ຂ່າວດີທີ່ຂຽນໂດຍໂຢຮັນ 19:1-42
19 ປີລາດສັ່ງພວກທະຫານໃຫ້ເອົາພະເຢຊູໄປແລະໃຫ້ເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດເພິ່ນ.+
2 ພວກທະຫານເອົາໜາມສານເປັນມົງກຸດແລ້ວສຸບໃສ່ຫົວພະເຢຊູແລະເອົາເສື້ອຄຸມສີມ່ວງມາໃສ່ໃຫ້ເພິ່ນ+
3 ແລ້ວເຂົາເຈົ້າກໍປ່ຽນກັນມາເຍາະເຍີ້ຍພະເຢຊູວ່າ: “ຂໍກົ້ມຄຳນັບກະສັດຂອງຄົນຢິວ!” ເຂົາເຈົ້າຍັງຕົບໜ້າເພິ່ນນຳອີກ.+
4 ປີລາດອອກໄປເວົ້າກັບພວກຢິວອີກວ່າ: “ເບິ່ງແມ້! ຂ້ອຍພາລາວອອກມາຫາພວກເຈົ້າເພື່ອພວກເຈົ້າຈະໄດ້ຮູ້ວ່າຂ້ອຍບໍ່ເຫັນວ່າລາວມີຄວາມຜິດຫຍັງ.”+
5 ພະເຢຊູອອກມາພ້ອມທັງໃສ່ມົງກຸດໜາມແລະເສື້ອຄຸມສີມ່ວງ. ປີລາດເວົ້າກັບພວກຢິວວ່າ: “ເບິ່ງຜູ້ຊາຍຄົນນີ້ແມ້!”
6 ແຕ່ເມື່ອພວກຫົວໜ້າປະໂລຫິດກັບພວກເຈົ້າໜ້າທີ່ເຫັນພະເຢຊູ ເຂົາເຈົ້າກໍຮ້ອງຂຶ້ນວ່າ: “ເອົາລາວໄປຄຶງໄວ້ເທິງເສົາ! ເອົາລາວໄປຄຶງໄວ້ເທິງເສົາ!”*+ ປີລາດບອກເຂົາເຈົ້າວ່າ: “ພວກເຈົ້າເອົາລາວໄປຄຶງເອງແມະ ຂ້ອຍບໍ່ເຫັນວ່າລາວມີຄວາມຜິດຫຍັງ.”+
7 ພວກຢິວເວົ້າວ່າ: “ພວກເຮົາມີກົດໝາຍແລະຕາມກົດໝາຍນັ້ນລາວສົມຄວນຕາຍ+ ຍ້ອນລາວຕັ້ງໂຕເປັນລູກຂອງພະເຈົ້າ.”+
8 ເມື່ອປີລາດໄດ້ຍິນແບບນັ້ນກໍແຮ່ງຢ້ານ.
9 ລາວກັບເຂົ້າໄປໃນເຮືອນແລະຖາມພະເຢຊູວ່າ: “ເຈົ້າມາຈາກໃສແທ້ໆ?” ແຕ່ພະເຢຊູບໍ່ຕອບ.+
10 ປີລາດຈຶ່ງເວົ້າວ່າ: “ເຈົ້າບໍ່ຍອມເວົ້າກັບຂ້ອຍຫວະ? ເຈົ້າຮູ້ບໍວ່າຂ້ອຍມີອຳນາດຈະປ່ອຍເຈົ້າຫຼືປະຫານເຈົ້າກໍໄດ້?”
11 ພະເຢຊູຕອບວ່າ: “ເຈົ້າຈະມີອຳນາດເໜືອຂ້ອຍບໍ່ໄດ້ດອກ ຖ້າບໍ່ໄດ້ຮັບອຳນາດຈາກພະເຈົ້າ. ຍ້ອນແນວນີ້ແຫຼະ ຄົນທີ່ມອບຂ້ອຍໄວ້ໃນມືເຈົ້າກໍມີຄວາມຜິດຫຼາຍກວ່າເຈົ້າ.”
12 ປີລາດຈຶ່ງພະຍາຍາມຫາທາງປ່ອຍພະເຢຊູ ແຕ່ພວກຢິວຮ້ອງຂຶ້ນວ່າ: “ຖ້າທ່ານປ່ອຍລາວ ທ່ານກໍເປັນສັດຕູກັບກາຍຊາ.* ທຸກຄົນທີ່ຕັ້ງໂຕເອງເປັນກະສັດກໍຕໍ່ຕ້ານກາຍຊາ.”+
13 ເມື່ອປີລາດໄດ້ຍິນແບບນັ້ນກໍພາພະເຢຊູອອກມາ ແລ້ວລາວກໍນັ່ງເທິງບັນລັງຕັດສິນເຊິ່ງຕັ້ງຢູ່ບ່ອນທີ່ເອີ້ນວ່າເດີ່ນຫີນ. ໃນພາສາເຮັບເຣີເອີ້ນວ່າຄັບບາທາ.
14 ຕອນນັ້ນເປັນເວລາປະມານຕອນທ່ຽງ*ຂອງມື້ກຽມ*+ສຳລັບປັດສະຄາ. ປີລາດເວົ້າກັບພວກຢິວວ່າ: “ເບິ່ງແມ້! ກະສັດຂອງພວກເຈົ້າ!”
15 ແຕ່ພວກຢິວຮ້ອງຂຶ້ນວ່າ: “ຂ້າລາວໂລດ! ຂ້າລາວໂລດ! ເອົາລາວໄປຄຶງໄວ້ເທິງເສົາ!” ປີລາດຖາມເຂົາເຈົ້າວ່າ: “ຊິໃຫ້ຂ້ອຍປະຫານກະສັດຂອງພວກເຈົ້າຫວະ?” ພວກຫົວໜ້າປະໂລຫິດຕອບວ່າ: “ພວກເຮົາບໍ່ມີກະສັດອື່ນນອກຈາກກາຍຊາ.”
16 ປີລາດຈຶ່ງຍອມໃຫ້ເຂົາເຈົ້າເອົາພະເຢຊູໄປປະຫານເທິງເສົາ.+
ພວກທະຫານກໍເອົາພະເຢຊູໄປ.
17 ພະເຢຊູແບກເສົາທໍລະມານ*ຂອງໂຕເອງ ແລະເພິ່ນອອກໄປຮອດບ່ອນໜຶ່ງທີ່ມີຊື່ໃນພາສາເຮັບເຣີວ່າໂຄລະໂຄທາ+ທີ່ແປວ່າຫົວກະໂຫຼກ.+
18 ແລ້ວພວກທະຫານກໍຄຶງພະເຢຊູໄວ້ເທິງເສົາ.+ ມີຜູ້ຊາຍ 2 ຄົນຖືກຄຶງຢູ່ນຳເພິ່ນຂ້າງລະຄົນ ພະເຢຊູຢູ່ທາງກາງ.+
19 ປີລາດໃຫ້ຂຽນປ້າຍຕິດໄວ້ເທິງເສົາທໍລະມານນຳອີກ. ປ້າຍນັ້ນຂຽນວ່າ: “ເຢຊູຄົນນາຊາເຣັດ ກະສັດຂອງຄົນຢິວ.”+
20 ຄົນຢິວຫຼາຍຄົນໄດ້ອ່ານປ້າຍນັ້ນ ຍ້ອນບ່ອນທີ່ພະເຢຊູຖືກຄຶງເທິງເສົາຢູ່ໃກ້ເມືອງ ແລະປ້າຍນັ້ນຂຽນເປັນພາສາເຮັບເຣີ ລາຕິນ ແລະກຣີກ.
21 ພວກຫົວໜ້າປະໂລຫິດຂອງຄົນຢິວບອກປີລາດວ່າ: “ຢ່າຂຽນວ່າ ‘ກະສັດຂອງຄົນຢິວ’ ແຕ່ໃຫ້ຂຽນວ່າ ‘ຜູ້ນີ້ອ້າງວ່າເປັນກະສັດຂອງຄົນຢິວ.’”
22 ປີລາດຕອບວ່າ: “ຂ້ອຍຈະຂຽນແບບນີ້ແຫຼະ.”
23 ເມື່ອພວກທະຫານຄຶງພະເຢຊູໄວ້ເທິງເສົາແລ້ວ ເຂົາເຈົ້າກໍເອົາເສື້ອຄຸມຂອງເພິ່ນມາແບ່ງເປັນ 4 ສ່ວນ ແລ້ວເອົາໄປຄົນລະສ່ວນ. ແຕ່ເມື່ອເຂົາເຈົ້າຈັບເອົາເສື້ອໂຕທາງໃນມາ ກໍເຫັນວ່າເສື້ອນັ້ນບໍ່ມີຮອຍຕໍ່ ຍ້ອນຕ່ຳເປັນຜືນດຽວໝົດໂຕ.
24 ເຂົາເຈົ້າຈຶ່ງເວົ້າວ່າ: “ຢ່າຈີກເສື້ອໂຕນີ້ ໃຫ້ຈົກສະຫຼາກເອົາວ່າໃຜຊິໄດ້.”+ ເລື່ອງນີ້ເປັນໄປຕາມທີ່ຂຽນໄວ້ໃນພະຄຳພີທີ່ວ່າ: “ເຂົາເຈົ້າເອົາເຄື່ອງນຸ່ງຂອງລູກມາແບ່ງກັນ ແລະເອົາເສື້ອຜ້າຂອງລູກມາຈົກສະຫຼາກ.”+ ພວກທະຫານກໍເຮັດແບບນັ້ນແທ້ໆ.
25 ຄົນທີ່ຢືນຢູ່ໃກ້ໆເສົາທໍລະມານຂອງພະເຢຊູມີແມ່+ກັບນ້າສາວຂອງເພິ່ນ ແລະມາຣິອາເມຍຂອງໂຄປັດກັບມາຣິອາຄົນມັກດາເລນ.+
26 ເມື່ອພະເຢຊູເຫັນແມ່ກັບລູກສິດທີ່ເພິ່ນຮັກ+ຢືນຢູ່ໃກ້ໆ ເພິ່ນກໍບອກແມ່ວ່າ: “ແມ່ເອີ້ຍ! ຕັ້ງແຕ່ນີ້ໄປລາວເປັນລູກຂອງແມ່ເດີ້!”
27 ແລ້ວບອກລູກສິດຜູ້ນັ້ນວ່າ: “ນີ້ແມ່ນແມ່ຂອງເຈົ້າ.” ຕັ້ງແຕ່ນັ້ນມາ ລູກສິດຜູ້ນັ້ນກໍເອົາມາຣິອາໄປຢູ່ນຳ.
28 ຫຼັງຈາກນັ້ນ ເມື່ອພະເຢຊູຮູ້ວ່າເຮັດທຸກຢ່າງສຳເລັດແລ້ວ ແລະເພື່ອໃຫ້ເປັນໄປຕາມທີ່ຂຽນໄວ້ໃນພະຄຳພີ ເພິ່ນຈຶ່ງເວົ້າວ່າ: “ຂ້ອຍຫິວນ້ຳ.”+
29 ຢູ່ຫັ້ນມີໄຫໃສ່ເຫຼົ້າແວງສົ້ມຕັ້ງຢູ່ໄຫໜຶ່ງ ເຂົາເຈົ້າຈຶ່ງເອົາຟອງນ້ຳຈຸບເຫຼົ້າແວງສົ້ມແລະສຽບໃສ່ປາຍກ້ານຫູສົບ* ແລ້ວຍົກຂຶ້ນໃຫ້ຮອດປາກພະເຢຊູ.+
30 ພະເຢຊູຊີມເຫຼົ້າແວງສົ້ມແລ້ວເວົ້າວ່າ: “ສຳເລັດແລ້ວ!”+ ຈາກນັ້ນ ຄໍຂອງເພິ່ນກໍພັບລົງ ແລ້ວເພິ່ນກໍຕາຍ.+
31 ມື້ນັ້ນເປັນມື້ກຽມ+ ພວກຢິວຈຶ່ງຂໍປີລາດສັ່ງໃຫ້ທຸບຂາຂອງຄົນທີ່ຖືກຄຶງໃຫ້ຫັກແລ້ວເອົາສົບລົງມາ ເພື່ອບໍ່ໃຫ້ສົບຄ້າງຢູ່ເທິງເສົາທໍລະມານ+ໃນວັນຊະບາໂຕ (ຍ້ອນວັນຊະບາໂຕນັ້ນເປັນວັນຊະບາໂຕພິເສດ).*+
32 ພວກທະຫານກໍມາທຸບຂາຂອງ 2 ຄົນນັ້ນທີ່ຖືກຄຶງຢູ່ເທິງເສົາທາງຂ້າງພະເຢຊູ.
33 ແຕ່ເມື່ອມາຮອດພະເຢຊູ ເຂົາເຈົ້າເຫັນວ່າເພິ່ນຕາຍແລ້ວ ຈຶ່ງບໍ່ໄດ້ທຸບຂາຂອງເພິ່ນໃຫ້ຫັກ.
34 ທະຫານຄົນໜຶ່ງເອົາຫອກມາແທງທາງຂ້າງພະເຢຊູ+ ເລືອດກັບນ້ຳກໍໄຫຼອອກມາທັນທີ.
35 ຄົນທີ່ເລົ່າເລື່ອງນີ້ເປັນຄົນທີ່ເຫັນເຫດການ. ຄຳເວົ້າຂອງລາວເປັນຄວາມຈິງ. ລາວຮູ້ວ່າເລື່ອງທີ່ລາວເລົ່າເປັນເລື່ອງຈິງ ເພື່ອພວກເຈົ້າຈະໄດ້ເຊື່ອຄືກັນ.+
36 ເຫດການນີ້ເກີດຂຶ້ນແທ້ຕາມທີ່ຂຽນໄວ້ໃນພະຄຳພີທີ່ວ່າ: “ກະດູກຂອງລາວບໍ່ມີທ່ອນໃດຫັກເລີຍ.”+
37 ມີອີກຂໍ້ໜຶ່ງທີ່ຂຽນໄວ້ວ່າ: “ເຂົາເຈົ້າຈະແນມເບິ່ງຄົນທີ່ເຂົາເຈົ້າແທງ.”+
38 ຫຼັງຈາກນັ້ນ ໂຢເຊັບຈາກເມືອງອາຣີມາທາຍກໍໄປຫາປີລາດເພື່ອຂໍສົບພະເຢຊູ. ໂຢເຊັບຄົນນີ້ເປັນລູກສິດຜູ້ໜຶ່ງຂອງພະເຢຊູ ແຕ່ລາວບໍ່ເປີດເຜີຍໂຕຍ້ອນຢ້ານພວກຢິວ.+ ເມື່ອປີລາດອະນຸຍາດ ລາວກໍມາເອົາສົບພະເຢຊູໄປ.+
39 ນີໂກເດມ+ທີ່ເຄີຍໄປຫາພະເຢຊູຕອນກາງຄືນກໍມາຄືກັນ ແລະເອົາມົດຍອບ*ປະສົມກັບໄມ້ເກດສະໜາໜັກປະມານ 30 ກິໂລກຣາມ*ມານຳ.+
40 ເຂົາເຈົ້າເອົາຜ້າລີນິນມາພັນສົບພະເຢຊູ ພ້ອມທັງໃສ່ເຄື່ອງຫອມ+ຕາມທຳນຽມການຝັງສົບຂອງຄົນຢິວ.
41 ໃກ້ໆກັບບ່ອນທີ່ພະເຢຊູຖືກຄຶງມີສວນ. ໃນສວນນັ້ນມີບ່ອນຝັງສົບໃໝ່+ທີ່ຍັງບໍ່ເຄີຍໃຊ້ຝັງສົບໃຜ.
42 ເຂົາເຈົ້າເອົາສົບພະເຢຊູໄປໄວ້ໃນບ່ອນຝັງສົບນັ້ນຍ້ອນຢູ່ໃກ້ ແລະມື້ນັ້ນເປັນມື້ກຽມ+ຂອງຄົນຢິວ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ປະຫານລາວເທິງເສົາ! ປະຫານລາວເທິງເສົາ!”
^ ຫຼື “ຈັກກະພັດໂຣມ”
^ ແປຕາມໂຕວ່າ “ຊົ່ວໂມງທີ 6”
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງສ່ວນອະທິບາຍຄຳສັບ
^ ມື້ທຳອິດຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອຈະຖືວ່າເປັນວັນຊະບາໂຕສະເໝີ ບໍ່ວ່າຈະກົງກັບມື້ໃດຂອງອາທິດ. ເມື່ອມື້ນັ້ນກົງກັບວັນຊະບາໂຕປະຈຳອາທິດພໍດີ ມື້ນັ້ນຈະຖືກເອີ້ນວ່າວັນຊະບາໂຕພິເສດ.
^ ເບິ່ງສ່ວນອະທິບາຍຄຳສັບ
^ ເທົ່າກັບ 100 ປອນຂອງຄົນໂຣມ. ເບິ່ງພາກຜະໜວກ ຂ14.