ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 16:1-27

  • ໂປໂລ​ແນະນຳ​ໃຫ້​ຮູ້​ຈັກ​ຟອຍເບ​ທີ່​ເປັນ​ຜູ້​ຮັບໃຊ້ (1, 2)

  • ຝາກ​ຄວາມ​ຄິດຮອດ​ໄປ​ຫາ​ຄລິດສະຕຽນ​ໃນ​ເມືອງ​ໂຣມ (3-16)

  • ຄຳ​ເຕືອນ​ເລື່ອງ​ຄວາມ​ແຕກ​ແຍກ (17-20)

  • ໝູ່​ທີ່​ເຮັດ​ວຽກ​ນຳ​ກັນ​ກັບ​ໂປໂລ​ຝາກ​ຄວາມ​ຄິດຮອດ (21-24)

  • ຄວາມ​ລັບ​ສັກສິດ​ຖືກ​ເປີດເຜີຍ​ແລ້ວ (25-27)

16  ຂ້ອຍ​ຂໍ​ແນະນຳ​ໃຫ້​ຮູ້​ຈັກ​ຟອຍເບ​ພີ່ນ້ອງ​ຍິງ​ຂອງ​ພວກ​ເຮົາ​ທີ່​ຮັບໃຊ້​ໃນ​ປະຊາຄົມ​ຢູ່​ເມືອງ​ເກັນເຂອາຍ.+  ພວກ​ເຈົ້າ​ຈະ​ໄດ້​ຕ້ອນຮັບ​ລາວ​ທີ່​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ​ຄື​ກັບ​ທີ່​ຕ້ອນຮັບ​ພວກ​ພີ່ນ້ອງ*​ແລະ​ຊ່ວຍ​ລາວ​ໃນ​ເລື່ອງ​ທີ່​ຈຳເປັນ+ ຍ້ອນ​ລາວ​ໄດ້​ຊ່ວຍ​ພີ່ນ້ອງ​ຫຼາຍ​ຄົນ​ລວມ​ທັງ​ຂ້ອຍ​ນຳ.  ຂ້ອຍ​ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ປີຊະກາ​ກັບ​ອາກີລາ+​ທີ່​ເປັນ​ໝູ່​ເຮັດ​ວຽກ​ນຳ​ກັນ​ກັບ​ຂ້ອຍ​ໃນ​ການ​ຮັບໃຊ້​ພະຄລິດ​ເຢຊູ.  ເຂົາເຈົ້າ​ສ່ຽງ​ຊີວິດ​ເພື່ອ​ຂ້ອຍ+ ແລະ​ຂ້ອຍ​ກັບ​ພີ່ນ້ອງ​ໃນ​ທຸກ​ປະຊາຄົມ​ທີ່​ເປັນ​ຄົນ​ຕ່າງ​ຊາດ​ຮູ້ສຶກ​ຂອບໃຈ 2 ຄົນ​ນີ້​ຫຼາຍ.  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ປະຊາຄົມ​ທີ່​ປະຊຸມ​ກັນ​ຢູ່​ເຮືອນ​ຂອງ​ເຂົາເຈົ້າ​ນຳ.+ ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເອປາຍເນດ​ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້ອຍ. ລາວ​ເປັນ​ຄົນ​ໜຶ່ງ​ໃນ​ລູກສິດ​ກຸ່ມ​ທຳອິດ​ຂອງ​ພະຄລິດ​ໃນ​ແຂວງ​ອາຊີ.*  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ມາຣິອາ​ທີ່​ເຮັດ​ວຽກ​ໜັກ​ເພື່ອ​ພວກ​ເຈົ້າ.  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ອັນດາໂຣນີ​ໂກ​ກັບ​ຢູເນຍ​ທີ່​ເປັນ​ຍາດ​ຕິ​ພີ່ນ້ອງ​ຂອງ​ຂ້ອຍ+​ແລະ​ເຄີຍ​ຕິດ​ຄຸກ​ນຳ​ກັນ​ກັບ​ຂ້ອຍ. ເຂົາເຈົ້າ​ເປັນ​ພີ່ນ້ອງ​ຊາຍ​ທີ່​ມີ​ຊື່​ສຽງ​ດີ​ໃນ​ພວກ​ອັກຄະສາວົກ*​ແລະ​ເປັນ​ລູກສິດ​ຂອງ​ພະຄລິດ​ດົນ​ກວ່າ​ຂ້ອຍ​ອີກ.  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ອຳເປຍ​ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້ອຍ​ແລະ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ.  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ອູຣະບານ​ທີ່​ເປັນ​ໝູ່​ເຮັດ​ວຽກ​ນຳ​ກັນ​ກັບ​ພວກ​ເຮົາ​ໃນ​ການ​ຮັບໃຊ້​ພະຄລິດ ແລະ​ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ຊະຕາຂີ​ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້ອຍ​ນຳ. 10  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ອະເປເລ​ທີ່​ເປັນ​ລູກສິດ​ແທ້​ຄົນ​ໜຶ່ງ​ຂອງ​ພະຄລິດ. ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ອາຣິດໂຕບູໂລ​ແລະ​ຄົນ​ໃນ​ເຮືອນ​ຂອງ​ລາວ​ນຳ. 11  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເຮໂຣດີໂອນ​ທີ່​ເປັນ​ຍາດ​ຕິ​ພີ່ນ້ອງ​ຂອງ​ຂ້ອຍ. ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ນາຣະກິດ​ກັບ​ຄົນ​ໃນ​ເຮືອນ​ຂອງ​ລາວ​ທີ່​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ. 12  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ຕີຝາຍນາ​ກັບ​ທີໂຟຊາ​ພີ່ນ້ອງ​ຍິງ​ທີ່​ເຮັດ​ວຽກ​ໜັກ​ເພື່ອ​ຜູ້​ເປັນ​ນາຍ. ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ເປຊີດາ​ພີ່ນ້ອງ​ຍິງ​ທີ່​ຮັກ​ຂອງ​ພວກ​ເຮົາ ຍ້ອນ​ລາວ​ເຮັດ​ວຽກ​ໜັກ​ໃນ​ການ​ຮັບໃຊ້​ຜູ້​ເປັນ​ນາຍ. 13  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ຣູໂຟ​ເຊິ່ງ​ເປັນ​ຄົນ​ທີ່​ຜູ້​ເປັນ​ນາຍ​ເລືອກ​ໄວ້ ແລະ​ແມ່​ຂອງ​ລາວ​ທີ່​ເປັນ​ຄື​ກັບ​ແມ່​ຂອງ​ຂ້ອຍ​ນຳ. 14  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ອາຊິນກຣິດ ຟະເລໂກນ ເຮຣະເມ ປະໂຕບາ ເຮຣະມາ ແລະ​ພີ່ນ້ອງ​ທີ່​ຢູ່​ກັບ​ເຂົາເຈົ້າ. 15  ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ຟີໂລ​ໂລກ​ກັບ​ຢູເລຍ ເນເຣ​ກັບ​ນ້ອງ​ສາວ* ໂອລິມປາ ແລະ​ພວກ​ພີ່ນ້ອງ​ທຸກ​ຄົນ​ທີ່​ຢູ່​ນຳ​ເຂົາເຈົ້າ. 16  ຂໍ​ໃຫ້​ຈູບ​ທັກທາຍ​ກັນ​ແບບ​ພີ່ນ້ອງ. ທຸກ​ປະຊາຄົມ​ຂອງ​ພະຄລິດ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ພວກ​ເຈົ້າ. 17  ພີ່ນ້ອງ​ເອີ້ຍ ຂ້ອຍ​ຂໍ​ເຕືອນ​ພວກ​ເຈົ້າ​ໃຫ້​ລະວັງ​ຄົນ​ທີ່​ສ້າງ​ຄວາມ​ແຕກ​ແຍກ​ແລະ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນ​ອື່ນ​ຖິ້ມ​ຄວາມ​ເຊື່ອ. ເຂົາເຈົ້າ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄຳສອນ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ຮູ້​ມາ. ຢ່າ​ຄົບຫາ​ກັບ​ເຂົາເຈົ້າ.+ 18  ຍ້ອນ​ເຂົາເຈົ້າ​ບໍ່​ໄດ້​ເປັນ​ທາດ​ຂອງ​ພະຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ ແຕ່​ເປັນ​ທາດ​ຂອງ​ຄວາມ​ຕ້ອງການ*​ຂອງ​ໂຕເອງ. ເຂົາເຈົ້າ​ເວົ້າ​ຫວານ​ໆ​ແລະ​ເວົ້າ​ເອາະເຊາະ​ເພື່ອ​ຊັກ​ຈູງ​ຄົນ​ຊື່. 19  ຂ້ອຍ​ດີໃຈ​ຫຼາຍ ຍ້ອນ​ຄົນ​ຢູ່​ທຸກ​ບ່ອນ​ຮູ້​ຈັກ​ເລື່ອງ​ຄວາມ​ສັດຊື່​ຂອງ​ພວກ​ເຈົ້າ. ຂ້ອຍ​ຢາກ​ໃຫ້​ພວກ​ເຈົ້າ​ເປັນ​ຄົນ​ສະຫຼາດ​ໃນ​ເລື່ອງ​ຄວາມ​ດີ ແຕ່​ບໍ່​ຕ້ອງ​ຮຽນ​ຮູ້ເລື່ອງ​ຄວາມ​ຊົ່ວ.+ 20  ອີກ​ບໍ່​ດົນ ພະເຈົ້າ​ຜູ້​ໃຫ້​ສັນຕິສຸກ​ຈະ​ໃຫ້​ອຳນາດ​ພວກ​ເຈົ້າເຮັດ​ໃຫ້​ຊາຕານ​ມຸ່ນ+​ຢູ່​ພື້ນ​ຕີນ​ຂອງ​ພວກ​ເຈົ້າ. ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ. 21  ຕີໂມທຽວ​ທີ່​ເປັນ​ໝູ່​ເຮັດ​ວຽກ​ນຳ​ກັນ​ກັບ​ຂ້ອຍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ພວກ​ເຈົ້າ. ລູກີໂອ ຢາໂຊນ ແລະ​ໂຊຊີປາໂທ​ທີ່​ເປັນ​ຍາດ​ຕິ​ພີ່ນ້ອງ​ຂອງ​ຂ້ອຍ​ກໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ຄື​ກັນ.+ 22  ຂ້ອຍ​ເຕຣະຕຽວທີ່​ກຳລັງ​ຂຽນ​ຈົດໝາຍ​ສະບັບ​ນີ້​ໃຫ້​ໂປໂລ ຂໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ພວກ​ເຈົ້າ​ທີ່​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ. 23  ຄາໂຢ+​ທີ່​ໃຫ້​ຂ້ອຍ​ພັກ​ຢູ່​ເຮືອນ​ນຳ​ແລະ​ໃຫ້​ປະຊາຄົມ​ໃຊ້​ເຮືອນ​ເປັນ​ບ່ອນ​ປະຊຸມ​ກໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ພວກ​ເຈົ້າ. ເອຣາຊະໂຕ​ທີ່​ເປັນ​ຜູ້​ເບິ່ງແຍງ​ຄັງ​ຊັບສິນ​ຂອງ​ເມືອງ​ນີ້​ກໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ພວກ​ເຈົ້າ ແລະ​ກູອາໂຕ​ທີ່​ເປັນ​ພີ່ນ້ອງ​ກັບ​ລາວ​ກໍ​ຝາກ​ຄວາມ​ຄິດ​ຮອດ​ໄປ​ຫາ​ຄື​ກັນ. 24 *​—— 25  ຂ່າວດີ​ທີ່​ຂ້ອຍ​ປະກາດ​ແລະ​ຂ່າວ​ເລື່ອງ​ພະ​ເຢຊູ​ຄລິດ​ສະແດງ​ວ່າ​ພະເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ໝັ້ນຄົງ​ໄດ້. ຂ່າວດີ​ນີ້​ກ່ຽວ​ຂ້ອງ​ກັບ​ການ​ເປີດເຜີຍ​ຄວາມ​ລັບ​ສັກສິດ+​ທີ່​ຖືກ​ປິດ​ບັງ​ມາ​ດົນ​ແລ້ວ. 26  ຄວາມ​ລັບ​ນີ້​ຖືກ​ເປີດເຜີຍ​ແລ້ວ ແລະ​ຄົນ​ທຸກ​ຊາດ​ໄດ້​ຮູ້​ເລື່ອງ​ນີ້​ຈາກ​ຄຳ​ພະຍາກອນ​ໃນ​ພະຄຳພີ​ຕາມ​ທີ່​ພະເຈົ້າ​ຜູ້​ມີ​ຊີວິດ​ຕະຫຼອດ​ໄປ​ສັ່ງ​ໄວ້. ເພິ່ນ​ຢາກ​ໃຫ້​ຄົນ​ທຸກ​ຊາດ​ມີ​ຄວາມ​ເຊື່ອ​ແລະ​ເຊື່ອຟັງ​ເພິ່ນ. 27  ພະເຈົ້າ​ເທົ່າ​ນັ້ນ​ທີ່​ສະຫຼາດ​ຮອບດ້ານ.+ ຂໍ​ໃຫ້​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ຕະຫຼອດ​ໄປ​ຍ້ອນ​ສິ່ງ​ທີ່​ພະ​ເຢຊູ​ຄລິດ​ເຮັດ. ອາແມນ.*

ຂໍຄວາມໄຂເງື່ອນ

ຫຼື “ຄື​ກັບ​ທີ່​ພວກ​ບໍລິສຸດ​ຄວນ​ຕ້ອນຮັບ​ຄົນ​ອື່ນ”
ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ
ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ອາດ​ເປັນ​ເອື້ອຍ​ຫຼື​ນ້ອງ​ກໍ​ໄດ້
ຫຼື “ກະເພາະ”
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”