ໂຮເຊອາ 8:1-14

  • ຜົນ​ຈາກ​ການ​ຂາບ​ໄຫວ້​ຮູບ​ບູຊາ (1-​14)

    • ຫວ່ານ​ລົມ ເກັບ​ກ່ຽວ​ລົມ​ພາຍຸ (7)

    • ອິດສະຣາເອນ​ລືມ​ຜູ້​ສ້າງ​ເຂົາເຈົ້າ (14)

8  “ໃຫ້​ເຈົ້າ​ເປົ່າ​ແກ​ເຂົາ​ສັດ.+ ສັດຕູ​ທີ່​ເປັນ​ຄື​ກັບ​ນົກ​ອິນຊີ​ກຳລັງ​ມາ​ໂຈມຕີ​ປະຊາຊົນ*​ຂອງ​ພະ​ເຢໂຫວາ+ຍ້ອນ​ປະຊາຊົນ​ເຫຼົ່ານີ້​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ກັບ​ເຮົາ+​ແລະ​ບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ.+   ເຂົາເຈົ້າ​ຮ້ອງ​ບອກ​ເຮົາ​ວ່າ ‘ພະອົງ​ເປັນ​ພະເຈົ້າ​ຂອງ​ພວກເຮົາ. ພວກເຮົາ​ແມ່ນ​ຊາດ​ອິດສະຣາເອນ​ທີ່​ຮູ້ຈັກ​ພະອົງ.’+   ພວກ​ອິດສະຣາເອນ​ບໍ່​ຍອມ​ເຮັດ​ສິ່ງ​ທີ່​ດີ.+ ໃຫ້​ສັດຕູ​ໄລ່ລ່າ​ເຂົາເຈົ້າ​ສະ.   ເຂົາເຈົ້າ​ແຕ່ງຕັ້ງ​ກະສັດ​ເອົາ​ເອງ​ໂດຍ​ທີ່​ເຮົາ​ບໍ່​ໄດ້​ເຫັນດີ​ນຳ. ເຂົາເຈົ້າ​ແຕ່ງຕັ້ງ​ພວກ​ເຈົ້າ​ນາຍ​ໂດຍ​ທີ່​ເຮົາ​ບໍ່​ໄດ້​ຮັບ​ຮູ້​ນຳ. ເຂົາເຈົ້າ​ເອົາ​ເງິນ​ເອົາ​ຄຳ​ມາ​ເຮັດ​ຮູບ​ບູຊາ+ທີ່​ເຮັດ​ໃຫ້​ໂຕເອງ​ຖືກ​ທຳລາຍ.+   ຊາມາເຣຍ​ເອີ້ຍ ເຮົາ​ບໍ່​ຍອມຮັບ​ຮູບ​ງົວ​ນ້ອຍ​ທີ່​ພວກເຈົ້າ​ນະມັດສະການ.+ ເຮົາ​ໃຈຮ້າຍ​ໃຫ້​ພວກເຈົ້າ​ຫຼາຍ.+ ເປັນຫຍັງ​ພວກເຈົ້າ​ບໍ່​ເຮັດ​ໃຫ້​ໂຕເອງ​ສະອາດ*​ຈັກ​ເທື່ອ?   ຮູບ​ງົວ​ນ້ອຍ​ໂຕ​ນີ້​ມາ​ຈາກ​ອິດສະຣາເອນ. ຊ່າງ​ເຮັດ​ມັນ​ຂຶ້ນ​ມາ​ແລະ​ມັນ​ບໍ່​ແມ່ນ​ພະເຈົ້າ.ຮູບ​ງົວ​ນ້ອຍ​ຂອງ​ຊາມາເຣຍ​ຈະ​ແຕກ​ເປັນ​ປ່ຽງ​ໆ​.   ເຂົາເຈົ້າ​ເຮັດ​ຊົ່ວ​ເຊິ່ງ​ເປັນ​ຄື​ກັບ​ການ​ຫວ່ານ​ລົມແລະ​ເຂົາເຈົ້າ​ຈະ​ຕ້ອງ​ເກັບ​ກ່ຽວ​ແນວ​ບໍ່​ດີ​ເຊິ່ງ​ເປັນ​ຄື​ກັບ​ລົມ​ພາຍຸ.+ ຕົ້ນ​ເຂົ້າ​ຈະ​ບໍ່​ອອກ​ຮວງ.+ເຖິງ​ວ່າ​ມັນ​ອອກ​ຮວງ​ກໍ​ຈະ​ເອົາ​ໄປ​ເຮັດ​ເປັນ​ແປ້ງ​ບໍ່​ໄດ້ ແລະ​ເຖິງ​ວ່າ​ເຮັດ​ເປັນ​ແປ້ງ​ໄດ້ ຄົນ​ຕ່າງ​ຊາດ*​ກໍ​ຈະ​ເອົາ​ໄປ​ກິນ​ໝົດ.+   ຊາດ​ອິດສະຣາເອນ​ຈະ​ຖືກ​ທຳລາຍ.+ ເຂົາເຈົ້າ​ຈະ​ກະຈັດກະຈາຍ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​.+ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ເຄື່ອງໃຊ້​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ.   ເຂົາເຈົ້າ​ໄປ​ຂໍ​ໃຫ້​ອັດຊີເຣຍ​ຊ່ວຍ+​ຄື​ກັບ​ລາ​ປ່າ​ທີ່​ເຮັດ​ຕາມ​ໃຈ​ໂຕເອງ. ເອຟຣາຢິມ​ຈ້າງ​ໂສເພນີ​ໃຫ້​ມາ​ນອນ​ນຳ.+ 10  ເຖິງ​ວ່າ​ເຂົາເຈົ້າ​ຈ້າງ​ພວກ​ໂສເພນີ​ມາ​ຈາກ​ຊາດ​ຕ່າງ​ໆ​ແຕ່​ຕອນນີ້ ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ໃຫ້​ມາ​ຢູ່​ນຳ​ກັນ.ເຂົາເຈົ້າ​ຈະ​ເຈິ​ຄວາມ​ລຳບາກ+ ຍ້ອນ​ກະສັດ​ແລະ​ພວກ​ເຈົ້າ​ນາຍ​ຈະ​ກົດຂີ່​ເຂົາເຈົ້າ. 11  ເອຟຣາຢິມ​ເຮັດ​ແທ່ນບູຊາ​ຫຼາຍ​ໆ​ແທ່ນ​ເຊິ່ງ​ເປັນ​ການ​ເຮັດ​ຜິດ.+ ເຂົາເຈົ້າ​ໃຊ້​ແທ່ນບູຊາ​ເຫຼົ່ານັ້ນ​ເພື່ອ​ເຮັດ​ຜິດ​ຕື່ມ​ອີກ.+ 12  ເຮົາ​ໄດ້​ຂຽນ​ກົດໝາຍ*​ຫຼາຍ​ຂໍ້​ໃຫ້​ເຂົາເຈົ້າແຕ່​ເຂົາເຈົ້າ​ບໍ່​ສົນໃຈ​ກົດໝາຍ​ຂອງ​ເຮົາ.+ 13  ເຂົາເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ເຮົາ​ແລະ​ກິນ​ຊີ້ນ​ນັ້ນແຕ່​ເຮົາ​ເຢໂຫວາ​ບໍ່​ພໍໃຈ​ເຄື່ອງ​ບູຊາ​ເຫຼົ່ານັ້ນ.+ ເຮົາ​ຈະ​ຈື່​ຄວາມ​ຜິດ​ຂອງ​ເຂົາເຈົ້າ ແລະ​ຈະ​ລົງໂທດ​ເຂົາເຈົ້າ​ຕາມ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ໄດ້​ເຮັດ.+ ເຂົາເຈົ້າ​ກັບ​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍ.*+ 14  ອິດສະຣາເອນ​ລືມ​ຜູ້​ສ້າງ​ເຂົາເຈົ້າ​ແລ້ວ+ ແລະ​ພາກັນ​ສ້າງ​ວິຫານ​ຫຼາຍ​ບ່ອນ​ແທນ.+ຢູດາ​ໄດ້​ສ້າງ​ເມືອງ​ທີ່​ມີ​ກຳແພງ​ອ້ອມ​ຫຼາຍ​ເມືອງ.+ ເຮົາ​ຈະ​ໃຊ້​ໄຟ​ເພື່ອ​ລົງໂທດ​ເມືອງ​ເຫຼົ່ານີ້ແລະ​ໄຟ​ນັ້ນ​ຈະ​ຈູດ​ປ້ອມ​ຕ່າງ​ໆ​ໃນ​ແຕ່​ລະ​ເມືອງ.+

ຂໍຄວາມໄຂເງື່ອນ

ຫຼື “ວິຫານ”
ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ
ຫຼື “ຄົນ​ແປກ​ໜ້າ”
ຫຼື “ຄຳ​ສອນ”
ຫຼື​ອາດ​ແປ​ວ່າ “ເຂົາເຈົ້າ​ຈະ​ກັບ​ໄປ​ເອຢິບ​ອີກ”