ໂຢເອນ 3:1-21

  • ພະ​ເຢໂຫວາ​ຈະ​ຕັດສິນ​ທຸກ​ຊາດ (1-​17)

    • ຮ່ອມພູ​ເຢໂຮຊາຟັດ (2, 12)

    • ຮ່ອມພູ​ຂອງ​ການ​ຕັດສິນ (14)

    • ພະ​ເຢໂຫວາ​ເປັນ​ປ້ອມ​ໃຫ້​ພວກ​ອິດສະຣາເອນ (16)

  • ພະ​ເຢໂຫວາ​ອວຍພອນ​ປະຊາຊົນ​ຂອງ​ເພິ່ນ (18-​21)

3  “ໃນ​ຕອນ​ທີ່​ເຮົາ​ພາ​ຊະເລີຍ​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ກັບມາ+   ເຮົາ​ກໍ​ຈະ​ລວບລວມ​ທຸກຊາດແລະ​ພາ​ເຂົາເຈົ້າ​ລົງ​ໄປ​ຮ່ອມພູ​ເຢໂຮຊາຟັດ.* ເຮົາ​ຈະ​ຕັດສິນ​ເຂົາເຈົ້າ​ຢູ່ຫັ້ນ+ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ຕໍ່​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ.ເຂົາເຈົ້າ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ກະຈັດກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ແລະ​ເຂົາເຈົ້າ​ເອົາ​ດິນ​ຂອງ​ເຮົາ​ໄປ​ແບ່ງ​ກັນ.+   ເຂົາເຈົ້າ​ເອົາ​ປະຊາຊົນ​ຂອງ​ເຮົາ​ໄປ​ຈົກສະຫຼາກ.+ເຂົາເຈົ້າ​ຂາຍ​ເດັກນ້ອຍ​ຜູ້ຊາຍ​ເພື່ອ​ເອົາເງິນ​ໄປ​ເປັນ​ຄ່າຈ້າງ​ໂສເພນີແລະ​ຂາຍ​ເດັກນ້ອຍ​ຜູ້ຍິງ​ເພື່ອ​ເອົາເງິນ​ໄປ​ຊື້​ເຫຼົ້າແວງ​ມາ​ກິນ.   ເມືອງ​ຕີເຣ ເມືອງ​ຊີໂດນ ແລະ​ທຸກ​ເຂດ​ຂອງ​ພວກ​ຟີລິດສະຕີນເປັນຫຍັງ​ພວກເຈົ້າ​ຈຶ່ງ​ກ້າ​ເຮັດ​ແບບ​ນີ້​ກັບ​ເຮົາ? ພວກເຈົ້າ​ກຳລັງ​ແກ້ແຄ້ນ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ບໍ? ຖ້າ​ພວກເຈົ້າ​ກຳລັງ​ແກ້ແຄ້ນ​ເຮົາເຮົາ​ກໍ​ຈະ​ຟ້າວ​ມາ​ໄວ​ໆ​ເພື່ອ​ແກ້ແຄ້ນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ຄືກັນ.+   ພວກເຈົ້າ​ໄດ້​ເອົາເງິນ​ເອົາຄຳ​ຂອງ​ເຮົາ​ໄປ+ແລະ​ເອົາ​ຊັບສົມບັດ​ທີ່​ມີຄ່າ​ທີ່ສຸດ​ຂອງ​ເຮົາ​ໄປ​ໄວ້​ໃນ​ວິຫານ​ພະເຈົ້າ​ຂອງ​ພວກເຈົ້າ.   ພວກເຈົ້າ​ຍັງ​ໄດ້​ເອົາ​ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄປ​ຂາຍ​ໃຫ້​ພວກ​ກຣີກ+ເພື່ອ​ໃຫ້​ເຂົາເຈົ້າ​ໄປ​ຢູ່​ໄກ​ຈາກ​ບ້ານເກີດ​ຂອງ​ໂຕເອງ.   ເຮົາ​ຈະ​ພາ​ປະຊາຊົນ​ຂອງ​ເຮົາ​ອອກມາຈາກ​ບ່ອນ​ທີ່​ພວກເຈົ້າ​ຂາຍ​ເຂົາເຈົ້າ.+ເຮົາ​ຈະ​ແກ້ແຄ້ນ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ.   ເຮົາ​ຈະ​ຂາຍ​ລູກຊາຍ​ກັບ​ລູກສາວ​ຂອງ​ພວກເຈົ້າ​ໃຫ້​ຄົນ​ຢູດາ+ແລະ​ເຂົາເຈົ້າ​ຈະ​ຂາຍ​ຕໍ່​ໃຫ້​ພວກ​ເຊບາ​ທີ່​ຢູ່​ໄກ​ໆ​.ເຮົາ​ເຢໂຫວາ​ຈະ​ເຮັດ​ແບບນັ້ນ​ແທ້​ໆ​.   ໃຫ້​ບອກ​ຊາດ​ຕ່າງ​ໆ​ວ່າ+ ‘ໃຫ້​ເອີ້ນ​ພວກ​ທະຫານ​ມາ​ແລະ​ກຽມ*​ເຮັດ​ສົງຄາມ. ໃຫ້​ພວກ​ທະຫານ​ທຸກ​ຄົນ​ບຸກໂຈມຕີ.+ 10  ໃຫ້​ເອົາ​ໝາກສົບໄຖ*​ມາ​ຕີ​ເປັນ​ດາບ ແລະ​ເອົາກ່ຽວ*​ມາ​ຕີ​ເປັນ​ຫອກ. ໃຫ້​ຄົນ​ທີ່​ອ່ອນແອ​ເວົ້າ​ວ່າ “ຂ້ອຍ​ແຂງແຮງ.” 11  ໃຫ້​ທຸກຊາດ​ທີ່​ຢູ່​ອ້ອມຂ້າງ​ພວກເຈົ້າ​ມາ​ລວມກັນ​ແລະ​ຊ່ວຍ​ພວກເຈົ້າ​ໂລດ!’”+ ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ສົ່ງ​ກອງ​ທັບ​ຂອງ​ພະອົງ​ລົງ​ມາ​ບ່ອນນັ້ນ. 12  “ໃຫ້​ຊາດ​ຕ່າງ​ໆ​ລວມກັນ​ແລະ​ມາ​ຮ່ອມພູ​ເຢໂຮຊາຟັດເພາະ​ວ່າ​ຢູ່​ບ່ອນນັ້ນ ເຮົາ​ຈະ​ນັ່ງ​ຕັດສິນ​ທຸກຊາດ​ທີ່​ຢູ່​ອ້ອມຂ້າງ​ພວກເຈົ້າ.+ 13  ໃຫ້​ເດ່​ກ່ຽວ​ອອກ​ໄປ ຍ້ອນ​ຜົນລະປູກ​ເປັນ​ຕາ​ກ່ຽວ​ແລ້ວ. ໃຫ້​ລົງ​ມາ​ຢຽບ​ໝາກ​ລະແຊັງ ເພາະ​ວ່າ​ໝາກ​ລະແຊັງ​ເຕັມ​ອ່າງ​ແລ້ວ.+ ຄືກັບ​ທີ່​ນ້ຳ​ໝາກ​ລະແຊັງ​ລົ້ນ​ອ່າງ ຄວາມ​ຊົ່ວ​ຂອງ​ຊາດ​ຕ່າງ​ໆ​ກໍ​ມີ​ຫຼາຍແທ້​ຫຼາຍວ່າ. 14  ມີ​ຄົນ​ບັກ​ຫຼາຍ​ໆ​ຢູ່​ຮ່ອມພູ​ຂອງ​ການ​ຕັດສິນຍ້ອນ​ວ່າ​ອີກ​ຈັກໜ້ອຍ​ກໍ​ຈະ​ຮອດ​ມື້​ທີ່​ເຮົາ​ເຢໂຫວາ​ຈະ​ມາ​ຮ່ອມພູ​ຂອງ​ການ​ຕັດສິນ​ນັ້ນ.+ 15  ຕາເວັນ​ກັບ​ເດືອນ​ຈະ​ມືດແລະ​ດາວ​ຈະ​ບໍ່​ສ່ອງແສງ. 16  ເຮົາ​ເຢໂຫວາ​ຈະ​ແຜດສຽງ​ອອກ​ຈາກ​ຊີໂອນ​ຄືກັບ​ໂຕ​ສິງ.ເຮົາ​ຈະ​ຮ້ອງ​ດັງ​ໆ​ອອກມາຈາກ​ເມືອງ​ເຢຣູຊາເລັມ. ທ້ອງຟ້າ​ກັບ​ໂລກ​ຈະ​ສັ່ນສະເທືອນ.ແຕ່​ເຮົາ​ເຢໂຫວາ​ຈະ​ເປັນ​ບ່ອນ​ລີ້ໄພ​ໃຫ້​ປະຊາຊົນ​ຂອງ​ເຮົາ+ແລະ​ເປັນ​ປ້ອມ​ໃຫ້​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. 17  ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຈົ້າ​ຜູ້​ທີ່​ຢູ່​ເມືອງ​ຊີໂອນ​ເຊິ່ງ​ເປັນ​ພູ​ທີ່​ບໍລິສຸດ​ຂອງ​ເຮົາ.+ ເມືອງ​ເຢຣູຊາເລັມ​ຈະ​ກາຍ​ເປັນ​ບ່ອນ​ທີ່​ບໍລິສຸດ+ແລະ​ຄົນ​ຕ່າງຊາດ*​ຈະ​ບໍ່​ຍ່າງ​ຜ່ານ​ເມືອງ​ນີ້​ອີກຕໍ່ໄປ.+ 18  ໃນ​ຕອນນັ້ນ ຢູ່​ຕາມ​ພູ​ຈະ​ມີ​ເຫຼົ້າແວງ​ຫວານ​ໆ​ຍ້ອຍ​ລົງ​ມາ+ຢູ່​ຕາມ​ໂນນພູ​ຈະ​ມີ​ນ້ຳນົມ​ໄຫຼ​ອອກ​ມາແລະ​ຢູ່​ຕາມ​ແມ່ນ້ຳ​ຕ່າງ​ໆ​ໃນ​ຢູດາ​ຈະ​ມີ​ນ້ຳ​ເຕັມ. ຈະ​ມີ​ນ້ຳອອກບໍ່​ອອກມາຈາກ​ວິຫານ​ຂອງ​ເຮົາ​ເຢໂຫວາ+ແລະ​ມັນ​ຈະ​ເຮັດ​ໃຫ້​ຮ່ອມພູ​ຕົ້ນ​ອະຄາເຊຍ​ມີ​ນ້ຳ. 19  ແຕ່​ເອຢິບ​ຈະ​ກາຍ​ເປັນ​ບ່ອນ​ຮ້າງເປົ່າ+ແລະ​ເອໂດມ​ກໍ​ຈະ​ກາຍ​ເປັນ​ບ່ອນ​ກັນດານ​ທີ່​ຮ້າງເປົ່າ​ຄືກັນ+ຍ້ອນ​ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ໂຫດຮ້າຍ​ຕໍ່​ພວກ​ຢູດາ+ແລະ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມຜິດ​ໃນ​ແຜ່ນດິນ​ນັ້ນ.+ 20  ແຕ່​ຢູດາ​ຈະ​ມີ​ຄົນ​ຢູ່​ຕະຫຼອດແລະ​ເມືອງ​ເຢຣູຊາເລັມ​ຈະ​ມີ​ຄົນ​ຢູ່​ທຸກຍຸກ​ທຸກສະໄໝ.+ 21  ເຮົາ​ຈະ​ຍົກ​ໂທດ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຄີຍ​ເຮັດ​ໃຫ້​ຄົນ​ຕາຍ+ແລະ​ເຮົາ​ເຢໂຫວາ​ຈະ​ຢູ່​ເມືອງ​ຊີໂອນ.”+

ຂໍຄວາມໄຂເງື່ອນ

ແປ​ວ່າ “ພະ​ເຢໂຫວາ​ເປັນ​ຜູ້​ຕັດສິນ”
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ບໍລິສຸດ”
ເຫຼັກ​ທີ່​ໃຊ້​ປີ້ນ​ດິນ​ຕອນ​ໄຖ​ນາ
ຫຼື “ມີດ​ຂໍ​ທີ່​ໃຊ້​ຕັດ​ແຕ່ງ​ເຄືອ​ໝາກ​ລະແຊັງ”
ຫຼື “ຄົນ​ແປກ​ໜ້າ”