ໂຮເຊອາ 12:1-14

  • ເອຟຣາຢິມ​ຄວນ​ກັບ​ມາ​ຫາ​ພະ​ເຢໂຫວາ (1-​14)

    • ຢາໂຄບ​ສູ້​ກັບ​ພະເຈົ້າ (3)

    • ຢາໂຄບ​ຮ້ອງໄຫ້​ເພື່ອ​ຈະ​ໄດ້​ພອນ​ຈາກ​ພະເຈົ້າ (4)

12  “ເອຟຣາຢິມ​ຝາ​ກ​ຄວາມ​ຫວັງ​ໄວ້​ກັບ​ລົມ. ເຂົາເຈົ້າ​ແລ່ນ​ນຳ​ລົມ​ທີ່​ມາ​ຈາກ​ທິດ​ຕາເວັນ​ອອກ​ໝົດ​ມື້. ເຂົາເຈົ້າ​ເວົ້າ​ຕົວະ​ແລະ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ. ເຂົາເຈົ້າ​ເຮັດ​ສັນຍາ​ກັບ​ອັດຊີເຣຍ+​ແລະ​ເອົາ​ນ້ຳມັນ​ໝາກກອກ​ໄປ​ໃຫ້​ເອຢິບ.+   ພະ​ເຢໂຫວາ​ຈະ​ຕັດສິນ​ຢູດາ.+​ເພິ່ນ​ຈະ​ລົງໂທດ​ຢາໂຄບ​ຕາມ​ສິ່ງ​ທີ່​ລາວ​ເຮັດ.ເພິ່ນ​ຈະ​ຕອບ​ແທນ​ລາວ​ຕາມ​ການ​ກະທຳ​ຂອງ​ລາວ.+   ລາວ​ຈັບ​ສົ້ນ​ຕີນ​ຂອງ​ອ້າຍ​ໄວ້​ຕອນ​ຢູ່​ໃນ​ທ້ອງ​ແມ່.+ລາວ​ສູ້​ກັບ​ພະເຈົ້າ​ຈົນ​ສຸດ​ແຮງ.+   ລາວ​ປ້ຳ​ສູ້​ກັບ​ທູດສະຫວັນ​ຈົນ​ຊະນະ. ລາວ​ຮ້ອງ​ໄຫ້​ແລະ​ອ້ອນວອນ​ເພື່ອ​ຈະ​ໄດ້​ພອນ.+ ພະເຈົ້າ​ເຫັນ​ລາວ​ຢູ່​ເມືອງ​ເບເທນ​ແລະ​ເພິ່ນ​ເວົ້າ​ກັບ​ພວກ​ເຮົາ*​ຢູ່​ຫັ້ນ.”+   ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້ບັນຊາການ​ກອງທັບ.+ຄົນ​ຈະ​ຕ້ອງ​ຈື່​ວ່າ​ຊື່​ຂອງ​ເພິ່ນ​ແມ່ນ​ເຢໂຫວາ.+   “ໃຫ້​ກັບມາ​ຫາ​ພະເຈົ້າ​ຂອງ​ພວກເຈົ້າ.+ໃຫ້​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ+ແລະ​ໃຫ້​ວາງໃຈ​ພະເຈົ້າ​ຂອງ​ພວກເຈົ້າ​ສະເໝີ.   ພວກ​ພໍ່​ຄ້າ​ໂກງ​ຕາ​ຊິງ.ເຂົາເຈົ້າ​ມັກ​ສໍ້​ໂກງ.+   ເອຟຣາຢິມ​ມັກ​ເວົ້າ​ວ່າ ‘ຂ້ອຍ​ຮັ່ງ​ແລ້ວ+ຂ້ອຍ​ລວຍ​ແລ້ວ.+ ຂ້ອຍ​ຮັ່ງ​ຂ້ອຍ​ມີ​ກໍ​ຍ້ອນ​ຂ້ອຍ​ຫາ​ດ້ວຍ​ເຫື່ອ​ດ້ວຍ​ແຮງ​ຂອງ​ຂ້ອຍ​ເອງ. ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.’   ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕັ້ງແຕ່​ຕອນ​ພວກ​ເຈົ້າ​ຢູ່​ເອຢິບ.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຢູ່​ໃນ​ເຕັ້ນ​ອີກຄື​ກັບ​ໃນ​ຍາມ​ເທດສະການ.* 10  ເຮົາ​ເວົ້າ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ.+ເຮົາ​ໃຫ້​ເຂົາເຈົ້າ​ເຫັນ​ນິມິດ​ຫຼາຍ​ຂຶ້ນແລະ​ເຮົາ​ໃຫ້​ຕົວຢ່າງ​ປຽບທຽບ​ຫຼາຍ​ເລື່ອງ​ໂດຍ​ທາງ​ເຂົາເຈົ້າ. 11  ຢູ່​ເມືອງ​ກິລຽດ​ມີ​ແຕ່​ການ​ຂີ້​ຕົວະ+​ແລະ​ການ​ຫຼອກ​ລວງ.* ຢູ່​ກິນການ​ມີ​ຄົນ​ເຜົາ​ງົວ​ເປັນ​ເຄື່ອງ​ບູຊາ.+ແທ່ນບູຊາ​ຂອງ​ເຂົາເຈົ້າ​ເປັນ​ຄື​ກັບ​ກອງ​ກ້ອນ​ຫີນ​ທີ່​ຢູ່​ຄອງ​ໄຖ.+ 12  ຢາໂຄບ​ໜີ​ໄປ​ແຜ່ນດິນ​ອາຣາມ.*+ອິດສະຣາເອນ+​ເຮັດ​ວຽກ​ຢູ່​ຫັ້ນ​ເພື່ອ​ຈະ​ໄດ້​ເມຍ.+ລາວ​ລ້ຽງ​ແກະ​ເພື່ອ​ຈະ​ໄດ້​ເມຍ.+ 13  ພະ​ເຢໂຫວາ​ໃຊ້​ຜູ້ພະຍາກອນ​ໃຫ້​ພາ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ.+ເພິ່ນ​ໃຊ້​ຜູ້ພະຍາກອນ​ຄົນ​ນັ້ນ​ໃຫ້​ເບິ່ງແຍງ​ລາວ.+ 14  ເອຟຣາຢິມ​ເຮັດ​ໃຫ້​ພະເຈົ້າ​ເສຍໃຈ​ຫຼາຍ.+ເຂົາເຈົ້າ​ຈະ​ຕ້ອງ​ຮັບຜິດຊອບ​ທີ່​ຂ້າ​ຄົນ.ຜູ້​ເປັນ​ນາຍ​ຈະ​ລົງໂທດ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ດູຖູກ​ເພິ່ນ.”+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ຢາໂຄບ
ແປ​ຕາມ​ໂຕ​ວ່າ “ໄລຍະ​ທີ່​ມີ​ການ​ກຳນົດ​ໄວ້”
ຫຼື “ເລື່ອງ​ເລິກລັບ; ສິ່ງ​ເລິກລັບ”
ຫຼື “ຊີເຣຍ”