ໂຮເຊອາ 13:1-16

  • ເອຟຣາຢິມ​ທີ່​ຂາບ​ໄຫວ້​ຮູບ​ບູຊາ​ລືມ​ພະ​ເຢໂຫວາ (1-​16)

    • “ຄວາມ​ຕາຍ​ເອີ້ຍ ລິດເດດ​ຂອງ​ເຈົ້າ​ຢູ່​ໃສ?” (14)

13  “ເມື່ອ​ເອຟຣາຢິມ​ເວົ້າ ຄົນ​ກໍ​ຢ້ານ​ຈົນ​ໂຕ​ສັ່ນ.ເຂົາເຈົ້າ​ເດັ່ນ​ກວ່າ​ຕະກູນ​ອື່ນ​ໆ​ໃນ​ອິດສະຣາເອນ+ ແຕ່​ເຂົາເຈົ້າ​ມີ​ຄວາມ​ຜິດ​ຍ້ອນ​ໄປ​ນະມັດສະການ​ພະ​ບາອານ+ ເຂົາເຈົ້າ​ຈຶ່ງ​ຕ້ອງ​ຕາຍ.   ຕອນນີ້ ເຂົາເຈົ້າ​ເຮັດ​ຜິດ​ຕື່ມ​ອີກ.ເຂົາເຈົ້າ​ເອົາ​ເງິນ​ມາ​ຫຼໍ່​ເປັນ​ຮູບ​ພະ.+ຊ່າງ​ທີ່​ມີ​ສີ​ມື​ກໍ​ພາກັນ​ເຮັດ​ຮູບ​ບູຊາ. ເຂົາເຈົ້າ​ເວົ້າ​ວ່າ ‘ຕອນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ຮູບ​ງົວ​ນ້ອຍ​ກໍ​ໃຫ້​ຈູບ​ມັນ​ພ້ອມ.’+   ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ນ້ຳ​ໝອກ​ໃນ​ຕອນ​ເຊົ້າເປັນ​ຄື​ກັບ​ນ້ຳ​ຄ້າງ​ທີ່​ເຫີຍ​ໄວ​ໆ​ເປັນ​ຄື​ກັບ​ຂີ້​ແກບ​ທີ່​ຖືກ​ລົມ​ພາ​ຍຸພັດ​ໄປຈາກ​ລານ​ຟາດ​ເຂົ້າແລະ​ເປັນ​ຄື​ກັບ​ຄວັນ​ທີ່​ລອຍ​ອອກ​ທາງ​ປ່ອງ​ທີ່​ຢູ່​ຫຼັງຄາ.   ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕັ້ງແຕ່​ຕອນ​ພວກ​ເຈົ້າ​ຢູ່​ເອຢິບ.+ພວກ​ເຈົ້າ​ບໍ່​ຮູ້ຈັກ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາແລະ​ມີ​ແຕ່​ເຮົາ​ຜູ້​ດຽວ​ທີ່​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.+   ເຮົາ​ເບິ່ງແຍງ​ພວກ​ເຈົ້າ​ຢູ່​ບ່ອນ​ກັນດານ+​ໃນ​ແຜ່ນດິນ​ທີ່​ແຫ້ງ​ແລ້ງ.   ເຂົາເຈົ້າ​ພໍໃຈ​ທີ່​ໄດ້​ກິນ​ຫຍ້າ​ຢູ່​ທົ່ງ​ຂອງ​ໂຕ​ເອງ.+ເມື່ອ​ກິນ​ຈົນ​ໜຳ​ໃຈ​ແລ້ວ ເຂົາເຈົ້າ​ກໍ​ຍິ່ງ​ຈອງຫອງ ແລ້ວ​ເຂົາເຈົ້າ​ກໍ​ລືມ​ເຮົາ.+   ເຮົາ​ຈະ​ໂຈມຕີ​ເຂົາເຈົ້າ​ຄື​ກັບ​ໂຕ​ສິງ+ຄື​ກັບ​ເສືອ​ດາວ​ທີ່​ດັກ​ຊຸ້ມ​ຢູ່​ຕາມ​ຫົນ​ທາງ.   ເຮົາ​ຈະ​ໂຈມຕີ​ເຂົາເຈົ້າ​ຄື​ກັບ​ແມ່​ໝີ​ທີ່​ລູກ​ຖືກ​ລັກ​ເອົາ​ໄປແລະ​ເຮົາ​ຈະ​ຈີກ​ໜ້າ​ເອິກ​ຂອງ​ເຂົາເຈົ້າ. ເຮົາ​ຈະ​ຂ້າ​ເຂົາເຈົ້າ​ຢູ່​ຫັ້ນ​ຄື​ກັບ​ໂຕ​ສິງ​ກິນ​ເຫຍື່ອແລະ​ສັດ​ປ່າ​ຈະ​ຈີກ​ເຂົາເຈົ້າ​ເປັນ​ຕ່ອນ​ໆ​.   ອິດສະຣາເອນ​ເອີ້ຍ ມັນ​ຈະ​ທຳລາຍ​ພວກ​ເຈົ້າຍ້ອນ​ພວກ​ເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ​ເຊິ່ງ​ເປັນ​ຜູ້​ທີ່​ຊ່ວຍ​ພວກ​ເຈົ້າ​ໄດ້. 10  ກະສັດ​ທີ່​ຈະ​ປົກປ້ອງ​ພວກ​ເຈົ້າ​ໃນ​ເມືອງ​ຕ່າງ​ໆ​ຢູ່​ໃສ​ເດ້?+ພວກ​ເຈົ້າ​ເຄີຍ​ຂໍ​ນຳ​ເຮົາ​ວ່າ‘ໃຫ້​ຕັ້ງ​ກະສັດ​ກັບ​ພວກ​ເຈົ້າ​ນາຍ​ໃຫ້​ພວກ​ເຮົາ​ແດ່.’ ຕອນ​ນີ້ ຜູ້​ປົກຄອງ*​ຂອງ​ພວກ​ເຈົ້າ​ຢູ່​ໃສ​ແລ້ວ?+ 11  ເຮົາ​ຍອມ​ໃຫ້​ພວກ​ເຈົ້າ​ມີ​ກະສັດ​ທັງ​ໆ​ທີ່​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໃຈຮ້າຍ+ແລະ​ເຮົາ​ຈະ​ເອົາ​ລາວ​ໄປ​ຈາກ​ພວກ​ເຈົ້າ ຍ້ອນ​ເຮົາ​ໃຈຮ້າຍ​ຫຼາຍ.+ 12  ຄວາມ​ຜິດ​ຂອງ​ເອຟຣາຢິມ​ຈະ​ຖືກ​ຈື່​ໄວ້.ຄວາມ​ຜິດ​ຂອງ​ເຂົາເຈົ້າ​ຈະ​ຖືກ​ນັບ​ແລະ​ຖືກ​ຈົດ​ໄວ້. 13  ເຂົາເຈົ້າ​ຈະ​ເຈັບ​ປວດ​ຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ ຍ້ອນ​ຮອດ​ຍາມ​ເກີດ ລູກ​ກໍ​ບໍ່​ອ່ວຍ​ຈັກ​ເທື່ອ.ມັນ​ເປັນ​ຄື​ກັບ​ລູກ​ທີ່​ໂງ່. 14  ເຮົາ​ຈະ​ໄຖ່​ເຂົາເຈົ້າ​ຈາກ​ອຳນາດ​ຂອງ​ຂຸມ​ຝັງ​ສົບ.*ເຮົາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.+ ຄວາມ​ຕາຍ​ເອີ້ຍ ລິດເດດ​ຂອງ​ເຈົ້າ​ຢູ່​ໃສ?+ ຂຸມ​ຝັງ​ສົບ​ເອີ້ຍ ອຳນາດ​ໃນ​ການ​ທຳລາຍ​ຂອງ​ເຈົ້າ​ຢູ່​ໃສ?+ ເຮົາ​ຈະ​ບໍ່​ອີ່ຕົນ​ພວກ​ເຈົ້າ​ດອກ. 15  ເຖິງ​ວ່າ​ເຂົາເຈົ້າ​ຈະ​ງາມ​ຄື​ກັບ​ຕົ້ນ​ອໍ້ແຕ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມີ​ລົມ​ຮ້ອນ​ພັດ​ມາ​ຈາກ​ທິດ​ຕາເວັນ​ອອກມາ​ຈາກ​ທະເລ​ຊາຍ ແລະ​ເຮັດ​ໃຫ້​ນ້ຳ​ສ້າງ​ກັບ​ນ້ຳ​ອອກ​ບໍ່​ຂອງ​ເຂົາເຈົ້າ​ແຫ້ງ. ຈະ​ມີ​ຄົນ​ມາ​ປຸ້ນ​ເອົາ​ຊັບ​ສົມບັດ​ທີ່​ມີຄ່າ​ທັງໝົດ​ຂອງ​ເຂົາເຈົ້າ.+ 16  ຊາມາເຣຍ​ຈະ​ຖືກ​ລົງ​ໂທດ+ ຍ້ອນ​ເຂົາເຈົ້າ​ກະບົດ​ຕໍ່​ພະເຈົ້າ.+ ເຂົາເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ພວກ​ລູກ​ຂອງ​ເຂົາເຈົ້າ​ຈະ​ຖືກ​ຕີ​ຈົນ​ຕາຍແລະ​ພວກ​ຜູ້​ຍິງ​ທີ່​ຖື​ພາ​ກໍ​ຈະ​ຖືກ​ປາດ​ທ້ອງ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜູ້​ຕັດສິນ”