ໂຮເຊອາ 6:1-11

  • ເອີ້ນ​ໃຫ້​ກັບ​ໄປ​ຫາ​ພະ​ເຢໂຫວາ (1-​3)

  • ປະຊາຊົນ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ (4-​6)

    • ເຄື່ອງ​ບູຊາ​ດີ​ກວ່າ​ຄວາມ​ຮັກ (6)

  • ເຮັດ​ຊົ່ວ​ແບບ​ບໍ່​ອາຍ (7-​11)

6  ໂຮເຊອາ*​ເວົ້າ​ວ່າ: “ໄປ໋ ໃຫ້​ພວກເຮົາ​ກັບ​ໄປ​ຫາ​ພະ​ເຢໂຫວາ.ເຖິງ​ວ່າ​ເພິ່ນ​ໄດ້​ຈີກ​ພວກເຮົາ​ເປັນ​ຕ່ອນ​ໆ​+ ແຕ່​ເພິ່ນ​ກໍ​ຈະ​ປົວ​ພວກເຮົາ. ເຖິງ​ວ່າ​ເພິ່ນ​ໄດ້​ຕີ​ພວກເຮົາ ແຕ່​ເພິ່ນ​ກໍ​ຈະ​ພັນ​ບາດ​ໃຫ້​ພວກເຮົາ.   ເພິ່ນ​ຈະ​ເຮັດ​ໃຫ້​ພວກເຮົາ​ມີ​ແຮງ​ພາຍ​ໃນ​ສອງ​ມື້. ໃນ​ມື້​ທີ​ສາມ ເພິ່ນ​ຈະ​ເຮັດ​ໃຫ້​ພວກເຮົາ​ລຸກ​ຂຶ້ນ​ໄດ້ແລະ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່​ໜ້າ​ເພິ່ນ.   ພວກເຮົາ​ຈະ​ຮູ້ຈັກ​ພະ​ເຢໂຫວາ. ພວກເຮົາ​ຈະ​ຕັ້ງໃຈ​ຊອກຫາ​ເພິ່ນ. ເພິ່ນ​ຈະ​ມາ​ຫາ​ພວກເຮົາ​ແນ່ນອນ​ຄື​ກັບ​ຕາເວັນ​ທີ່​ຂຶ້ນ​ທຸກ​ໆ​ເຊົ້າ.ເພິ່ນ​ຈະ​ມາ​ຫາ​ພວກເຮົາ​ຄື​ກັບ​ຝົນ​ທີ່​ຕົກ​ແຮງ​ໆ​ຄື​ກັບ​ຝົນ​ທ້າຍ​ລະດູ​ທີ່​ເຮັດ​ໃຫ້​ດິນ​ຊຸ່ມ.   ເອຟຣາຢິມ​ເອີ້ຍ ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຊ່ວຍ​ພວກເຈົ້າ? ຢູດາ​ເອີ້ຍ ເຮົາ​ຕ້ອງ​ເຮັດ​ຫຍັງ​ຕື່ມ​ເພື່ອ​ຊ່ວຍ​ພວກເຈົ້າ? ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ເປັນ​ຄື​ກັບ​ນ້ຳ​ໝອກ​ໃນ​ຕອນ​ເຊົ້າແລະ​ເປັນ​ຄື​ກັບ​ນ້ຳ​ຄ້າງ​ທີ່​ເຫີຍ​ໄວ​ໆ​.   ຍ້ອນ​ແນວ​ນີ້ ເຮົາ​ຈະ​ຕັດ​ພວກເຈົ້າ​ເປັນ​ຕ່ອນ​ໆ​ດ້ວຍ​ຄຳ​ຕັດສິນ​ຂອງ​ພວກ​ຜູ້ພະຍາກອນ.+ເຮົາ​ຈະ​ຂ້າ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ຈາກ​ປາກ​ຂອງ​ເຮົາ+ ແລະ​ການ​ຕັດສິນ​ນັ້ນ​ຈະ​ເປັນ​ຄື​ກັບ​ແສງ​ທີ່​ແຈ້ງ​ໆ​.+   ເຮົາ​ຢາກ​ໄດ້​ຄວາມ​ຮັກ​ທີ່​ໝັ້ນຄົງ* ບໍ່​ແມ່ນ​ຢາກ​ໄດ້​ເຄື່ອງ​ບູຊາ.ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ຈັກ​ເຮົາ​ທີ່​ເປັນ​ພະເຈົ້າ ບໍ່​ແມ່ນ​ຢາກ​ໃຫ້​ພວກເຈົ້າ​ເອົາ​ເຄື່ອງ​ບູຊາ​ເຜົາ​ມາ​ໃຫ້.+   ແຕ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ຄື​ກັບ​ທີ່​ມະນຸດ​ມັກ​ເຮັດ.+ ຢູ່​ຫັ້ນ ພວກເຈົ້າ​ທໍລະຍົດ​ເຮົາ.   ກິລຽດ​ເປັນ​ເມືອງ​ຂອງ​ຄົນ​ທີ່​ເຮັດ​ຊົ່ວ.+ເມືອງ​ນີ້​ມີ​ແຕ່​ຮອຍ​ຕີນ​ທີ່​ເປື້ອນ​ເລືອດ.+   ພວກ​ປະໂລຫິດ​ຂອງ​ເຂົາເຈົ້າ​ເປັນ​ຄື​ກັບ​ກຸ່ມ​ໂຈນ. ເຂົາເຈົ້າ​ຂ້າ​ຄົນ​ຕາມ​ຫົນ​ທາງ​ໄປ​ເມືອງ​ເຊເຄັມ.+ເຂົາເຈົ້າ​ເຮັດ​ຊົ່ວ​ແບບ​ບໍ່​ອາຍ. 10  ເຮົາ​ໄດ້​ເຫັນ​ພວກ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ຊົ່ວ​ຫຼາຍ. ເອຟຣາຢິມ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ.+ອິດສະຣາເອນ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ.+ 11  ຢູດາ​ເອີ້ຍ ເຮົາ​ໄດ້​ກຳນົດ​ເວລາ​ເກັບ​ກ່ຽວ​ສຳລັບ​ເຈົ້າ​ແລ້ວຕອນ​ທີ່​ເຮົາ​ລວບລວມ​ປະຊາຊົນ​ຂອງ​ເຮົາ​ທີ່​ເປັນ​ຊະເລີຍ​ໃຫ້​ກັບ​ຄືນ​ມາ.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ພວກ​ອິດສະຣາເອນ”
ຫຼື “ຄວາມ​ອີ່ຕົນ”