ໂຮເຊອາ 10:1-15

  • ອິດສະຣາເອນ​ເຊິ່ງ​ເປັນ​ຕົ້ນ​ໝາກ​ລະແຊັງ​ທີ່​ບໍ່​ງາມ​ຈະ​ຖືກ​ທຳລາຍ (1-​15)

    • ຫວ່ານ​ແລະ​ເກັບ​ກ່ຽວ (12, 13)

10  “ອິດສະຣາເອນ​ເປັນ​ຄື​ກັບ​ຕົ້ນ​ໝາກ​ລະແຊັງ​ທີ່​ບໍ່​ງາມ*​ທີ່​ຍັງ​ເປັນ​ໝາກ​ຢູ່.+ ແຮ່ງ​ເປັນ​ໝາກ​ຫຼາຍ ເຂົາເຈົ້າ​ກໍ​ແຮ່ງ​ສ້າງ​ແທ່ນ​ບູຊາ​ຫຼາຍ.+ແຮ່ງ​ດິນ​ເກີດ​ດອກ​ອອກ​ໝາກ​ຫຼາຍ ເຂົາເຈົ້າ​ກໍ​ແຮ່ງ​ເຮັດ​ໃຫ້​ເສົາ​ຫີນ​ສັກສິດ​ງາມ​ຂຶ້ນ.+   ເຂົາເຈົ້າ​ເປັນ​ຄົນ​ໜ້າ​ໄຫວ້​ຫຼັງ​ຫຼອກ.*ເຂົາເຈົ້າ​ມີ​ຄວາມ​ຜິດ. ແທ່ນ​ບູຊາ​ຂອງ​ເຂົາເຈົ້າ​ຈະ​ຖືກ​ທຳລາຍ ແລະ​ເສົາ​ຫີນ​ສັກສິດ​ຂອງ​ເຂົາເຈົ້າ​ຈະ​ຖືກ​ທຸບ.   ເຂົາເຈົ້າ​ເວົ້າ​ວ່າ ‘ພວກ​ເຮົາ​ບໍ່​ມີ​ກະສັດ+ ຍ້ອນ​ພວກ​ເຮົາ​ບໍ່​ໄດ້​ຢ້ານຢຳ​ພະ​ເຢໂຫວາ ແຕ່​ເຖິງ​ວ່າ​ມີ​ກະສັດ ລາວ​ກໍ​ຊ່ວຍ​ຫຍັງ​ພວກ​ເຮົາ​ບໍ່​ໄດ້​ດອກ.’   ເຂົາເຈົ້າ​ເວົ້າ​ບໍ່​ຈິງ​ໃຈ ສາບານ​ຕົວະ+ ແລະ​ເຮັດ​ສັນຍາ​ໄວ້​ຊື່​ໆ​.ການ​ຕັດສິນ​ທີ່​ບໍ່​ຍຸຕິທຳ​ຂອງ​ເຂົາເຈົ້າ​ແພ່​ອອກ​ໄປ​ຄື​ກັບ​ຫຍ້າ​ມີ​ພິດ​ທີ່​ຂຶ້ນ​ຢູ່​ຕາມ​ຄອງ​ໄຖ.+   ຄົນ​ໃນ​ເມືອງ​ຊາມາເຣຍ​ຈະ​ຢ້ານ​ຮູບ​ງົວ​ນ້ອຍ​ທີ່​ຢູ່​ເມືອງ​ເບັດອາເວນ.+ ເຂົາເຈົ້າ​ຈະ​ຮ້ອງ​ໄຫ້​ເສຍໃຈ​ຍ້ອນ​ມັນ.ພວກ​ປະໂລຫິດ​ຂອງ​ພະເຈົ້າ​ຕ່າງ​ຊາດ​ທີ່​ເຄີຍ​ພູມໃຈ​ຍ້ອນ​ຄວາມ​ງາມ​ຂອງ​ຮູບ​ນັ້ນ​ກໍ​ຈະ​ຮ້ອງ​ໄຫ້​ເສຍໃຈ​ຄື​ກັນຍ້ອນ​ມັນ​ຈະ​ຖືກ​ເອົາ​ໄປ​ຈາກ​ເຂົາເຈົ້າ.   ມັນ​ຈະ​ຖືກ​ເອົາ​ໄປ​ອັດຊີເຣຍ​ເພື່ອ​ເປັນ​ຂອງຂວັນ​ໃຫ້​ກະສັດ​ທີ່​ຍິ່ງ​ໃຫຍ່.+ ເອຟຣາຢິມ​ຈະ​ຕ້ອງ​ອັບອາຍແລະ​ອິດສະຣາເອນ​ກໍ​ຈະ​ຕ້ອງ​ອັບອາຍ​ຄື​ກັນ ຍ້ອນ​ເຂົາເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ບໍ່​ດີ.+   ຊາມາເຣຍ​ກັບ​ກະສັດ​ຂອງ​ເມືອງ​ນີ້​ຈະ​ຖືກ​ຈັດການ*​ແນ່ນອນ.+ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ກິ່ງ​ໄມ້​ທີ່​ຖືກ​ຫັກ​ແລະ​ຖິ້ມ​ລົງ​ນ້ຳ.   ບ່ອນ​ນະມັດສະການ​ຢູ່​ເມືອງ​ເບັດອາເວນ+​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ອິດສະຣາເອນ+​ເຮັດ​ຜິດ​ຈະ​ຖືກ​ທຳລາຍ.+ ຕົ້ນ​ໜາມ​ຈະ​ຂຶ້ນ​ຢູ່​ແທ່ນ​ບູຊາ​ຂອງ​ເຂົາເຈົ້າ.+ ເຂົາເຈົ້າ​ຈະ​ເວົ້າ​ກັບ​ພູ​ວ່າ ‘ບັງ​ພວກ​ເຮົາ​ໄວ້​ແດ່’ ແລະ​ເວົ້າ​ກັບ​ໂນນ​ພູ​ວ່າ ‘ປົກ​ພວກ​ເຮົາ​ໄວ້​ແດ່.’+   ອິດສະຣາເອນ​ເອີ້ຍ ຕັ້ງແຕ່​ເກີດ​ເລື່ອງ​ຢູ່​ເມືອງ​ກີເບອາ+ ພວກ​ເຈົ້າ​ກໍ​ເຮັດ​ຜິດ​ມາ​ຕະຫຼອດ. ພວກ​ເຈົ້າ​ບໍ່​ຢາກ​ປ່ຽນແປງ​ໂຕ​ເອງ​ເລີຍ. ສົງຄາມ​ບໍ່​ໄດ້​ທຳລາຍ​ຄົນ​ຊົ່ວ​ໃນ​ເມືອງ​ກີເບອາ​ໃຫ້​ໝົດ. 10  ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ເມື່ອ​ເຮົາ​ຢາກ​ເຮັດ. ຕອນ​ທີ່​ເຂົາເຈົ້າ​ແບກ​ຄວາມ​ຜິດ​ສອງ​ຢ່າງ​ໄວ້*ເຮົາ​ຈະ​ລວບລວມ​ຊາດ​ຕ່າງ​ໆ​ໃຫ້​ມາ​ຕໍ່ສູ້​ພວກ​ເຈົ້າ. 11  ເອຟຣາຢິມ​ເປັນ​ຄື​ກັບ​ງົວ​ໂຕ​ແມ່​ທີ່​ມັກ​ລາກ​ໄມ້​ແປ້ນ​ຟາດ​ເຂົ້າ.ເຮົາ​ຈຶ່ງ​ບໍ່​ເອົາ​ແອກ​ໃສ່​ຄໍ​ທີ່​ງາມ​ໆ​ຂອງ​ມັນ. ແຕ່​ບັດ​ນີ້ ເຮົາ​ຈະ​ໃຫ້​ມີ​ຄົນ​ມາ​ຂີ່​ເອຟຣາຢິມ.+ ຢູດາ​ຈະ​ໄຖ​ແລະ​ຢາໂຄບ​ຈະ​ຄາດ. 12  ຕອນ​ທີ່​ຍັງ​ມີ​ເວລາ​ທີ່​ຈະ​ຊອກຫາ​ພະ​ເຢໂຫວາ+ ແລະ​ກ່ອນ​ທີ່​ເພິ່ນ​ຈະ​ມາ​ແລະ​ສອນ​ພວກ​ເຈົ້າ​ໃນ​ສິ່ງ​ທີ່​ຖືກຕ້ອງ+ພວກ​ເຈົ້າ​ຄວນ​ຈະ​ຫວ່ານ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເກັບ​ກ່ຽວ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ.ພວກເຈົ້າ​ຄວນ​ຈະ​ກຽມ​ດິນ​ໄວ້​ເພື່ອ​ປູກ​ຝັງ.+ 13  ແຕ່​ພວກ​ເຈົ້າ​ພັດ​ຫວ່ານ*​ຄວາມ​ຊົ່ວແລະ​ເກັບ​ກ່ຽວ​ຄວາມ​ຜິດ.+ພວກເຈົ້າ​ຈຶ່ງ​ໄດ້​ຮັບ​ຜົນ​ຈາກ​ຄວາມ​ບໍ່​ສັດຊື່​ຂອງ​ພວກເຈົ້າ.ຍ້ອນ​ພວກ​ເຈົ້າ​ໄວ້ໃຈ​ໂຕ​ເອງແລະ​ວາງໃຈ​ໃນ​ກອງທັບ​ໃຫຍ່​ຂອງ​ພວກ​ເຈົ້າ. 14  ພວກ​ເຈົ້າ​ຈະ​ໄດ້​ຍິນ​ສຽງ​ຄົນ​ທີ່​ມາ​ຕໍ່ສູ້​ພວກ​ເຈົ້າແລະ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຈົ້າ​ທີ່​ມີ​ກຳແພງ​ອ້ອມ​ຈະ​ຖືກ​ທຳລາຍ.+ມັນ​ຈະ​ຖືກ​ທຳລາຍ​ຄື​ກັບ​ທີ່​ຊັນມານ​ໄດ້​ທຳລາຍ​ບ້ານ​ຂອງ​ອາເບນ.ຢູ່​ຫັ້ນ ແມ່​ກັບ​ລູກ​ຈະ​ຖືກ​ຕີ​ຈົນ​ຕາຍ. 15  ເມືອງ​ເບເທນ​ເອີ້ຍ ເຈົ້າ​ຈະ​ເຈິ​ແບບ​ນັ້ນ+​ຍ້ອນ​ເຈົ້າ​ເຮັດ​ຊົ່ວ. ໃນ​ຕອນ​ໃກ້​ຊິ​ແຈ້ງ ກະສັດ​ຂອງ​ອິດສະຣາເອນ​ຈະ​ຖືກ​ຈັດການ​ແນ່ນອນ.”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ທີ່​ປົ່ງ​ອອກ​ງາມ​ໆ​”
ຫຼື “ທໍລະຍົດ; ບໍ່​ຈິງໃຈ”
ແປ​ຕາມ​ໂຕ​ວ່າ “ຖືກ​ເຮັດ​ໃຫ້​ມິດ​ຢູ່”
ໝາຍເຖິງ​ການ​ຮັບ​ໂທດ​ທີ່​ຄື​ກັບ​ຕ້ອງ​ແບກ​ແອກ​ໄວ້
ແປ​ຕາມ​ໂຕ​ວ່າ “ໄຖ”