ໂຮເຊອາ 7:1-16

  • ເວົ້າ​ເຖິງ​ຄວາມ​ຊົ່ວ​ຂອງ​ເອຟຣາຢິມ (1-​16)

    • ບໍ່​ມີ​ທາງ​ໜີ​ຈາກ​ຕານ່າງ​ຈັບ​ສັດ​ຂອງ​ພະເຈົ້າ​ໄດ້ (12)

7  “ຕອນ​ທີ່​ເຮົາ​ຢາກ​ປົວ​ອິດສະຣາເອນເຮົາ​ພັດ​ເຫັນ​ຄວາມ​ຜິດ​ຂອງ​ເອຟຣາຢິມ​ຫຼາຍ​ຂຶ້ນ+ແລະ​ເຫັນ​ຄວາມ​ຊົ່ວ​ຂອງ​ຊາມາເຣຍ​ຕື່ມ​ອີກ.+ ເຂົາເຈົ້າ​ມັກ​ຫຼອກ​ລວງ.+ເຂົາເຈົ້າ​ງັດ​ເຮືອນ​ເຂົ້າ​ໄປ​ລັກ​ເຄື່ອງ​ແລະ​ປຸ້ນ​ຄົນ​ຢູ່​ຫົນ​ທາງ.+   ແຕ່​ເຂົາເຈົ້າ​ຄິດ​ໃນ​ໃຈ​ວ່າ ເຮົາ​ຈະ​ບໍ່​ຈື່​ຄວາມ​ຊົ່ວ​ທີ່​ເຂົາເຈົ້າ​ເຮັດ.+ ຕອນນີ້ ແນວ​ຊົ່ວ​ທັງໝົດ​ກັບມາ​ຖືກ​ເຂົາເຈົ້າ​ເອງ.ເຂົາເຈົ້າ​ເຮັດ​ຊົ່ວ​ແນວໃດ ເຮົາ​ກໍ​ເຫັນ​ໝົດ.   ເຂົາເຈົ້າ​ເຮັດ​ຊົ່ວ​ເພື່ອ​ໃຫ້​ກະສັດ​ດີໃຈແລະ​ເຂົາເຈົ້າ​ຫຼອກ​ລວງ​ເພື່ອ​ໃຫ້​ພວກເຈົ້າ​ນາຍ​ພໍໃຈ.   ເຂົາເຈົ້າ​ມັກ​ຫຼິ້ນ​ຊູ້.ຕັນຫາ​ຂອງ​ເຂົາເຈົ້າ​ຮ້ອນ​ແຮງ​ຄື​ກັບ​ເຕົາ​ທີ່​ຮ້ອນ​ໂດຍ​ບໍ່​ຕ້ອງ​ເຂ່ຍ​ຖ່ານ.ເຕົາ​ນັ້ນ​ຮ້ອນ​ຫຼາຍ​ແລະ​ມັນ​ຈະ​ຍັງ​ຮ້ອນ​ຈົນ​ຮອດ​ຕອນ​ທີ່​ແປ້ງ​ນວດ​ໄວ້​ນັ້ນ​ຟູ.   ໃນ​ມື້​ທີ່​ມີການ​ສະຫຼອງ​ໃຫ້​ກະສັດ ພວກເຈົ້າ​ນາຍ​ບໍ່​ສະບາຍ.ເຫຼົ້າແວງ​ເຮັດ​ໃຫ້​ເຂົາເຈົ້າ​ໃຈຮ້າຍ​ຫຼາຍ.+ ກະສັດ​ຊວນ​ຄົນ​ທີ່​ເຍາະເຍີ້ຍ​ລາວ​ໃຫ້​ມາ​ເປັນ​ໝູ່.   ໃຈ​ຂອງ​ເຂົາເຈົ້າ*​ຮ້ອນຮົນ​ຢາກ​ເຮັດ​ຊົ່ວ​ຄື​ກັບ​ເຕົາ​ອົບ​ທີ່​ຮ້ອນ​ໆ​.* ເຖິງ​ວ່າ​ຄົນ​ທີ່​ເຮັດ​ເຂົ້າຈີ່​ນອນ​ຫຼັບ​ໝົດ​ຄືນແຕ່​ໃນ​ຕອນ​ເຊົ້າ​ໄຟ​ໃນ​ເຕົາ​ອົບ​ພັດ​ລຸກ​ແຮງ​ກວ່າ​ເກົ່າ.   ໃຈ​ຂອງ​ເຂົາເຈົ້າ​ຮ້ອນຮົນ​ຄື​ກັບ​ເຕົາ​ອົບແລະ​ເຂົາເຈົ້າ​ຂ້າ​ຜູ້​ທີ່​ປົກຄອງ*​ເຂົາເຈົ້າ. ກະສັດ​ຂອງ​ເຂົາເຈົ້າ​ຖືກ​ໂຄ່ນ​ລົ້ມ.+ບໍ່​ມີ​ຜູ້​ໃດ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ.+   ເອຟຣາຢິມ​ມັກ​ເປັນ​ໝູ່​ກັບ​ຄົນ​ຊາດ​ອື່ນ.+ ເອຟຣາຢິມ​ເປັນ​ຄື​ກັບ​ເຂົ້າຈີ່​ມົນ​ໆ​ທີ່​ຖືກ​ອົບ​ແຕ່​ເບື້ອງ​ດຽວ.   ຄົນ​ຕ່າງ​ຊາດ​ກິນ​ແຮງ​ເຂົາເຈົ້າ​ຈົນ​ໝົດ+ ແຕ່​ເຂົາເຈົ້າ​ກໍ​ບໍ່​ຮູ້​ໂຕ. ຜົມ​ເຂົາເຈົ້າ​ຫງອກ ແຕ່​ເຂົາເຈົ້າ​ກໍ​ບໍ່​ເຫັນ. 10  ຄວາມ​ຍິ່ງ​ຂອງ​ອິດສະຣາເອນ​ຢືນຢັນ​ວ່າ​ເຂົາເຈົ້າ​ຊົ່ວ.+ແຕ່​ເຂົາເຈົ້າ​ບໍ່​ໄດ້​ກັບມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ.+ເຖິງ​ວ່າ​ຈະ​ເຈິ​ເລື່ອງ​ທັງໝົດ​ນີ້ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຂໍ​ໃຫ້​ເພິ່ນ​ຊ່ວຍ. 11  ເອຟຣາຢິມ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ໂງ່​ແລະ​ບໍ່​ຮູ້ຈັກ​ຄິດ.*+ ເຂົາເຈົ້າ​ໄປ​ຂໍ​ໃຫ້​ເອຢິບ+​ແລະ​ອັດຊີເຣຍ​ຊ່ວຍ.+ 12  ເຮົາ​ຈະ​ກາງ​ຕານ່າງ​ຈັບ​ສັດ​ຂອງ​ເຮົາ​ຈັບ​ເຂົາເຈົ້າ. ເຮົາ​ຈະ​ຈັບ​ເຂົາເຈົ້າ​ຄື​ກັບ​ຈັບ​ນົກ​ຢູ່​ເທິງ​ຟ້າ. ເຮົາ​ຈະ​ລົງໂທດ​ເຂົາເຈົ້າ​ຕາມ​ທີ່​ເຮົາ​ໄດ້​ເຕືອນ​ເຂົາເຈົ້າ​ແລ້ວ.+ 13  ເຂົາເຈົ້າ​ຈະ​ຈິບຫາຍ​ຍ້ອນ​ໜີ​ຈາກ​ເຮົາ! ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ຍ້ອນ​ເຮັດ​ຜິດ​ຕໍ່​ເຮົາ! ເຮົາ​ກຳລັງ​ຈະ​ໄຖ່​ເຂົາເຈົ້າ​ກັບຄືນມາ ແຕ່​ເຂົາເຈົ້າ​ພັດ​ເວົ້າ​ຕົວະ​ເລື່ອງ​ຂອງ​ເຮົາ.+ 14  ເຖິງ​ວ່າ​ເຂົາເຈົ້າ​ຈະ​ຮ້ອງ​ຄາງ​ຢູ່​ເທິງ​ຕຽງແຕ່​ໃນ​ໃຈ​ຂອງ​ເຂົາເຈົ້າ​ກໍ​ບໍ່​ຢາກ​ໃຫ້​ເຮົາ​ຊ່ວຍ.+ ເຂົາເຈົ້າ​ປາດ​ໂຕເອງ​ເພື່ອ​ຂໍ​ໃຫ້​ໄດ້​ເຂົ້າ​ກັບ​ເຫຼົ້າແວງ​ໃໝ່ແລະ​ເຂົາເຈົ້າ​ປະຖິ້ມ​ເຮົາ. 15  ເຖິງ​ວ່າ​ເຮົາ​ໄດ້​ສັ່ງ​ສອນ​ເຂົາເຈົ້າ​ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ມີ​ແຮງແຕ່​ເຂົາເຈົ້າ​ພັດ​ຕໍ່ຕ້ານ​ເຮົາ​ແລະ​ວາງ​ແຜນ​ຊົ່ວ​ໃສ່​ເຮົາ. 16  ເຂົາເຈົ້າ​ປ່ຽນແປງ​ໂຕເອງ ແຕ່​ກໍ​ບໍ່​ດີ​ຂຶ້ນ.*ເຂົາເຈົ້າ​ໄວ້ໃຈ​ບໍ່​ໄດ້​ຄື​ກັບ​ທະນູ​ສາຍ​ຍານ​ທີ່​ຍິງ​ບໍ່​ຖືກ​ເປົ້າ.+ ພວກເຈົ້າ​ນາຍ​ຂອງ​ເຂົາເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ​ຍ້ອນ​ເຂົາເຈົ້າ​ສາບແຊ່ງ​ເຮົາ. ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈະ​ຖືກ​ເຍາະເຍີ້ຍ​ຢູ່​ເອຢິບ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ພວກ​ອິດສະຣາເອນ
ຫຼື​ອາດ​ແປ​ວ່າ “ໃຈ​ຂອງ​ເຂົາເຈົ້າ​ຮ້ອນຮົນ​ຄື​ກັບ​ເຕົາ​ອົບ​ທີ່​ຮ້ອນ​ໆ​ເມື່ອ​ເຂົາເຈົ້າ​ວາງ​ແຜນ​ເຮັດ​ຊົ່ວ”
ແປ​ຕາມ​ໂຕ​ວ່າ “ຜູ້​ຕັດສິນ”
ແປ​ຕາມ​ໂຕ​ວ່າ “ບໍ່​ມີ​ຫົວໃຈ”
ໝາຍເຖິງ​ເຂົາເຈົ້າ​ບໍ່​ໄດ້​ປ່ຽນແປງ​ໄປ​ໃນ​ທາງ​ການ​ນະມັດສະການ​ແທ້