ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 8:1-39

  • ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ມີ​ຊີວິດ​ແລະ​ເປັນ​ອິດສະຫຼະ (1-11)

  • ພະລັງ​ຂອງ​ພະເຈົ້າ​ຢືນຢັນ​ວ່າ​ເປັນ​ລູກ​ຂອງ​ເພິ່ນ (12-17)

  • ສິ່ງ​ທີ່​ພະເຈົ້າ​ສ້າງ​ລໍ​ຖ້າ​ຈະ​ມີ​ອິດສະຫຼະ​ແບບ​ທີ່​ລູກ​ຂອງ​ເພິ່ນ​ມີ (18-25)

  • “ພະລັງ​ຂອງ​ພະເຈົ້າ​ຈະ​ຂໍ​ແທນ​ພວກ​ເຮົາ” (26, 27)

  • ພະເຈົ້າ​ກຳນົດ​ຄົນ​ກຸ່ມ​ໜຶ່ງ​ໄວ້​ລ່ວງ​ໜ້າ (28-30)

  • ຄວາມ​ຮັກ​ຂອງ​ພະເຈົ້າ​ເຮັດ​ໃຫ້​ພວກ​ເຮົາ​ຊະນະ (31-39)

8  ດັ່ງນັ້ນ ຜູ້​ທີ່​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະຄລິດ​ເຢຊູ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ.  ກົດ​ຂອງ​ພະລັງ​ຂອງ​ພະເຈົ້າ​ທີ່​ໃຫ້​ຊີວິດ​ເຮັດ​ໃຫ້​ພວກ​ເຈົ້າ​ທີ່​ເປັນ​ຜູ້​ຕິດຕາມ​ພະຄລິດ​ເຢຊູ​ຫຼຸດພົ້ນ+​ຈາກ​ກົດ​ຂອງ​ບາບ​ແລະ​ຄວາມ​ຕາຍ​ແລ້ວ.  ສິ່ງ​ທີ່​ກົດໝາຍ​ຂອງ​ໂມເຊ​ເຮັດ​ບໍ່​ໄດ້+​ຍ້ອນ​ຄວາມ​ບໍ່​ສົມບູນແບບ+​ຂອງ​ມະນຸດ​ນັ້ນ ພະເຈົ້າ​ໄດ້​ເຮັດ​ແລ້ວ​ໂດຍ​ສົ່ງ​ລູກ​ຊາຍ​ຂອງ​ເພິ່ນ+​ມາ​ໃນ​ສະພາບ​ຄື​ກັບ​ມະນຸດ+​ທີ່​ມີ​ບາບ​ເພື່ອ​ກຳຈັດ​ບາບ. ພະເຈົ້າ​ໄດ້​ຕັດສິນ​ລົງໂທດ​ບາບ​ທີ່​ຢູ່​ໃນ​ຮ່າງກາຍ​ມະນຸດ.  ພວກ​ເຮົາ​ຈຶ່ງ​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ​ແບບ​ທີ່​ກົດໝາຍ​ຂອງ​ໂມເຊ​ຮຽກຮ້ອງ​ໄດ້+ ໂດຍ​ການ​ໃຊ້​ຊີວິດ​ຕາມ​ທີ່​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ ບໍ່​ແມ່ນ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ.+  ຄົນ​ທີ່​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ກໍ​ມີ​ແຕ່​ຄິດ​ເຖິງ​ສິ່ງ​ທີ່​ຮ່າງກາຍ​ຢາກ​ເຮັດ+ ແຕ່​ຄົນ​ທີ່​ໃຊ້​ຊີວິດ​ຕາມ​ທີ່​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ກໍ​ສົນໃຈ​ແຕ່​ສິ່ງ​ທີ່​ພະລັງ​ນັ້ນ​ຢາກ​ໃຫ້​ເຮັດ.+  ການ​ສົນໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ຈະ​ຈົບ​ລົງ​ດ້ວຍ​ຄວາມ​ຕາຍ+ ແຕ່​ການ​ສົນໃຈ​ແຕ່​ເລື່ອງ​ກ່ຽວກັບ​ພະລັງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໄດ້​ຊີວິດ​ແລະ​ສັນຕິສຸກ.+  ຄົນ​ທີ່​ສົນໃຈ​ແຕ່​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ກໍ​ເປັນ​ສັດຕູ​ກັບ​ພະເຈົ້າ+ ຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ກົດໝາຍ​ຂອງ​ພະເຈົ້າ. ທີ່ຈິງແລ້ວ ເຂົາເຈົ້າຈະ​ບໍ່​ມີ​ທາງ​ເຊື່ອຟັງ​ໄດ້​ເລີຍ.  ດັ່ງນັ້ນ ຄົນ​ທີ່​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ຈຶ່ງ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ​ບໍ່​ໄດ້.  ຖ້າ​ພະລັງ​ຂອງ​ພະເຈົ້າ​ຢູ່​ໃນ​ໂຕ​ພວກ​ເຈົ້າ​ແທ້​ໆ​ ພວກ​ເຈົ້າ​ກໍ​ຈະ​ໃຊ້​ຊີວິດ​ຕາມ​ທີ່​ພະລັງ​ນັ້ນ​ຊີ້ນຳ+ ບໍ່​ແມ່ນ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ. ແຕ່​ຖ້າ​ຜູ້​ໃດ​ບໍ່​ມີ​ຄວາມ​ຄິດ​ແບບ​ພະຄລິດ ຜູ້​ນັ້ນ​ກໍ​ບໍ່​ແມ່ນ​ຄົນ​ຂອງ​ເພິ່ນ. 10  ຖ້າ​ພວກ​ເຈົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະຄລິດ+ ເຖິງ​ວ່າ​ຮ່າງກາຍ​ຂອງ​ພວກ​ເຈົ້າ​ຈະ​ຕາຍ​ໄປ​ຍ້ອນ​ບາບ ແຕ່​ພະລັງ​ຂອງ​ພະເຈົ້າ​ກໍ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ຍ້ອນ​ພະເຈົ້າ​ຍອມຮັບ​ພວກ​ເຈົ້າ. 11  ພະເຈົ້າ​ໃຊ້​ພະລັງ​ຂອງ​ເພິ່ນ​ປຸກ​ພະຄລິດ​ເຢຊູ​ໃຫ້​ຄືນ​ມາ​ຈາກ​ຕາຍ.+ ຖ້າ​ພະລັງ​ນັ້ນ​ຢູ່​ໃນ​ໂຕ​ພວກ​ເຈົ້າ ເພິ່ນ​ກໍ​ຈະ​ໃຊ້​ພະລັງ​ດຽວ​ກັນ​ນັ້ນ​ເພື່ອ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຊີວິດອີກ.*+ 12  ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຕ້ອງ​ບໍ່​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ.+ 13  ຖ້າ​ພວກ​ເຈົ້າ​ໃຊ້​ຊີວິດ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ ພວກ​ເຈົ້າ​ຈະ​ຕາຍ​ແນ່ນອນ. ແຕ່​ຖ້າ​ພວກ​ເຈົ້າ​ເຊົາ​ເຮັດ​ບາບ​ຢ່າງ​ເດັດຂາດ+​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະລັງ​ຂອງ​ພະເຈົ້າ ພວກ​ເຈົ້າ​ຈະ​ມີ​ຊີວິດ.+ 14  ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ຜູ້​ໃດ ຜູ້​ນັ້ນ​ກໍ​ເປັນ​ລູກ​ຂອງ​ເພິ່ນ.+ 15  ພະລັງ​ຂອງ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຕົກ​ເປັນ​ທາດ​ຫຼື​ຕ້ອງ​ຢ້ານ​ອີກ ແຕ່​ເຮັດ​ໃຫ້​ພວກ​ເຮົາ​ຖືກ​ຮັບ​ເປັນ​ລູກ. ດ້ວຍ​ພະລັງ​ນີ້​ພວກ​ເຮົາ​ຈຶ່ງ​ເອີ້ນ​ພະເຈົ້າ​ວ່າ: “ອັບບາ* ພໍ່!”+ 16  ພະລັງ​ຂອງ​ພະເຈົ້າ​ເຮັດ​ໃຫ້​ພວກ​ເຮົາ​ໝັ້ນໃຈ+​ວ່າ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ.+ 17  ຖ້າ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ ພວກ​ເຮົາ​ຈະ​ໄດ້​ຮັບ​ມໍລະດົກ​ຈາກ​ເພິ່ນ​ແລະ​ຈະ​ໄດ້​ຮັບ​ມໍລະດົກ+​ຮ່ວມ​ກັບ​ພະຄລິດ​ນຳ. ແຕ່​ພວກ​ເຮົາ​ຕ້ອງ​ທົນທຸກ​ຮ່ວມ​ກັບ​ພະຄລິດ+​ກ່ອນ​ເພື່ອ​ຈະ​ໄດ້​ຮັບ​ຖານະ​ທີ່​ສູງ​ສົ່ງ​ຮ່ວມ​ກັບ​ເພິ່ນ​ຄື​ກັນ.+ 18  ຂ້ອຍ​ຖື​ວ່າ​ການ​ທົນທຸກ​ໃນ​ຕອນນີ້​ຄຸ້ມ​ຄ່າ​ແທ້​ໆ​ເມື່ອ​ທຽບ​ກັບ​ລາງວັນ​ທີ່​ຍິ່ງໃຫຍ່​ທີ່​ພວກ​ເຮົາ​ຈະ​ໄດ້​ຮັບ ເຊິ່ງ​ພະເຈົ້າ​ຈະ​ເປີດເຜີຍ​ກັບ​ພວກ​ເຮົາ​ໃນ​ອະນາຄົດ.+ 19  ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ກຳລັງ​ຕັ້ງໃຈ​ລໍ​ຖ້າ​ເວລາ​ທີ່​ຈະ​ເຫັນ​ພວກ​ລູກ​ຂອງ​ພະເຈົ້າ​ໄດ້​ຮັບ​ລາງວັນ​ທີ່​ຍິ່ງໃຫຍ່​ນັ້ນ.+ 20  ສິ່ງ​ທີ່​ພະເຈົ້າ​ສ້າງ​ຕົກ​ຢູ່​ໃນ​ສະພາບ​ທີ່​ບໍ່​ມີ​ຄວາມ​ຫວັງ+ ບໍ່​ແມ່ນ​ຍ້ອນ​ເຂົາເຈົ້າ​ເລືອກ​ເອງ ແຕ່​ຍ້ອນ​ເພິ່ນ​ຍອມ​ໃຫ້​ເປັນ​ແນວ​ນັ້ນ. ແຕ່​ເພິ່ນ​ກໍ​ຍັງ​ໃຫ້​ຄວາມ​ຫວັງ​ພວກ​ເຮົາ. 21  ເພິ່ນ​ຮູ້​ວ່າ​ສິ່ງ​ທີ່​ເພິ່ນ​ສ້າງ​ຈະ​ໄດ້​ຮັບ​ການ​ປົດປ່ອຍ+​ຈາກ​ການ​ເປັນ​ທາດ​ຂອງ​ຄວາມ​ເນົ່າ​ເປື່ອຍ​ແລະ​ຈະ​ມີ​ອິດສະຫຼະ​ແບບ​ທີ່​ລູກ​ຂອງ​ພະເຈົ້າ​ມີ. 22  ພວກ​ເຮົາ​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພະເຈົ້າ​ສ້າງ​ພາກັນ​ເຈັບປວດ​ແລະ​ຮ້ອງຄາງ​ຈົນ​ຮອດ​ຕອນນີ້. 23  ແຕ່​ຕອນນີ້ ພວກ​ເຮົາ​ໄດ້​ຮັບ​ລາງວັນ​ສ່ວນ​ທຳອິດ*​ເຊິ່ງ​ແມ່ນ​ພະລັງ​ບໍລິສຸດ. ພວກ​ເຮົາ​ຮ້ອງຄາງ​ຢູ່​ໃນ​ໃຈ+​ໃນ​ໄລຍະ​ທີ່​ຕັ້ງໃຈ​ລໍ​ຖ້າ​ໃຫ້​ພະເຈົ້າ​ຮັບ​ພວກ​ເຮົາ​ເປັນ​ລູກ.+ ເພິ່ນ​ເຮັດ​ໄດ້​ແບບ​ນີ້​ຍ້ອນ​ພະຄລິດ​ຈ່າຍ​ຄ່າໄຖ່​ເພື່ອ​ປົດປ່ອຍ​ພວກ​ເຮົາ​ຈາກ​ຮ່າງກາຍ​ນີ້. 24  ພວກ​ເຮົາ​ມີ​ຄວາມ​ຫວັງ​ນີ້​ເມື່ອ​ພະເຈົ້າ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ບາບ ແຕ່​ຖ້າ​ຜູ້​ໃດ​ໄດ້​ຮັບ​ສິ່ງ​ທີ່​ຫວັງ​ໄວ້​ແລ້ວ ລາວ​ຄື​ຊິ​ບໍ່​ຕ້ອງ​ຫວັງ​ອີກ​ແມ່ນ​ບໍ? ຖ້າ​ຜູ້​ໃດ​ໄດ້​ຮັບ​ສິ່ງ​ໜຶ່ງ​ແລ້ວ ລາວ​ຍັງ​ຈະ​ລໍ​ຖ້າ​ສິ່ງ​ນັ້ນ​ອີກ​ຢູ່​ບໍ? 25  ແຕ່​ຖ້າ​ພວກ​ເຮົາ​ຫວັງ+​ໃນ​ສິ່ງ​ທີ່​ຍັງ​ບໍ່​ໄດ້​ຮັບ+ ພວກ​ເຮົາ​ຈະ​ລໍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມ​ອົດທົນ.+ 26  ພະລັງ​ຂອງ​ພະເຈົ້າ​ຍັງ​ຊ່ວຍ​ພວກ​ເຮົາ​ຕອນ​ທີ່​ພວກ​ເຮົາ​ອ່ອນແອ.+ ເມື່ອ​ອະທິດຖານ ບາງ​ເທື່ອ​ພວກ​ເຮົາ​ບໍ່​ຮູ້​ວ່າ​ຄວນ​ຂໍ​ຫຍັງ ແຕ່​ພະລັງ​ຂອງ​ພະເຈົ້າ​ຈະ​ຂໍ​ແທນ​ພວກ​ເຮົາ​ຕອນ​ທີ່​ພວກ​ເຮົາ​ອຸກໃຈ​ຫຼາຍ​ຈົນ​ບໍ່​ຮູ້​ວ່າ​ຊິ​ເວົ້າ​ແນວ​ໃດ. 27  ພະເຈົ້າ​ຜູ້​ກວດ​ເບິ່ງ​ຫົວໃຈ+​ຮູ້​ວ່າ​ພະລັງ​ຂອງ​ເພິ່ນ​ກຳລັງ​ຂໍ​ຫຍັງ​ໃຫ້​ພວກ​ຜູ້​ບໍລິສຸດ ຍ້ອນ​ສິ່ງ​ທີ່​ຂໍ​ນັ້ນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ. 28  ພວກ​ເຮົາ​ຮູ້​ວ່າ​ພະເຈົ້າ​ເຮັດ​ທຸກ​ສິ່ງ​ສອດຄ່ອງ​ກັນ​ເພື່ອ​ປະໂຫຍດ​ຂອງ​ຄົນ​ທີ່​ຮັກ​ເພິ່ນ ເຊິ່ງ​ແມ່ນ​ຄົນ​ທີ່​ຖືກ​ເລືອກ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ.+ 29  ເຂົາເຈົ້າ​ເປັນ​ຄົນ​ກຸ່ມ​ທຳອິດ​ທີ່​ພະເຈົ້າ​ສົນໃຈ ແລະ​ເພິ່ນ​ກຳນົດ​ໄວ້​ລ່ວງໜ້າ​ໃຫ້​ເຂົາເຈົ້າ​ມີ​ລັກສະນະ​ຄື​ກັບ​ພະຄລິດ​ລູກ​ຊາຍ​ຂອງ​ເພິ່ນ.+ ພະຄລິດ​ຈະ​ໄດ້​ເປັນ​ອ້າຍ​ກົກ+​ຂອງ​ເຂົາເຈົ້າ.+ 30  ຄົນ​ກຸ່ມ​ນັ້ນ​ທີ່​ພະເຈົ້າ​ກຳນົດ​ໄວ້​ລ່ວງໜ້າ+​ກໍ​ແມ່ນ​ຄົນ​ທີ່​ເພິ່ນ​ເລືອກ+ ແລະ​ຄົນ​ທີ່​ເພິ່ນ​ເລືອກ​ກໍ​ແມ່ນ​ຄົນ​ທີ່​ເພິ່ນ​ຍອມຮັບ+ ແລະ​ຄົນ​ທີ່​ເພິ່ນ​ຍອມຮັບ​ກໍ​ແມ່ນ​ຄົນ​ທີ່​ເພິ່ນ​ໃຫ້​ກຽດ.+ 31  ຄັນຊັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ? ຖ້າ​ພະເຈົ້າ​ຢູ່​ຝ່າຍ​ພວກ​ເຮົາ ໃຜ​ຈະ​ຕໍ່ສູ້​ພວກ​ເຮົາ​ໄດ້?+ 32  ຂະໜາດ​ລູກ​ຂອງ​ເພິ່ນ ເພິ່ນ​ຍັງ​ບໍ່​ຫວງ ແຕ່​ຍອມ​ໃຫ້​ມາ​ຕາຍ​ເພື່ອ​ພວກ​ເຮົາ​ທຸກ​ຄົນ.+ ຖ້າ​ເປັນ​ແນວ​ນັ້ນ ເປັນ​ຫຍັງ​ເພິ່ນ​ຈະ​ບໍ່​ຍອມ​ໃຫ້​ສິ່ງ​ອື່ນ​ໆ​ທັງໝົດ​ກັບ​ພວກ​ເຮົາ​ອີກ? 33  ຜູ້​ໃດ​ຈະ​ຟ້ອງ​ຮ້ອງ​ຄົນ​ທີ່​ພະເຈົ້າ​ເລືອກ​ໄວ້?+ ເພິ່ນ​ເອງ​ເປັນ​ຜູ້​ທີ່​ບອກ​ວ່າ​ເຂົາເຈົ້າ​ເປັນ​ຝ່າຍ​ຖືກ.+ 34  ຜູ້​ໃດ​ຈະ​ຕຳໜິ​ເຂົາເຈົ້າ​ໄດ້? ພະຄລິດ​ເຢຊູ​ມາ​ຕາຍ​ແລະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ. ຕອນນີ້ ເພິ່ນ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ+​ແລະ​ຊ່ວຍ​ເວົ້າ​ແທນ​ພວກ​ເຮົາ​ຢູ່.+ 35  ຊິ​ມີ​ຫຍັງ​ມາ​ຂັດຂວາງ​ບໍ່​ໃຫ້​ພະຄລິດ​ຮັກ​ພວກ​ເຮົາ​ໄດ້​ບໍ?+ ຖ້າ​ພວກ​ເຮົາ​ເຈິ​ຄວາມ​ທຸກ​ລຳບາກ ຄວາມ​ທຸກໃຈ ການ​ຂົ່ມເຫງ ຄວາມ​ອຶດຢາກ ການ​ບໍ່​ມີ​ເຄື່ອງນຸ່ງ​ໃສ່ ໄພ​ອັນຕະລາຍ ຫຼື​ຖືກ​ຂູ່​ວ່າ​ຈະ​ຂ້າ ມັນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ບໍ່​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະຄລິດ​ບໍ?+ 36  ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ພວກ​ເຮົາ​ເປັນ​ຄົນ​ຂອງ​ພະອົງ ພວກ​ເຮົາ​ຈຶ່ງ​ຖືກ​ຂ້າ​ທຸກ​ມື້. ສັດຕູ​ເບິ່ງ​ພວກ​ເຮົາ​ເປັນ​ຄື​ກັບ​ແກະ​ທີ່​ຈະ​ຖືກ​ເອົາ​ໄປ​ຂ້າ.”+ 37  ເຖິງ​ວ່າ​ຕ້ອງ​ເຈິ​ກັບ​ເຫດການ​ທັງໝົດ​ນີ້ ພວກ​ເຮົາ​ກໍ​ຜ່ານ​ມັນ​ມາ​ໄດ້​ແລະ​ຊະນະ​ໄດ້​ໝົດ​ທຸກ​ຢ່າງ+​ຍ້ອນ​ຜູ້​ທີ່​ຮັກ​ພວກ​ເຮົາ​ໄດ້​ຊ່ວຍ​ພວກ​ເຮົາ. 38  ຂ້ອຍ​ໝັ້ນໃຈ​ວ່າ​ຈະ​ບໍ່​ມີ​ຫຍັງ​ສາມາດ​ຂັດຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ. ບໍ່​ວ່າ​ຈະ​ເປັນ​ຄວາມ​ຕາຍ ຫຼື​ຊີວິດ ຫຼື​ທູດສະຫວັນ ຫຼື​ລັດຖະບານ ຫຼື​ສິ່ງ​ທີ່​ມີ​ຢູ່​ຕອນນີ້ ຫຼື​ສິ່ງ​ທີ່​ຈະ​ມາ​ໃນ​ອະນາຄົດ ຫຼື​ອຳນາດ+ 39  ຫຼື​ຄວາມ​ສູງ ຫຼື​ຄວາມ​ເລິກ ຫຼື​ສິ່ງ​ອື່ນ​ໆ​ທີ່​ຖືກ​ສ້າງ​ຂຶ້ນ​ມາ. ບໍ່​ມີ​ຫຍັງ​ຈະ​ສາມາດ​ຂັດຂວາງ​ຄວາມ​ຮັກ​ທີ່​ພະເຈົ້າ​ສະແດງ​ຕໍ່​ພວກ​ເຮົາ​ຜ່ານ​ທາງ​ພະຄລິດ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ຮ່າງກາຍ​ທີ່​ຕາຍ​ໄດ້​ຂອງ​ພວກ​ເຈົ້າ​ມີ​ຊີວິດ”
ເປັນ​ຄຳ​ພາສາ​ເຮັບເຣີ​ຫຼື​ພາສາ​ອາຣາເມອິກ​ທີ່​ເດັກນ້ອຍ​ໃຊ້​ເອີ້ນ​ພໍ່​ແບບ​ສະໜິດ​ສະໜົມ​ແຕ່​ກໍ​ຍັງ​ນັບຖື
ແປ​ຕາມ​ໂຕ​ວ່າ “ຜົນລະປູກ​ຊຸດ​ທຳອິດ”