ຂ່າວດີທີ່ຂຽນໂດຍໂຢຮັນ 10:1-42

  • ຄົນ​ລ້ຽງ​ແກະ​ກັບ​ຄອກ​ແກະ (1-21)

    • ພະ​ເຢຊູ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ (11-15)

    • “ຂ້ອຍ​ຍັງ​ມີ​ແກະ​ອື່ນ” (16)

  • ພວກ​ຢິວ​ປະເຊີນ​ໜ້າ​ກັບ​ພະ​ເຢຊູ​ໃນ​ເທດສະການ​ສະຫຼອງ​ການ​ອຸທິດ​ວິຫານ (22-39)

    • ພວກ​ຢິວ​ຫຼາຍ​ຄົນ​ບໍ່​ຍອມ​ເຊື່ອ​ພະ​ເຢຊູ (24-26)

    • “ແກະ​ຂອງ​ຂ້ອຍ​ຈະ​ຟັງ​ສຽງ​ຂ້ອຍ” (27)

    • ລູກ​ກັບ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ (30, 38)

  • ຫຼາຍ​ຄົນ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່​ນ້ຳ​ຈໍແດນ​ເຂົ້າ​ມາ​ເຊື່ອ (40-42)

10  “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ໄປ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ໄປ​ທາງ​ອື່ນ ຜູ້​ນັ້ນ​ກໍ​ເປັນ​ຂີ້​ລັກ​ແລະ​ເປັນ​ໂຈນ.+  ແຕ່​ຄົນ​ລ້ຽງ​ແກະ​ຈະ​ເຂົ້າ​ໄປ​ທາງ​ປະຕູ+  ແລະ​ຄົນ​ເຝົ້າ​ປະຕູ​ຈະ​ເປີດ​ໃຫ້​ລາວ+ ແລະແກະ​ກໍ​ຟັງ​ສຽງ​ລາວ.+ ລາວ​ເອີ້ນ​ຊື່​ແກະ​ຂອງ​ລາວ​ແຕ່​ລະ​ໂຕ​ແລະ​ພາ​ພວກ​ມັນ​ອອກ​ໄປ.  ເມື່ອ​ພາ​ແກະ​ອອກ​ໄປ​ໝົດ​ແລ້ວ ລາວ​ຍ່າງ​ອອກ​ໜ້າ​ພວກ​ມັນ ແລະ​ແກະ​ກໍ​ນຳ​ລາວ​ໄປ​ຍ້ອນ​ຈື່​ສຽງ​ຂອງ​ລາວ​ໄດ້.  ພວກ​ມັນ​ຈະ​ບໍ່​ນຳ​ຄົນ​ແປກ​ໜ້າ​ໄປ ແຕ່​ຈະ​ແລ່ນ​ໜີ​ຈາກ​ຜູ້​ນັ້ນ ຍ້ອນ​ບໍ່​ລຶ້ງ​ສຽງ​ຂອງ​ຄົນ​ແປກ​ໜ້າ.”  ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ນີ້​ໃຫ້​ເຂົາເຈົ້າ​ຟັງ ແຕ່​ເຂົາເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ເພິ່ນ​ໝາຍເຖິງ​ຫຍັງ.  ພະ​ເຢຊູ​ເວົ້າ​ອີກ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ເປັນ​ປະຕູ​ສຳລັບ​ແກະ.+  ທຸກ​ຄົນ​ທີ່​ແອບ​ອ້າງ​ວ່າ​ເປັນ​ຂ້ອຍ​ກໍ​ເປັນ​ຂີ້​ລັກ​ແລະ​ເປັນ​ໂຈນ ແລະ​ແກະ​ຈະ​ບໍ່​ຟັງ​ເຂົາເຈົ້າ.  ຂ້ອຍ​ເປັນ​ປະຕູ ຜູ້​ໃດ​ທີ່​ເຂົ້າ​ມາ​ທາງ​ຂ້ອຍ ຜູ້​ນັ້ນ​ຈະ​ລອດ. ລາວ​ຈະ​ເຂົ້າ​ອອກ​ແລະ​ເຈິ​ທົ່ງ​ຫຍ້າ​ທີ່​ຂຽວ​ໆ​.+ 10  ພວກ​ຂີ້​ລັກ​ມາ​ກໍ​ເພື່ອ​ຈະ​ລັກ ຂ້າ ແລະ​ທຳລາຍ+ ແຕ່​ຂ້ອຍ​ມາ​ເພື່ອ​ໃຫ້​ແກະ​ໄດ້​ຊີວິດ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. 11  ຂ້ອຍ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ+ ແລະ​ຜູ້​ລ້ຽງ​ທີ່​ດີ​ກໍ​ຍອມ​ສະລະ​ຊີວິດ​ເພື່ອ​ແກະ​ຂອງ​ລາວ.+ 12  ສ່ວນ​ຄົນ​ຮັບຈ້າງ​ຕ່າງ​ຈາກ​ຜູ້​ລ້ຽງ​ແກະ​ຍ້ອນ​ລາວ​ບໍ່​ແມ່ນ​ເຈົ້າ​ຂອງ​ແກະ. ເມື່ອ​ເຫັນ​ໝາ​ປ່າ​ມາ ລາວ​ກໍ​ຖິ້ມ​ຝູງ​ແກະ​ແລ້ວ​ໜີ​ໄປ ປ່ອຍ​ໃຫ້​ໝາ​ປ່າ​ມາ​ກັດ​ກິນ​ແກະ ແລະ​ເຮັດ​ໃຫ້​ແກະ​ທີ່​ເຫຼືອ​ແຕກ​ກະຈັດ​ກະຈາຍ​ກັນ​ໄປ. 13  ລາວ​ຖິ້ມ​ແກະ​ໄປ​ກໍ​ຍ້ອນ​ລາວ​ເປັນ​ແຕ່​ຄົນ​ຮັບຈ້າງ​ແລະ​ບໍ່​ໄດ້​ເປັນ​ຫ່ວງ​ແກະ​ແທ້​ໆ​. 14  ຂ້ອຍ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ. ຂ້ອຍ​ຮູ້​ຈັກ​ແກະ​ຂອງ​ຂ້ອຍ​ແລະ​ແກະ​ກໍ​ຮູ້​ຈັກ​ຂ້ອຍ.+ 15  ຄື​ກັບ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ຮູ້​ຈັກ​ຂ້ອຍ​ແລະ​ຂ້ອຍ​ກໍ​ຮູ້​ຈັກ​ພໍ່.+ ຂ້ອຍ​ຍອມ​ສະລະ​ຊີວິດ​ເພື່ອ​ແກະ​ຂອງ​ຂ້ອຍ.+ 16  ຂ້ອຍ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ໄດ້​ຢູ່​ໃນ​ຄອກ​ນີ້.+ ຂ້ອຍ​ຕ້ອງ​ພາ​ແກະ​ເຫຼົ່າ​ນັ້ນ​ເຂົ້າ​ມາ​ຄື​ກັນ. ແກະ​ເຫຼົ່າ​ນັ້ນ​ຈະ​ຟັງ​ສຽງ​ຂ້ອຍ. ແກະ​ທັງໝົດ​ຈະ​ລວມ​ເປັນ​ຝູງ​ດຽວ​ແລະ​ມີ​ຜູ້​ລ້ຽງ​ຄົນ​ດຽວ.+ 17  ພໍ່​ຮັກ​ຂ້ອຍ+​ຍ້ອນ​ຂ້ອຍ​ຍອມ​ສະລະ​ຊີວິດ+ ແລະ​ຂ້ອຍ​ຈະ​ໄດ້​ຊີວິດ​ອີກ. 18  ບໍ່​ມີ​ຜູ້​ໃດ​ເອົາ​ຊີວິດ​ຂອງ​ຂ້ອຍ​ໄປ​ໄດ້ ແຕ່​ຂ້ອຍ​ເຕັມໃຈ​ສະລະ​ຊີວິດ​ຂອງ​ໂຕເອງ. ຂ້ອຍ​ມີ​ສິດ​ຈະ​ສະລະ​ຊີວິດ​ຂອງ​ຂ້ອຍ ແລະ​ມີ​ສິດ​ຈະ​ໄດ້​ຊີວິດ​ກັບ​ຄືນ​ມາ.+ ພໍ່​ຂອງ​ຂ້ອຍ​ສັ່ງ​ໃຫ້​ຂ້ອຍ​ເຮັດ​ແບບ​ນັ້ນ.” 19  ເມື່ອ​ພະ​ເຢຊູ​ເວົ້າ​ແນວ​ນັ້ນ​ກໍ​ເຮັດ​ໃຫ້​ພວກ​ຢິວ​ຂັດແຍ່ງ​ກັນ​ອີກ​ເທື່ອ​ໜຶ່ງ.+ 20  ຫຼາຍ​ຄົນ​ເວົ້າ​ວ່າ: “ລາວ​ຖືກ​ປີສາດ​ສິງ​ແລະ​ເປັນ​ບ້າ​ແລ້ວ. ຊິ​ຟັງ​ລາວ​ເຮັດ​ຫຍັງ?” 21  ແຕ່​ບາງ​ຄົນ​ເວົ້າ​ວ່າ: “ຄົນ​ທີ່​ຖືກ​ປີສາດ​ສິງ​ບໍ່​ເວົ້າ​ແບບ​ນີ້​ດອກ. ປີສາດ​ຊິ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້​ຫວະ?” 22  ໄລຍະ​ນັ້ນ ມີ​ເທດສະການ​ສະຫຼອງ​ການ​ອຸທິດ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ. ຕອນ​ນັ້ນ​ເປັນ​ຍາມ​ໜາວ 23  ແລະ​ພະ​ເຢຊູ​ຍ່າງ​ຢູ່​ໃນ​ວິຫານ​ຕາມ​ທາງ​ຍ່າງ​ທີ່​ມີ​ເສົາ​ລຽນ​ກັນ​ທີ່​ໂຊໂລໂມນ​ໄດ້​ສ້າງ​ໄວ້.+ 24  ພວກ​ຢິວ​ມາ​ຢືນ​ອ້ອມ​ເພິ່ນ​ແລະ​ຖາມ​ວ່າ: “ເຈົ້າ​ຈະ​ປ່ອຍ​ໃຫ້​ພວກ​ເຮົາ​ສົງໄສ​ໄປ​ອີກ​ດົນ​ປານ​ໃດ? ຖ້າ​ເຈົ້າ​ເປັນ​ພະຄລິດ​ກໍ​ບອກ​ມາ​ກົງ​ໆ​ໂລດ.” 25  ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ຂ້ອຍ​ບອກ​ແລ້ວ ແຕ່​ພວກ​ເຈົ້າ​ບໍ່​ເຊື່ອ. ສິ່ງ​ທີ່​ຂ້ອຍ​ເຮັດ​ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ​ກໍ​ເປັນ​ຫຼັກຖານ​ຢືນຢັນ​ຢູ່​ແລ້ວ​ວ່າ​ຂ້ອຍ​ແມ່ນ​ໃຜ.+ 26  ແຕ່​ພວກ​ເຈົ້າ​ບໍ່​ເຊື່ອ​ຍ້ອນ​ພວກ​ເຈົ້າ​ບໍ່​ແມ່ນ​ແກະ​ຂອງ​ຂ້ອຍ.+ 27  ແກະ​ຂອງ​ຂ້ອຍ​ຈະ​ຟັງ​ສຽງ​ຂ້ອຍ. ຂ້ອຍ​ຮູ້​ຈັກ​ແກະ​ຂອງ​ຂ້ອຍ ແລະ​ພວກ​ມັນ​ກໍ​ນຳ​ຂ້ອຍ​ໄປ.+ 28  ຂ້ອຍ​ໃຫ້​ແກະ​ມີ​ຊີວິດ​ຕະຫຼອດ​ໄປ.+ ແກະ​ຂອງ​ຂ້ອຍ​ຈະ​ບໍ່​ມີ​ມື້​ຖືກ​ທຳລາຍ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຍາດ​ພວກ​ມັນ​ໄປ​ຈາກ​ມື​ຂອງ​ຂ້ອຍ.+ 29  ແກະ​ທີ່​ພໍ່​ຂອງ​ຂ້ອຍ​ຍົກ​ໃຫ້​ຂ້ອຍ​ສຳຄັນ​ຫຼາຍ​ກວ່າ​ທຸກ​ສິ່ງ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຍາດ​ແກະ​ເຫຼົ່າ​ນັ້ນ​ໄປ​ຈາກ​ມື​ຂອງ​ພໍ່​ໄດ້.+ 30  ຂ້ອຍ​ກັບ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”+ 31  ຮອດ​ຕອນນີ້ ພວກ​ຢິວ​ກໍ​ຈັບ​ເອົາ​ກ້ອນ​ຫີນ​ເພື່ອ​ຈະ​ດຶກ​ໃສ່​ພະ​ເຢຊູ​ອີກ. 32  ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ: “ຂ້ອຍ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ​ສິ່ງ​ດີ​ໆ​ຫຼາຍ​ຢ່າງ​ຕາມ​ທີ່​ພໍ່​ຂອງ​ຂ້ອຍ​ສັ່ງ. ແຕ່​ສິ່ງ​ດີ​ໆ​ອັນ​ໃດ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ຢາກ​ເອົາ​ກ້ອນ​ຫີນ​ມາ​ດຶກ​ໃສ່​ຂ້ອຍ?” 33  ພວກ​ຢິວ​ຕອບ​ເພິ່ນ​ວ່າ: “ພວກ​ເຮົາ​ຈະ​ເອົາ​ກ້ອນ​ຫີນ​ດຶກ​ໃສ່​ເຈົ້າ ບໍ່​ແມ່ນ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ດີ ແຕ່​ຍ້ອນ​ເຈົ້າ​ໝິ່ນ​ປະໝາດ​ພະເຈົ້າ.+ ເຈົ້າ​ເປັນ​ພຽງ​ມະນຸດ ແຕ່​ຍົກ​ໂຕເອງ​ເປັນ​ພະເຈົ້າ.” 34  ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ໃນ​ກົດໝາຍ​ຂອງ​ພວກ​ເຈົ້າ ພະເຈົ້າ​ເວົ້າ​ແມ່ນ​ບໍ​ວ່າ ‘ພວກ​ເຈົ້າ​ເປັນ​ພະເຈົ້າ’?*+ 35  ແມ່ນ​ແຕ່​ຄົນ​ທີ່​ພະເຈົ້າ​ຕຳໜິ ເພິ່ນ​ຍັງ​ເອີ້ນ​ເຂົາເຈົ້າ​ວ່າ ‘ພະເຈົ້າ’+ ແລະ​ພະຄຳພີ​ຖືກຕ້ອງ​ສະເໝີ. 36  ພະເຈົ້າ​ໄດ້​ເລືອກ​ຂ້ອຍ​ແລະ​ໃຊ້​ຂ້ອຍ​ມາ​ໂລກ​ນີ້. ເປັນ​ຫຍັງ​ພວກ​ເຈົ້າ​ເວົ້າ​ວ່າ​ຂ້ອຍ​ໝິ່ນ​ປະໝາດ​ພະເຈົ້າ​ຍ້ອນ​ຂ້ອຍ​ບອກ​ວ່າ​ຂ້ອຍ​ເປັນ​ລູກ​ຂອງ​ພະເຈົ້າ?+ 37  ຖ້າ​ຂ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ພໍ່​ໃຫ້​ຂ້ອຍ​ເຮັດ ພວກ​ເຈົ້າ​ກໍ​ບໍ່​ຕ້ອງ​ເຊື່ອ​ຂ້ອຍ. 38  ແຕ່​ຖ້າ​ຂ້ອຍ​ເຮັດ​ສິ່ງ​ທີ່​ພໍ່​ໃຫ້​ຂ້ອຍ​ເຮັດ ເຖິງ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ເຊື່ອ​ຂ້ອຍ ກໍ​ໃຫ້​ເຊື່ອ​ຍ້ອນ​ສິ່ງ​ທີ່​ຂ້ອຍ​ເຮັດ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ແລະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລະ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພໍ່.”+ 39  ພວກ​ຢິວ​ພະຍາຍາມ​ຈະ​ຈັບ​ພະ​ເຢຊູ​ອີກ ແຕ່​ເພິ່ນ​ໜີ​ໄປ​ໄດ້. 40  ຈາກນັ້ນ ພະ​ເຢຊູ​ກໍ​ເດີນ​ທາງ​ຂ້າມ​ແມ່​ນ້ຳ​ຈໍແດນ​ອີກ​ເທື່ອ​ໜຶ່ງ. ເພິ່ນ​ໄປ​ບ່ອນ​ທີ່​ໂຢຮັນ​ເຄີຍ​ໃຫ້​ບັບເຕມາ+​ແລະ​ພັກ​ຢູ່​ຫັ້ນ. 41  ຫຼາຍ​ຄົນ​ມາ​ຫາ​ພະ​ເຢຊູ​ແລະ​ພາກັນ​ເວົ້າ​ວ່າ: “ໂຢຮັນ​ບໍ່​ເຄີຍ​ເຮັດ​ການ​ອັດສະຈັນ​ຈັກ​ຢ່າງ ແຕ່​ສິ່ງ​ທີ່​ໂຢຮັນ​ເວົ້າ​ເຖິງ​ຜູ້​ຊາຍ​ຄົນ​ນີ້​ຖືກ​ໝົດ​ທຸກ​ຢ່າ​ງ.”+ 42  ຫຼາຍ​ຄົນ​ທີ່​ຢູ່​ຫັ້ນ​ຈຶ່ງ​ເຊື່ອ​ໃນ​ພະ​ເຢຊູ.

ຂໍຄວາມໄຂເງື່ອນ

ຫຼື “ເປັນ​ຄື​ກັບ​ພະເຈົ້າ”