລາຍ​ຄື​ກັນ.’ 23  ຖ້າ​ມີ​ນ້ຳຖ້ວມ​ກະທັນຫັນ​ແລະ​ມີ​ຄົນ​ຕາຍ​ທັນທີເພິ່ນ​ກໍ​ຈະ​ຫົວຂວັນ​ໃສ່​ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ​ທີ່​ກຳລັງໝົດ​ຫວັງ. 24  ເພິ່ນ​ໃຫ້​ຄົນ​ຊົ່ວ​ປົກຄອງ​ໂລກ.+ເພິ່ນປິດ​ຫູ​ປິດ​ຕາ*​ຂອງ​ພວກ​ຜູ້ຕັດສິນ. ມີ​ແຕ່​ເພິ່ນ​ຜູ້​ດຽວ​ທີ່​ເຮັດ​ແນວ​ນີ້​ໄດ້. 25  ຊີວິດ​ຂອງ​ຂ້ອຍ​ຜ່ານ​ໄປ​ໄວ​ແທ້ ໄວ​ກວ່າຜູ້​ສົ່ງ​ຂ່າວ​ແລ່ນ+ແລະ​ຂ້ອຍ​ບໍ່ເຄີຍ​ໄດ້​ເຈິ​ສິ່ງ​ດີ​ໆ​ເລີຍ. 26  ຊີວິດ​ຂ້ອຍຜ່ານ​ໄປ​ໄວ​ໆ​ຄື​ກັບ​ເຮືອ​ທີ່​ເຮັດ​ຈາກ​ຕົ້ນ​ອໍ້ຄື​ກັບ​ນົກ​ອິນຊີ​ທີ່​ເຈີດ​ລົງ​ມາ​ຄຸບ​ເອົາ​ເຫຍື່ອ. 27  ເຖິງ​ຂ້ອຍ​ຈະ​ເວົ້າ​ວ່າ ‘ຂ້ອຍ​ຈະ​ລືມ​ຄວາມ​ເຈັບ​ປວດ​ໃຫ້​ໝົດຂ້ອຍ​ຈະ​ເຊົາ​ໂສກເສົ້າ​ແລະເຮັດ​ໜ້າຊື່ນ​ບານ’ 28  ແຕ່​ຂ້ອຍ​ກໍ​ຍັງ​ຢ້ານ​ຍ້ອນ​ຄວາມ​ເຈັບ​ປວດ​ຂອງ​ຂ້ອຍ+ແລະ​ຂ້ອຍ​ກໍ​ຮູ້​ວ່າ​ຈັ່ງ​ໃດ​ເພິ່ນ​ກໍ​ຄິດ​ວ່າ​ຂ້ອຍ​ເຮັດ​ຜິດ. 29  ແນວ​ໃດ​ຂ້ອຍ​ກໍ​ເປັນ​ຄົນ​ຜິດ*​ຢູ່​ແລ້ວ ຄັນຊັ້ນ ຂ້ອຍ​ຊິສູ້​ຕໍ່​ໄປເຮັດ​ຫຍັງ?+ 30  ຖ້າ​ຂ້ອຍ​ເອົາ​ນ້ຳ​ທີ່​ເປື່ອຍ​ຈາກ​ຫິມະ​ມາ​ລ້າງ​ໂຕແລະ​ເອົາສະບູມາ​ລ້າງ​ມື+ 31  ເພິ່ນ​ກໍຈະ​ຈັບ​ຂ້ອຍຈຸ່ມ​ລົງຂຸມ​ຂີ້​ຕົມ.ແມ່ນ​ແຕ່​ເຄື່ອງນຸ່ງ​ຂອງ​ຂ້ອຍ​ກໍ​ຍັງ​ຂີ້ດຽດ​ຂ້ອຍ. 32  ເພາະ​ເພິ່ນ​ບໍ່​ໄດ້​ເປັນ​ມະນຸດ​ຄື​ຂ້ອຍ ຂ້ອຍ​ຈະ​ຕອບ​ເພິ່ນ​ໄດ້​ແນວ​ໃດ?ຂ້ອຍ​ຈະ​ໄປ​ຂຶ້ນ​ສານ​ແລະ​ສູ້​ຄະດີ​ກັບ​ເພິ່ນ​ກໍ​ບໍ່​ໄດ້.+ 33  ບໍ່​ມີ​ຜູ້​ໃດ​ເປັນຄົນ​ກາງລະຫວ່າງ​ຂ້ອຍ​ກັບ​ເພິ່ນ​ໄດ້.ບໍ່​ມີ​ຜູ້​ໃດ​ຈະ​ຕັດສິນ​ຄະດີ​ລະຫວ່າງ​ຂ້ອຍ​ກັບ​ເພິ່ນ​ໄດ້. 34  ຖ້າ​ເພິ່ນ​ເຊົາ​ຕີ​ຂ້ອຍແລະເຊົາ​ເຮັດ​ໃຫ້​ຂ້ອຍ​ຢ້ານ+ 35  ຂ້ອຍ​ກໍ​ຈະ​ກ້າ​ເວົ້າ​ກັບ​ເພິ່ນ.ແຕ່​ຖ້າ​ຂ້ອຍ​ຍັງ​ຢ້ານ​ຢູ່ ຂ້ອຍ​ກໍ​ບໍ່​ກ້າ​ເວົ້າ.”

ຂໍຄວາມໄຂເງື່ອນ

ຫຼື “ຢາກ​ສູ້​ຄະດີ​ກັບ​ພະເຈົ້າ​ໃນ​ສານ”
ອາດ​ໝາຍເຖິງ​ກຸ່ມ​ດາວ​ໝີ​ໃຫຍ່
ອາດ​ໝາຍເຖິງ​ກຸ່ມ​ດາວ​ນາຍ​ພານ
ອາດ​ໝາຍເຖິງ​ດາວ​ໄກ່​ນ້ອຍ​ໃນ​ກຸ່ມ​ດາວ​ງົວ
ແປ​ຕາມ​ໂຕ​ວ່າ “ຫ້ອງ​ທາງ​ໃນ​ຕ່າງ​ໆ​ຂອງ​ທິດໃຕ້”
ອາດ​ໝາຍເຖິງ​ສັດ​ໂຕ​ໃຫຍ່​ໃນ​ທະເລ
ແປ​ຕາມ​ໂຕ​ວ່າ “ໜ້າ”
ແປ​ຕາມ​ໂຕ​ວ່າ “ຄົນ​ຊົ່ວ”