ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 6:1-23

  • ການ​ຮັບ​ບັບເຕມາ​ເພື່ອ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະຄລິດ​ເຮັດ​ໃຫ້​ພວກ​ເຮົາ​ມີ​ຊີວິດ​ໃໝ່ (1-11)

  • ຢ່າ​ໃຫ້​ບາບ​ມີ​ອຳນາດ​ຄວບຄຸມ​ຮ່າງກາຍ (12-14)

  • ຈາກ​ການ​ເປັນ​ທາດ​ຂອງ​ບາບ​ກາຍ​ມາ​ເປັນ​ທາດ​ຂອງ​ພະເຈົ້າ (15-23)

    • ຄ່າ​ຈ້າງ​ທີ່​ບາບ​ຈ່າຍ​ແມ່ນ​ຄວາມ​ຕາຍ ແຕ່​ຂອງຂວັນ​ທີ່​ພະເຈົ້າ​ໃຫ້​ແມ່ນ​ຊີວິດ (23)

6  ຄັນ​ເປັນ​ແນວ​ນັ້ນ ພວກ​ເຮົາ​ຈະ​ເຮັດ​ຜິດ​ຕໍ່​ໄປ​ເພື່ອ​ພະເຈົ້າ​ຈະ​ໄດ້​ສະແດງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຫຼາຍ​ຂຶ້ນ​ບໍ?  ບໍ່​ແມ່ນ​ແນວ​ນັ້ນ! ເມື່ອ​ພວກ​ເຮົາ​ຫຼຸດ​ພົ້ນ​ຈາກ​ອຳນາດ​ຂອງ​ບາບ​ແລ້ວ*+ ພວກ​ເຮົາ​ຈະ​ໃຊ້​ຊີວິດ​ຈົມ​ຢູ່​ກັບ​ບາບ​ອີກ​ຕໍ່​ໄປ​ໄດ້​ແນວ​ໃດ?+  ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ ພວກ​ເຮົາ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບເຕມາ​ເພື່ອ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ເຢຊູ+​ກໍ​ໄດ້​ຮັບ​ບັບເຕມາ​ເພື່ອ​ຈະ​ຕາຍ​ຄື​ກັບ​ເພິ່ນ?+  ເມື່ອ​ພວກ​ເຮົາ​ຮັບ​ບັບເຕມາ​ເພື່ອ​ຈະ​ຕາຍ​ຄື​ກັບ​ພະຄລິດ ກໍ​ສ່ຳ​ກັບ​ວ່າ​ພວກ​ເຮົາ​ຖືກ​ຝັງ​ຮ່ວມ​ກັບ​ເພິ່ນ.+ ແລ້ວ​ພວກ​ເຮົາ​ຈະ​ໃຊ້​ຊີວິດ​ແບບ​ໃໝ່​ຄື​ກັບ​ທີ່​ພະຄລິດ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ມີ​ຊີວິດ​ໃໝ່​ດ້ວຍ​ລິດເດດ​ຍິ່ງໃຫຍ່​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່.+  ພວກ​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ຍ້ອນ​ເພິ່ນ​ໄດ້​ຕາຍ​ແລ້ວ ແລະ​ໃນ​ແງ່​ໜຶ່ງ​ກໍ​ສ່ຳ​ກັບ​ວ່າ​ພວກ​ເຮົາ​ໄດ້​ຕາຍ​ແລ້ວ​ຄື​ກັນ.+ ພວກ​ເຮົາ​ຍັງ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ໄດ້​ອີກ ຍ້ອນ​ພວກ​ເຮົາ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຄື​ກັບ​ເພິ່ນ.+  ພວກ​ເຮົາ​ຮູ້​ວ່າ​ນິດໄສ​ເກົ່າ​ຂອງ​ພວກ​ເຮົາ​ຖືກ​ຄຶງ​ໄປ​ພ້ອມ​ກັບ​ພະຄລິດ​ແລ້ວ+ ເພື່ອ​ຮ່າງກາຍ​ທີ່​ມີ​ບາບ​ຈະ​ບໍ່​ມີ​ອຳນາດເໜືອ​ພວກ​ເຮົາ+ ແລະ​ພວກ​ເຮົາ​ຈະ​ບໍ່​ໄດ້​ເປັນ​ທາດ​ຂອງ​ບາບ​ອີກ​ຕໍ່​ໄປ.+  ຄົນ​ທີ່​ຕາຍ​ແລ້ວ​ກໍ​ພົ້ນ​ໂທດ*​ຈາກ​ບາບ​ຂອງ​ໂຕເອງ.  ຖ້າ​ພວກ​ເຮົາ​ໄດ້​ຕາຍ​ກັບ​ພະຄລິດ​ແລ້ວ ພວກ​ເຮົາ​ກໍ​ເຊື່ອ​ວ່າ​ພວກ​ເຮົາ​ຈະ​ມີ​ຊີວິດ​ຢູ່​ກັບ​ເພິ່ນ​ຄື​ກັນ.  ພວກ​ເຮົາ​ຮູ້​ວ່າ​ພະຄລິດ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ+ ແລະ​ເພິ່ນ​ຈະ​ບໍ່​ຕາຍ​ອີກ.+ ຄວາມ​ຕາຍ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເພິ່ນ​ອີກ​ເລີຍ. 10  ພະຄລິດ​ຕາຍ​ແຕ່​ເທື່ອ​ດຽວ​ເພື່ອ​ກຳຈັດ​ບາບ​ຕະຫຼອດ​ໄປ+ ແລະ​ຕອນນີ້​ພະຄລິດ​ມີ​ຊີວິດ​ເພື່ອ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ. 11  ພວກ​ເຈົ້າ​ກໍ​ຄື​ກັນ ໃຫ້​ຈື່​ໄວ້​ວ່າ​ພວກ​ເຈົ້າ​ຫຼຸດ​ພົ້ນ​ຈາກ​ອຳນາດ​ຂອງ​ບາບ​ແລ້ວ ແລະ​ມີ​ຊີວິດ​ຢູ່​ເພື່ອ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃນ​ຖານະ​ລູກສິດ​ຂອງ​ພະຄລິດ​ເຢຊູ.+ 12  ດັ່ງນັ້ນ ຢ່າ​ໃຫ້​ບາບ​ມີ​ອຳນາດ​ຄວບຄຸມ*​ຊີວິດ​ຂອງ​ພວກ​ເຈົ້າ+ ແລະ​ຢ່າ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ຕາຍ​ໄດ້​ຂອງ​ພວກ​ເຈົ້າ. 13  ເຊົາ​ໃຫ້​ບາບ​ໃຊ້​ຮ່າງກາຍ*​ຂອງ​ພວກ​ເຈົ້າ​ເປັນ​ເຄື່ອງມື​ເຮັດ​ຊົ່ວ ແຕ່​ໃຫ້​ມອບ​ຮ່າງກາຍ​ພວກ​ເຈົ້າ​ໄວ້​ກັບ​ພະເຈົ້າ​ຄື​ກັບ​ຄົນ​ທີ່​ຕາຍ​ແລ້ວ​ແລະ​ໄດ້​ຊີວິດ​ໃໝ່. ໃຫ້​ພະເຈົ້າ​ໃຊ້​ພວກ​ເຈົ້າ​ເປັນ​ເຄື່ອງມື​ເຮັດ​ສິ່ງ​ທີ່​ດີ.+ 14  ຢ່າ​ໃຫ້​ບາບ​ມີ​ອຳນາດ​ເໜືອ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ+ ແຕ່​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະເຈົ້າ.+ 15  ຄັ້ນ​ຊັ້ນ ພວກ​ເຮົາ​ຍັງ​ຈະ​ເຮັດ​ບາບ​ຕໍ່​ໄປ​ບໍ ຍ້ອນ​ພວກ​ເຮົາ​ບໍ່​ໄດ້​ຢູ່​ໃຕ້​ກົດໝາຍ​ນັ້ນ​ແລ້ວ ແຕ່​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະເຈົ້າ?+ ບໍ່​ຄວນ​ເປັນ​ແນວ​ນັ້ນ! 16  ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເມື່ອ​ພວກ​ເຈົ້າ​ຍອມ​ເປັນ​ທາດ​ເຊື່ອຟັງ​ຜູ້​ໃດ ພວກ​ເຈົ້າ​ກໍ​ເປັນ​ທາດ​ຂອງ​ຜູ້​ນັ້ນ.+ ຖ້າ​ພວກ​ເຈົ້າ​ເປັນ​ທາດ​ຂອງ​ບາບ+ ພວກ​ເຈົ້າ​ກໍ​ຈະ​ຕາຍ.+ ແຕ່​ຖ້າ​ພວກ​ເຈົ້າ​ເປັນ​ທາດ​ຂອງ​ພະເຈົ້າ​ແລະ​ເຊື່ອຟັງ​ເພິ່ນ ເພິ່ນ​ກໍ​ຈະ​ຍອມຮັບ​ພວກ​ເຈົ້າ. 17  ພວກ​ເຮົາ​ຕ້ອງ​ຂອບໃຈ​ພະເຈົ້າ ຍ້ອນ​ພວກ​ເຈົ້າ​ເຄີຍ​ເປັນ​ທາດ​ຂອງ​ບາບ ແຕ່​ຕອນນີ້​ພວກ​ເຈົ້າ​ເຕັມໃຈ​ເຊື່ອຟັງ​ຄຳສອນ​ທີ່​ເພິ່ນ​ໃຫ້​ພວກ​ເຈົ້າ. 18  ເມື່ອ​ພວກ​ເຈົ້າ​ຖືກ​ປົດ​ປ່ອຍ​ຈາກ​ການ​ເປັນ​ທາດ​ຂອງ​ບາບ​ແລ້ວ+ ພວກ​ເຈົ້າ​ກໍ​ໄດ້​ມາ​ເປັນ​ທາດ​ຂອງ​ຄວາມ​ຖືກຕ້ອງ.+ 19  ຂ້ອຍ​ຈະ​ອະທິບາຍ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ງ່າຍ​ໆ​ ຍ້ອນ​ພວກ​ເຈົ້າ​ຫາ​ເຫດຜົນ​ບໍ່​ເກັ່ງ​ແລະ​ເປັນ​ຄົນ​ບາບ. ພວກ​ເຈົ້າ​ເຄີຍ​ຍອມ​ໃຫ້​ຄວາມ​ຕ້ອງການ​ຂອງ​ໂຕເອງ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ທາດ​ຂອງ​ແນວ​ທີ່​ບໍ່​ສະອາດ​ແລະ​ຄວາມ​ຊົ່ວ. ແຕ່​ຕອນນີ້ ໃຫ້​ພວກ​ເຈົ້າ​ມອບ​ຮ່າງກາຍ​ຂອງ​ໂຕເອງ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ບໍລິສຸດ​ແລະ​ຄວາມ​ຖືກຕ້ອງ.+ 20  ຕອນ​ທີ່​ພວກ​ເຈົ້າ​ເປັນ​ທາດ​ຂອງ​ບາບ ພວກ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. 21  ເມື່ອ​ພວກ​ເຈົ້າ​ໃຊ້​ຊີວິດ​ແບບ​ນັ້ນ ມັນ​ເປັນ​ແນວ​ໃດ? ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ຕອນນີ້​ພວກ​ເຈົ້າ​ຖືວ່າ​ເປັນ​ຕາ​ອາຍ ແລະ​ເປັນ​ສິ່ງ​ທີ່​ພາ​ໄປ​ສູ່​ຄວາມ​ຕາຍ.+ 22  ແຕ່​ຍ້ອນ​ວ່າ​ຕອນນີ້​ພວກ​ເຈົ້າຫຼຸດ​ພົ້ນ​ຈາກ​ອຳນາດ​ຂອງ​ບາບ​ແລະ​ມາ​ເປັນ​ທາດ​ຂອງ​ພະເຈົ້າ​ແລ້ວ ໃຫ້​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ບໍລິສຸດ​ແລະ​ສະອາດ​ສະເໝີ+ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.+ 23  ຍ້ອນ​ຄ່າ​ຈ້າງ​ທີ່​ບາບ​ຈ່າຍ​ແມ່ນ​ຄວາມ​ຕາຍ+ ແຕ່​ຂອງຂວັນ​ທີ່​ພະເຈົ້າ​ໃຫ້​ແມ່ນ​ຊີວິດ​ຕະຫຼອດ​ໄປ+​ຜ່ານ​ທາງ​ພະຄລິດ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.+

ຂໍຄວາມໄຂເງື່ອນ

ຫຼື “ເມື່ອ​ຊີວິດ​ຂອງ​ພວກ​ເຮົາ​ທີ່​ມີ​ບາບ​ຕາຍ​ໄປ​ແລ້ວ”
ຫຼື “ເປັນ​ອິດສະຫຼະ”
ແປ​ຕາມ​ໂຕ​ວ່າ “ປົກຄອງ​ເປັນ​ກະສັດ​ເໜືອ”
ແປ​ຕາມ​ໂຕ​ວ່າ “ອະໄວຍະວະ”