ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ 9:1-33

  • ໂປໂລ​ໂສກເສົ້າ​ເລື່ອງ​ຄົນ​ຊາດ​ດຽວ​ກັນ​ກັບ​ລາວ (1-5)

  • ລູກ​ຫຼານ​ຂອງ​ອັບຣາຮາມ​ແທ້⁠​ໆ​ (6-13)

  • ພະເຈົ້າ​ເລືອກ​ຖືກ​ແລ້ວ (14-26)

    • ເຄື່ອງ​ໃຊ້​ທີ່​ຈະ​ຖືກ​ທຳລາຍ​ກັບ​ເຄື່ອງ​ໃຊ້​ທີ່​ພະເຈົ້າ​ເມດຕາ (22, 23)

  • ມີ​ໜ້ອຍ​ຄົນ​ທີ່​ລອດ (27-29)

  • ຄົນ​ອິດສະຣາເອນ​ຈະ​ສະດຸດ (30-33)

9  ຂ້ອຍ​ເປັນ​ລູກສິດ​ຂອງ​ພະຄລິດ​ແລະ​ພະລັງ​ບໍລິສຸດ​ຊີ້ນຳ​ໃຈ​ຮູ້ຜິດ​ຮູ້ຖືກ​ຂອງ​ຂ້ອຍ. ຂ້ອຍ​ເວົ້າ​ຄວາມ​ຈິງ ຂ້ອຍ​ບໍ່​ໄດ້​ຕົວະ​ເດີ້ ເມື່ອ​ເວົ້າ​ວ່າ  ຂ້ອຍ​ໂສກເສົ້າ​ຫຼາຍ​ແລະ​ເຈັບ​ປວດ​ໃຈ​ບໍ່​ເຊົາ.  ຂ້ອຍ​ຢາກ​ໃຫ້​ໂຕເອງ​ຖືກ​ຕັດ​ຂາດ​ຈາກ​ພະຄລິດ​ຄື​ກັບ​ຄົນ​ທີ່​ຖືກ​ສາບແຊ່ງ ຖ້າ​ການ​ເຮັດ​ແບບ​ນັ້ນ​ຈະ​ຊ່ວຍ​ພີ່ນ້ອງ​ຂອງ​ຂ້ອຍ​ທີ່​ເປັນ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ.  ເຂົາເຈົ້າ​ແມ່ນ​ຄົນ​ອິດສະຣາເອນ​ທີ່​ພະເຈົ້າ​ຮັບ​ເປັນ​ລູກ+​ແລະ​ເປັນ​ພວກ​ທີ່​ໄດ້​ຮັບ​ການ​ຍົກຍ້ອງ. ເພິ່ນ​ເຮັດ​ສັນຍາ​ກັບ​ເຂົາເຈົ້າ+ ໃຫ້​ກົດໝາຍ​ຂອງ​ໂມເຊ+ ມອບໝາຍ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້+ ແລະ​ໃຫ້​ຄຳ​ສັນຍາ​ຕ່າງ​ໆ​ກັບ​ເຂົາເຈົ້າ.+  ເຂົາເຈົ້າ​ມາ​ຈາກ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ+ ແລະ​ພະຄລິດ​ກໍ​ມາ​ຈາກ​ເຂົາເຈົ້າ​ຄື​ກັນ.+ ຂໍ​ໃຫ້​ພະເຈົ້າ​ທີ່​ຢູ່​ເໜືອ​ທຸກ​ສິ່ງ​ໄດ້​ຮັບ​ການ​ຍົກຍ້ອງ​ຕະຫຼອດ​ໄປ. ອາແມນ.*  ແຕ່​ທີ່​ເວົ້າ​ມາ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ລົ້ມເຫຼວ ຍ້ອນ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ອິດສະຣາເອນ​ເປັນ “ຄົນ​ອິດສະຣາເອນ” ແທ້​ໆ​.+  ເຖິງ​ວ່າ​ເຂົາເຈົ້າ​ເກີດ​ຈາກ​ອັບຣາຮາມ ແຕ່​ບໍ່​ແມ່ນ​ທຸກ​ຄົນ​ເປັນ​ລູກ​ຫຼານ​ຂອງ​ລາວ​ແທ້​ໆ​+ ຍ້ອນ​ພະເຈົ້າ​ບອກ​ອັບຣາຮາມ​ໄວ້​ວ່າ: “ຄົນ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມາ​ທາງ​ອີຊາກ.”+  ດັ່ງນັ້ນ ບໍ່​ແມ່ນ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ຕາມ​ສາຍ​ເລືອດ​ຈະ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້​ໆ​+ ແຕ່​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ແທ້​ໆ​ແມ່ນ​ຄົນ​ທີ່​ເກີດ​ຕາມ​ຄຳ​ສັນຍາ​ຂອງ​ພະເຈົ້າ.+  ພະເຈົ້າ​ໄດ້​ສັນຍາ​ວ່າ: “ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າ​ໃນ​ຍາມ​ນີ້​ປີ​ໜ້າ​ແລະ​ຊາຣາ​ຈະ​ໄດ້​ລູກ​ຊາຍ​ແລ້ວ.”+ 10  ເລື່ອງ​ທີ່​ຄ້າຍຄື​ກັນ​ນີ້​ເກີດຂຶ້ນ​ກັບ​ເຣເບກາ​ຕອນ​ທີ່​ລາວ​ຖືພາ​ລູກ​ຝາແຝດ​ທີ່​ໄດ້​ກັບ​ອີຊາກ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ.+ 11  ພະເຈົ້າ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ເລືອກ​ໃຜ​ຕັ້ງແຕ່ 2 ຄົນ​ນັ້ນ​ຍັງ​ບໍ່​ເກີດ​ແລະ​ຍັງ​ບໍ່​ໄດ້​ເຮັດ​ດີ​ຫຼື​ເຮັດ​ຊົ່ວ. ເພິ່ນ​ບໍ່​ໄດ້​ເລືອກ​ຈາກ​ການ​ກະທຳ ແຕ່​ເລືອກ​ຄົນ​ທີ່​ເພິ່ນ​ຕ້ອງການ. 12  ພະເຈົ້າ​ບອກ​ເຣເບກາ​ວ່າ: “ຜູ້​ເປັນ​ອ້າຍ​ຈະ​ຮັບໃຊ້​ນ້ອງ.”+ 13  ຄຳເວົ້າ​ນີ້​ເປັນ​ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ເຮົາ​ຮັກ​ຢາໂຄບ ແຕ່​ຊັງ​ເອຊາວ.”+ 14  ຄັນຊັ້ນ ໝາຍ​ຄວາມ​ວ່າ​ພະເຈົ້າ​ບໍ່​ຍຸຕິທຳ​ບໍ? ບໍ່​ແມ່ນ!+ 15  ຍ້ອນ​ເພິ່ນ​ບອກ​ໂມເຊ​ວ່າ: “ເຮົາ​ຈະ​ສະແດງ​ຄວາມ​ເມດຕາ​ກັບ​ຄົນ​ທີ່​ເຮົາ​ເມດຕາ ແລະ​ເຮົາ​ຈະ​ສະແດງ​ຄວາມ​ອີ່ຕົນ​ກັບ​ຄົນ​ທີ່​ເຮົາ​ອີ່ຕົນ.”+ 16  ເມື່ອ​ພະເຈົ້າ​ເລືອກ​ຜູ້​ໃດ​ກໍ​ບໍ່​ໄດ້​ຂຶ້ນ​ກັບ​ຄວາມ​ຕ້ອງການ​ຫຼື​ຄວາມ​ພະຍາຍາມ​ຂອງ​ຜູ້​ນັ້ນ ແຕ່​ຂຶ້ນ​ກັບ​ພະເຈົ້າ​ຜູ້​ທີ່​ມີ​ຄວາມ​ເມດຕາ.+ 17  ພະເຈົ້າ​ບອກ​ຟາໂຣ*​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ວ່າ: “ເຮົາ​ຍັງ​ບໍ່​ທັນ​ຂ້າ​ເຈົ້າ​ເທື່ອ​ກໍ​ຍ້ອນ​ວ່າ ເຮົາ​ຢາກ​ໃຫ້​ເຈົ້າ​ເຫັນ​ລິດເດດ​ຂອງ​ເຮົາ​ແລະ​ຢາກ​ໃຫ້​ຄົນ​ທົ່ວ​ໂລກ​ຮູ້​ຈັກ​ຊື່​ຂອງ​ເຮົາ.”+ 18  ດັ່ງນັ້ນ ພະເຈົ້າ​ເມດຕາ​ຄົນ​ທີ່​ເພິ່ນ​ເລືອກ ແຕ່​ເພິ່ນ​ປ່ອຍ​ໃຫ້​ຄົນ​ທີ່​ຫົວ​ແຂງ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ.+ 19  ຄັນ​ເປັນ​ແນວ​ນັ້ນ ເຈົ້າ​ຄື​ຊິ​ຖາມ​ຂ້ອຍ​ວ່າ: “ເປັນ​ຫຍັງ​ພະເຈົ້າ​ຍັງ​ຕຳໜິ​ຄົນ​ເຮົາ​ຢູ່? ຖ້າ​ເພິ່ນ​ຕັ້ງໃຈ​ຊິ​ເຮັດ​ຫຍັງ​ກໍ​ບໍ່​ມີ​ຜູ້​ໃດ​ຂັດຂວາງ​ເພິ່ນ​ໄດ້​ແມ່ນ​ບໍ?” 20  ແຕ່​ພີ່ນ້ອງ​ເອີ້ຍ ເຈົ້າ​ແມ່ນ​ໃຜ​ຈຶ່ງ​ຊິ​ຖຽງ​ກັບ​ພະເຈົ້າ?+ ສິ່ງ​ທີ່​ຖືກ​ປັ້ນ​ຈະ​ຖາມ​ຄົນ​ປັ້ນ​ບໍ​ວ່າ: “ເປັນ​ຫຍັງ​ເຈົ້າ​ປັ້ນ​ຂ້ອຍ​ແບບ​ນີ້?”+ 21  ເຈົ້າ​ກໍ​ຮູ້​ຕົ໋ວ ຊ່າງ​ປັ້ນ​ໝໍ້​ມີ​ສິດ​ເອົາ​ດິນ​ດາກ+​ກ້ອນ​ໜຶ່ງ​ມາ​ແບ່ງ ແລ້ວ​ເອົາ​ສ່ວນ​ໜຶ່ງ​ປັ້ນ​ເປັນ​ເຄື່ອງ​ໃຊ້​ໃນ​ໂອກາດ​ພິເສດ ແລະ​ເອົາ​ອີກ​ສ່ວນ​ໜຶ່ງ​ປັ້ນ​ເປັນ​ເຄື່ອງ​ໃຊ້​ທົ່ວ​ໄປ. 22  ຄ້າຍຄື​ກັນ ພະເຈົ້າ​ຢາກ​ລະບາຍ​ຄວາມ​ໃຈຮ້າຍ​ຕໍ່​ຄົນ​ຊົ່ວ​ເພື່ອ​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ເພິ່ນ ແຕ່​ເພິ່ນ​ຍອມ​ອົດທົນ​ກັບ​ຄົນ​ທີ່​ສົມຄວນ​ຖືກ​ລົງໂທດ​ເຊິ່ງ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ຈະ​ຖືກ​ທຳລາຍ. 23  ເພິ່ນ​ເຮັດ​ແບບ​ນັ້ນ​ກໍ​ເພື່ອ​ໃຫ້​ຄົນ​ທີ່​ເພິ່ນ​ເມດຕາ+​ເຊິ່ງ​ເປັນ​ຄື​ກັບ​ເຄື່ອງ​ໃຊ້​ທີ່​ມີ​ກຽດ​ໄດ້​ເຫັນ​ກຽດ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ. 24  ເພິ່ນ​ເລືອກ​ເອົາ​ພວກ​ເຮົາ​ບໍ່​ແມ່ນ​ແຕ່​ຈາກ​ຄົນ​ຢິວ​ເທົ່າ​ນັ້ນ ແຕ່​ເລືອກ​ຈາກ​ຄົນ​ຕ່າງ​ຊາດ​ນຳ.+ 25  ເພິ່ນ​ບອກ​ໄວ້​ໃນ​ປຶ້ມ​ຂອງ​ໂຮເຊອາ​ນຳ​ວ່າ: “ເຮົາ​ຈະ​ເອີ້ນ​ຄົນ​ທີ່​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ+​ວ່າ ‘ປະຊາຊົນ​ຂອງ​ເຮົາ’ ແລະ​ເອີ້ນ​ຜູ້​ຍິງ​ທີ່​ແຕ່ກີ້​ເຮົາ​ບໍ່​ຮັກ​ວ່າ ‘ທີ່​ຮັກ’+ 26  ແລະ​ໃນ​ບ່ອນ​ທີ່​ພະເຈົ້າ​ເຄີຍ​ບອກ​ເຂົາເຈົ້າ​ວ່າ ‘ພວກ​ເຈົ້າ​ບໍ່​ແມ່ນ​ຄົນ​ຂອງ​ເຮົາ’ ເຂົາເຈົ້າ​ຈະ​ຖືກ​ເອີ້ນ​ວ່າ ‘ລູກ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.’”+ 27  ນອກ​ຈາກນັ້ນ​ຍັງ​ມີ​ເອຊາຢາ​ທີ່​ເວົ້າ​ກ່ຽວກັບ​ຄົນ​ອິດສະຣາເອນ​ວ່າ: “ເຖິງ​ວ່າ​ພວກ​ລູກ​ຫຼານ​ອິດສະຣາເອນ​ຈະ​ມີ​ຫຼາຍ​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ທີ່​ລອດ.+ 28  ພະ​ເຢໂຫວາ*​ຈະ​ຕັດສິນ​ຄົນ​ໃນ​ໂລກ​ແລະ​ຈະ​ຈັດການ​ໃຫ້​ແລ້ວ​ໄວ​ໆ​.”+ 29  ຄຳເວົ້າ​ນີ້​ເປັນ​ຄື​ກັບ​ທີ່​ເອຊາຢາ​ບອກ​ລ່ວງ​ໜ້າ​ວ່າ: “ຖ້າ​ພະ​ເຢໂຫວາ*​ຜູ້​ບັນຊາການ​ກອງທັບ​ບໍ່​ໄດ້​ຊ່ວຍ​ລູກ​ຫຼານ​ຂອງ​ພວກ​ເຮົາ​ບາງ​ຄົນ​ໃຫ້​ລອດ ພວກ​ເຮົາ​ກໍ​ຈະ​ເປັນ​ຄື​ກັບ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ.”+ 30  ຄັນຊັ້ນ ພວກ​ເຈົ້າ​ຄິດ​ແນວ​ໃດ? ເຖິງ​ວ່າ​ແຕ່ກີ້​ຄົນ​ຕ່າງ​ຊາດ​ບໍ່​ໄດ້​ພະຍາຍາມ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ+ ແຕ່​ເພິ່ນ​ກໍ​ຍອມຮັບ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ມີ​ຄວາມ​ເຊື່ອ.+ 31  ສ່ວນ​ພວກ​ອິດສະຣາເອນ ເຖິງ​ວ່າ​ເຂົາເຈົ້າ​ພະຍາຍາມ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ​ໂດຍ​ເຮັດ​ຕາມ​ກົດໝາຍ ແຕ່​ເຂົາເຈົ້າ​ກໍ​ເຮັດ​ບໍ່​ສຳເລັດ. 32  ຍ້ອນຫຍັງ? ຍ້ອນ​ເຂົາເຈົ້າ​ຄິດ​ວ່າ​ພະເຈົ້າ​ຈະ​ຍອມຮັບ​ເຂົາເຈົ້າ​ໂດຍ​ທາງ​ການ​ກະທຳ ບໍ່​ແມ່ນ​ຍ້ອນ​ຄວາມ​ເຊື່ອ. ເຂົາເຈົ້າ​ສະດຸດ “ກ້ອນ​ຫີນ​ທີ່​ເຮັດ​ໃຫ້​ສະດຸດ.”+ 33  ມັນ​ເປັນ​ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ວ່າ: “ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ຢູ່​ຊີໂອນ+ ເປັນ​ກ້ອນ​ຫີນ​ທີ່​ເຮັດ​ໃຫ້​ສະດຸດ​ແລະ​ເຮັດ​ໃຫ້​ລົ້ມ​ລົງ ແຕ່​ຄົນ​ທີ່​ເຊື່ອ​ແລະ​ວາງໃຈ​ໃນ​ຜູ້​ນັ້ນ​ຈະ​ບໍ່​ຜິດ​ຫວັງ​ເລີຍ.”+

ຂໍຄວາມໄຂເງື່ອນ

ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ