ໂຮເຊອາ 9:1-17

  • ພະເຈົ້າ​ຖິ້ມ​ເອຟຣາຢິມ​ຍ້ອນ​ເຮັດ​ຜິດ (1-​17)

    • ອຸທິດ​ໂຕ​ເອງ​ໃຫ້​ພະເຈົ້າ​ທີ່​ເປັນ​ຕາ​ໜ້າ​ອາຍ (10)

9  “ອິດສະຣາເອນ​ເອີ້ຍ ຢ່າ​ຟ້າວ​ດີໃຈ​ເດີ້.+ຢ່າ​ຊູ່​ດີໃຈ​ຄື​ກັບ​ຊາດ​ອື່ນ​ໆ​. ພວກເຈົ້າ​ປະຖິ້ມ​ພະເຈົ້າ​ຂອງ​ພວກເຈົ້າ​ໂດຍ​ເຮັດ​ໂຕ​ຄື​ກັບ​ແມ່ຈ້າງ.*+ ພວກເຈົ້າ​ຮັກ​ຄ່າ​ຈ້າງ​ທີ່​ໄດ້​ຈາກ​ການ​ຂາຍ​ໂຕ​ຢູ່​ຕາມ​ລານ​ຟາດ​ເຂົ້າ.+   ແຕ່​ຈະ​ບໍ່​ມີ​ຫຍັງ​ຢູ່​ລານ​ຟາດ​ເຂົ້າ​ກັບ​ຢູ່​ອ່າງ​ຢຽບ​ໝາກ​ລະແຊັງ​ໃຫ້​ພວກ​ອິດສະຣາເອນ​ກິນແລະ​ເຂົາເຈົ້າ​ຈະ​ບໍ່​ມີ​ເຫຼົ້າແວງ​ໃໝ່​ກິນ.+   ເຂົາເຈົ້າ​ຈະ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ຂອງ​ພະ​ເຢໂຫວາ​ອີກ​ຕໍ່ໄປ.+ເອຟຣາຢິມ​ຈະ​ກັບ​ໄປ​ເອຢິບແລະ​ເຂົາເຈົ້າ​ຈະ​ກິນ​ແນວ​ທີ່​ບໍ່​ສະອາດ​ຢູ່​ອັດຊີເຣຍ.+   ເຂົາເຈົ້າ​ຈະ​ບໍ່​ໄດ້​ເທ​ເຄື່ອງ​ບູຊາ​ທີ່​ເປັນ​ເຫຼົ້າແວງ​ໃຫ້​ພະ​ເຢໂຫວາ​ອີກ​ຕໍ່ໄປ+ແລະ​ເພິ່ນ​ຈະ​ບໍ່​ພໍໃຈ​ເຄື່ອງ​ບູຊາ​ຂອງ​ເຂົາເຈົ້າ.+ ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ເຂົ້າ​ຈີ່​ທີ່​ຄົນ​ກິນ​ຕອນ​ໄວ້ທຸກແລະ​ທຸກ​ຄົນ​ທີ່​ກິນ​ເຂົ້າຈີ່​ນີ້​ກໍ​ຈະ​ເຮັດ​ໃຫ້​ໂຕ​ເອງ​ບໍ່​ສະອາດ. ເຂົ້າຈີ່​ນີ້​ແມ່ນ​ສຳລັບ​ເຂົາເຈົ້າ​ເອງ.ເຂົາເຈົ້າ​ຈະ​ບໍ່​ໄດ້​ເອົາ​ມັນ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.   ເຂົາເຈົ້າ​ຈະ​ເຮັດ​ແນວໃດ​ໃນ​ມື້​ທີ່​ມາ​ປະຊຸມ​ກັນ*ຫຼື​ໃນ​ມື້​ເທດສະການ​ຂອງ​ພະ​ເຢໂຫວາ?   ເຂົາເຈົ້າ​ຈະ​ຕ້ອງ​ໜີ ຍ້ອນ​ເຂົາເຈົ້າ​ຈະ​ຖືກ​ທຳລາຍ.+ ເອຢິບ​ຈະ​ລວບລວມ​ເຂົາເຈົ້າ+ ແລະ​ເມັມຟິດ​ຈະ​ຝັງ​ເຂົາເຈົ້າ.+ ເຄື່ອງ​ຂອງ​ທີ່​ມີຄ່າ​ຂອງ​ເຂົາເຈົ້າ​ທີ່​ເປັນ​ເງິນ​ຈະ​ມີ​ຫຍ້າ​ຂຶ້ນ​ຢູ່​ເຕັມແລະ​ໃນ​ເຕັ້ນ​ຂອງ​ເຂົາເຈົ້າ​ກໍ​ຈະ​ມີ​ຕົ້ນ​ໜາມ​ຂຶ້ນ​ຢູ່​ເຕັມ​ຄື​ກັນ.   ມື້​ຕັດສິນ​ກຳລັງ​ຈະ​ມາ​ຮອດ.+ມື້​ລົງໂທດ​ກຳລັງ​ຈະ​ມາ​ຮອດແລະ​ພວກ​ອິດສະຣາເອນ​ຈະ​ຮູ້​ເລື່ອງ​ນີ້. ຜູ້ພະຍາກອນ​ຂອງ​ເຂົາເຈົ້າ​ຈະ​ຂາຍ​ໜ້າ ແລະ​ຜູ້​ທີ່​ອ້າງ​ວ່າ​ເປັນ​ຕົວແທນ​ຂອງ​ພະເຈົ້າ​ຈະ​ເບິ່ງ​ຄື​ຄົນ​ໂງ່.ຫຼາຍ​ຄົນ​ຈະ​ຊັງ​ພວກ​ນີ້​ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ​ຫຼາຍ.   ແຕ່​ກີ້ ຜູ້ພະຍາກອນ​ທີ່​ເຄີຍ​ເບິ່ງແຍງ+​ເອຟຣາຢິມ​ເຄີຍ​ຢູ່​ຝ່າຍ​ພະເຈົ້າ​ຂອງ​ຂ້ອຍ.+ ແຕ່​ຕອນນີ້ ພວກ​ຜູ້ພະຍາກອນ​ຂອງ​ເຂົາເຈົ້າ+​ເປັນ​ຄື​ກັບ​ກັບ​ດັກ​ທີ່​ໃຊ້​ຈັບ​ນົກ.ມີ​ແຕ່​ຄວາມ​ກຽດຊັງ​ຢູ່​ວິຫານ​ພະເຈົ້າ​ຂອງ​ເຂົາເຈົ້າ.   ເຂົາເຈົ້າ​ເຮັດ​ຊົ່ວ​ຫຼາຍ​ຄື​ກັບ​ທີ່​ຄົນ​ໃນ​ເມືອງ​ກີເບອາ​ເຄີຍ​ເຮັດ.+ ເພິ່ນ​ຈະ​ຈື່​ຄວາມ​ຜິດ​ຂອງ​ເຂົາເຈົ້າ ແລະ​ເພິ່ນ​ຈະ​ລົງໂທດ​ເຂົາເຈົ້າ​ຕາມ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ໄດ້​ເຮັດ.+ 10  ຕອນ​ທີ່​ເຮົາ​ເຈິ​ອິດສະຣາເອນ ເຂົາເຈົ້າ​ເປັນ​ຄື​ກັບ​ໝາກ​ລະແຊັງ​ຢູ່​ບ່ອນ​ກັນດານ.+ ຕອນ​ທີ່​ເຮົາ​ເຫັນ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ເຂົາເຈົ້າ​ເປັນ​ຄື​ໝາກເດື່ອ​ຊຸດ​ທຳອິດ​ຢູ່​ຕົ້ນ. ແຕ່​ເຂົາເຈົ້າ​ໄປ​ນະມັດສະການ​ພະ​ບາອານ​ທີ່​ຢູ່​ເປໂອ.+ເຂົາເຈົ້າ​ອຸທິດ​ໂຕເອງ​ໃຫ້​ສິ່ງ​ທີ່​ເປັນ​ຕາ​ໜ້າ​ອາຍ*+ແລະ​ເຂົາເຈົ້າ​ກໍ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ພະເຈົ້າ​ທີ່​ເຂົາເຈົ້າ​ນະມັດສະການ. 11  ຄວາມ​ຍິ່ງໃຫຍ່​ຂອງ​ເອຟຣາຢິມ​ຫາຍ​ໄປ​ຄື​ກັບ​ນົກ​ທີ່​ບິນ​ໜີ.ເຂົາເຈົ້າ​ຈະ​ບໍ່​ຖື​ພາ​ແລະ​ຈະ​ບໍ່​ເກີດ​ລູກ.+ 12  ເຖິງ​ວ່າ​ເຂົາເຈົ້າ​ຈະ​ມີ​ລູກ​ໃຫ້​ລ້ຽງແຕ່​ເຮົາ​ຈະ​ເອົາ​ລູກ​ຂອງ​ເຂົາເຈົ້າ​ໄປ​ຈົນ​ບໍ່​ເຫຼືອ​ຈັກ​ຄົນ.+ເຂົາເຈົ້າ​ຈະ​ຈິບຫາຍ​ເມື່ອ​ເຮົາ​ປະຖິ້ມ​ເຂົາເຈົ້າ!+ 13  ສຳລັບ​ເຮົາ ເອຟຣາຢິມ​ທີ່​ຕັ້ງ​ຢູ່​ທົ່ງ​ຫຍ້າ​ເປັນ​ຄື​ກັບ​ເມືອງ​ຕີເຣ.+ຕອນນີ້ ພວກ​ເອຟຣາຢິມ​ຕ້ອງ​ເອົາ​ພວກ​ລູກ​ຂອງ​ເຂົາເຈົ້າ​ອອກ​ມາ​ເພື່ອ​ໃຫ້​ສັດຕູ​ຂ້າ. 14  ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ພະອົງ​ລົງໂທດ​ເຂົາເຈົ້າ​ຕາມ​ທີ່​ເຂົາເຈົ້າ​ສົມຄວນ​ໄດ້​ຮັບ.ໃຫ້​ເຂົາເຈົ້າ​ຫຼຸ​ລູກ​ແລະ​ບໍ່​ມີ​ນົມ​ໃຫ້​ລູກ​ກິນ.* 15  ເຂົາເຈົ້າ​ເຮັດ​ຊົ່ວ​ທຸກ​ຢ່າງ​ຢູ່​ກິນການ+ ເຮົາ​ຈຶ່ງ​ຊັງ​ເຂົາເຈົ້າ​ຫຼາຍ​ຢູ່​ຫັ້ນ. ເຮົາ​ໄລ່​ເຂົາເຈົ້າ​ອອກ​ຈາກ​ວິຫານ​ຂອງ​ເຮົາ ຍ້ອນ​ເຂົາເຈົ້າ​ເຮັດ​ຊົ່ວ.+ ເຮົາ​ຈະ​ບໍ່​ຮັກ​ເຂົາເຈົ້າ​ອີກ​ຕໍ່ໄປ.+ພວກເຈົ້າ​ນາຍ​ທຸກ​ຄົນ​ຂອງ​ເຂົາເຈົ້າ​ເປັນ​ຄົນ​ຫົວ​ແຂງ. 16  ເຮົາ​ຈະ​ປ້ຳ​ເອຟຣາຢິມ​ໃຫ້​ລົ້ມ​ລົງ.+ ຮາກ​ຂອງ​ເຂົາເຈົ້າ​ຈະ​ຫ່ຽວ​ແຫ້ງ​ແລະ​ເຂົາເຈົ້າ​ຈະ​ບໍ່​ເປັນ​ໝາກ. ເຖິງ​ວ່າ​ເຂົາເຈົ້າ​ຈະ​ເກີດ​ລູກ ເຮົາ​ກໍ​ຈະ​ຂ້າ​ລູກ​ຫຼານ​ທີ່​ເຂົາເຈົ້າ​ຮັກ.” 17  ພະເຈົ້າ​ຂອງ​ຂ້ອຍ​ຈະ​ຖິ້ມ​ເຂົາເຈົ້າຍ້ອນ​ເຂົາເຈົ້າ​ບໍ່​ເຊື່ອຟັງ​ເພິ່ນ.+ເຂົາເຈົ້າ​ຈະ​ໄປ​ລີ້​ຢູ່​ນຳ​ຊາດ​ຕ່າງ​ໆ​.+

ຂໍຄວາມໄຂເງື່ອນ

ຫຼື “ຫຼິ້ນຊູ້; ເຮັດ​ຜິດ​ສິນລະທຳ​ທາງ​ເພດ”
ຫຼື “ມື້​ທີ່​ມີ​ການ​ລ້ຽງ​ສະຫຼອງ​ຕາມ​ກຳນົດ”
ຫຼື “ພະເຈົ້າ​ທີ່​ເປັນ​ຕາ​ໜ້າ​ອາຍ”
ຫຼື “ນົມ​ແຫ້ງ”