ໂຮເຊອາ 5:1-15

  • ຕັດສິນ​ເອຟຣາຢິມ​ແລະ​ຢູດາ (1-​15)

5  “ພວກ​ປະໂລຫິດ​ເອີ້ຍ ໃຫ້​ຟັງ​ເດີ້.+ພວກ​ອິດສະຣາເອນ​ເອີ້ຍ ໃຫ້​ຕັ້ງໃຈ​ຟັງ​ດີ​ໆ​.ພວກ​ລູກ​ຫຼານ​ຂອງ​ກະສັດ​ເອີ້ຍ ໃຫ້​ສົນໃຈ​ຟັງ​ເດີ້.ພວກເຈົ້າ​ຈະ​ຖືກ​ຕັດສິນຍ້ອນ​ພວກເຈົ້າ​ເປັນ​ຄື​ກັບ​ກັບ​ດັກ​ຢູ່​ເມືອງ​ມິດຊະປາແລະ​ເປັນ​ຄື​ກັບ​ຕານ່າງ​ຈັບ​ສັດ​ຢູ່​ເມືອງ​ຕາໂບ.+   ພວກ​ກະບົດ*​ທີ່​ມັກ​ຂ້າ​ຄົນເຮົາ​ກຳລັງ​ເຕືອນ*​ເຂົາເຈົ້າ​ທຸກ​ຄົນ.   ເຮົາ​ຮູ້ຈັກ​ເອຟຣາຢິມ​ດີ.ອິດສະຣາເອນ​ບໍ່​ສາມາດ​ລີ້​ເຮົາ​ໄດ້. ເອຟຣາຢິມ​ເອີ້ຍ ຕອນນີ້​ເຈົ້າ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ.*ອິດສະຣາເອນ​ເອີ້ຍ ເຈົ້າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ.+   ການ​ກະທຳ​ຂອງ​ເຂົາເຈົ້າ​ເຮັດ​ໃຫ້​ເຂົາເຈົ້າ​ກັບມາ​ຫາ​ພະເຈົ້າ​ບໍ່​ໄດ້ຍ້ອນ​ເຂົາເຈົ້າ​ມັກ​ນອນ​ນຳ​ຫຼາຍ​ຄົນ+ແລະ​ເຂົາເຈົ້າ​ບໍ່​ຍອມຮັບ​ວ່າ ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.   ຄວາມ​ຍິ່ງ​ຂອງ​ອິດສະຣາເອນ​ຢືນຢັນ​ວ່າ​ເຂົາເຈົ້າ​ຊົ່ວ+ທັງ​ອິດສະຣາເອນ​ແລະ​ເອຟຣາຢິມ​ໄດ້​ສະດຸດ​ລົ້ມ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕ​ເອງແລະ​ຢູດາ​ກໍ​ສະດຸດ​ລົ້ມ​ນຳ​ເຂົາເຈົ້າ​ຄື​ກັນ.+   ເຂົາເຈົ້າ​ພາ​ຝູງ​ງົວ​ກັບ​ຝູງ​ແກະ​ໄປ​ຊອກຫາ​ພະ​ເຢໂຫວາແຕ່​ກໍ​ຊອກ​ບໍ່​ເຫັນ. ເພິ່ນ​ໄດ້​ຖິ້ມ​ເຂົາເຈົ້າ​ແລ້ວ.+   ເຂົາເຈົ້າ​ທໍລະຍົດ​ພະ​ເຢໂຫວາ.+ເຂົາເຈົ້າ​ໄດ້​ລູກ​ກັບ​ເມຍ​ທີ່​ເປັນ​ຄົນ​ຕ່າງ​ຊາດ.* ພາຍ​ໃນ​ໜຶ່ງ​ເດືອນ ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ພ້ອມ​ກັບ​ດິນ​ມູນ​ຂອງ​ເຂົາເຈົ້າ.   ໃຫ້​ເປົ່າ​ແກ​ເຂົາ​ສັດ+​ຢູ່​ເມືອງ​ກີເບອາ​ແລະ​ເປົ່າ​ແກ​ຢູ່​ເມືອງ​ຣາມາ.+ ໃຫ້​ຮ້ອງ​ດັງ​ໆ​ຕອນ​ອອກ​ໄປ​ຕໍ່ສູ້​ໃນ​ສົງຄາມ​ຢູ່​ເມືອງ​ເບັດອາເວນ.+ ເບັນຢາມິນ​ເອີ້ຍ ໃຫ້​ອອກ​ໜ້າ​ໝູ່​ເດີ້!   ເອຟຣາຢິມ​ເອີ້ຍ ຄົນ​ອື່ນ​ຈະ​ຢ້ານ​ຫຼາຍ​ຕອນ​ທີ່​ເຫັນ​ຈຸດຈົບ​ຂອງ​ເຈົ້າ​ໃນ​ມື້​ທີ່​ເຈົ້າ​ຖືກ​ລົງໂທດ.+ ເຮົາ​ໄດ້​ບອກ​ໃຫ້​ຮູ້​ແລ້ວ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ. 10  ພວກເຈົ້າ​ນາຍ​ຂອງ​ຢູດາ​ເປັນ​ຄື​ກັບ​ຄົນ​ທີ່​ຍ້າຍ​ຫຼັກ​ແດນ​ເອົາ​ດິນ​ຂອງ​ຄົນອື່ນ.+ ເຮົາ​ຈະ​ເທ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ເຂົາເຈົ້າ​ຄື​ກັບ​ເທ​ນ້ຳ. 11  ເອຟຣາຢິມ​ຖືກ​ກົດຂີ່. ສົມ​ແລ້ວ​ທີ່​ເຂົາເຈົ້າ​ຖືກ​ທຳລາຍຍ້ອນ​ເຂົາເຈົ້າ​ຕັ້ງໃຈ​ຈະ​ເປັນ​ມິດ​ກັບ​ສັດຕູ​ຂອງ​ເຂົາເຈົ້າ.+ 12  ເຮົາ​ຈະ​ກັດ​ກິນ​ເອຟຣາຢິມ​ຄື​ກັບ​ປວກ​ກິນ​ໄມ້ແລະ​ເຮົາ​ຈະ​ເຮັດ​ໃຫ້​ຢູດາ​ຜຸ​ຄື​ກັບ​ໄມ້​ທີ່​ຜຸ. 13  ເມື່ອ​ເອຟຣາຢິມ​ຮູ້​ວ່າ​ໂຕເອງ​ບໍ່​ສະບາຍ​ແລະ​ຢູດາ​ເຫັນ​ບາດ​ຂອງ​ໂຕເອງ​ທີ່​ເປື່ອຍເອຟຣາຢິມ​ໄດ້​ຂໍ​ໃຫ້​ອັດຊີເຣຍ​ຊ່ວຍ+​ແລະ​ສົ່ງ​ຄົນ​ໄປ​ຫາ​ກະສັດ​ຜູ້​ຍິ່ງໃຫຍ່. ແຕ່​ລາວ​ປິ່ນປົວ​ພວກເຈົ້າ​ບໍ່​ໄດ້ແລະ​ລາວ​ກໍ​ປົວ​ບາດ​ໃຫ້​ພວກເຈົ້າ​ບໍ່​ໄດ້​ຄື​ກັນ. 14  ເຮົາ​ຈະ​ເປັນ​ຄື​ກັບ​ໂຕ​ສິງ​ແລະ​ຈະ​ໂຈມຕີ​ເອຟຣາຢິມ.ເຮົາ​ຈະ​ເປັນ​ຄື​ກັບ​ສິງ​ໂຕ​ຜູ້​ທີ່​ແຂງແຮງ​ແລະ​ຈະ​ໂຈມຕີ​ຢູດາ. ເຮົາ​ຈະ​ຈີກ​ເຂົາເຈົ້າ​ເປັນ​ຕ່ອນ​ໆ​ແລ້ວ​ກໍ​ໄປ.+ເຮົາ​ຈະ​ລາກ​ເຂົາເຈົ້າ​ໄປ​ແລະ​ຈະ​ບໍ່​ມີ​ໃຜ​ຊ່ວຍ​ເຂົາເຈົ້າ​ໄດ້.+ 15  ເຮົາ​ຈະ​ກັບ​ໄປ​ບ່ອນ​ຢູ່​ຂອງ​ເຮົາ​ຈົນ​ຮອດ​ຕອນ​ທີ່​ເຂົາເຈົ້າ​ຖືກ​ລົງໂທດ​ສຳລັບ​ຄວາມ​ຜິດ​ຂອງ​ໂຕ​ເອງແລ້ວ​ເຂົາເຈົ້າ​ຈະ​ຂໍ​ໃຫ້​ເຮົາ​ຊ່ວຍ.+ ເມື່ອ​ເຈິ​ຄວາມ​ລຳບາກ ເຂົາເຈົ້າ​ຈະ​ຊອກຫາ​ເຮົາ.”+

ຂໍຄວາມໄຂເງື່ອນ

ຫຼື “ພວກ​ທີ່​ຖອຍ​ຫ່າງ​ຈາກ​ເຮົາ”
ຫຼື “ເຮົາ​ຈະ​ລົງໂທດ”
ຫຼື “ເຮັດ​ຜິດ​ສິນລະທຳ; ຂາຍ​ໂຕ”
ຫຼື “ເຂົາເຈົ້າ​ໄດ້​ລູກ​ທີ່​ບໍ່​ໄດ້​ເປັນ​ລູກ​ຂອງ​ພະເຈົ້າ”