ໂຮເຊອາ 4:1-19

  • ພະ​ເຢໂຫວາ​ຕັດສິນ​ອິດສະຣາເອນ (1-​8)

    • ເຮັດ​ຄື​ກັບ​ວ່າ​ພະເຈົ້າ​ບໍ່​ມີ​ຢູ່​ແທ້ (1)

  • ອິດສະຣາເອນ​ຂາບ​ໄຫວ້​ຮູບ​ບູຊາ​ແລະ​ຫຼິ້ນ​ຊູ້ (9-​19)

    • ການ​ມັກ​ນອນ​ນຳ​ຫຼາຍ​ຄົນ​ເຮັດ​ໃຫ້​ໄປ​ຜິດ​ທາງ (12)

4  ຄົນ​ອິດສະຣາເອນ​ເອີ້ຍ ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ.ພະ​ເຢໂຫວາ​ຈະ​ຕັດສິນ​ຄົນ​ທີ່​ຢູ່​ແຜ່ນດິນ​ນີ້+ຍ້ອນ​ເຂົາ​ເຈົ້າ​ບໍ່​ສັດຊື່ ບໍ່​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ ແລະ​ເຮັດ​ຄື​ກັບ​ວ່າ​ພະເຈົ້າ​ບໍ່​ມີ​ຢູ່​ແທ້.*+   ຫຼາຍ​ຄົນ​ເປັນ​ພະຍານ​ປອມ ເວົ້າ​ຕົວະ+ ຂ້າ​ຄົນ+ເປັນ​ຂີ້​ລັກ ແລະ​ຫຼິ້ນ​ຊູ້.+ເຂົາ​ເຈົ້າ​ຂ້າ​ຄົນ​ບໍ່​ຢຸດ​ບໍ່​ເຊົາ.+   ຍ້ອນ​ແນວ​ນີ້ ຄົນ​ທີ່​ຢູ່​ແຜ່ນດິນ​ນີ້​ຈະ​ຕ້ອງ​ຮ້ອງໄຫ້​ເສຍໃຈ.+ທຸກ​ຄົນ​ຈະ​ໝົດ​ແຮງ​ແລະ​ຕາຍ.ສັດ​ປ່າ​ທີ່​ຢູ່​ທົ່ງ​ຫຍ້າ ນົກ​ທີ່​ຢູ່​ເທິງ​ຟ້າແລະ​ປາ​ທີ່​ຢູ່​ໃນ​ທະເລ​ກໍ​ຈະ​ຕາຍ​ໝົດ.   “ແຕ່​ບໍ່​ຕ້ອງ​ໃຫ້​ຜູ້​ໃດ​ສອນ​ຫຼື​ຕັກ​ເຕືອນ​ພວກເຈົ້າ​ດອກ+ຍ້ອນ​ພວກເຈົ້າ​ເປັນ​ຄື​ກັບ​ຄົນ​ຫົວ​ແຂງ​ທີ່​ມັກ​ຖຽງ​ປະ​ໂລ​ຫິດ.+   ແມ່ນ​ແຕ່​ຕອນ​ກາງເວັນ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມ.ແລະ​ຜູ້ພະຍາກອນ​ກໍ​ຈະ​ສະດຸດ​ລົ້ມ​ນຳ​ພວກເຈົ້າ​ຄື​ກັບ​ວ່າ​ເປັນ​ຕອນ​ກາງຄືນ. ເຮົາ​ຈະ​ທຳລາຍ​ແມ່​ຂອງ​ພວກເຈົ້າ.   ເຮົາ​ຈະ​ທຳລາຍ​ປະຊາຊົນ​ຂອງ​ເຮົາ​ຍ້ອນ​ເຂົາ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ. ຍ້ອນ​ພວກເຈົ້າ​ບໍ່​ຍອມ​ຮູ້ຈັກ​ເຮົາ+ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ຮັບໃຊ້​ເປັນ​ປະ​ໂລ​ຫິດ​ຂອງ​ເຮົາ.ຍ້ອນ​ພວກເຈົ້າ​ລືມ​ກົດໝາຍ*​ຂອງ​ເຮົາ+ເຮົາ​ກໍ​ຈະ​ລືມ​ລູກ​ຊາຍ​ຂອງ​ພວກເຈົ້າ.   ເມື່ອ​ພວກ​ປະ​ໂລ​ຫິດ​ມີ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ກໍ​ແຮ່ງ​ເຮັດ​ຜິດ​ຕໍ່​ເຮົາ​ຫຼາຍ​ຂຶ້ນ.+ ແທນ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ກຽດ* ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ອັບອາຍ​ຂາຍ​ໜ້າ.   ເຂົາ​ເຈົ້າ​ກິນ​ຈົນ​ຕຸ້ຍ*​ຕອນ​ປະຊາຊົນ​ເຮັດ​ຜິດແລະ​ເຂົາ​ເຈົ້າ​ຢາກ​ໃຫ້​ປະຊາຊົນ​ເຮັດ​ຜິດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.   ປະຊາຊົນ​ກັບ​ປະ​ໂລ​ຫິດ​ຈະ​ໄດ້​ຮັບ​ໂທດ​ຄື​ກັນ.ເຮົາ​ຈະ​ລົງໂທດ​ເຂົາ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ເຂົາ​ເຈົ້າແລະ​ຈະ​ໃຫ້​ເຂົາ​ເຈົ້າ​ຮັບຜິດຊອບ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ.+ 10  ເຂົາ​ເຈົ້າ​ຈະ​ກິນ ແຕ່​ຈະ​ບໍ່​ອີ່ມ.+ ເຂົາ​ເຈົ້າ​ຈະ​ນອນ​ນຳ​ຫຼາຍ​ຄົນ* ແຕ່​ຈະບໍ່​ມີ​ລູກ​ບໍ່​ມີ​ຫຼານ+ຍ້ອນ​ເຂົາ​ເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ. 11  ເມື່ອ​ເຂົາ​ເຈົ້າ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ* ແລະ​ກິນ​ເຫຼົ້າແວງ​ເກົ່າ​ກັບ​ເຫຼົ້າແວງ​ໃໝ່ມັນ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ 12  ປະຊາຊົນ​ຂອງ​ເຮົາ​ໄປ​ຂໍ​ໃຫ້​ຮູບ​ພະ​ທີ່​ເປັນ​ໄມ້​ຊ່ວຍແລະ​ເຮັດ​ຕາມ​ທີ່​ໄມ້ຄ້ອນເທົ້າ*​ສັ່ງ.ເຂົາ​ເຈົ້າ​ມັກ​ນອນ​ນຳ​ຫຼາຍ​ຄົນ ການ​ເຮັດ​ແນວ​ນັ້ນ​ຈຶ່ງ​ພາ​ເຂົາ​ເຈົ້າ​ໄປ​ຜິດ​ທາງ.ເຂົາ​ເຈົ້າ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ ເຂົາ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. 13  ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ຢູ່​ຈອມພູ+ແລ້ວ​ເຮັດ​ໃຫ້​ຄວັນ​ຈາກ​ເຄື່ອງ​ບູຊາ​ລອຍ​ຂຶ້ນ​ຢູ່​ໂນນ​ພູຢູ່​ກ້ອງ​ຕົ້ນ​ໂອກ ຕົ້ນ​ກຳຍານ ແລະ​ຕົ້ນໄມ້​ໃຫຍ່​ອື່ນ​ໆ​+ຍ້ອນ​ຢູ່​ບ່ອນ​ເຫຼົ່າ​ນັ້ນ​ຮົ່ມ​ດີ. ຍ້ອນ​ແນວ​ນີ້ ລູກສາວ​ຂອງ​ພວກເຈົ້າ​ຈຶ່ງ​ເປັນ​ແມ່ຈ້າງແລະ​ລູກໃພ້​ຂອງ​ພວກເຈົ້າ​ຈຶ່ງ​ຫຼິ້ນ​ຊູ້. 14  ແຕ່​ເຮົາ​ຈະ​ບໍ່​ລົງໂທດ​ລູກສາວ​ຂອງ​ພວກ​ເຈົ້າ​ທີ່​ໄປ​ຂາຍ​ໂຕແລະ​ຈະ​ບໍ່​ລົງໂທດ​ລູກໃພ້​ຂອງ​ພວກເຈົ້າ​ທີ່​ໄປ​ຫຼິ້ນ​ຊູ້ ຍ້ອນ​ພວກ​ຜູ້​ຊາຍ​ຫັ້ນ​ແຫຼະ​ທີ່​ໄປ​ນອນ​ນຳ​ແມ່ຈ້າງແລະ​ເຜົາ​ເຄື່ອງ​ບູຊາ​ກັບ​ພວກ​ໂສເພນີ​ຢູ່​ວິຫານ.ໃນທີ່ສຸດ ເຂົາ​ເຈົ້າ+​ກໍ​ຈະ​ຖືກ​ທຳລາຍ. 15  ພວກ​ອິດສະຣາເອນ​ເອີ້ຍ ເຖິງ​ວ່າ​ພວກເຈົ້າ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ+ຢ່າ​ໃຫ້​ພວກ​ຢູດາ​ເຮັດ​ຜິດ​ຄື​ກັບ​ພວກເຈົ້າ.+ ຢ່າ​ໄປ​ກິນການ+​ຫຼື​ເມືອງ​ເບັດອາເວນ+ແລະ​ຢ່າ​ສາບານ​ໂດຍ​ເວົ້າ​ວ່າ ‘ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ເປັນ​ພະຍານ.’+ 16  ພວກ​ອິດສະຣາເອນ​ດື້​ຄື​ກັບ​ງົວ​ຖ່ອຍ.+ ເຮົາ​ເຢໂຫວາ​ຍັງ​ຈະ​ລ້ຽງ​ເຂົາ​ເຈົ້າ​ຄື​ກັບ​ລ້ຽງ​ແກະ​ຢູ່​ທົ່ງ​ຫຍ້າ​ບໍ? 17  ພວກ​ເອຟຣາຢິມ​ນະ​ມັດ​ສະການ​ຮູບ​ບູຊາ​ຢູ່.+ ປ່ອຍ​ໃຫ້​ເຂົາ​ເຈົ້າ​ເຮັດ​ໂລດ. 18  ເມື່ອ​ເຂົາ​ເຈົ້າ​ກິນ​ເບຍ*​ຈົນ​ໝົດ​ແລ້ວເຂົາ​ເຈົ້າ​ກໍ​ໄປ​ນອນ​ນຳ​ຫຼາຍ​ຄົນ. ພວກຜູ້ປົກຄອງ​ຂອງ​ເຂົາ​ເຈົ້າ​ມັກ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.+ 19  ລົມ​ພາຍຸ​ຈະ​ພັດ​ເຂົາ​ເຈົ້າ​ໄປ*ແລະ​ເຂົາ​ເຈົ້າ​ຈະ​ຕ້ອງ​ອັບອາຍ​ຍ້ອນ​ເຄື່ອງ​ບູຊາ​ຂອງ​ເຂົາ​ເຈົ້າ.”

ຂໍຄວາມໄຂເງື່ອນ

ຫຼື “ບໍ່​ມີ​ຄວາມ​ຮູ້​ເລື່ອງ​ພະເຈົ້າ”
ຫຼື “ຄຳ​ສອນ”
ຫຼື​ອາດ​ແປ​ວ່າ “ເຂົາເຈົ້າ​ບໍ່​ໄດ້​ໃຫ້​ກຽດ​ເຮົາ​ແລະ​ບໍ່​ນັບຖື​ເຮົາ”
ໝາຍເຖິງ​ກິນ​ຈາກ​ເຄື່ອງ​ບູຊາ​ຈົນ​ຕຸ້ຍ
ຫຼື “ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຫຼາຍ; ຂາຍ​ໂຕ”
ຫຼື “ຫຼິ້ນຊູ້; ເຮັດ​ຜິດ​ສິນລະທຳ​ທາງ​ເພດ”
ຫຼື “ໄມ້ຄ້ອນເທົ້າ​ຂອງ​ໝໍ​ຜີ”
ຫຼື “ເບຍ​ເຂົ້າ​ວີດ”
ຫຼື “ກວາດ​ເອົາ​ເຂົາເຈົ້າ​ໄປ”