ໂຮເຊອາ 1:1-11

  • ເມຍ​ຂອງ​ໂຮເຊອາ​ກັບ​ພວກ​ລູກ (1-​9)

    • ເຢດຊະເຣເອນ (4) ໂລຣຸຮາມາ (6) ແລະ​ໂລອຳມີ (9)

  • ຄວາມ​ຫວັງ​ທີ່​ຈະ​ຖືກ​ລວບລວມ​ໃຫ້​ມາ​ຢູ່​ນຳ​ກັນ (10, 11)

1  ພະ​ເຢໂຫວາ​ເວົ້າ​ກັບ​ໂຮເຊອາ*​ລູກ​ຊາຍ​ຂອງ​ເບເອຣີ ຕອນ​ທີ່​ອຸດຊີຢາ+ ໂຢທາມ+ ອາຮາດ+ ແລະ​ເຮເຊກີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ+ ເຊິ່ງ​ເປັນ​ຕອນ​ທີ່​ເຢໂຣໂບອາມ+​ລູກ​ຊາຍ​ຂອງ​ໂຢອາດ+​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.  ພະ​ເຢໂຫວາ​ເວົ້າ​ກັບ​ປະຊາຊົນ​ໂດຍ​ທາງ​ໂຮເຊອາ. ພະ​ເຢໂຫວາ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ແຕ່ງດອງ​ກັບ​ຜູ້ຍິງ​ຄົນ​ໜຶ່ງ​ທີ່​ຈະ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ* ແລະ​ລາວ​ຈະ​ມີ​ລູກ​ກັບ​ຜູ້​ຊາຍ​ຄົນອື່ນ. ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້​ກໍ​ຍ້ອນ​ວ່າ​ຄົນ​ໃນ​ແຜ່ນດິນ​ນີ້​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ​ໂດຍ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ.”+  ໂຮເຊອາ​ຈຶ່ງ​ແຕ່ງດອງ​ກັບ​ໂກເມ​ລູກສາວ​ຂອງ​ດິບລາຢິມ. ໂກເມ​ຖື​ພາ​ແລ້ວ​ກໍ​ເກີດ​ລູກ​ຊາຍ​ໃຫ້​ລາວ.  ພະ​ເຢໂຫວາ​ເວົ້າ​ກັບ​ໂຮເຊອາ​ວ່າ: “ໃຫ້​ຕັ້ງ​ຊື່​ລູກ​ຊາຍ​ຂອງ​ເຈົ້າ​ວ່າ​ເຢດຊະເຣເອນ* ຍ້ອນ​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ລົງໂທດ​ລູກ​ຫຼານ​ຂອງ​ເຢຮູ+​ຍ້ອນ​ເຂົາ​ເຈົ້າ​ຂ້າ​ຫຼາຍ​ຄົນ​ຢູ່​ເຢດຊະເຣເອນ ແລະ​ເຮົາ​ຈະ​ບໍ່​ໃຫ້​ເຂົາ​ເຈົ້າ​ປົກຄອງ​ອິດສະຣາເອນ​ອີກ​ຕໍ່ໄປ.+  ໃນ​ມື້​ນັ້ນ ເຮົາ​ຈະ​ຫັກ​ຄັນ​ທະນູ​ຂອງ​ອິດສະຣາເອນ​ຢູ່​ຮ່ອມພູ​ເຢດຊະເຣເອນ.”  ຕໍ່ມາ ໂກເມ​ກໍ​ຖື​ພາ​ອີກ​ແລະ​ເກີດ​ລູກສາວ. ພະເຈົ້າ​ບອກ​ໂຮເຊອາ​ວ່າ: “ໃຫ້​ຕັ້ງ​ຊື່​ເດັກນ້ອຍ​ຜູ້​ນີ້​ວ່າ​ໂລຣຸຮາມາ* ຍ້ອນ​ວ່າ​ເຮົາ​ຈະ​ບໍ່​ອີ່ຕົນ+​ພວກ​ອິດສະຣາເອນ​ອີກ​ຕໍ່ໄປ​ແລະ​ຈະ​ໄລ່​ເຂົາ​ເຈົ້າ​ໜີ.+  ແຕ່​ເຮົາ​ຈະ​ອີ່ຕົນ​ພວກ​ຢູດາ.+ ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ ບໍ່​ແມ່ນ​ດ້ວຍ​ທະນູ ດາບ ສົງຄາມ ມ້າ ຫຼື​ທະຫານ​ມ້າ+ ແຕ່​ດ້ວຍ​ລິດເດດ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.”+  ຫຼັງ​ຈາກ​ໂລຣຸຮາມາ​ເຊົາ​ນົມ​ແລ້ວ ໂກເມ​ກໍ​ຖື​ພາ​ອີກ​ແລະ​ເກີດ​ລູກ​ຊາຍ.  ພະເຈົ້າ​ບອກ​ໂຮເຊອາ​ວ່າ: “ໃຫ້​ຕັ້ງ​ຊື່​ເດັກນ້ອຍ​ຜູ້​ນີ້​ວ່າ​ໂລ​ອຳ​ມີ* ຍ້ອນ​ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ເປັນ​ພະເຈົ້າ​ຂອງ​ພວກເຈົ້າ. 10  ແຕ່​ໃນທີ່ສຸດ ຄົນ​ອິດສະຣາເອນ​ຈະ​ມີ​ຫຼາຍ​ຈົນ​ນັບ​ບໍ່​ໄດ້​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ທະເລ.+ ໃນ​ບ່ອນ​ທີ່​ເຮົາ​ເຄີຍ​ບອກ​ເຂົາ​ເຈົ້າ​ວ່າ ‘ພວກເຈົ້າ​ບໍ່​ແມ່ນ​ຄົນ​ຂອງ​ເຮົາ’+ ຈະ​ມີ​ຄົນ​ບອກ​ວ່າ ‘ພວກເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.’+ 11  ແລ້ວ​ເຮົາ​ຈະ​ລວບລວມ​ພວກ​ຢູດາ​ກັບ​ພວກ​ອິດສະຣາເອນ​ໃຫ້​ມາ​ຢູ່​ນຳ​ກັນ.+ ເຮົາ​ຈະ​ເລືອກ​ຄົນ​ໜຶ່ງ​ໃຫ້​ເປັນ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຈະ​ອອກ​ໄປ​ຈາກ​ແຜ່ນດິນ​ນັ້ນ. ມື້​ນັ້ນ​ຈະ​ເປັນ​ມື້​ທີ່​ສຳຄັນ​ສຳລັບ​ເຢດຊະເຣເອນ.”+

ຂໍຄວາມໄຂເງື່ອນ

ຫຍໍ້​ມາ​ຈາກ​ໂຮ​ຊາ​ອີຢາ​ທີ່​ແປ​ວ່າ “ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ໂດຍ​ພະ​ເຢໂຫວາ; ພະ​ເຢໂຫວາ​ຊ່ວຍ​ໃຫ້​ລອດ.” ໃນ​ພາສາ​ຕົ້ນ​ສະບັບ​ໃຊ້​ຊື່​ຫຍໍ້​ຂອງ​ພະເຈົ້າ​ວ່າ “ຢາ.”
ຫຼື “ຫຼິ້ນຊູ້; ເຮັດ​ຜິດ​ສິນລະທຳ”
ແປ​ວ່າ “ພະເຈົ້າ​ຈະ​ຫວ່ານ​ແນວ​ປູກ”
ແປ​ວ່າ “ບໍ່​ໄດ້​ຮັບ​ຄວາມ​ອີ່ຕົນ”
ແປ​ວ່າ “ບໍ່​ໄດ້​ເປັນ​ປະຊາຊົນ​ຂອງ​ເຮົາ”