ໂຮເຊອາ 11:1-12

  • ພະເຈົ້າ​ຮັກ​ອິດສະຣາເອນ​ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ (1-​12)

    • “ເຮົາ​ໄດ້​ເອີ້ນ​ລູກ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ” (1)

11  “ຕອນ​ທີ່​ອິດສະຣາເອນ​ຍັງ​ນ້ອຍ ເຮົາ​ຮັກ​ລາວ.+ເຮົາ​ໄດ້​ເອີ້ນ​ລູກ​ຂອງ​ເຮົາ​ອອກ​ມາ​ຈາກ​ເອຢິບ.+   ແຮ່ງ​ມີ​ຄົນ*​ເອີ້ນ​ພວກ​ອິດສະຣາເອນເຂົາເຈົ້າ​ກໍ​ແຮ່ງ​ອອກ​ໄປ​ໄກ​ຈາກ​ຄົນ​ເຫຼົ່າ​ນັ້ນ.+ ເຂົາເຈົ້າ​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ຮູບ​ພະ​ບາອານ+ແລະ​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ຮູບ​ພະ​ອື່ນ​ໆ​.+   ເຮົາ​ເປັນ​ຜູ້​ສອນ​ເອຟຣາຢິມ​ໃຫ້​ຍ່າງ+​ແລະ​ອູ້ມ​ເຂົາເຈົ້າ+ແຕ່​ເຂົາເຈົ້າ​ບໍ່​ຍອມຮັບ​ວ່າ​ເຮົາ​ເປັນ​ຜູ້​ປົວ​ເຂົາເຈົ້າ.   ເຮົາ​ໃຊ້​ຄວາມ​ຮັກ​ກັບ​ຄວາມ​ເມດຕາ​ທີ່​ເປັນ​ຄື​ກັບ​ເຊືອກ*​ເພື່ອ​ດຶງ​ເຂົາເຈົ້າ​ເຂົ້າ​ມາ​ຫາ​ເຮົາ+ແລະ​ປົດ​ແອກ​ອອກ​ຈາກ​ຄໍ​ເຂົາເຈົ້າ.ເຮົາ​ຄ່ອຍ​ໆ​ປ້ອນ​ເຂົ້າ​ປ້ອນ​ນ້ຳ​ເຂົາເຈົ້າ.   ເຂົາເຈົ້າ​ຈະ​ບໍ່​ກັບ​ໄປ​ເອຢິບ ແຕ່​ອັດຊີເຣຍ​ຈະ​ເປັນ​ກະສັດ​ຂອງ​ເຂົາເຈົ້າ+ຍ້ອນ​ເຂົາເຈົ້າ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ.+   ພວກ​ສັດຕູ​ຈະ​ໃຊ້​ດາບ​ເພື່ອ​ໂຈມຕີ​ເມືອງ​ຕ່າງ​ໆ​ຂອງ​ເຂົາເຈົ້າ.+ແລ້ວ​ທຳລາຍ​ປະຕູ​ເມືອງ​ທີ່​ມີ​ລ໋ອກ​ມີ​ກອນ​ເປັນ​ເຫຼັກ ແລະ​ຂ້າ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ວາງ​ແຜນ​ຊົ່ວ.+   ປະຊາຊົນ​ຂອງ​ເຮົາ​ຕັ້ງໃຈ​ທີ່​ຈະ​ບໍ່​ສັດຊື່​ຕໍ່​ເຮົາ.+ ເຖິງ​ວ່າ​ມີ​ຄົນ​ເອີ້ນ​ເຂົາເຈົ້າ​ໃຫ້​ກັບ​ມາ​ຫາ​ພະເຈົ້າ​ສູງ​ສຸດ ແຕ່​ກໍ​ບໍ່​ມີ​ໃຜ​ກັບ​ມາ​ຍົກຍ້ອງ​ເຮົາ.   ເອຟຣາຢິມ​ເອີ້ຍ ເຮົາ​ຖິ້ມ​ພວກ​ເຈົ້າ​ບໍ່​ໄດ້​ດອກ.+ ອິດສະຣາເອນ​ເອີ້ຍ ເຮົາ​ມອບ​ພວກ​ເຈົ້າ​ໃຫ້​ສັດຕູ​ບໍ່​ໄດ້​ດອກ. ເຮົາ​ບໍ່​ຢາກ​ທຳລາຍ​ພວກ​ເຈົ້າ​ຄື​ກັບ​ທີ່​ເຄີຍ​ທຳລາຍ​ເມືອງ​ອັດມາ. ເຮົາ​ບໍ່​ຢາກ​ກວາດ​ລ້າງ​ພວກ​ເຈົ້າ​ຄື​ກັບ​ທີ່​ເຄີຍ​ກວາດ​ລ້າງ​ເມືອງ​ເຊໂບຢິມ.+ ເຮົາ​ປ່ຽນ​ໃຈ​ແລ້ວ.ເຮົາ​ອີ່ຕົນ​ພວກ​ເຈົ້າ​ຫຼາຍ.+   ເຮົາ​ຈະ​ບໍ່​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ອອກ​ມາ. ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາຢິມ​ອີກ+ຍ້ອນ​ເຮົາ​ເປັນ​ພະເຈົ້າ ບໍ່​ແມ່ນ​ມະນຸດ.ເຮົາ​ເປັນ​ພະເຈົ້າ​ອົງ​ບໍລິສຸດ​ທີ່​ຢູ່​ນຳ​ພວກ​ເຈົ້າ.ເຮົາ​ຈະ​ບໍ່​ລົງໂທດ​ພວກ​ເຈົ້າ​ຍ້ອນ​ເຮົາ​ໃຈຮ້າຍ​ໃຫ້​ພວກ​ເຈົ້າ. 10  ເຂົາເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ອີກ ແລະ​ເພິ່ນ​ຈະ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ແຜດ​ສຽງ​ຮ້ອງ.+ເມື່ອ​ເພິ່ນ​ແຜດ​ສຽງ​ຮ້ອງ ພວກ​ລູກ​ຂອງ​ເພິ່ນ​ກໍ​ຈະ​ມາ​ຈາກ​ທິດ​ຕາເວັນ​ຕົກ​ດ້ວຍ​ຄວາມ​ຢ້ານ.+ 11  ຕອນ​ອອກ​ມາ​ຈາກ​ເອຢິບ ເຂົາເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ​ຄື​ກັບ​ນົກ.ຕອນ​ອອກ​ມາ​ຈາກ​ອັດຊີເຣຍ ເຂົາເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ​ຄື​ກັບ​ນົກ​ເຂົາ​ທີ່​ຂີ້​ຢ້ານ.+ເຮົາ​ຈະ​ໃຫ້​ເຂົາເຈົ້າ​ໄດ້​ມາ​ຢູ່​ເຮືອນ​ຂອງ​ໂຕ​ເອງ.” ພະ​ເຢໂຫວາ​ເວົ້າ​ໄວ້​ແບບ​ນີ້.+ 12  “ເອຟຣາຢິມ​ມີ​ແຕ່​ເວົ້າ​ຕົວະ​ເຮົາແລະ​ເຮົາ​ປິ່ນ​ໄປ​ທາງ​ໃດ​ກໍ​ເຫັນ​ແຕ່​ການ​ຫຼອກ​ລວງ​ຂອງ​ອິດສະຣາເອນ.+ ແຕ່​ຢູດາ​ຍັງ​ຢູ່​ໃນ​ແນວ​ທາງ​ຂອງ​ພະເຈົ້າ*ແລະ​ສັດຊື່​ຕໍ່​ພະເຈົ້າ​ອົງ​ບໍລິສຸດ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ພວກ​ຜູ້​ພະຍາກອນ​ແລະ​ຄົນ​ອື່ນ​ໆ​ທີ່​ພະເຈົ້າ​ສົ່ງ​ມາ​ສອນ​ພວກ​ອິດສະຣາເອນ
ເບິ່ງ​ຄື​ວ່າ​ເປັນ​ເຊືອກ​ທີ່​ພໍ່​ແມ່​ໃຊ້​ສອນ​ລູກ​ໃຫ້​ຮູ້​ຈັກ​ຍ່າງ
ຫຼື “ຍ່າງ​ກັບ​ພະເຈົ້າ”