ໂຮເຊອາ 14:1-9

  • ຄຳ​ຂໍ​ຮ້ອງ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ (1-​3)

    • ສັນລະເສີນ​ພະເຈົ້າ (2)

  • ປົວ​ອິດສະຣາເອນ​ທີ່​ບໍ່​ສັດຊື່ (4-​9)

14  “ອິດສະຣາເອນ​ເອີ້ຍ ໃຫ້​ກັບມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ພວກ​ເຈົ້າ​ສະດຸດ​ແລະ​ລົ້ມ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕ​ເອງ.   ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາແລະ​ເວົ້າ​ກັບ​ເພິ່ນ​ວ່າ ‘ຂໍ​ພະອົງ​ຍົກ​ໂທດ​ຄວາມ​ຜິດ​ທີ່​ພວກ​ລູກ​ໄດ້​ເຮັດ+ ແລະ​ຂໍ​ພະອົງ​ຍອມ​ຮັບ​ສິ່ງ​ດີ​ໆ​ທີ່​ພວກ​ລູກ​ເຮັດ.ຄື​ກັບ​ທີ່​ມີ​ຄົນ​ເອົາ​ງົວ​ມາ​ໃຫ້​ພະອົງ ພວກ​ລູກ​ກໍ​ຈະ​ສັນລະເສີນ​ພະອົງ.+   ອັດຊີເຣຍ​ປົກປ້ອງ​ພວກ​ລູກ​ບໍ່​ໄດ້.+ ພວກ​ລູກ​ຈະ​ບໍ່​ເພິ່ງ​ມ້າ+ແລະ​ພວກ​ລູກ​ຈະ​ບໍ່​ເອີ້ນ​ສິ່ງ​ທີ່​ພວກ​ລູກ​ເຮັດ​ຂຶ້ນ​ມາ​ວ່າ “ພະເຈົ້າ​ຂອງ​ພວກ​ເຮົາ” ອີກ​ຕໍ່​ໄປ.ພະອົງ​ເປັນ​ພະເຈົ້າ​ທີ່​ອີ່ຕົນ​ລູກ​ກຳພ້າ.’+   ເຮົາ​ຈະ​ປົວ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ສັດຊື່​ຕໍ່​ເຮົາ​ຕະຫຼອດໄປ.+ ເຮົາ​ຈະ​ຮັກ​ເຂົາເຈົ້າ​ຈາກ​ໃຈ+ຍ້ອນ​ເຮົາ​ເຊົາ​ໃຈຮ້າຍ​ໃຫ້​ເຂົາເຈົ້າ​ແລ້ວ.+   ເຮົາ​ຈະ​ເປັນ​ຄື​ກັບ​ນ້ຳ​ຄ້າງ​ສຳລັບ​ອິດສະຣາເອນ.ເຂົາເຈົ້າ​ຈະ​ບານ​ຄື​ກັບ​ດອກ​ໄມ້ແລະ​ຮາກ​ຂອງ​ເຂົາເຈົ້າ​ຈະ​ຢັ່ງ​ລົງ​ເລິກ​ຄື​ກັບ​ຕົ້ນ​ໄມ້​ຢູ່​ເລບານອນ.   ງ່າ​ຂອງ​ເຂົາເຈົ້າ​ຈະ​ແຜ່​ອອກ​ໄປ.ເຂົາເຈົ້າ​ຈະ​ງາມ​ຄື​ກັບ​ຕົ້ນ​ໝາກກອກແລະ​ຫອມ​ຄື​ກັບ​ຕົ້ນ​ໄມ້​ຢູ່​ເລບານອນ.   ປະຊາຊົນ​ຂອງ​ເຮົາ​ຈະ​ໄດ້​ຢູ່​ກ້ອງ​ຮົ່ມ​ຂອງ​ເຮົາ​ອີກ. ເຂົາເຈົ້າ​ຈະ​ປູກ​ເຂົ້າ ແລະ​ເຂົາເຈົ້າ​ຈະ​ອອກ​ດອກ​ຫຼາຍ​ໆ​ຄື​ກັບ​ດອກ​ໝາກ​ລະແຊັງ.+ ເຮົາ​ຈະ​ມີ​ຊື່ສຽງ​ຄື​ກັບ​ເຫຼົ້າແວງ​ຢູ່​ເລບານອນ.   ເອຟຣາຢິມ​ຈະ​ເວົ້າ​ວ່າ ‘ພວກ​ເຮົາ​ຊິ​ໄປ​ຫຍຸ້ງ​ໄປ​ກ່ຽວ​ກັບ​ຮູບ​ບູຊາ​ອີກ​ເຮັດ​ຫຍັງ?’+ ເຮົາ​ຈະ​ຕອບ​ແລະ​ເບິ່ງແຍງ​ເຂົາເຈົ້າ.+ ເຮົາ​ຈະ​ເປັນ​ຄື​ກັບ​ຕົ້ນ​ຈູນິເປີ້*​ທີ່​ສູງ​ໃຫຍ່. ເຮົາ​ຈະ​ເປັນ​ຄື​ກັບ​ຕົ້ນ​ໄມ້​ທີ່​ເປັນ​ໝາກ​ສຳລັບ​ເຂົາເຈົ້າ.”   ໃຜ​ທີ່​ສະຫຼາດ​ກໍ​ໃຫ້​ລາວ​ເຂົ້າໃຈ​ເລື່ອງ​ທັງໝົດ​ນີ້. ໃຜ​ທີ່​ສຸຂຸມ​ກໍ​ໃຫ້​ລາວ​ຮູ້​ເລື່ອງ​ເຫຼົ່າ​ນີ້. ແນວ​ທາງ​ຂອງ​ພະ​ເຢໂຫວາ​ຖືກຕ້ອງ+ແລະ​ຄົນ​ດີ​ຈະ​ຍ່າງ​ຢູ່​ໃນ​ທາງ​ນັ້ນແຕ່​ຄົນ​ຊົ່ວ​ຈະ​ສະດຸດ​ແລະ​ລົ້ມ​ຢູ່​ຫັ້ນ.

ຂໍຄວາມໄຂເງື່ອນ

ຕົ້ນ​ແປກ​ຊະນິດ​ໜຶ່ງ