ໂຮເຊອາ 3:1-5

  • ໂຮເຊອາ​ຊື້​ເມຍ​ຂອງ​ລາວ​ທີ່​ຫຼິ້ນ​ຊູ້​ກັບ​ຄືນ​ມາ (1-​3)

  • ອິດສະຣາເອນ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ (4, 5)

3  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ຮັກ​ຜູ້ຍິງ​ຄົນ​ນັ້ນ​ອີກ​ເທື່ອ​ໜຶ່ງ ເຖິງ​ວ່າ​ລາວ​ຈະ​ເຄີຍ​ຮັກ​ຜູ້​ຊາຍ​ຄົນອື່ນ​ແລະ​ຫຼິ້ນ​ຊູ້.+ ໃຫ້​ເຈົ້າ​ຮັກ​ລາວ​ຄື​ກັບ​ທີ່​ພະ​ເຢໂຫວາ​ຮັກ​ພວກ​ອິດສະຣາເອນ+ ເຖິງ​ວ່າ​ເຂົາ​ເຈົ້າ​ໄປ​ຫາ​ພະເຈົ້າ​ອື່ນ+​ແລະ​ເອົາ​ໝາກ​ລະແຊັງ​ແຫ້ງ​ທີ່​ປັ້ນ​ເປັນ​ກ້ອນ​ໄປ​ບູຊາ​ພະເຈົ້າ​ເຫຼົ່າ​ນັ້ນ.”  ຂ້ອຍ​ຈຶ່ງ​ເອົາ​ເງິນ 15 ເຊເກນ*​ແລະ​ເຂົ້າ​ບາເລ 1 ໂຮເມີ​ເຄິ່ງ*​ໄປ​ຊື້​ໂກເມ​ກັບຄືນມາ​ເປັນ​ເມຍ.  ຂ້ອຍ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ຈະ​ເປັນ​ຂອງ​ຂ້ອຍ ແຕ່​ເຈົ້າ​ຕ້ອງ​ຖ້າ​ຂ້ອຍ​ຫຼາຍ​ມື້. ໃນ​ໄລຍະ​ນີ້​ເຈົ້າ​ຕ້ອງ​ບໍ່​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ*​ອີກ. ຫ້າມ​ເຈົ້າ​ນອນ​ກັບ​ຜູ້​ຊາຍ​ຄົນອື່ນ ແລະ​ຂ້ອຍ​ກໍ​ຈະ​ບໍ່​ນອນ​ນຳ​ເຈົ້າ​ຄື​ກັນ.”  ເປັນ​ເວລາ​ດົນ​ທີ່​ພວກ​ອິດສະຣາເອນ​ຈະ​ຢູ່​ໂດຍ​ບໍ່​ມີ​ກະສັດ+ ບໍ່​ມີ​ພວກເຈົ້າ​ນາຍ ບໍ່​ມີ​ເຄື່ອງ​ບູຊາ ບໍ່​ມີ​ເສົາ​ໄມ້​ສັກສິດ* ບໍ່​ມີ​ເອໂຟດ*+ ແລະ​ບໍ່​ມີ​ຮູບພະ​ເທຣາຟີມ.*+  ແລ້ວ​ໃນ​ສະໄໝ​ສຸດທ້າຍ ຄົນ​ອິດສະຣາເອນ​ກໍ​ຈະ​ກັບມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ+​ແລະ​ກັບ​ມາ​ຫາ​ດາວິດ​ກະສັດ​ຂອງ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ຍ້ອນ​ເຂົາ​ເຈົ້າ​ນັບຖື​ເພິ່ນ​ຫຼາຍ​ແລະ​ຢາກ​ໃຫ້​ເພິ່ນ​ເຮັດ​ດີ​ກັບ​ເຂົາ​ເຈົ້າ.+

ຂໍຄວາມໄຂເງື່ອນ

171 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
330 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “ບໍ່​ຫຼິ້ນຊູ້; ບໍ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ”
ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”