ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 4:1-25

  • ພະເຈົ້າ​ຍອມຮັບ​ອັບຣາຮາມ​ຍ້ອນ​ລາວ​ມີ​ຄວາມ​ເຊື່ອ (1-12)

    • ອັບຣາຮາມ​ເປັນ​ພໍ່​ຂອງ​ທຸກ​ຄົນ​ທີ່​ມີ​ຄວາມ​ເຊື່ອ (11)

  • ໄດ້​ຮັບ​ຄຳ​ສັນຍາ​ຍ້ອນ​ມີ​ຄວາມ​ເຊື່ອ (13-25)

4  ແລ້ວ​ອັບຣາຮາມ​ທີ່​ເປັນ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ເດ?  ຖ້າ​ພະເຈົ້າ​ຍອມຮັບ​ອັບຣາຮາມ​ຍ້ອນ​ການ​ກະທຳ​ຂອງ​ລາວ ລາວ​ກໍ​ມີ​ເຫດຜົນ​ທີ່​ຈະ​ອວດ​ໄດ້ ແຕ່​ບໍ່​ແມ່ນ​ອວດ​ກັບ​ພະເຈົ້າ.  ພະຄຳພີ​ບອກ​ໄວ້​ແມ່ນ​ບໍ​ວ່າ: “ອັບຣາຮາມ​ເຊື່ອ​ໃນ​ພະ​ເຢໂຫວາ* ແລະ​ເພິ່ນ​ກໍ​ຖື​ວ່າ​ລາວ​ເຮັດ​ສິ່ງ​ທີ່​ດີ”?+  ຄົນ​ທີ່​ເຮັດ​ວຽກ​ແລະ​ໄດ້​ຄ່າ​ຈ້າງ ບໍ່​ໄດ້​ຖື​ວ່າ​ຄ່າ​ຈ້າງ​ເປັນ​ຂອງຂວັນ* ແຕ່​ເປັນ​ສິ່ງ​ທີ່​ລາວ​ມີ​ສິດ​ຈະ​ໄດ້​ຢູ່​ແລ້ວ.  ແຕ່​ຖ້າ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ມີ​ຄວາມ​ເຊື່ອ ພະເຈົ້າ​ຈະ​ຍອມຮັບ​ຄົນ​ຊົ່ວ​ຜູ້​ນັ້ນ​ແລະ​ຖື​ວ່າ​ຄວາມ​ເຊື່ອ​ຂອງ​ລາວ​ເປັນ​ສິ່ງ​ທີ່​ດີ.+  ດາວິດ​ເຄີຍ​ເວົ້າ​ກ່ຽວກັບ​ຄວາມ​ສຸກ​ຂອງ​ຄົນ​ທີ່​ພະເຈົ້າ​ຍອມຮັບ​ທັງ​ໆ​ທີ່​ຜູ້​ນັ້ນ​ເຮັດ​ຕາມ​ກົດໝາຍ​ບໍ່​ໄດ້​ທັງໝົດ. ດາວິດ​ເວົ້າ​ວ່າ:  “ຄົນ​ທີ່​ໄດ້​ຮັບ​ການ​ໃຫ້​ອະໄພ​ແລະ​ໄດ້​ຮັບ​ການ​ຍົກໂທດ​ຄວາມ​ຜິດ​ກໍ​ມີ​ຄວາມ​ສຸກ.  ຄົນ​ທີ່​ພະ​ເຢໂຫວາ*​ຖື​ວ່າ​ບໍ່​ມີ​ຄວາມ​ຜິດ​ກໍ​ມີ​ຄວາມ​ສຸກ.”+  ຊັ້ນ​ຜູ້​ໃດ​ຈະ​ມີ​ຄວາມ​ສຸກ​ແບບ​ນີ້​ໄດ້? ມີ​ແຕ່​ຄົນ​ທີ່​ຮັບ​ສິນຕັດ*​ເທົ່າ​ນັ້ນ​ບໍ ຫຼື​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ​ນຳ?+ ພວກ​ເຮົາ​ບອກ​ແລ້ວ​ວ່າ: “ພະເຈົ້າ​ຍອມຮັບ​ອັບຣາຮາມ​ຍ້ອນ​ລາວ​ມີ​ຄວາມ​ເຊື່ອ.”+ 10  ພະເຈົ້າ​ຍອມຮັບ​ອັບຣາຮາມ​ຕັ້ງແຕ່​ຕອນ​ໃດ ຕອນ​ທີ່​ລາວ​ຮັບ​ສິນຕັດ​ແລ້ວ​ຫຼື​ຕອນ​ທີ່​ລາວ​ຍັງ​ບໍ່​ໄດ້​ຮັບ? ຕັ້ງແຕ່​ຕອນ​ທີ່​ລາວ​ຍັງ​ບໍ່​ໄດ້​ຮັບ​ສິນຕັດ​ຊ້ຳ. 11  ພະເຈົ້າ​ໃຫ້​ອັບຣາຮາມ​ຮັບ​ສິນຕັດ​ເຊິ່ງ​ເປັນ​ເຄື່ອງ​ໝາຍ+​ທີ່​ຮັບຮອງ​ວ່າ*​ເພິ່ນ​ຍອມຮັບ​ລາວ ຍ້ອນ​ລາວ​ມີ​ຄວາມ​ເຊື່ອ​ຢູ່​ແລ້ວ​ຕັ້ງແຕ່​ກ່ອນ​ຮັບ​ສິນຕັດ. ແລ້ວ​ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ທຸກ​ຄົນ​ທີ່​ມີ​ຄວາມ​ເຊື່ອ+​ຕັ້ງແຕ່​ຕອນ​ທີ່​ຄົນ​ເຫຼົ່າ​ນັ້ນ​ຍັງ​ບໍ່​ໄດ້​ຮັບ​ສິນຕັດ​ເພື່ອ​ພະເຈົ້າ​ຈະ​ຍອມຮັບ​ເຂົາເຈົ້າ. 12  ອັບຣາຮາມ​ຍັງ​ເປັນ​ພໍ່​ຂອງ​ຄົນ​ທີ່​ຮັບ​ສິນຕັດ​ນຳ. ລາວ​ບໍ່​ໄດ້​ເປັນ​ແຕ່​ພໍ່​ຂອງ​ຄົນ​ທີ່​ຮັບ​ສິນຕັດ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ພໍ່​ຂອງ​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ຄວາມ​ເຊື່ອ​ແບບ​ລາວ. ທີ່ຈິງ ອັບຣາຮາມ​ພໍ່​ຂອງ​ພວກ​ເຮົາ+​ມີ​ຄວາມ​ເຊື່ອ​ແບບ​ນັ້ນ​ຕັ້ງແຕ່​ລາວ​ຍັງ​ບໍ່​ໄດ້​ຮັບ​ສິນຕັດ​ຊ້ຳ. 13  ອັບຣາຮາມ​ແລະ​ລູກ​ຫຼານ​ໄດ້​ຮັບ​ຄຳ​ສັນຍາ​ວ່າ​ຈະ​ໄດ້​ຮັບ​ໂລກ​ເປັນ​ມໍລະດົກ+ ບໍ່​ແມ່ນ​ຍ້ອນ​ເຂົາເຈົ້າ​ເຮັດ​ຕາມ​ກົດໝາຍ ແຕ່​ຍ້ອນ​ເຂົາເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ​ເຂົາເຈົ້າ.+ 14  ຖ້າ​ຄົນ​ເຮົາ​ໄດ້​ຮັບ​ມໍລະດົກ​ຍ້ອນ​ເຮັດ​ຕາມ​ກົດໝາຍ ຄວາມ​ເຊື່ອ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ​ແລະ​ຄຳ​ສັນຍາ​ນັ້ນ​ກໍ​ບໍ່​ມີ​ຄວາມ​ໝາຍ. 15  ທີ່ຈິງ ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ມີ​ການ​ລົງໂທດ+ ແຕ່​ຖ້າ​ບໍ່​ມີ​ກົດໝາຍ​ກໍ​ບໍ່​ມີ​ການ​ເຮັດ​ຜິດ​ກົດໝາຍ.+ 16  ດັ່ງນັ້ນ ພວກ​ເຮົາ​ໄດ້​ຮັບ​ຄຳ​ສັນຍາ​ນັ້ນ​ຍ້ອນ​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ອາໄສ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ.+ ຄຳ​ສັນຍາ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ກັບ​ລູກ​ຫຼານ​ຂອງ​ອັບຣາຮາມ​ທຸກ​ຄົນ+ ບໍ່​ແມ່ນ​ແຕ່​ຄົນ​ທີ່​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ເທົ່າ​ນັ້ນ ແຕ່​ລວມ​ເຖິງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຄື​ກັບ​ອັບຣາຮາມ​ຜູ້​ທີ່​ເປັນ​ພໍ່​ຂອງ​ພວກ​ເຮົາ​ທຸກ​ຄົນ.+ 17  (ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ເຮົາ​ຊິ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຄົນ​ຫຼາຍ​ຊາດ.”)+ ອັບຣາຮາມ​ເຊື່ອ​ວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ເກີດຂຶ້ນ​ແທ້ ຍ້ອນ​ເພິ່ນ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ຄົນ​ຕາຍ​ມີ​ຊີວິດ​ໄດ້​ອີກ ແລະ​ເພິ່ນ​ເວົ້າ​ເຖິງ​ສິ່ງ​ທີ່​ຍັງບໍ່​ມີຄື​ກັບ​ວ່າ​ມີ​ຢູ່​ແລ້ວ.* 18  ເຖິງ​ຈະ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້ ແຕ່​ອັບຣາຮາມ​ກໍ​ຫວັງ​ແລະ​ເຊື່ອ​ວ່າ​ລາວ​ຈະ​ໄດ້​ເປັນ​ພໍ່​ຂອງ​ຄົນ​ຫຼາຍ​ຊາດ​ແທ້​ໆ​ຕາມ​ທີ່​ພະເຈົ້າ​ບອກ​ໄວ້​ວ່າ: “ລູກ​ຫຼານ​ຂອງ​ເຈົ້າ​ຈະ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງຟ້າ.”+ 19  ຄວາມ​ເຊື່ອ​ຂອງ​ອັບຣາຮາມ​ບໍ່​ໄດ້​ໜ້ອຍ​ລົງ​ເລີຍ ທັງ​ໆ​ທີ່​ລາວ​ຮູ້​ວ່າ​ຮ່າງກາຍ​ຂອງ​ໂຕເອງ​ໝົດ​ສະພາບ​ຄື​ກັບ​ຕາຍ​ແລ້ວ (ຍ້ອນ​ຕອນ​ນັ້ນ ລາວ​ອາຍຸ​ປະມານ 100 ປີ)+ ແລະ​ຊາຣາ​ກໍ​ເປັນ​ໝັນ.+ 20  ແຕ່​ອັບຣາຮາມ​ບໍ່​ເຄີຍ​ສົງໄສ​ຄຳ​ສັນຍາ​ຂອງ​ພະເຈົ້າ​ເລີຍ. ລາວ​ມີ​ກຳລັງ​ຫຼາຍ​ຂຶ້ນ​ຍ້ອນ​ມີ​ຄວາມ​ເຊື່ອ ແລະ​ລາວ​ໄດ້​ສັນລະເສີນ​ພະເຈົ້າ. 21  ລາວ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ໄດ້​ແທ້​ໆ​.+ 22  ດັ່ງນັ້ນ “ພະເຈົ້າ​ຖື​ວ່າ​ອັບຣາຮາມ​ເຮັດ​ສິ່ງ​ທີ່​ດີ.”+ 23  ແຕ່​ຄຳເວົ້າ​ທີ່​ວ່າ “ພະເຈົ້າ​ຖື​ວ່າ​ອັບຣາຮາມ​ເຮັດ​ສິ່ງ​ທີ່​ດີ” ບໍ່​ໄດ້​ຂຽນ​ໄວ້​ສຳລັບ​ລາວ​ເທົ່າ​ນັ້ນ+ 24  ແຕ່​ຂຽນ​ໄວ້​ສຳລັບ​ພວກ​ເຮົາ​ຄື​ກັນ. ພະເຈົ້າ​ຈະ​ຍອມຮັບ​ພວກ​ເຮົາ​ໄດ້​ຄື​ກັນ ຍ້ອນ​ພວກ​ເຮົາ​ເຊື່ອ​ໃນ​ຜູ້​ທີ່​ປຸກ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ໃຫ້​ຄືນ​ມາ​ຈາກ​ຕາຍ.+ 25  ພະເຈົ້າ​ຍອມ​ໃຫ້​ພະ​ເຢຊູ​ຕາຍ​ຍ້ອນ​ບາບ​ຂອງ​ພວກ​ເຮົາ+ ແລະ​ພະເຈົ້າ​ປຸກ​ເພິ່ນ​ໃຫ້​ຟື້ນ​ຄືນ​ມາ​ເພື່ອ​ຈະ​ຍອມຮັບ​ພວກ​ເຮົາ​ໄດ້.+

ຂໍຄວາມໄຂເງື່ອນ

ຫຼື “ການ​ຕອບ​ແທນ​ບຸນ​ຄຸນ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ຫຼື “ເປັນ​ກາ​ຈ້ຳ​ຮັບຮອງ​ວ່າ”
ຫຼື​ອາດ​ແປ​ວ່າ “ເພິ່ນ​ເຮັດ​ໃຫ້​ສິ່ງ​ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເກີດຂຶ້ນ”