ຂ່າວດີທີ່ຂຽນໂດຍໂຢຮັນ 15:1-27

  • ຕົວຢ່າງ​ປຽບທຽບ​ເລື່ອງ​ຕົ້ນ​ໝາກ​ລະແຊັງ​ແທ້ (1-10)

  • ຄຳ​ສັ່ງ​ທີ່​ໃຫ້​ສະແດງ​ຄວາມ​ຮັກ​ແບບ​ພະຄລິດ (11-17)

    • ‘ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ​ນີ້’ (13)

  • ໂລກ​ນີ້​ຊັງ​ພວກ​ລູກສິດ​ຂອງ​ພະ​ເຢຊູ (18-27)

15  “ຂ້ອຍ​ເປັນ​ຕົ້ນ​ໝາກ​ລະແຊັງ​ແທ້ ແລະ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ​ເປັນ​ຜູ້​ເບິ່ງແຍງ​ສວນ​ໝາກ​ລະແຊັງ.  ທຸກ​ງ່າ​ທີ່​ແຕກ​ອອກ​ຈາກ​ຂ້ອຍ ຖ້າ​ບໍ່​ເປັນ​ໝາກ ເພິ່ນ​ຈະ​ຕັດ​ຖິ້ມ ສ່ວນ​ງ່າ​ທີ່​ເປັນ​ໝາກ ເພິ່ນ​ຈະ​ຕັດ​ແຕ່ງ*​ງ່າ​ນັ້ນ​ເພື່ອ​ໃຫ້​ເປັນ​ໝາກ​ຫຼາຍ​ຕື່ມ​ອີກ.+  ຄຳສອນ​ຂອງ​ຂ້ອຍ​ເຮັດ​ໃຫ້​ພວກ​ເຈົ້າ​ສະອາດ​ແລ້ວ.+  ຂໍ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພວກ​ເຈົ້າ. ງ່າ​ຈະ​ບໍ່​ເປັນ​ໝາກ​ຖ້າ​ບໍ່​ຕິດ​ຢູ່​ກັບ​ຕົ້ນ. ພວກ​ເຈົ້າ​ກໍ​ຈະ​ບໍ່​ເກີດ​ໝາກ​ຄື​ກັນ​ຖ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ.+  ຂ້ອຍ​ເປັນ​ຕົ້ນ​ໝາກ​ລະແຊັງ​ແລະ​ພວກ​ເຈົ້າ​ເປັນ​ງ່າ. ຖ້າ​ຜູ້​ໃດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລະ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ລາວ ຜູ້​ນັ້ນ​ຈະ​ເປັນ​ໝາກ​ຫຼາຍ.+ ແຕ່​ຖ້າ​ພວກ​ເຈົ້າ​ແຍກ​ຈາກ​ຂ້ອຍ ພວກ​ເຈົ້າ​ເຮັດ​ຫຍັງ​ກໍ​ຈະ​ບໍ່​ສຳເລັດ.  ຖ້າ​ຜູ້​ໃດ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ລາວ​ຈະ​ຖືກ​ຖິ້ມ​ຄື​ກັບ​ງ່າ​ໄມ້​ແລະ​ຈະ​ແຫ້ງ​ໄປ ແລ້ວ​ຈະ​ມີ​ຄົນ​ມາ​ເກັບ​ເອົາ​ງ່າ​ເຫຼົ່າ​ນັ້ນ​ໄປ​ຈູດ​ຖິ້ມ.  ຖ້າ​ພວກ​ເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ​ແລະ​ຍຶດ​ໝັ້ນ​ໃນ​ຄຳສອນ​ຂອງ​ຂ້ອຍ​ຢູ່​ສະເໝີ ບໍ່​ວ່າ​ພວກ​ເຈົ້າ​ຂໍ​ຫຍັງ​ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.+  ພໍ່​ຂອງ​ຂ້ອຍ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ ເມື່ອ​ພວກ​ເຈົ້າ​ເກີດ​ໝາກ​ຫຼາຍ​ຕໍ່​ໆ​ໄປ​ແລະ​ສະແດງ​ໂຕ​ວ່າ​ເປັນ​ລູກສິດ​ຂອງ​ຂ້ອຍ.+  ຂ້ອຍ​ຮັກ​ພວກ​ເຈົ້າ​ຄື​ກັບ​ທີ່​ພໍ່​ຮັກ​ຂ້ອຍ.+ ຂໍ​ໃຫ້​ພວກ​ເຈົ້າ​ຮັກສາ​ຄວາມ​ຮັກ​ຂອງ​ຂ້ອຍ​ໄວ້​ຕໍ່​ໆ​ໄປ. 10  ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຂ້ອຍ ຂ້ອຍ​ຈະ​ຮັກ​ພວກ​ເຈົ້າ​ສະເໝີ ຄື​ກັບ​ທີ່​ຂ້ອຍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່ ແລະ​ເພິ່ນ​ຮັກ​ຂ້ອຍ​ສະເໝີ. 11  ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ໃຫ້​ພວກ​ເຈົ້າ​ຮູ້ ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຄື​ກັບ​ທີ່​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.+ 12  ນີ້​ແມ່ນ​ຄຳ​ສັ່ງ​ຂອງ​ຂ້ອຍ. ໃຫ້​ພວກ​ເຈົ້າ​ຮັກ​ກັນ​ຄື​ກັບ​ທີ່​ຂ້ອຍ​ຮັກ​ພວກ​ເຈົ້າ.+ 13  ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ຍອມ​ຕາຍ​ເພື່ອ​ໝູ່​ຂອງ​ລາວ.+ 14  ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຂ້ອຍ ພວກ​ເຈົ້າ​ກໍ​ເປັນ​ໝູ່​ຂ້ອຍ.+ 15  ຂ້ອຍ​ບໍ່​ເອີ້ນ​ພວກ​ເຈົ້າ​ວ່າ​ທາດ​ອີກ​ຕໍ່​ໄປ ຍ້ອນ​ທາດ​ບໍ່​ຮູ້​ວ່າ​ນາຍ​ເຮັດ​ຫຍັງ​ແດ່ ແຕ່​ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່ ຍ້ອນ​ຂ້ອຍ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ທຸກ​ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ພໍ່​ຂອງ​ຂ້ອຍ. 16  ພວກ​ເຈົ້າ​ບໍ່​ໄດ້​ເລືອກ​ຂ້ອຍ ແຕ່​ຂ້ອຍ​ເປັນ​ຜູ້​ເລືອກ​ພວກ​ເຈົ້າ​ເພື່ອ​ໃຫ້​ພວກ​ເຈົ້າ​ເກີດ​ໝາກ​ຕໍ່​ໆ​ໄປ​ເຊິ່ງ​ເປັນ​ໝາກ​ທີ່​ຈະ​ຢູ່​ຕະຫຼອດ​ໄປ ແລະ​ບໍ່​ວ່າ​ພວກ​ເຈົ້າ​ຈະ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ເອົາ​ສິ່ງ​ນັ້ນ​ໃຫ້​ພວກ​ເຈົ້າ.+ 17  ຂ້ອຍ​ສັ່ງ​ພວກ​ເຈົ້າ​ແບບ​ນີ້​ກໍ​ເພື່ອ​ໃຫ້​ພວກ​ເຈົ້າ​ຮັກ​ກັນ.+ 18  ຖ້າ​ໂລກ​ນີ້​ຊັງ​ພວກ​ເຈົ້າ ກໍ​ໃຫ້​ຮູ້​ວ່າ​ໂລກ​ໄດ້​ຊັງ​ຂ້ອຍ​ກ່ອນ.+ 19  ຖ້າ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ໂລກ​ນີ້ ໂລກ​ກໍ​ຈະ​ຮັກ​ພວກ​ເຈົ້າ ແຕ່​ຕອນນີ້​ພວກ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ​ນີ້​ແລ້ວ+ ຍ້ອນ​ຂ້ອຍ​ເລືອກ​ພວກ​ເຈົ້າ​ໃຫ້​ຢູ່​ຕ່າງ​ຫາກ​ຈາກ​ໂລກ ໂລກ​ນີ້​ຈຶ່ງ​ຊັງ​ພວກ​ເຈົ້າ.+ 20  ຢ່າ​ລືມ​ທີ່​ຂ້ອຍ​ເວົ້າ​ໄວ້​ວ່າ​ທາດ​ບໍ່​ໃຫຍ່​ກວ່າ​ນາຍ ຖ້າ​ເຂົາເຈົ້າ​ຂົ່ມເຫງ​ຂ້ອຍ ເຂົາເຈົ້າ​ຈະ​ຂົ່ມເຫງ​ພວກ​ເຈົ້າ​ຄື​ກັນ.+ ຖ້າ​ເຂົາເຈົ້າ​ເຮັດ​ຕາມ​ຄຳສອນ​ຂອງ​ຂ້ອຍ ເຂົາເຈົ້າ​ກໍ​ຈະ​ເຮັດ​ຕາມ​ຄຳສອນ​ຂອງ​ພວກ​ເຈົ້າ​ຄື​ກັນ. 21  ເຂົາເຈົ້າ​ຈະ​ເຮັດ​ບໍ່​ດີ​ຕໍ່​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ແລະ​ຍ້ອນ​ເຂົາເຈົ້າ​ບໍ່​ຮູ້​ຈັກ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.+ 22  ຖ້າ​ຂ້ອຍ​ບໍ່​ໄດ້​ມາ​ເຕືອນ ເຂົາເຈົ້າ​ຄື​ຊິ​ບໍ່​ຕ້ອງ​ຖືກ​ລົງ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ+ ແຕ່​ຕອນນີ້​ເຂົາເຈົ້າ​ບໍ່​ມີ​ຂໍ້​ແກ້ໂຕ​ແລ້ວ.+ 23  ຄົນ​ທີ່​ຊັງ​ຂ້ອຍ​ກໍ​ຊັງ​ພໍ່​ຂອງ​ຂ້ອຍ​ນຳ.+ 24  ຖ້າ​ຂ້ອຍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ເຄີຍ​ມີ​ຜູ້​ໃດ​ເຮັດ​ມາ​ກ່ອນ​ໃຫ້​ເຂົາເຈົ້າ​ເຫັນ ເຂົາເຈົ້າ​ຄື​ຊິ​ບໍ່​ຕ້ອງ​ຖືກ​ລົງໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.+ ແຕ່​ຕອນນີ້ ທັງ​ໆ​ທີ່​ເຂົາເຈົ້າ​ເຫັນ​ແລ້ວ ເຂົາເຈົ້າ​ກໍ​ຍັງ​ຊັງ​ຂ້ອຍ​ແລະ​ພໍ່​ຂອງ​ຂ້ອຍ​ນຳ. 25  ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ*​ທີ່​ວ່າ ‘ເຂົາເຈົ້າ​ຊັງ​ຂ້ອຍ​ແບບ​ບໍ່​ມີ​ເຫດຜົນ.’+ 26  ຂ້ອຍ​ຈະ​ສົ່ງ​ຜູ້​ຊ່ວຍ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ມາ​ໃຫ້​ພວກ​ເຈົ້າ. ຜູ້​ຊ່ວຍ​ນັ້ນ​ແມ່ນ​ພະລັງ​ຂອງ​ເພິ່ນ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ຈິງ.+ ເມື່ອ​ມາ​ແລ້ວ ຜູ້​ຊ່ວຍ​ນັ້ນ​ຈະ​ເປັນ​ພະຍານ​ຢືນຢັນ​ໃຫ້​ຂ້ອຍ+ 27  ແລະ​ພວກ​ເຈົ້າ​ກໍ​ຈະ​ເປັນ​ພະຍານ​ຢືນຢັນ​ໃຫ້​ຂ້ອຍ​ຄື​ກັນ+ ຍ້ອນ​ພວກ​ເຈົ້າ​ຢູ່​ນຳ​ຂ້ອຍ​ຕັ້ງແຕ່​ທຳອິດ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ສະອາດ”
ແປ​ຕາມ​ໂຕ​ວ່າ “ໃນ​ກົດໝາຍ​ຂອງ​ເຂົາເຈົ້າ”