ໂອບາດີຢາ 1:1-21

  • ເອໂດມ​ທີ່​ຍິ່ງ​ຈອງຫອງ​ຈະ​ຖືກ​ດູຖູກ (1-9)

  • ເອໂດມ​ເຮັດ​ໂຫດ​ຮ້າຍ​ຕໍ່​ຢາໂຄບ (10-14)

  • ມື້​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ຊາດ​ອື່ນ​​ໆ​ (15, 16)

  • ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ຖືກ​ຟື້ນຟູ​ໃໝ່ (17-21)

    • ຢາໂຄບ​ຈະ​ທຳລາຍ​ເອໂດມ (18)

    • ພະ​ເຢໂຫວາ​ຈະ​ປົກຄອງ​ເປັນ​ກະສັດ (21)

 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃຫ້​ໂອບາດີຢາ*​ເຫັນ​ນິມິດ​ກ່ຽວກັບ​ເອໂດມ.+ ໂອບາດີຢາ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ຍິນ​ວ່າພະ​ເຢໂຫວາ​ສົ່ງ​ຕົວແທນ​ໄປ​ບອກ​ຊາດ​ຕ່າງ​ໆ​ວ່າ ‘ໃຫ້​ກຽມ​ພ້ອມ​ໄປ​ຕໍ່ສູ້​ກັບ​ເອໂດມ.’”+   ພະເຈົ້າ​ເວົ້າ​ວ່າ: “ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ປະເທດ​ທີ່​ບໍ່​ສຳຄັນແລະ​ຊາດ​ອື່ນ​ໆ​ກໍພາກັນ​ດູຖູກ​ເຈົ້າ.+   ພວກເຈົ້າ​ທີ່​ຢູ່​ຕາມໂກນ​ຫີນແລະ​ຢູ່​ຕາມ​ບ່ອນ​ສູງ​ໆ​ເອີ້ຍ!ຍ້ອນ​ພວກເຈົ້າ​ຍິ່ງ+ ພວກເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ‘ບໍ່​ມີ​ໃຜ​ເອົາ​ພວກ​ເຮົາ​ລົງ​ໄປ​ຈາກ​ບ່ອນ​ນີ້​ໄດ້​ດອກ.’”   ແຕ່​ພະ​ເຢໂຫວາ​ເວົ້າ​ວ່າ: “ເຖິງ​ວ່າ​ເຈົ້າ​ຈະ​ຢູ່​ບ່ອນ​ສູງ​ໆ​*​ຄື​ກັບ​ນົກ​ອິນຊີຫຼື​ຈະ​ເຮັດ​ຮັງ​ຢູ່​ບ່ອນ​ສູງ​ສ່ຳ​ກັບ​ດາວເຮົາ​ກໍ​ຈະ​ເອົາ​ເຈົ້າ​ລົງ​ມາ​ຈາກ​ບ່ອນ​ນັ້ນ.   ຖ້າ​ຂີ້​ລັກ​ຂຶ້ນ​ເຮືອນ​ຂອງ​ເຈົ້າ​ໃນ​ຕອນ​ກາງຄືນເຂົາເຈົ້າ​ຈະ​ເອົາ​ແຕ່​ສິ່ງ​ທີ່​ເຂົາເຈົ້າ​ຢາກ​ໄດ້​ບໍ່​ແມ່ນ​ບໍ? ຫຼື​ຖ້າ​ມີຄົນ​ໄປ​ເກັບໝາກ​ລະແຊັງ​ຢູ່​ສວນ​ຂອງ​ເຈົ້າ ເຂົາເຈົ້າ​ຈະ​ຈົ່ງ​ໝາກ​ມັນ​ໄວ້​ຢູ່​ເຄືອ​ແດ່​ບໍ່​ແມ່ນ​ບໍ?+ແຕ່​ສັດຕູ​ຈະ​ທຳລາຍ​ເຈົ້າ​ຈົນ​ບໍ່​ເຫຼືອ!   ລູກ​ຫຼານ​ຂອງ​ເອຊາວ​ເອີ້ຍ ເຈົ້າ​ຈະ​ຖືກ​ຄົ້ນ​ທຸກ​ຈອກ​ທຸກ​ແຈ ແລະ​ຊັບ​ສົມບັດ​ທີ່​ເຈົ້າ​ເຊື່ອງ​ໄວ້​ກໍ​ຈະ​ຖືກ​ເອົາ​ໄປ​ໝົດ.   ພວກ​ທີ່​ເຮັດ​ສັນຍາ​ກັບ​ເຈົ້າ​ຈະ​ຕົວະ​ເຈົ້າ. ເຂົາເຈົ້າ​ຈະ​ໄລ່​ເຈົ້າ​ອອກ​ຈາກ​ປະເທດ​ຂອງ​ເຂົາເຈົ້າ. ຄົນ​ທີ່​ເຄີຍ​ຢູ່​ກັບ​ເຈົ້າ​ຢ່າງ​ສະຫງົບ​ສຸກ​ຈະ​ຕໍ່ສູ້​ຊະນະ​ເຈົ້າ. ຄົນ​ທີ່​ເຄີຍ​ກິນ​ເຂົ້າຮ່ວມ​ກັບ​ເຈົ້າ​ຈະ​ວາງ​ກັບດັກ​ຈັບ​ເຈົ້າແຕ່​ເຈົ້າ​ຈະ​ບໍ່​ຮູ້​ໂຕ.”   ພະ​ເຢໂຫວາ​ເວົ້າ​ວ່າ“ໃນ​ມື້​ນັ້ນ ເຮົາ​ຈະ​ທຳລາຍ​ຄົນ​ສະຫຼາດ​ຂອງ​ເອໂດມ+ແລະ​ທຳລາຍ​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຢູ່​ເຂດ​ພູ​ຂອງ​ເອຊາວ​ໃຫ້​ໝົດ.   ເຕມານ*+​ເອີ້ຍ ທະຫານ​ທີ່​ເກັ່ງ​ໆ​ຂອງ​ເຈົ້າ​ຈະ​ຢ້ານ​ຫຼາຍ+ຍ້ອນ​ທຸກ​ຄົນ​ທີ່​ຢູ່​ເຂດ​ພູ​ຂອງ​ເອຊາວ​ຈະ​ຖືກ​ຂ້າ​ໝົດ.+ 10  ຍ້ອນ​ເຈົ້າ​ເຮັດ​ຕໍ່​ຢາໂຄບ​ນ້ອງ​ຂອງ​ເຈົ້າ​ແບບ​ໂຫດ​ຮ້າຍ+ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ອັບອາຍ+ແລະ​ຈະ​ຖືກ​ທຳລາຍ​ຕະຫຼອດໄປ.+ 11  ໃນ​ມື້​ທີ່​ສັດຕູ*​ຈັບ​ທະຫານ​ຂອງ​ນ້ອງ​ເຈົ້າ​ໄປ​ເປັນ​ຊະເລີຍ+ແລະ​ຕອນ​ທີ່​ຄົນ​ຕ່າງ​ຊາດ​ເຂົ້າ​ໄປ​ໃນ​ເມືອງ​ແລະ​ຈົກ​ສະຫຼາກ+​ແບ່ງ​ເຄື່ອງ​ຂອງ​ຢູ່​ເຢຣູຊາເລັມເຈົ້າ​ພັດ​ຢືນ​ເບິ່ງ​ຢູ່​ຊື່​ໆ​ແລະ​ເຮັດ​ຄື​ກັບ​ເຂົາເຈົ້າ. 12  ເຈົ້າ​ບໍ່​ຄວນ​ດີໃຈ​ໃນ​ມື້​ທີ່​ນ້ອງ​ຂອງ​ເຈົ້າ​ມີ​ບັນຫາ.+ເຈົ້າ​ບໍ່​ຄວນ​ຍິນດີ​ໃນ​ມື້​ທີ່​ພວກ​ຢູດາ​ຖືກ​ກຳຈັດ+ແລະ​ເຈົ້າ​ບໍ່​ຄວນ​ເວົ້າ​ແບບ​ຈອງຫອງ​ໃນ​ມື້​ທີ່​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ. 13  ເຈົ້າ​ບໍ່​ຄວນ​ເຂົ້າ​ໄປ​ໃນ​ເມືອງ​ປະຊາຊົນ​ຂອງ​ເຮົາ​ໃນ​ມື້​ທີ່​ເຂົາເຈົ້າ​ຖືກ​ທຳລາຍ.+ເຈົ້າ​ບໍ່​ຄວນ​ດີໃຈ​ກັບ​ຄວາມ​ຈິບຫາຍ​ຂອງ​ເຂົາເຈົ້າ​ໃນ​ມື້​ທີ່​ເຂົາເຈົ້າ​ຖືກ​ທຳລາຍແລະ​ເຈົ້າ​ບໍ່​ຄວນ​ເອົາ​ຊັບ​ສົມບັດ​ຂອງ​ເຂົາເຈົ້າ​ໃນ​ມື້​ທີ່​ເຂົາເຈົ້າ​ຖືກ​ທຳລາຍ.+ 14  ເຈົ້າ​ບໍ່​ຄວນ​ຢືນ​ລັດ​ທາງ​ເພື່ອ​ດັກ​ຂ້າ​ເຂົາເຈົ້າ+ແລະ​ເຈົ້າ​ບໍ່​ຄວນ​ຈັບ​ເຂົາເຈົ້າ​ໄປ​ໃຫ້​ສັດຕູ​ໃນ​ມື້​ທີ່​ເຂົາເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ.+ 15  ມື້​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ຊາດ​ອື່ນ​ໆ​ໃກ້​ຈະ​ມາ​ຮອດ​ແລ້ວ.+ ເຈົ້າ​ເຮັດ​ຫຍັງ​ໄວ້ ເຈົ້າ​ກໍ​ຈະ​ຖືກ​ແນວ​ນັ້ນ​ຄື​ກັນ.+ ເຈົ້າ​ເຮັດ​ແນວໃດ​ກັບ​ຄົນອື່ນ ເຈົ້າ​ກໍ​ຈະ​ເຈິ​ແນວ​ນັ້ນ​ຄື​ກັນ. 16  ເຈົ້າ​ກິນ​ເຫຼົ້າແວງ​ຢູ່​ເທິງ​ພູ​ບໍລິສຸດ​ຂອງ​ເຮົາ​ຫຼາຍ​ສ່ຳ​ໃດຊາດ​ອື່ນ​ໆ​ກໍ​ຈະ​ກິນ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ຫຼາຍ​ສ່ຳ​ນັ້ນ.+ ເຂົາເຈົ້າ​ຈະ​ກິນ​ຈົນ​ອີ່ມແລະ​ເຂົາເຈົ້າ​ຈະ​ສາບ​ສູນ​ໄປ​ຄື​ກັບ​ບໍ່​ເຄີຍ​ມີ​ເຂົາເຈົ້າ​ຢູ່​ເລີຍ. 17  ແຕ່​ປະຊາຊົນ​ຂອງ​ເຮົາ​ຈະ​ໜີ​ໄປ​ພູ​ຊີໂອນ.+ພູ​ນັ້ນ​ຈະ​ບໍລິສຸດ+ແລະ​ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ໄດ້​ທຸກ​ສິ່ງ​ທີ່​ເປັນ​ຂອງ​ເຂົາເຈົ້າ​ຄືນ.+ 18  ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ເປັນ​ຄື​ກັບ​ໄຟແລະ​ລູກ​ຫຼານ​ຂອງ​ໂຢເຊັບ​ຈະ​ເປັນ​ຄື​ກັບ​ແປວ​ໄຟ.ສ່ວນ​ລູກ​ຫຼານ​ຂອງ​ເອຊາວ​ຈະ​ເປັນ​ຄື​ກັບ​ຕໍ​ເຟືອງ.ເຂົາເຈົ້າ​ຈະ​ຖືກ​ໄຟ​ໄໝ້​ຈົນ​ບໍ່​ເຫຼືອ.ລູກ​ຫຼານ​ຂອງ​ເອຊາວ​ຈະ​ບໍ່​ມີ​ຜູ້​ໃດ​ລອດ​ຈັກ​ຄົນ​ເລີຍ+ຍ້ອນ​ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 19  ປະຊາຊົນ​ຂອງ​ເຮົາ​ຈະ​ໄດ້​ເຂດ​ເນເກັບ​ກັບ​ເຂດ​ພູ​ຂອງ​ເອຊາວ+ແລະ​ຈະ​ໄດ້​ເຂດ​ເຊເຟລາ​ກັບ​ແຜ່ນດິນ​ຂອງ​ພວກ​ຟີລິດສະຕີນ​ນຳ.+ ເຂົາເຈົ້າ​ຈະ​ໄດ້​ທົ່ງ​ຫຍ້າ​ຂອງ​ເອຟຣາຢິມ​ກັບ​ທົ່ງ​ຫຍ້າ​ຂອງ​ຊາມາເຣຍ+ແລະ​ເບັນຢາມິນ​ຈະ​ໄດ້​ເຂດ​ກິລຽດ. 20  ຄົນ​ອິດສະຣາເອນ​ຈາກ​ປ້ອມ​ນີ້​ທີ່​ເຄີຍ​ເປັນ​ຊະເລີຍ+ຈະ​ໄດ້​ແຜ່ນດິນ​ການາອານ​ໄປ​ຈົນ​ຮອດ​ຊາເຣຟັດ.+ ຄົນ​ເຢຣູຊາເລັມ​ທີ່​ເຄີຍ​ເປັນ​ຊະເລີຍ​ຢູ່​ເສຟາຣາດ​ຈະ​ໄດ້​ເມືອງ​ຕ່າງ​ໆ​ໃນ​ເຂດ​ເນເກັບ.+ 21  ພວກ​ຜູ້​ທີ່​ຊ່ວຍ​ປະຊາຊົນ​ໃຫ້​ລອດ​ຈະ​ຂຶ້ນ​ໄປ​ພູ​ຊີໂອນເພື່ອ​ຈະ​ຕັດສິນ​ຜູ້​ທີ່​ຢູ່​ເຂດ​ພູ​ຂອງ​ເອຊາວ+ແລະ​ພະ​ເຢໂຫວາ​ຈະ​ປົກຄອງ​ເປັນ​ກະສັດ.”+

ຂໍຄວາມໄຂເງື່ອນ

ແປ​ວ່າ “ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ”
ຫຼື​ອາດ​ແປ​ວ່າ “ບິນ​ຢູ່​ບ່ອນ​ສູງ”
ອາດ​ໝາຍເຖິງ​ເມືອງ​ຂອງ​ພວກ​ເອໂດມ​ທີ່​ລູກ​ຫຼານ​ຂອງ​ເຕມານ​ອາໄສ​ຢູ່
ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ”