ຂ່າວດີທີ່ຂຽນໂດຍໂຢຮັນ 6:1-71
6 ຫຼັງຈາກນັ້ນ ພະເຢຊູກໍນັ່ງເຮືອຂ້າມທະເລຄາລີເລຫຼືທີ່ຄົນເອີ້ນວ່າຕີເບເຣຍ.+
2 ມີຄົນບັກຫຼາຍໆນຳເພິ່ນໄປ+ຍ້ອນເຂົາເຈົ້າເຫັນເພິ່ນປົວຄົນເຈັບປ່ວຍຢ່າງອັດສະຈັນ.+
3 ພະເຢຊູຂຶ້ນໄປເທິງພູແລະນັ່ງກັບພວກລູກສິດ.
4 ຕອນນັ້ນໃກ້ຊິຮອດເທດສະການປັດສະຄາ+ຂອງຄົນຢິວແລ້ວ.
5 ເມື່ອພະເຢຊູເງີຍໜ້າຂຶ້ນແລະເຫັນຄົນບັກຫຼາຍໆມາຫາ ເພິ່ນຈຶ່ງຖາມຟີລິບວ່າ: “ພວກເຮົາຈະໄປຊື້ເຂົ້າຈີ່ຢູ່ໃສຈຶ່ງຈະພໍລ້ຽງຄົນທັງໝົດນີ້ໄດ້?”+
6 ພະເຢຊູເວົ້າແບບນັ້ນກໍເພື່ອທົດສອບລາວ ຍ້ອນເພິ່ນຮູ້ແລ້ວວ່າຈະເຮັດຫຍັງ.
7 ຟີລິບຕອບເພິ່ນວ່າ: “ເຖິງວ່າພວກເຮົາໄປຊື້ເຂົ້າຈີ່ 200 ເດນາຣິອົນ*ກໍຍັງບໍ່ພໍໃຫ້ເຂົາເຈົ້າກິນຄົນລະເລັກຄົນລະໜ້ອຍ.”
8 ລູກສິດອີກຄົນໜຶ່ງຊື່ອັນເດອາທີ່ເປັນອ້າຍນ້ອງກັບຊີໂມນເປໂຕບອກພະເຢຊູວ່າ:
9 “ເດັກນ້ອຍຜູ້ນີ້ມີເຂົ້າຈີ່ບາເລ 5 ອັນກັບປານ້ອຍໆ 2 ໂຕ ແຕ່ມັນບໍ່ພໍສຳລັບຄົນຫຼາຍປານນີ້ດອກ.”+
10 ພະເຢຊູຈຶ່ງສັ່ງພວກລູກສິດວ່າ: “ບອກໃຫ້ເຂົາເຈົ້ານັ່ງລົງ.” ທຸກຄົນກໍນັ່ງລົງພື້ນທີ່ເປັນຫຍ້າ. ຄົນທີ່ຢູ່ຫັ້ນມີຜູ້ຊາຍປະມານ 5.000 ຄົນ.+
11 ພະເຢຊູຈັບເອົາເຂົ້າຈີ່ ອະທິດຖານຂອບໃຈພະເຈົ້າ ແລ້ວຢາຍໃຫ້ທຸກຄົນທີ່ນັ່ງຢູ່ຫັ້ນ. ເພິ່ນຈັບປາໂຕນ້ອຍໆ 2 ໂຕນັ້ນຂຶ້ນມາແລ້ວເຮັດແບບດຽວກັນ ແລະທຸກຄົນກໍໄດ້ກິນຈົນອີ່ມ.
12 ເມື່ອເຂົາເຈົ້າກິນອີ່ມແລ້ວ ພະເຢຊູສັ່ງພວກລູກສິດວ່າ: “ທ້ອນເຂົ້າຈີ່ທີ່ເຫຼືອໄວ້ ເພື່ອບໍ່ໃຫ້ເສຍຖິ້ມລ້າໆ.”
13 ພວກລູກສິດກໍທ້ອນເຂົ້າຈີ່ທີ່ເຫຼືອຈາກເຂົ້າຈີ່ບາເລ 5 ອັນນັ້ນໄດ້ເຕັມ 12 ກະຕ່າ.
14 ເມື່ອປະຊາຊົນເຫັນການອັດສະຈັນທີ່ພະເຢຊູເຮັດ ເຂົາເຈົ້າກໍພາກັນເວົ້າວ່າ: “ຜູ້ນີ້ເປັນຜູ້ພະຍາກອນຄົນນັ້ນແທ້ໆທີ່ຈະມາໃນໂລກ.”+
15 ເມື່ອພະເຢຊູຮູ້ວ່າເຂົາເຈົ້າພະຍາຍາມຈະຕັ້ງເພິ່ນໃຫ້ເປັນກະສັດ ເພິ່ນກໍແຍກ+ໄປຢູ່ພູຄົນດຽວ.+
16 ເມື່ອຮອດຕອນຄ່ຳ ພວກລູກສິດຂອງພະເຢຊູກໍລົງໄປທະເລ+
17 ແລະຂຶ້ນເຮືອເພື່ອຈະຂ້າມຟາກໄປເມືອງກາເປນາອູມ. ຕອນນັ້ນມືດແລ້ວ ແລະພະເຢຊູກໍຍັງບໍ່ທັນມາຫາເຂົາເຈົ້າ.+
18 ແລ້ວກໍເກີດພາຍຸເຊິ່ງເຮັດໃຫ້ທະເລປັ່ນປ່ວນ.+
19 ເມື່ອເຂົາເຈົ້າພາຍເຮືອອອກໄປໄດ້ປະມານ 5 ຫຼື 6 ກິໂລແມັດ* ກໍເຫັນພະເຢຊູຍ່າງຢູ່ເທິງໜ້ານ້ຳເຂົ້າມາໃກ້ເຮືອ ເຂົາເຈົ້າກໍຕົກໃຈຢ້ານ.
20 ແຕ່ເພິ່ນບອກເຂົາເຈົ້າວ່າ: “ບໍ່ຕ້ອງຕົກໃຈ! ຂ້ອຍເອງ ບໍ່ຕ້ອງຢ້ານ.”+
21 ເຂົາເຈົ້າກໍດີໃຈແລະໃຫ້ພະເຢຊູຂຶ້ນເຮືອ. ບໍ່ດົນເຮືອກໍຮອດຝັ່ງທີ່ເຂົາເຈົ້າຕັ້ງໃຈຈະໄປ.+
22 ມື້ຕໍ່ມາ ຄົນບັກຫຼາຍໆທີ່ຍັງຢູ່ບ່ອນເກົ່າໄດ້ໄປແຄມທະເລແລະເຫັນວ່າຢູ່ຫັ້ນບໍ່ມີເຮືອຈັກລຳ. ແຕ່ກີ້ກໍມີເຮືອນ້ອຍລຳໜຶ່ງເຊິ່ງພວກລູກສິດໄດ້ຂີ່ໄປແລ້ວ ແຕ່ພະເຢຊູບໍ່ໄດ້ໄປນຳ.
23 ມີເຮືອບາງລຳຈາກເມືອງຕີເບເຣຍເຂົ້າມາຈອດຢູ່ຝັ່ງໃກ້ໆກັບບ່ອນທີ່ຜູ້ເປັນນາຍໄດ້ຢາຍເຂົ້າຈີ່ໃຫ້ຄົນກິນຫຼັງຈາກເພິ່ນອະທິດຖານຂອບໃຈພະເຈົ້າ.
24 ເມື່ອຄົນບັກຫຼາຍໆບໍ່ເຫັນພະເຢຊູກັບພວກລູກສິດ ເຂົາເຈົ້າກໍຂຶ້ນເຮືອເຫຼົ່ານັ້ນແລະຂ້າມຟາກມາເມືອງກາເປນາອູມເພື່ອຊອກຫາພະເຢຊູ.
25 ເມື່ອເຂົາເຈົ້າມາຮອດອີກຟາກໜຶ່ງຂອງທະເລແລະເຫັນພະເຢຊູ ເຂົາເຈົ້າກໍຖາມເພິ່ນວ່າ: “ອາຈານ+ ທ່ານມາຮອດຕັ້ງແຕ່ຕອນໃດ?”
26 ພະເຢຊູຕອບເຂົາເຈົ້າວ່າ: “ຂ້ອຍຂໍເວົ້າກົງໆວ່າ ພວກເຈົ້າຊອກຫາຂ້ອຍບໍ່ແມ່ນຍ້ອນເຫັນການອັດສະຈັນທີ່ໃຫ້ຫຼັກຖານວ່າພະເຈົ້າໃຊ້ຂ້ອຍມາ ແຕ່ຍ້ອນພວກເຈົ້າໄດ້ກິນອີ່ມ.+
27 ຢ່າເຮັດວຽກເພື່ອຈະໄດ້ອາຫານທີ່ເນົ່າເປື່ອຍໄດ້ ແຕ່ໃຫ້ເຮັດວຽກເພື່ອຈະໄດ້ອາຫານທີ່ບໍ່ເນົ່າເປື່ອຍເຊິ່ງຈະໃຫ້ຊີວິດຕະຫຼອດໄປ.+ ລູກມະນຸດຈະເອົາອາຫານນັ້ນໃຫ້ພວກເຈົ້າ ຍ້ອນເພິ່ນເປັນຄົນທີ່ພະເຈົ້າຜູ້ເປັນພໍ່ຮັບຮອງແລ້ວ.”*+
28 ເຂົາເຈົ້າຈຶ່ງຖາມພະເຢຊູວ່າ: “ພວກເຮົາຕ້ອງເຮັດວຽກຫຍັງເພື່ອພະເຈົ້າຈະພໍໃຈພວກເຮົາ?”
29 ເພິ່ນຕອບວ່າ: “ວຽກທີ່ພະເຈົ້າພໍໃຈແມ່ນໃຫ້ພວກເຈົ້າສະແດງຄວາມເຊື່ອໃນຜູ້ທີ່ເພິ່ນໃຊ້ມາ.”+
30 ເຂົາເຈົ້າຈຶ່ງຖາມພະເຢຊູວ່າ: “ຄັນຊັ້ນ ທ່ານຈະເຮັດການອັດສະຈັນຫຍັງໃຫ້ພວກເຮົາເຫັນ+ ພວກເຮົາຈະໄດ້ເຊື່ອທ່ານ?
31 ປູ່ຍ່າຕານາຍຂອງພວກເຮົາໄດ້ກິນມານາໃນບ່ອນກັນດານ+ຕາມທີ່ຂຽນໄວ້ໃນພະຄຳພີທີ່ວ່າ ‘ເພິ່ນເອົາອາຫານຈາກສະຫວັນໃຫ້ເຂົາເຈົ້າ.’”+
32 ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ທີ່ຈິງແລ້ວ ໂມເຊບໍ່ໄດ້ເອົາອາຫານຈາກສະຫວັນໃຫ້ພວກເຈົ້າ ແຕ່ແມ່ນພະເຈົ້າພໍ່ຂອງຂ້ອຍທີ່ເອົາອາຫານແທ້ຈາກສະຫວັນໃຫ້ພວກເຈົ້າ
33 ຍ້ອນອາຫານຈາກພະເຈົ້າແມ່ນຜູ້ທີ່ລົງມາຈາກສະຫວັນແລະມອບຊີວິດຂອງເພິ່ນໃຫ້ມະນຸດ.”*
34 ເຂົາເຈົ້າຈຶ່ງບອກເພິ່ນວ່າ: “ນາຍເອີ້ຍ ຂໍອາຫານນັ້ນແດ່ເພື່ອພວກເຮົາຈະໄດ້ກິນໄປຕະຫຼອດ.”
35 ພະເຢຊູເວົ້າກັບເຂົາເຈົ້າວ່າ: “ຂ້ອຍນີ້ແຫຼະແມ່ນອາຫານທີ່ໃຫ້ຊີວິດ. ຄົນທີ່ມາຫາຂ້ອຍຈະບໍ່ຫິວເຂົ້າອີກເລີຍ ແລະຄົນທີ່ສະແດງຄວາມເຊື່ອໃນຂ້ອຍຈະບໍ່ຫິວນ້ຳອີກເລີຍ.+
36 ແຕ່ເປັນຄືກັບທີ່ຂ້ອຍບອກພວກເຈົ້າແລ້ວວ່າ ພວກເຈົ້າເຫັນຂ້ອຍແຕ່ກໍຍັງບໍ່ເຊື່ອ.+
37 ທຸກຄົນທີ່ພະເຈົ້າຜູ້ເປັນພໍ່ຍົກໃຫ້ຂ້ອຍຈະມາຫາຂ້ອຍ ແລະຄົນທີ່ມາຫາຂ້ອຍ ຂ້ອຍຈະບໍ່ມີວັນໄລ່ລາວໜີ.+
38 ຂ້ອຍລົງມາຈາກສະຫວັນ+ບໍ່ແມ່ນເພື່ອເຮັດຕາມໃຈໂຕເອງ ແຕ່ເພື່ອເຮັດຕາມຄວາມຕ້ອງການຂອງຜູ້ທີ່ໃຊ້ຂ້ອຍມາ.+
39 ຜູ້ທີ່ໃຊ້ຂ້ອຍມາຢາກໃຫ້ຂ້ອຍເບິ່ງແຍງທຸກຄົນທີ່ເພິ່ນຍົກໃຫ້ຂ້ອຍ ເພື່ອບໍ່ໃຫ້ເສຍແມ່ນແຕ່ຄົນດຽວ ແລະໃຫ້ຂ້ອຍປຸກເຂົາເຈົ້າໃຫ້ຟື້ນຄືນມາຈາກຕາຍ+ໃນວັນສຸດທ້າຍ.
40 ພໍ່ຂອງຂ້ອຍຢາກໃຫ້ທຸກຄົນທີ່ຍອມຮັບແລະສະແດງຄວາມເຊື່ອໃນລູກຂອງເພິ່ນມີຊີວິດຕະຫຼອດໄປ+ ແລະຂ້ອຍຈະປຸກເຂົາເຈົ້າໃຫ້ຟື້ນຄືນມາຈາກຕາຍ+ໃນວັນສຸດທ້າຍນັ້ນ.”
41 ພວກຢິວຈຶ່ງເລີ່ມພາກັນຈົ່ມເລື່ອງທີ່ພະເຢຊູເວົ້າວ່າ: “ຂ້ອຍເປັນອາຫານທີ່ລົງມາຈາກສະຫວັນ.”+
42 ເຂົາເຈົ້າເວົ້າວ່າ: “ຜູ້ນີ້ແມ່ນເຢຊູລູກຊາຍຂອງໂຢເຊັບຕົ໋ວ! ພໍ່ແມ່ຂອງລາວພວກເຮົາກໍຮູ້ຈັກ.+ ຄັນຊັ້ນ ລາວເວົ້າໄດ້ແນວໃດວ່າ ‘ຂ້ອຍລົງມາຈາກສະຫວັນ’?”
43 ພະເຢຊູບອກເຂົາເຈົ້າວ່າ: “ເຊົາຈົ່ມໄດ້ແລ້ວ.
44 ບໍ່ມີຜູ້ໃດຈະມາຫາຂ້ອຍໄດ້ ນອກຈາກພະເຈົ້າຜູ້ເປັນພໍ່ທີ່ໃຊ້ຂ້ອຍມາຈະຊັກນຳລາວ+ ແລະຂ້ອຍຈະປຸກລາວໃຫ້ຟື້ນຄືນມາຈາກຕາຍໃນວັນສຸດທ້າຍ.+
45 ພວກຜູ້ພະຍາກອນໄດ້ຂຽນໄວ້ວ່າ ‘ເຂົາເຈົ້າທຸກຄົນຈະໄດ້ຮັບການສອນຈາກພະເຢໂຫວາ.’*+ ທຸກຄົນທີ່ໄດ້ຟັງຜູ້ເປັນພໍ່ແລະໄດ້ຮຽນຈາກເພິ່ນກໍມາຫາຂ້ອຍ.
46 ບໍ່ມີຜູ້ໃດເຄີຍເຫັນພະເຈົ້າຜູ້ເປັນພໍ່ຈັກເທື່ອ+ນອກຈາກຜູ້ທີ່ມາຈາກພະເຈົ້າ. ມີແຕ່ຜູ້ນັ້ນແຫຼະທີ່ເຄີຍເຫັນເພິ່ນ.+
47 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ເຊື່ອໃນຂ້ອຍຈະມີຊີວິດຕະຫຼອດໄປ.+
48 ຂ້ອຍເປັນອາຫານທີ່ໃຫ້ຊີວິດ.+
49 ປູ່ຍ່າຕານາຍຂອງພວກເຈົ້າໄດ້ກິນມານາໃນບ່ອນກັນດານ ແຕ່ກໍຍັງຕ້ອງຕາຍ.+
50 ແຕ່ຄົນທີ່ກິນອາຫານແທ້ທີ່ລົງມາຈາກສະຫວັນຈະບໍ່ຕາຍເລີຍ.
51 ຂ້ອຍເປັນອາຫານທີ່ໃຫ້ຊີວິດເຊິ່ງລົງມາຈາກສະຫວັນ. ຖ້າຜູ້ໃດໄດ້ກິນອາຫານນີ້ ລາວຈະມີຊີວິດຢູ່ຕະຫຼອດໄປ. ທີ່ຈິງ ອາຫານທີ່ຂ້ອຍຈະໃຫ້ແມ່ນຮ່າງກາຍຂອງຂ້ອຍທີ່ຈະສະລະເພື່ອໃຫ້ຄົນໃນໂລກໄດ້ຮັບຊີວິດ.”+
52 ພວກຢິວເລີ່ມຖຽງກັນວ່າ: “ຜູ້ນີ້ຈະເອົາຊີ້ນຂອງລາວໃຫ້ພວກເຮົາກິນໄດ້ແນວໃດ?”
53 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ກິນຊີ້ນແລະກິນເລືອດຂອງລູກມະນຸດ ພວກເຈົ້າຈະບໍ່ໄດ້ຊີວິດ.+
54 ຄົນທີ່ກິນຊີ້ນແລະກິນເລືອດຂອງຂ້ອຍຈະມີຊີວິດຕະຫຼອດໄປ ແລະຂ້ອຍຈະປຸກລາວໃຫ້ຟື້ນຄືນມາຈາກຕາຍ+ໃນວັນສຸດທ້າຍ
55 ເພາະຊີ້ນຂອງຂ້ອຍເປັນອາຫານແທ້ ແລະເລືອດຂອງຂ້ອຍກໍເປັນເຄື່ອງດື່ມແທ້.
56 ຄົນທີ່ກິນຊີ້ນແລະກິນເລືອດຂອງຂ້ອຍກໍເປັນອັນໜຶ່ງອັນດຽວກັບຂ້ອຍ ແລະຂ້ອຍກໍເປັນອັນໜຶ່ງອັນດຽວກັບລາວ.+
57 ພະເຈົ້າຜູ້ເປັນພໍ່ທີ່ມີຊີວິດຢູ່ໄດ້ໃຊ້ຂ້ອຍມາແລະຂ້ອຍມີຊີວິດຢູ່ໄດ້ຍ້ອນເພິ່ນ ຄົນທີ່ກິນຊີ້ນຂອງຂ້ອຍກໍຈະມີຊີວິດຢູ່ໄດ້ຍ້ອນຂ້ອຍຄືກັນ.+
58 ນີ້ແມ່ນອາຫານແທ້ທີ່ລົງມາຈາກສະຫວັນ ເຊິ່ງບໍ່ຄືກັບທີ່ປູ່ຍ່າຕານາຍຂອງພວກເຈົ້າເຄີຍກິນແລະຍັງຕ້ອງຕາຍ ແຕ່ຄົນທີ່ກິນອາຫານນີ້ຈະມີຊີວິດຕະຫຼອດໄປ.”+
59 ພະເຢຊູເວົ້າເລື່ອງນີ້ຕອນທີ່ສອນຢູ່ໃນບ່ອນປະຊຸມຂອງຄົນຢິວໃນເມືອງກາເປນາອູມ.
60 ເມື່ອພວກລູກສິດຂອງພະເຢຊູໄດ້ຍິນແບບນັ້ນ ຫຼາຍຄົນກໍເວົ້າວ່າ: “ຄຳເວົ້ານີ້ພວກເຮົາຮັບບໍ່ໄດ້ ພວກເຮົາບໍ່ຟັງແລ້ວ.”
61 ພະເຢຊູຮູ້ວ່າເຂົາເຈົ້າຈົ່ມກ່ຽວກັບເລື່ອງນີ້ ເພິ່ນຈຶ່ງຖາມວ່າ: “ເລື່ອງນີ້ເຮັດໃຫ້ພວກເຈົ້າຮັບບໍ່ໄດ້ບໍ?
62 ແລ້ວຖ້າພວກເຈົ້າເຫັນລູກມະນຸດກັບຂຶ້ນໄປບ່ອນທີ່ເພິ່ນເຄີຍຢູ່ເດ້ ພວກເຈົ້າຈະວ່າແນວໃດ?+
63 ພະລັງຂອງພະເຈົ້າໃຫ້ຊີວິດໄດ້+ ແຕ່ສິ່ງທີ່ມະນຸດເຮັດໄດ້ບໍ່ມີປະໂຫຍດຫຍັງ. ສິ່ງທີ່ຂ້ອຍບອກພວກເຈົ້ານັ້ນມາຈາກພະລັງຂອງພະເຈົ້າແລະໃຫ້ຊີວິດ.+
64 ແຕ່ພວກເຈົ້າບາງຄົນພັດບໍ່ເຊື່ອ.” ພະເຢຊູເວົ້າແບບນັ້ນຍ້ອນເພິ່ນຮູ້ກ່ອນ*ແລ້ວວ່າມີໃຜແດ່ທີ່ບໍ່ເຊື່ອແລະຜູ້ໃດທີ່ຈະທໍລະຍົດເພິ່ນ.+
65 ເພິ່ນເວົ້າຕໍ່ໄປວ່າ: “ຄືກັບທີ່ຂ້ອຍບອກພວກເຈົ້າໄປແລ້ວວ່າ ບໍ່ມີຜູ້ໃດຈະມາຫາຂ້ອຍໄດ້ ນອກຈາກພະເຈົ້າຜູ້ເປັນພໍ່ຈະຍອມໃຫ້ມາ.”+
66 ຄຳເວົ້າຂອງພະເຢຊູເຮັດໃຫ້ລູກສິດຫຼາຍຄົນເຊົາຕິດຕາມເພິ່ນແລ້ວກັບໄປໃຊ້ຊີວິດແບບເກົ່າ.+
67 ພະເຢຊູຈຶ່ງຖາມອັກຄະສາວົກ* 12 ຄົນວ່າ: “ພວກເຈົ້າເດ້ ຢາກກັບໄປຄືກັນບໍ?”
68 ຊີໂມນເປໂຕຕອບເພິ່ນວ່າ: “ນາຍເອີ້ຍ ທ່ານມີຄຳສອນທີ່ໃຫ້ຊີວິດຕະຫຼອດໄປ+ ພວກເຮົາຈະໄປຫາຜູ້ໃດໄດ້ອີກ?+
69 ພວກເຮົາເຊື່ອແລະຮູ້ແລ້ວວ່າທ່ານເປັນຜູ້ບໍລິສຸດຂອງພະເຈົ້າ.”+
70 ພະເຢຊູບອກວ່າ: “ຂ້ອຍເອງເປັນຄົນເລືອກພວກເຈົ້າທັງ 12 ຄົນບໍ່ແມ່ນບໍ?+ ແຕ່ຜູ້ໜຶ່ງໃນພວກເຈົ້າພັດເປັນຜູ້ໃສ່ຮ້າຍ.”*+
71 ທີ່ຈິງ ພະເຢຊູກຳລັງໝາຍເຖິງຢູດາລູກຊາຍຂອງຊີໂມນອິສະກາຣີອົດ ຍ້ອນລາວຈະທໍລະຍົດເພິ່ນທັງໆທີ່ລາວເປັນຄົນໜຶ່ງໃນອັກຄະສາວົກ 12 ຄົນ.+
ຂໍ ຄວາມ ໄຂ ເງື່ອນ
^ 1 ເດນາຣິອົນເທົ່າກັບຄ່າຈ້າງມື້ໜຶ່ງຂອງຄົນທີ່ໃຊ້ແຮງງານ. ເບິ່ງພາກຜະໜວກ ຂ14.
^ ແປຕາມໂຕວ່າ “25 ຫຼື 30 ຊະທາດິອອນ.” ເບິ່ງພາກຜະໜວກ ຂ14.
^ ຫຼື “ຈ້ຳກາຮັບຮອງແລ້ວ”
^ ຫຼືອາດແປວ່າ “ໂລກ”
^ ເບິ່ງພາກຜະໜວກ ກ5
^ ແປຕາມໂຕວ່າ “ຮູ້ແຕ່ທຳອິດ”
^ ໃນພາສາກຣີກຄຳນີ້ແປວ່າ “ຜູ້ທີ່ຖືກສົ່ງອອກໄປ”
^ ຫຼື “ມານຮ້າຍ”