ໂຢເອນ 1:1-20
1 ພະເຢໂຫວາບອກໂຢເອນ*ລູກຊາຍຂອງເປທູເອນໃຫ້ເວົ້າວ່າ:
2 “ພວກຜູ້ນຳ ຟັງເດີ້ແລະໃຫ້ທຸກຄົນທີ່ຢູ່ໃນແຜ່ນດິນນີ້ຕັ້ງໃຈຟັງດີໆ.
ໃນສະໄໝຂອງພວກເຈົ້າຫຼືໃນສະໄໝປູ່ຍ່າຕານາຍຂອງພວກເຈົ້າເຄີຍມີເລື່ອງແນວນີ້ເກີດຂຶ້ນບໍ?+
3 ໃຫ້ເລົ່າເລື່ອງນີ້ໃຫ້ລູກຂອງພວກເຈົ້າຟັງແລະໃຫ້ລູກຂອງພວກເຈົ້າເລົ່າຕໍ່ໃຫ້ລູກຂອງເຂົາເຈົ້າຟັງ.ແລ້ວໃຫ້ລູກຂອງເຂົາເຈົ້າເລົ່າໃຫ້ຄົນລຸ້ນຕໍ່ໄປຟັງ.
4 ແນວທີ່ຕັກກະແຕນ*ຝູງທຳອິດກິນບໍ່ໝົດ ຕັກກະແຕນຝູງທີສອງກໍຈະບິນມາກິນ.+ແນວທີ່ຕັກກະແຕນຝູງທີສອງກິນບໍ່ໝົດ ຝູງຕັກກະແຕນທີ່ຍັງບໍ່ມີປີກກໍຈະມາກິນຕໍ່ແລະແນວທີ່ຕັກກະແຕນຝູງນີ້ກິນບໍ່ໝົດ ຕັກກະແຕນອີກຝູງໜຶ່ງກໍຈະມາກິນ.+
5 ພວກຂີ້ເຫຼົ້າ+ ຕື່ນແລະຮ້ອງໄຫ້ແມ້!
ພວກຂີ້ເຫຼົ້າເອີ້ຍ ຮ້ອງຄາງແມ້!ເພາະບໍ່ມີເຫຼົ້າແວງຫວານໆໃຫ້ພວກເຈົ້າກິນແລ້ວ.+
6 ຍ້ອນມີຕັກກະແຕນຝູງໃຫຍ່ທີ່ເປັນຄືກັບຊາດໜຶ່ງເຂົ້າມາໂຈມຕີແຜ່ນດິນຂອງພວກເຮົາ. ພວກມັນແຂງແຮງຫຼາຍແລະນັບຈຳນວນບໍ່ໄດ້.+
ພວກມັນມີແຂ້ວແລະມີຄາງກະໄຕຄືກັບໂຕສິງ.+
7 ພວກມັນທຳລາຍເຄືອໝາກລະແຊັງແລະຕົ້ນໝາກເດື່ອຂອງພວກເຮົາຈົນເຫຼືອແຕ່ຕໍ.ພວກມັນກິນເປືອກຕົ້ນໝາກລະແຊັງຈົນໝົດແລະເຫຼືອແຕ່ແກນຂາວໆທາງໃນ.
8 ໃຫ້ຮ້ອງໄຫ້ຄືກັບຜູ້ສາວບໍລິສຸດທີ່ນຸ່ງເຄື່ອງໄວ້ທຸກ*ຍ້ອນຄູ່ໝັ້ນ*ຂອງລາວຕາຍຕອນທີ່ລາວຍັງເປັນສາວ.
9 ບໍ່ມີໃຜເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ກັບເຄື່ອງບູຊາດື່ມ+ມາວິຫານຂອງພະເຢໂຫວາແລ້ວແລະພວກປະໂລຫິດທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາກໍກຳລັງໂສກເສົ້າ.
10 ພືດຜັກຢູ່ໄຮ່ຢູ່ສວນກໍຖືກທຳລາຍ ແລະບໍ່ມີຫຍັງປົ່ງຂຶ້ນມາຈາກດິນອີກເລີຍ.+ເມັດເຂົ້າກໍບໍ່ເຫຼືອ ເຫຼົ້າແວງໃໝ່ກໍບໍ່ມີ ແລະນ້ຳມັນໝາກກອກກໍໝົດ.+
11 ຊາວນາໝົດກຳລັງໃຈ ແລະຄົນທີ່ເຮັດສວນໝາກລະແຊັງກໍຮ້ອງໄຫ້ຍ້ອນບໍ່ມີເຂົ້າວີດ*ກັບເຂົ້າບາເລໃຫ້ເກັບກ່ຽວ.ຜົນລະປູກຢູ່ໄຮ່ຢູ່ສວນຖືກທຳລາຍໝົດແລ້ວ.
12 ເຄືອໝາກລະແຊັງກໍຫ່ຽວແຫ້ງ.ຕົ້ນໝາກເດື່ອກໍແຫ້ງຕາຍ.
ຕົ້ນໝາກພິລາ ຕົ້ນປາມ ຕົ້ນໝາກແອັບເປິ້ນແລະຕົ້ນໝາກໄມ້ອື່ນໆກໍຕາຍໝົດ.+ຄວາມດີໃຈຂອງຜູ້ຄົນກໍກາຍເປັນຄວາມອັບອາຍ.
13 ພວກປະໂລຫິດເອີ້ຍ ໃຫ້ນຸ່ງຜ້າເນື້ອຫຍາບແລະໂສກເສົ້າແມ້.ພວກເຈົ້າທີ່ເຮັດວຽກຢູ່ແທ່ນບູຊາ ໃຫ້ຮ້ອງໄຫ້ໂລດ.+
ພວກເຈົ້າທີ່ເປັນຜູ້ຮັບໃຊ້ຂອງພະເຈົ້າ ໃຫ້ນຸ່ງຜ້າເນື້ອຫຍາບໝົດຄືນເດີ້ຍ້ອນບໍ່ມີໃຜເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ກັບເຄື່ອງບູຊາດື່ມ+ມາວິຫານຂອງພະເຈົ້າຂອງພວກເຈົ້າແລ້ວ.
14 ປະກາດໃຫ້ອົດເຂົ້າ ແລະເອີ້ນຄົນໃຫ້ມາປະຊຸມພິເສດ.+
ໃຫ້ພວກຜູ້ນຳແລະທຸກຄົນທີ່ຢູ່ໃນແຜ່ນດິນມາລວມກັນຢູ່ວິຫານຂອງພະເຢໂຫວາພະເຈົ້າຂອງພວກເຈົ້າ+ ແລະຮ້ອງຂໍໃຫ້ພະເຢໂຫວາຊ່ວຍ.
15 ວັນຂອງພະເຢໂຫວາໃກ້ຈະມາຮອດແລ້ວ!+
ມື້ນັ້ນຈະເປັນຕາຢ້ານແທ້ໆ.ມື້ນັ້ນຈະເປັນມື້ທີ່ຜູ້ມີລິດເດດສູງສຸດຈະລົງມືທຳລາຍ.
16 ພວກເຮົາບໍ່ມີອາຫານກິນເລີຍແລະບໍ່ມີຄວາມສຸກຄວາມຍິນດີຢູ່ວິຫານຂອງພະເຈົ້າອີກຕໍ່ໄປ.
17 ແນວປູກ*ກໍຫ່ຽວແວບຢູ່ກ້ອງຊວ້ານຂອງຊາວນາ.
ສາງມ້ຽນຜົນລະປູກກໍຫວ່າງເປົ່າ
ແລະເລົ້າເຂົ້າກໍຖືກມ້າງຍ້ອນເມັດເຂົ້າລີບໝົດ.
18 ແມ່ນແຕ່ຝູງສັດກໍຮ້ອງຄາງ.
ຝູງງົວກໍສັບສົນ ຍ່າງໄປຍ່າງມາຍ້ອນບໍ່ມີຫຍ້າກິນ
ແລະຝູງແກະກໍເດືອດຮ້ອນຄືກັນ.”
19 “ພະເຢໂຫວາເອີ້ຍ ລູກຈະຮ້ອງຫາພະອົງ+ເພາະໄຟໄດ້ໄໝ້ທົ່ງຫຍ້າໝົດແລ້ວແລະໄດ້ໄໝ້ຕົ້ນໄມ້ຢູ່ໄຮ່ຢູ່ສວນຈົນໝົດ.
20 ແມ່ນແຕ່ສັດກໍຮ້ອງຂໍໃຫ້ພະອົງຊ່ວຍຍ້ອນນ້ຳຢູ່ແມ່ນ້ຳແຫ້ງໝົດແລະໄຟກໍໄໝ້ທົ່ງຫຍ້າຈົນບໍ່ເຫຼືອຫຍັງເລີຍ.”
ຂໍ ຄວາມ ໄຂ ເງື່ອນ
^ ແປວ່າ “ພະເຢໂຫວາແມ່ນພະເຈົ້າ”
^ ໃນຂໍ້ນີ້ພາສາເຮັບເຣີໃຊ້ຄຳທີ່ບໍ່ຄືກັນສຳລັບຕັກກະແຕນ 4 ຝູງນີ້
^ ຫຼື “ນຸ່ງຜ້າເນື້ອຫຍາບ”
^ ຫຼື “ຜົວ”
^ ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
^ ຫຼືອາດແປວ່າ “ໝາກເດື່ອແຫ້ງ”