ໂຮເຊອາ 2:1-23
2 “ໃຫ້ເວົ້າກັບອ້າຍແລະນ້ອງຊາຍວ່າ ‘ພວກເຈົ້າແມ່ນປະຊາຊົນຂອງເຮົາ.’*+
ໃຫ້ເວົ້າກັບເອື້ອຍແລະນ້ອງສາວວ່າ ‘ພວກເຈົ້າເປັນຜູ້ຍິງທີ່ໄດ້ຮັບຄວາມອີ່ຕົນ.’*+
2 ໃຫ້ກ່າວຫາແມ່ຂອງເຈົ້າ ໃຫ້ກ່າວຫາລາວຍ້ອນລາວບໍ່ໄດ້ເປັນເມຍຂອງເຮົາ+ ແລະເຮົາບໍ່ໄດ້ເປັນຜົວຂອງລາວ.
ລາວຕ້ອງເຊົາເຮັດໂຕຄືກັບແມ່ຈ້າງ*ແລະຕ້ອງເຊົາຫຼິ້ນຊູ້.
3 ເຮົາຈະເຮັດໃຫ້ລາວປະໂປ້ຄືກັບມື້ທີ່ລາວເກີດ.ເຮົາຈະເຮັດໃຫ້ລາວເປັນຄືກັບບ່ອນກັນດານແລະເປັນແຜ່ນດິນທີ່ບໍ່ມີນ້ຳ.ເຮົາຈະໃຫ້ລາວຕາຍຍ້ອນບໍ່ມີນ້ຳກິນ.
4 ເຮົາຈະບໍ່ອີ່ຕົນພວກລູກຂອງລາວຍ້ອນເຂົາເຈົ້າເກີດຕອນທີ່ລາວເປັນແມ່ຈ້າງ.
5 ແມ່ຂອງເຂົາເຈົ້າເຮັດໂຕຄືກັບໂສເພນີ.+
ລາວເຮັດສິ່ງທີ່ເປັນຕາໜ້າອາຍ+ ຍ້ອນລາວເວົ້າວ່າ‘ຂ້ອຍຈະໄປນຳຊູ້ຂອງຂ້ອຍ.+ເຂົາເຈົ້າລ້ຽງເຂົ້າລ້ຽງນ້ຳຂ້ອຍເອົາເຄື່ອງນຸ່ງທີ່ເປັນຂົນແກະແລະເປັນຜ້າລີນິນໃຫ້ຂ້ອຍ ແລະເອົານ້ຳມັນໝາກກອກກັບເຫຼົ້າແວງໃຫ້ຂ້ອຍ.’
6 ຍ້ອນແນວນີ້ ເຮົາຈະເຮັດຮົ້ວໜາມຕັນທາງລາວແລະເຮົາຈະກໍ່ກຳແພງຫີນກັ້ນລາວໄວ້.ລາວຈະໄປໃສບໍ່ໄດ້.
7 ລາວຈະແລ່ນນຳຊູ້ທີ່ລາວຫຼົງໄຫຼ ແຕ່ຈະບໍ່ທັນ.+ລາວຈະຊອກຫາເຂົາເຈົ້າ ແຕ່ຈະບໍ່ເຫັນ.
ແລ້ວລາວຈະເວົ້າວ່າ ‘ຂ້ອຍຈະກັບໄປຫາຜົວຂ້ອຍ.+ຕອນທີ່ຂ້ອຍຢູ່ນຳລາວກໍດີກວ່າຕອນນີ້.’+
8 ລາວບໍ່ໄດ້ສຳນຶກເລີຍວ່າ ແທ້ໆແລ້ວແມ່ນເຮົາທີ່ເອົາເຂົ້າ+ ເຫຼົ້າແວງໃໝ່ ແລະນ້ຳມັນໝາກກອກໃຫ້ລາວ.ເຮົາຍັງເອົາເງິນໃຫ້ລາວບັກຫຼາຍໆແລະເອົາຄຳໃຫ້ລາວນຳ ແຕ່ລາວພັດເອົາໄປໃຊ້ເພື່ອການນະມັດສະການພະບາອານ.+
9 ‘ຍ້ອນແນວນີ້ ເມື່ອຮອດຍາມກ່ຽວເຂົ້າ ເຮົາຈະເອົາເຂົ້າຂອງເຮົາຄືນແລະເມື່ອຮອດຍາມເກັບກ່ຽວໝາກລະແຊັງ ເຮົາຈະເອົາເຫຼົ້າແວງໃໝ່ຂອງເຮົາຄືນ.+ເຄື່ອງນຸ່ງທີ່ເປັນຂົນແກະແລະເປັນຜ້າລີນິນທີ່ລາວໃຊ້ນຸ່ງເພື່ອຈະບໍ່ຕ້ອງປະໂປ້ ເຮົາຈະຍຶດຄືນມາ.
10 ອີກບໍ່ດົນ ເຮົາຈະເຮັດໃຫ້ລາວປະໂປ້ຢູ່ຕໍ່ໜ້າຊູ້ທີ່ລາວຫຼົງໄຫຼແລະຈະບໍ່ມີຜູ້ໃດຊ່ວຍລາວໃຫ້ລອດຈາກມືເຮົາໄດ້.+
11 ເຮົາຈະເຮັດໃຫ້ລາວບໍ່ມີຄວາມສຸກເລີຍໃນມື້ເດືອນອອກໃໝ່ ໃນວັນຊະບາໂຕ ແລະໃນຍາມເທດສະການຕ່າງໆ.+
12 ເຮົາຈະທຳລາຍຕົ້ນໝາກລະແຊັງກັບຕົ້ນໝາກເດື່ອຂອງລາວທີ່ລາວເວົ້າວ່າ
“ຕົ້ນໄມ້ເຫຼົ່ານີ້ແມ່ນຄ່າຈ້າງທີ່ຊູ້ເອົາໃຫ້ຂ້ອຍ.”ເຮົາຈະເຮັດໃຫ້ພວກມັນກາຍເປັນປ່າແລ້ວສັດປ່າຈະມາກິນພວກມັນ.
13 ເຮົາຈະໃຫ້ລາວຊົດໄຊ້ທີ່ລາວເອົາເຄື່ອງບູຊາໄປໃຫ້ຮູບພະບາອານ+ຕອນທີ່ລາວໃສ່ຕຸ້ມຫູ*ກັບເຄື່ອງປະດັບແລະແລ່ນນຳຊູ້ທີ່ລາວຫຼົງໄຫຼ ແລະຕອນທີ່ລາວລືມເຮົາ.’+ເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.
14 ‘ເຮົາຈະຊ່ວຍລາວໃຫ້ຄິດຄັກໆ.ເຮົາຈະພາລາວໄປບ່ອນກັນດານແລະເຮົາຈະເວົ້າໃຫ້ໄດ້ໃຈລາວ.
15 ຫຼັງຈາກນັ້ນ ເຮົາຈະເອົາສວນໝາກລະແຊັງໃຫ້ລາວຄືນ.+ເຮົາຈະເອົາຮ່ອມພູອາໂຄ*ໃຫ້ລາວ+ ເຊິ່ງເປັນທາງທີ່ຈະໄປຮອດແຜ່ນດິນທີ່ມີຄວາມຫວັງ.ຢູ່ຫັ້ນ ລາວຈະຕອບເຮົາຄືກັບຕອນທີ່ລາວເປັນສາວຄືກັບໃນມື້ທີ່ລາວອອກມາຈາກເອຢິບ.’+
16 ໃນມື້ນັ້ນ ເຮົາເຢໂຫວາຈະເວົ້າກັບລາວວ່າ‘ເຈົ້າຈະບໍ່ເອີ້ນເຮົາວ່ານາຍຂອງຂ້ອຍ*ອີກຕໍ່ໄປ ແຕ່ຈະເອີ້ນເຮົາວ່າຜົວ.
17 ເຮົາຈະບໍ່ໃຫ້ລາວເອີ້ນຊື່ຂອງຮູບພະບາອານອີກຕໍ່ໄປ.+ລາວຈະບໍ່ຈື່ຊື່ຂອງພວກມັນອີກເລີຍ.+
18 ໃນມື້ນັ້ນເພື່ອຈະຊ່ວຍປະຊາຊົນຂອງເຮົາ ເຮົາຈະເຮັດສັນຍາກັບພວກສັດປ່າໃນທົ່ງຫຍ້າ+ກັບນົກໃນທ້ອງຟ້າ ແລະກັບສັດເລືອຄານເທິງແຜ່ນດິນ.+ເຮົາຈະທຳລາຍທະນູ ດາບ ແລະສົງຄາມໃຫ້ໝົດໄປຈາກແຜ່ນດິນນັ້ນ+ແລະເຮົາຈະໃຫ້ເຂົາເຈົ້າໄດ້ຢູ່ຢ່າງປອດໄພ.+
19 ເຮົາຈະໝັ້ນກັບເຈົ້າເພື່ອເຈົ້າຈະເປັນຂອງເຮົາຕະຫຼອດໄປ.ເຮົາສັນຍາວ່າຈະເຮັດສິ່ງທີ່ຖືກຕ້ອງແລະຍຸຕິທຳຕໍ່ເຈົ້າ.ເຮົາຈະຮັກເຈົ້າຢ່າງໝັ້ນຄົງແລະຈະອີ່ຕົນເຈົ້າ.+
20 ເຮົາສັນຍາວ່າຈະສັດຊື່ຕໍ່ເຈົ້າແລ້ວເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’+
21 ໃນມື້ນັ້ນ ເຮົາເຢໂຫວາຈະເວົ້າວ່າ‘ເຮົາຈະເຮັດຕາມທີ່ທ້ອງຟ້າຂໍແລະທ້ອງຟ້າກໍຈະເຮັດຕາມທີ່ໂລກຂໍ.+
22 ໂລກຈະໃຫ້ມີເຂົ້າ ເຫຼົ້າແວງໃໝ່ ແລະນ້ຳມັນໝາກກອກແລະເຢດຊະເຣເອນກໍຈະໄດ້ສິ່ງເຫຼົ່ານີ້ຕາມທີ່ຕ້ອງການ.+
23 ເຮົາຈະຫວ່ານປະຊາຊົນຂອງເຮົາຄືກັບຫວ່ານແນວປູກ.+ເຮົາຈະອີ່ຕົນຜູ້ທີ່ບໍ່ໄດ້ຮັບຄວາມອີ່ຕົນ.*ເຮົາຈະເວົ້າກັບຄົນທີ່ບໍ່ແມ່ນປະຊາຊົນຂອງເຮົາ*ວ່າ “ພວກເຈົ້າແມ່ນປະຊາຊົນຂອງເຮົາ.”+
ແລ້ວເຂົາເຈົ້າກໍຈະເວົ້າວ່າ “ພະອົງແມ່ນພະເຈົ້າຂອງພວກເຮົາ.”’”+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ຫຼິ້ນຊູ້; ເຮັດຜິດສິນລະທຳ”
^ ຫຼື “ບ້ວງດັງ”
^ ແປວ່າ “ຖືກຕັດຂາດຈາກສັງຄົມ; ຄວາມທຸກຍາກ”
^ ຫຼື “ບາອານຂອງຂ້ອຍ”