ຂ່າວດີທີ່ຂຽນໂດຍໂຢຮັນ 21:1-25
21 ຫຼັງຈາກນັ້ນ ພະເຢຊູກໍມາໃຫ້ພວກລູກສິດເຫັນອີກເທື່ອໜຶ່ງຢູ່ທະເລຕີເບເຣຍ.* ເລື່ອງເປັນແບບນີ້:
2 ຊີໂມນເປໂຕ ໂທມາ (ທີ່ຄົນເອີ້ນວ່າຝາແຝດ*)+ ນະທານາເອັນ+ຄົນເມືອງການາໃນແຂວງຄາລີເລ ກັບລູກຊາຍ 2 ຄົນຂອງເຊເບດາຍ+ ແລະລູກສິດອີກ 2 ຄົນກຳລັງຢູ່ນຳກັນ.
3 ຊີໂມນເປໂຕບອກເຂົາເຈົ້າວ່າ: “ຂ້ອຍຊິໄປຫາປາ.” ເຂົາເຈົ້າຈຶ່ງເວົ້າວ່າ: “ພວກເຮົາຊິໄປນຳ.” ແລ້ວທຸກຄົນກໍຂຶ້ນເຮືອໄປນຳກັນ. ແຕ່ໃນຄືນນັ້ນ ເຂົາເຈົ້າບໍ່ໄດ້ປາຈັກໂຕ.+
4 ໃນຕອນເຊົ້າໆ ພະເຢຊູຢືນຢູ່ແຄມຝັ່ງ ແຕ່ພວກລູກສິດບໍ່ຮູ້ວ່າແມ່ນເພິ່ນ.+
5 ພະເຢຊູຮ້ອງຖາມເຂົາເຈົ້າວ່າ: “ພວກລູກ ມີຫຍັງກິນບໍ?”* ເຂົາເຈົ້າຕອບວ່າ: “ບໍ່ມີຫຍັງກິນ!”
6 ພະເຢຊູຈຶ່ງບອກວ່າ: “ຢ່ອນດາງລົງເບື້ອງຂວາເຮືອແມ້ ແລ້ວຈະໄດ້ປາ.” ເຂົາເຈົ້າກໍຢ່ອນດາງລົງ ແລະໄດ້ປາຫຼາຍຈົນດຶງດາງຂຶ້ນເຮືອບໍ່ໄດ້.+
7 ລູກສິດຜູ້ທີ່ພະເຢຊູຮັກ+ຈຶ່ງເວົ້າກັບເປໂຕວ່າ: “ນາຍຂອງເຮົາຕົ໋ວຫັ້ນ!” ເມື່ອຊີໂມນເປໂຕໄດ້ຍິນວ່ານາຍຂອງເຮົາຕົ໋ວ ລາວກໍເອົາເສື້ອມານຸ່ງແລ້ວໂດດລົງນ້ຳຍ້ອນຕອນນັ້ນລາວແກ້ເສື້ອຢູ່.*
8 ແຕ່ລູກສິດຄົນອື່ນໆເອົາເຮືອນ້ອຍລຳນັ້ນລາກດາງທີ່ມີປາເຕັມຢູ່ເຂົ້າຝັ່ງ. ເຂົາເຈົ້າຢູ່ໄກຈາກແຄມຝັ່ງປະມານ 90 ແມັດ*ເທົ່ານັ້ນ.
9 ເມື່ອຂຶ້ນຝັ່ງ ເຂົາເຈົ້າກໍເຫັນປາປີ້ງຢູ່ກອງຖ່ານໄຟແລະມີເຂົ້າຈີ່ນຳ.
10 ພະເຢຊູບອກເຂົາເຈົ້າວ່າ: “ເອົາປາຈັກສອງສາມໂຕທີ່ພວກເຈົ້າຫາກໍໄດ້ນັ້ນມາໃຫ້ຂ້ອຍແດ່.”
11 ຊີໂມນເປໂຕຈຶ່ງກັບໄປເຮືອ ແລ້ວລາກດາງຂຶ້ນຝັ່ງ. ໃນດາງມີແຕ່ປາໂຕໃຫຍ່ໆຮອດ 153 ໂຕ. ເຖິງວ່າມີປາຫຼາຍປານນັ້ນ ແຕ່ດາງກໍບໍ່ຂາດ.
12 ພະເຢຊູບອກເຂົາເຈົ້າວ່າ: “ມາກິນເຂົ້າເຊົ້າແມ້.” ບໍ່ມີລູກສິດຈັກຄົນກ້າຖາມວ່າ: “ທ່ານແມ່ນໃຜ?” ຍ້ອນເຂົາເຈົ້າຮູ້ແລ້ວວ່າເພິ່ນແມ່ນຜູ້ເປັນນາຍ.
13 ພະເຢຊູຈັບເອົາເຂົ້າຈີ່ແລ້ວຍື່ນໃຫ້ເຂົາເຈົ້າ ແລະຈັບເອົາປາຍື່ນໃຫ້ນຳ.
14 ເທື່ອນີ້ເປັນເທື່ອທີ 3+ ທີ່ພະເຢຊູມາໃຫ້ພວກລູກສິດເຫັນຫຼັງຈາກທີ່ເພິ່ນຟື້ນຄືນມາຈາກຕາຍ.
15 ເມື່ອເຂົາເຈົ້າກິນເຂົ້າເຊົ້າແລ້ວ ພະເຢຊູຖາມຊີໂມນເປໂຕວ່າ: “ຊີໂມນລູກໂຢຮັນ ເຈົ້າຮັກຂ້ອຍຫຼາຍກວ່າສິ່ງເຫຼົ່ານີ້ບໍ?” ລາວຕອບວ່າ: “ນາຍເອີ້ຍ ທ່ານກໍຮູ້ວ່າຂ້ອຍຮັກທ່ານ.” ພະເຢຊູສັ່ງລາວວ່າ: “ໃຫ້ເຈົ້າລ້ຽງແກະຂອງຂ້ອຍເດີ້.”+
16 ພະເຢຊູຖາມເປໂຕເທື່ອທີ 2 ວ່າ: “ຊີໂມນລູກໂຢຮັນ ເຈົ້າຮັກຂ້ອຍບໍ?” ລາວຕອບວ່າ: “ນາຍເອີ້ຍ ທ່ານກໍຮູ້ວ່າຂ້ອຍຮັກທ່ານ.” ພະເຢຊູສັ່ງລາວວ່າ: “ໃຫ້ເຈົ້າເບິ່ງແຍງແກະໂຕນ້ອຍໆຂອງຂ້ອຍເດີ້.”+
17 ພະເຢຊູຖາມເປໂຕເທື່ອທີ 3 ວ່າ: “ຊີໂມນລູກໂຢຮັນ ເຈົ້າຮັກຂ້ອຍບໍ?” ເປໂຕຮູ້ສຶກທຸກໃຈຍ້ອນພະເຢຊູຖາມເປັນເທື່ອທີ 3 ແລ້ວວ່າ: “ເຈົ້າຮັກຂ້ອຍບໍ?” ລາວຈຶ່ງຕອບວ່າ: “ນາຍເອີ້ຍ ທ່ານຮູ້ທຸກຢ່າງຢູ່ແລ້ວ ທ່ານກໍຮູ້ວ່າຂ້ອຍຮັກທ່ານ.” ພະເຢຊູສັ່ງລາວວ່າ: “ໃຫ້ເຈົ້າລ້ຽງແກະໂຕນ້ອຍໆຂອງຂ້ອຍເດີ້.+
18 ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ຍັງໜຸ່ມ ເຈົ້ານຸ່ງເຄື່ອງເອງແລະຍ່າງໄປຫັ້ນມານີ້ໄດ້ຕາມໃຈ. ແຕ່ເມື່ອເຖົ້າແລ້ວ ເຈົ້າຈະຢຽດມືອອກ ແລ້ວຄົນອື່ນຈະນຸ່ງເຄື່ອງໃຫ້ເຈົ້າແລະພາເຈົ້າໄປໃນບ່ອນທີ່ເຈົ້າບໍ່ຢາກໄປ.”
19 ພະເຢຊູເວົ້າແບບນີ້ກໍເພື່ອໃຫ້ຮູ້ວ່າເປໂຕຈະຕາຍແບບໃດເພື່ອພະເຈົ້າ ເຊິ່ງຈະເຮັດໃຫ້ເພິ່ນໄດ້ຮັບການຍົກຍ້ອງ. ເມື່ອເວົ້າຈົບພະເຢຊູກໍບອກເປໂຕວ່າ: “ໃຫ້ເຈົ້າຕິດຕາມຂ້ອຍຕໍ່ໆໄປ.”+
20 ເປໂຕຫຼຽວໄປເຫັນລູກສິດຜູ້ທີ່ພະເຢຊູຮັກ+ກຳລັງຍ່າງນຳຫຼັງມາ. ລູກສິດຜູ້ນີ້ເປັນຄົນທີ່ນັ່ງເນີ້ງໂຕໄປໃກ້ເອິກຂອງພະເຢຊູຕອນກິນເຂົ້າແລງນຳກັນ ແລະເປັນຄົນທີ່ຖາມພະເຢຊູວ່າ: “ນາຍເອີ້ຍ ແມ່ນຜູ້ໃດທີ່ທໍລະຍົດທ່ານ?”
21 ເມື່ອເຫັນຜູ້ນັ້ນ ເປໂຕກໍຖາມພະເຢຊູວ່າ: “ນາຍເອີ້ຍ ແລ້ວຜູ້ນີ້ເດ້ຈະເປັນແນວໃດ?”
22 ພະເຢຊູຕອບເປໂຕວ່າ: “ຖ້າຂ້ອຍຢາກໃຫ້ລາວຢູ່ຈົນຮອດຕອນທີ່ຂ້ອຍມາ ມັນກໍບໍ່ກ່ຽວກັບເຈົ້າ. ໃຫ້ເຈົ້າຕິດຕາມຂ້ອຍຕໍ່ໆໄປ.”
23 ພວກລູກສິດຈຶ່ງເວົ້າຕໍ່ໆກັນວ່າ ລູກສິດຜູ້ນັ້ນຈະບໍ່ຕາຍ ແຕ່ພະເຢຊູບໍ່ໄດ້ບອກເປໂຕວ່າລູກສິດຜູ້ນັ້ນຈະບໍ່ຕາຍ. ເພິ່ນມີແຕ່ເວົ້າວ່າ: “ຖ້າຂ້ອຍຢາກໃຫ້ລາວຢູ່ຈົນຮອດຕອນທີ່ຂ້ອຍມາ ມັນກໍບໍ່ກ່ຽວກັບເຈົ້າ.”
24 ລູກສິດຜູ້ນີ້ແຫຼະ+ທີ່ເລົ່າເລື່ອງທັງໝົດນີ້ແລະຂຽນໄວ້ ແລະພວກເຮົາຮູ້ວ່າຄຳເວົ້າຂອງລາວເປັນຄວາມຈິງ.
25 ທີ່ຈິງ ພະເຢຊູໄດ້ເຮັດອີກຫຼາຍຢ່າງ. ຖ້າຈະຂຽນໄວ້ທັງໝົດ ຂ້ອຍຄິດວ່າໂລກນີ້ຄືຊິບໍ່ມີບ່ອນພໍທີ່ຈະມ້ຽນມ້ວນໜັງສືເຫຼົ່ານັ້ນໄດ້.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ດິດຸໂມດສ໌”
^ ຫຼື “ມີປາບໍ?”
^ ແປຕາມໂຕວ່າ “ລາວປະເປືອຍຢູ່.” ຄຳພາສາກຣີກທີ່ແປວ່າ “ເປືອຍ” ຍັງມີຄວາມໝາຍອີກວ່າບໍ່ໃສ່ເຄື່ອງນຸ່ງຫຼາຍໂຕຫຼືໃສ່ແຕ່ໂຕທາງໃນ.
^ ແປຕາມໂຕວ່າ “ປະມານ 200 ສອກ.” ເບິ່ງພາກຜະໜວກ ຂ14.