ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 7:1-25

  • ຕົວຢ່າງ​ປຽບທຽບ​ເພື່ອ​ໃຫ້​ເຫັນ​ວ່າ​ພົ້ນ​ຈາກ​ອຳນາດ​ກົດໝາຍ​ຂອງ​ໂມເຊ​ແລ້ວ (1-6)

  • ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ຮູ້​ວ່າ​ບາບ​ແມ່ນ​ຫຍັງ (7-12)

  • ຕໍ່ສູ້​ກັບ​ບາບ (13-25)

7  ພີ່ນ້ອງ​ເອີ້ຍ ຕອນນີ້​ຂ້ອຍ​ຈະ​ເວົ້າ​ກັບ​ຄົນ​ທີ່​ຮູ້​ເລື່ອງ​ກົດໝາຍ. ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ​ກົດໝາຍ​ຂອງ​ໂມເຊ​ມີ​ອຳນາດ​ເໜືອ​ຄົນ​ເຮົາ​ສະເພາະ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່?  ຕົວຢ່າງ​ເຊັ່ນ: ຜູ້​ຍິງ​ທີ່​ແຕ່ງດອງ​ແລ້ວ​ມີ​ຂໍ້​ຜູກ​ມັດ​ທາງ​ກົດໝາຍ​ຕອນ​ທີ່​ຜົວ​ຍັງ​ມີ​ຊີວິດ​ຢູ່ ແຕ່​ຖ້າ​ຜົວ​ຕາຍ​ແລ້ວ ລາວ​ກໍພົ້ນ​ຈາກ​ກົດ​ຂອງ​ຜົວ.+  ດັ່ງນັ້ນ ຕອນ​ທີ່​ຜົວ​ຍັງ​ມີ​ຊີວິດ​ຢູ່ ຖ້າ​ລາວ​ແຕ່ງດອງ​ກັບ​ຜູ້​ຊາຍ​ຄົນ​ອື່ນ ລາວ​ກໍ​ມີ​ຊູ້.+ ແຕ່​ຖ້າ​ຜົວ​ຕາຍ ລາວ​ກໍ​ພົ້ນ​ຈາກ​ກົດ​ຂອງ​ຜົວ ແລະ​ຖ້າ​ລາວ​ແຕ່ງດອງ​ກັບ​ຜູ້​ຊາຍ​ຄົນ​ອື່ນ ລາວ​ກໍ​ບໍ່​ໄດ້​ມີ​ຊູ້.+  ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ພົ້ນ​ຈາກ​ກົດໝາຍ​ຂອງ​ໂມເຊ*​ແລ້ວ ຍ້ອນ​ພະຄລິດ​ສະລະ​ຮ່າງກາຍ​ເປັນ​ເຄື່ອງ​ບູຊາ. ເລື່ອງ​ນີ້​ເກີດຂຶ້ນ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຂອງ​ພະຄລິດ+​ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ.+ ບັດນີ້ ພວກ​ເຮົາ​ເຮັດ​ສິ່ງ​ທີ່​ພະເຈົ້າ​ພໍໃຈ​ໄດ້.+  ຕອນ​ທີ່​ພວກ​ເຮົາ​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ ຄວາມ​ຕ້ອງການ​ທີ່​ຊົ່ວ​ທີ່​ມີ​ຢູ່​ໃນ​ໂຕ​ພວກ​ເຮົາ​ກໍ​ກະຕຸ້ນ​ພວກ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ພາ​ໄປ​ສູ່​ຄວາມ​ຕາຍ. ຄວາມ​ຕ້ອງການ​ນັ້ນ​ເຫັນ​ໄດ້​ແຈ້ງ​ຂຶ້ນ​ຍ້ອນ​ກົດໝາຍ​ຂອງ​ໂມເຊ.+  ແຕ່​ດຽວ​ນີ້​ພວກ​ເຮົາ​ບໍ່​ໄດ້​ຢູ່​ໃຕ້​ກົດໝາຍ​ນັ້ນ+ ຍ້ອນ​ກົດໝາຍ​ນັ້ນ​ບໍ່​ມີ​ອຳນາດ​ຄວບຄຸມ​ພວກ​ເຮົາ​ແລ້ວ. ດັ່ງນັ້ນ ພວກ​ເຮົາ​ເປັນ​ທາດ​ພະເຈົ້າ​ບໍ່​ແມ່ນ​ຍ້ອນ​ກົດໝາຍ​ຂອງ​ໂມເຊ​ຊີ້ນຳ+ ແຕ່​ຍ້ອນ​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ.+  ພວກ​ເຮົາ​ກຳລັງ​ເວົ້າ​ວ່າ​ກົດໝາຍ​ຂອງ​ໂມເຊ​ບົກພ່ອງ*​ບໍ? ບໍ່​ແມ່ນ! ທີ່ຈິງ ຖ້າ​ບໍ່​ມີ​ກົດໝາຍ​ນັ້ນ ຂ້ອຍ​ຄື​ຊິ​ບໍ່​ຮູ້​ວ່າ​ບາບ​ແມ່ນ​ຫຍັງ.+ ຕົວຢ່າງ​ເຊັ່ນ: ຖ້າ​ກົດໝາຍ​ນັ້ນ​ບໍ່​ໄດ້​ສັ່ງ​ວ່າ: “ຢ່າ​ໂລບ” ຂ້ອຍ​ກໍ​ຄື​ຊິ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ເປັນ​ສິ່ງ​ທີ່​ຜິດ.+  ແຕ່​ບາບ​ກໍ​ສວຍ​ໂອກາດ​ຈາກ​ກົດໝາຍ​ຂອງ​ໂມເຊ​ເພື່ອ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຕ້ອງການ​ທີ່​ເຫັນ​ແກ່​ໂຕ​ທຸກ​ຮູບແບບ. ທີ່ຈິງ ຖ້າ​ບໍ່​ມີ​ກົດໝາຍ ບາບ​ກໍ​ເຮັດ​ຫຍັງ​ບໍ່​ໄດ້.+  ຕອນ​ທີ່​ຍັງ​ບໍ່​ມີ​ກົດໝາຍ​ຂອງ​ໂມເຊ ຂ້ອຍ​ກໍ​ມີ​ຊີວິດ​ຢູ່ ແຕ່​ເມື່ອ​ມີ​ກົດໝາຍ​ນັ້ນ ຂ້ອຍ​ກໍ​ຮູ້​ວ່າ​ຂ້ອຍ​ເປັນ​ຄົນ​ບາບ​ແລະ​ຕ້ອງ​ຕາຍ.+ 10  ກົດໝາຍ​ນັ້ນ​ຄວນ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຊີວິດ+ ແຕ່​ພັດ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ຕາຍ. 11  ບາບ​ສວຍ​ໂອກາດ​ຈາກ​ກົດໝາຍ​ນັ້ນ​ເພື່ອ​ພາ​ຂ້ອຍ​ເຮັດ​ຜິດ​ແລະ​ຂ້າ​ຂ້ອຍ. 12  ທີ່ຈິງ​ແລ້ວ ກົດໝາຍ​ຂອງ​ໂມເຊ​ບໍລິສຸດ ຍຸຕິທຳ ແລະ​ດີ.+ 13  ຖ້າ​ເປັນ​ແນວ​ນັ້ນ ສິ່ງ​ທີ່​ດີ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຕາຍ​ບໍ? ບໍ່​ແມ່ນ! ແຕ່​ແມ່ນ​ບາບ​ທີ່​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຕາຍ.+ ກົດໝາຍ​ນັ້ນ​ດີ ແຕ່​ມັນ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ແມ່ນ​ບາບ​ທີ່​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຕາຍ. ກົດໝາຍ​ຂອງ​ໂມເຊ​ເຮັດ​ໃຫ້​ຮູ້​ວ່າ​ບາບ​ຊົ່ວ​ຮ້າຍ​ຫຼາຍ​ສ່ຳ​ໃດ.+ 14  ພວກ​ເຮົາ​ຮູ້​ວ່າ​ກົດໝາຍ​ຂອງ​ໂມເຊ​ມາ​ຈາກ​ພະເຈົ້າ ແຕ່​ບັນຫາ​ມັນ​ເປັນ​ຍ້ອນ​ຂ້ອຍ ເພາະ​ຂ້ອຍ​ເປັນ​ຄົນ​ບາບ​ທີ່​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຂອງ​ບາບ.+ 15  ຂ້ອຍ​ບໍ່​ເຂົ້າ​ໃຈ​ໂຕເອງ​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່. ແນວ​ດີ​ໆ​ທີ່​ຂ້ອຍ​ຢາກ​ເຮັດ ຂ້ອຍ​ກໍ​ບໍ່​ເຮັດ ແຕ່​ຂ້ອຍ​ພັດ​ໄປ​ເຮັດ​ແນວ​ທີ່​ຂ້ອຍ​ຊັງ. 16  ຂ້ອຍ​ຍອມຮັບ​ວ່າ​ກົດໝາຍ​ຂອງ​ໂມເຊ​ນັ້ນ​ດີ ແຕ່​ຂ້ອຍ​ຍັງ​ເຮັດ​ແນວ​ທີ່​ຂ້ອຍ​ບໍ່​ຢາກ​ເຮັດ. 17  ດັ່ງນັ້ນ ບໍ່​ແມ່ນ​ຂ້ອຍ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ເຫຼົ່າ​ນີ້ ແຕ່​ແມ່ນ​ບາບ​ທີ່​ຢູ່​ໃນ​ໂຕ​ຂ້ອຍ​ເປັນ​ຜູ້​ເຮັດ.+ 18  ຂ້ອຍ​ຮູ້​ວ່າ​ໃນ​ໂຕ​ຂ້ອຍ​ທີ່​ເປັນ​ຄົນ​ບາບ​ນັ້ນ​ບໍ່​ມີ​ຫຍັງ​ດີ​ເລີຍ. ຂ້ອຍ​ຢາກ​ເຮັດ​ດີ ແຕ່​ກໍເຮັດ​ບໍ່​ໄດ້​ຄື​ກັບ​ທີ່​ຢາກ​ເຮັດ.+ 19  ແນວ​ດີ​ໆ​ທີ່​ຂ້ອຍ​ຢາກ​ເຮັດ ຂ້ອຍ​ພັດ​ບໍ່​ເຮັດ ແຕ່​ແນວ​ຊົ່ວ​ໆ​ທີ່​ຂ້ອຍ​ບໍ່​ຢາກ​ເຮັດ ຂ້ອຍ​ພັດ​ເຮັດ​ເລື້ອຍ​ໆ​. 20  ດັ່ງນັ້ນ ຖ້າ​ຂ້ອຍ​ເຮັດ​ແນວ​ທີ່​ຂ້ອຍ​ບໍ່​ຢາກ​ເຮັດ ສະແດງ​ວ່າ​ບໍ່​ແມ່ນ​ໂຕ​ຂ້ອຍ​ເປັນ​ຄົນ​ເຮັດ ແຕ່​ແມ່ນ​ບາບ​ທີ່​ຢູ່​ໃນ​ໂຕ​ຂ້ອຍທີ່​ເຮັດ. 21  ຂ້ອຍ​ເຫັນ​ວ່າ​ມີ​ກົດ​ຂໍ້​ໜຶ່ງຢູ່​ໃນ​ໂຕ​ຂ້ອຍ. ກົດ​ນັ້ນ​ແມ່ນ ເມື່ອ​ຂ້ອຍ​ຢາກ​ເຮັດ​ແນວ​ທີ່​ຖືກຕ້ອງ ຂ້ອຍ​ພັດ​ຢາກ​ເຮັດ​ແນວ​ທີ່​ຊົ່ວ​ນຳ.+ 22  ທີ່ຈິງ​ແລ້ວ ໃຈ​ຂ້ອຍ​ມັກ​ກົດໝາຍ​ຂອງ​ພະເຈົ້າ​ຫຼາຍ​ແທ້​ໆ​+ 23  ແຕ່​ຂ້ອຍ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ​ໃນ​ຮ່າງກາຍ​ທີ່​ຕໍ່ສູ້​ກັບ​ກົດ​ໃນ​ໃຈ​ຂ້ອຍ+ ແລະ​ເຮັດ​ໃຫ້​ຂ້ອຍ​ຕົກ​ຢູ່​ໃຕ້​ກົດ​ຂອງ​ບາບ+​ທີ່​ຢູ່​ໃນ​ຮ່າງກາຍ​ຂ້ອຍ. 24  ຈັ່ງ​ແມ່ນ​ຂ້ອຍ​ສົມ​ເພດ​ໂຕເອງ​ເດ້ ຜູ້​ໃດ​ຈະ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ນີ້? 25  ຂ້ອຍ​ຂອບໃຈ​ພະເຈົ້າ​ໂດຍ​ທາງ​ພະ​ເຢຊູ​ຄລິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ. ໃຈ​ຂ້ອຍ​ເປັນ​ທາດ​ກົດໝາຍ​ຂອງ​ພະເຈົ້າ ແຕ່​ຮ່າງກາຍ​ຂ້ອຍ​ເປັນ​ທາດ​ກົດ​ຂອງ​ບາບ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຕາຍ​ຈາກ​ກົດໝາຍ”
ແປ​ຕາມ​ໂຕ​ວ່າ “ກົດໝາຍ​ເປັນ​ບາບ”