ກະສັດ​ສະບັບ​ທີ​ໜຶ່ງ 1:1-53

  • ດາວິດ​ແລະ​ອາບີຊາກ (1-​4)

  • ອາໂດນີຢາ​ພະຍາຍາມ​ເປັນ​ກະສັດ (5-​10)

  • ນາທານ​ແລະ​ບັດເຊບາ​ໄປ​ຫາ​ດາວິດ (11-​27)

  • ດາວິດ​ສັ່ງ​ໃຫ້​ແຕ່ງຕັ້ງ​ໂຊໂລໂມນ​ເປັນ​ກະສັດ (28-​40)

  • ອາໂດນີຢາ​ໜີ​ໄປ​ຢູ່​ແທ່ນ​ບູຊາ (41-​53)

1  ຕອນ​ນີ້​ກະສັດ​ດາວິດ​ເຖົ້າ​ຫຼາຍ​ແລ້ວ+ ແລະ​ເຖິງ​ວ່າ​ພວກ​ຄົນ​ຮັບ​ໃຊ້​ເອົາ​ຜ້າ​ຫຼາຍ​ຜືນ​ມາ​ຫົ່ມ​ໃຫ້ລາວ ແຕ່ລາວກໍ​ຍັງ​ບໍ່​ອຸ່ນ.  ພວກ​ຄົນ​ຮັບ​ໃຊ້​ຈຶ່ງ​ເວົ້າ​ກັບ​ດາວິດ​ວ່າ: “ຂໍ​ໃຫ້​ພວກ​ເຮົາ​ໄປ​ຊອກ​ຜູ້​ສາວ​ບໍລິສຸດ​ຜູ້​ໜຶ່ງ​ເພື່ອ​ມາ​ເບິ່ງ​ແຍງ​ກະສັດ. ທ່ານ​ຈະ​ໄດ້​ນອນ​ກອດ​ລາວ​ແລ້ວ​ທ່ານ​ຈະ​ອຸ່ນ.”  ພວກ​ຄົນ​ຮັບ​ໃຊ້​ຈຶ່ງ​ໄປ​ຊອກ​ຫາ​ຜູ້​ສາວທີ່​ງາມ​ໆ​ທົ່ວ​ເຂດ​ອິດສະຣາເອນ. ເຂົາ​ເຈົ້າ​ເຫັນ​ອາບີຊາກ+ຄົນ​ຊູເນມ+ ແລະ​ໄດ້​ພາ​ລາວ​ມາ​ຫາ​ກະສັດ​ດາວິດ.  ຜູ້​ສາວ​ຄົນ​ນີ້​ງາມ​ແທ້​ງາມ​ວ່າ. ລາວ​ໄດ້​ມາ​ເບິ່ງ​ແຍງ​ແລະ​ຮັບ​ໃຊ້​ກະສັດ ແຕ່​ກະສັດ​ບໍ່​ໄດ້​ມີ​ເພດ​ສຳພັນ​ກັບ​ລາວ.  ຕອນ​ນັ້ນ ອາໂດນີຢາ+ລູກ​ຊາຍ​ຂອງ​ຮັກກິດ​ກຳລັງ​ສ້າງ​ອຳນາດ​ໃຫ້​ໂຕເອງ. ລາວ​ເວົ້າ​ວ່າ: “ຂ້ອຍ​ກຳລັງ​ຈະ​ເປັນ​ກະສັດ!” ລາວ​ສັ່ງ​ໃຫ້​ເຮັດ​ລົດ​ມ້າ​ຄັນ​ໜຶ່ງ​ສຳລັບ​ໂຕເອງ ພ້ອມ​ທັງ​ໃຫ້​ມີ​ພວກ​ຄົນ​ຂີ່​ມ້າ​ໄປ​ນຳ​ລາວ ແລະ​ໃຫ້​ມີ​ຜູ້​ຊາຍ 50 ຄົນ​ແລ່ນ​ອອກ​ໜ້າ​ລົດ​ມ້າ​ຂອງ​ລາວ.+  ແຕ່​ດາວິດ​ພໍ່​ຂອງ​ລາວ​ບໍ່​ເຄີຍຮ້າຍລາວ*ຫຼື​ຖາມ​ລາວ​ວ່າ: “ເປັນ​ຫຍັງ​ລູກ​ຄື​ເຮັດ​ຈັ່ງ​ຊີ້?” ອາໂດນີຢາ​ເປັນ​ຄົນ​ຫຼໍ່​ຫຼາຍ​ແລະ​ລາວ​ເກີດ​ຫຼັງ​ຈາກ​ອັບຊາໂລມ.  ອາໂດນີຢາ​ໄດ້​ປຶກສາ​ໂຢອາບ*ແລະ​ປະໂລຫິດ​ອາບີອາທາ+ ແລ້ວ​ເຂົາ​ເຈົ້າ​ກໍ​ບອກ​ວ່າ​ຈະ​ຊ່ວຍ​ແລະ​ສະໜັບສະໜູນ​ລາວ.+  ແຕ່​ປະໂລຫິດ​ຊາໂດກ+ ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ ຜູ້ພະຍາກອນ​ນາທານ+ ຊິເມອີ+ ເຣອີ ແລະ​ພວກ​ທະຫານ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ດາວິດ+ບໍ່​ໄດ້​ສະໜັບສະໜູນ​ອາໂດນີຢາ.  ອາໂດນີຢາ​ໄດ້​ເອົາ​ແກະ ງົວ ແລະ​ສັດ​ທີ່ຕຸ້ຍ​ພີໄປ​ເຜົາ​ເປັນ​ເຄື່ອງ​ບູຊາ+ຢູ່​ຫີນ​ໂຊເຫເລດ​ທີ່​ຢູ່​ໃກ້​ໆ​ເອັນໂຣເກນ. ລາວ​ໄດ້​ເຊີນ​ລູກ​ຊາຍ​ທຸກ​ຄົນ​ຂອງ​ກະສັດ​ແລະ​ຄົນ​ຢູດາ​ທຸກ​ຄົນ​ທີ່​ຮັບ​ໃຊ້​ກະສັດ​ໃຫ້​ມາ​ຮ່ວມນຳ. 10  ແຕ່​ລາວ​ບໍ່​ໄດ້​ເຊີນ​ຜູ້ພະຍາກອນ​ນາທານ ເບນາຢາ ພວກ​ທະຫານ​ທີ່​ເກັ່ງ​ທີ່​ສຸດ ແລະ​ໂຊໂລໂມນ​ນ້ອງຊາຍ​ຂອງ​ລາວ. 11  ນາທານ+ຈຶ່ງ​ໄປ​ເວົ້າ​ກັບ​ບັດເຊບາ​+ແມ່​ຂອງ​ໂຊໂລໂມນ​+ວ່າ: “ທ່ານ​ໄດ້​ຍິນ​ບໍ​ວ່າ​ອາໂດນີຢາ+ລູກ​ຊາຍ​ຂອງ​ຮັກກິດ​ຕັ້ງ​ໂຕເອງ​ເປັນ​ກະສັດ​ແລ້ວ ແລະ​ດາວິດ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ບໍ່​ຮູ້​ເລື່ອງ​ນີ້​ເລີຍ? 12  ຕອນ​ນີ້ ຂ້ອຍ​ຢາກ​ແນະນຳ​ໃຫ້​ທ່ານ​ເຮັດ​ບາງ​ຢ່າງ​ເພື່ອ​ຈະ​ຊ່ວຍ​ຊີວິດ​ທ່ານ​ແລະ​ໂຊໂລໂມນ​ລູກ​ຊາຍ​ຂອງ​ທ່ານ.+ 13  ຂໍ​ໃຫ້​ທ່ານ​ໄປ​ຫາ​ກະສັດ​ດາວິດ​ແລະ​ເວົ້າ​ກັບລາວວ່າ ‘ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ທ່ານ​ເຄີຍ​ສາບານ​ກັບ​ຂ້ອຍ​ແມ່ນ​ບໍ່​ວ່າ​ໂຊໂລໂມນ​ລູກ​ຊາຍ​ຂອງ​ຂ້ອຍ​ຈະ​ເປັນ​ກະສັດ​ຕໍ່​ຈາກ​ທ່ານ ແລະ​ລາວ​ຈະ​ເປັນ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ທ່ານ?+ ຄັນຊັ້ນ ເປັນ​ຫຍັງ​ອາໂດນີຢາ​ຈຶ່ງ​ໄດ້​ເປັນ​ກະສັດ?’ 14  ຕອນ​ທີ່​ທ່ານ​ຍັງ​ເວົ້າ​ກັບ​ກະສັດ​ຢູ່ ຂ້ອຍ​ຈະ​ເຂົ້າ​ໄປ​ແລະ​ບອກ​ກະສັດ​ວ່າ​ທ່ານ​ເວົ້າ​ຖືກ​ແລ້ວ.” 15  ບັດເຊບາ​ຈຶ່ງ​ເຂົ້າ​ໄປ​ຫາ​ກະສັດ​ຢູ່​ຫ້ອງ​ນອນ. ກະສັດ​ເຖົ້າ​ຫຼາຍ​ແລ້ວ ແລະ​ອາບີຊາກ+ຄົນ​ຊູເນມ​ກຳລັງ​ເບິ່ງ​ແຍງ​ລາວ. 16  ບັດເຊບາ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຕໍ່​ກະສັດ. ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ຢາກ​ໄດ້​ຫຍັງ?” 17  ບັດເຊບາ​ຕອບ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ທ່ານ​ເຄີຍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ​ໂຊໂລໂມນ​ລູກ​ຊາຍ​ຂອງ​ຂ້ອຍ​ຈະ​ເປັນ​ກະສັດ​ຕໍ່​ຈາກ​ທ່ານ ແລະ​ລາວ​ຈະ​ເປັນ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ທ່ານ.+ 18  ແຕ່​ຕອນ​ນີ້ ອາໂດນີຢາ​ຕັ້ງ​ໂຕເອງ​ເປັນ​ກະສັດ ແລະ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ບໍ່​ຮູ້​ເລື່ອງ​ນີ້​ເລີຍ.+ 19  ລາວ​ເອົາ​ງົວ​ຫຼາຍ​ໂຕ ສັດ​ທີ່ຕຸ້ຍ​ພີຫຼາຍ​ໂຕ ແລະ​ແກະ​ຫຼາຍ​ໂຕ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ. ລາວ​ໄດ້​ເຊີນ​ລູກ​ຊາຍ​ທຸກ​ຄົນ​ຂອງ​ກະສັດ ປະໂລຫິດ​ອາບີອາທາ ແລະ​ໂຢອາບ​ຫົວ​ໜ້າ​ກອງ​ທັບໄປຮ່ວມນຳ+ ແຕ່​ລາວ​ບໍ່​ໄດ້​ເຊີນ​ໂຊໂລໂມນລູກ​ຊາຍ*ຂອງ​ກະສັດ.+ 20  ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຕອນ​ນີ້​ພວກ​ອິດສະຣາເອນ​ກຳລັງ​ລໍ​ຖ້າ​ໃຫ້​ທ່ານ​ບອກ​ວ່າ​ໃຜ​ຈະ​ໄດ້​ເປັນ​ກະສັດ​ຕໍ່​ຈາກ​ທ່ານ. 21  ຖ້າ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ບໍ່​ຈັດ​ການ​ເລື່ອງ​ນີ້ ທັນທີ​ທີ່​ທ່ານຕາຍ ເຂົາ​ເຈົ້າ​ກໍ​ຈະ​ຖື​ວ່າ​ຂ້ອຍ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ຂ້ອຍ​ເປັນ​ກະບົດ.” 22  ຕອນ​ທີ່​ບັດເຊບາ​ກຳລັງ​ເວົ້າ​ກັບ​ກະສັດ​ຢູ່​ນັ້ນ ນາທານ​ກໍ​ເຂົ້າ​ມາ.+ 23  ແລ້ວ​ກໍ​ມີ​ຄົນ​ໄປ​ບອກ​ກະສັດ​ວ່າ: “ຜູ້ພະຍາກອນ​ນາທານ​ມາ.” ນາທານ​ເຂົ້າ​ໄປ​ຫາ​ກະສັດ​ແລະ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຕໍ່​ກະສັດ. 24  ແລ້ວ​ນາທານ​ກໍ​ເວົ້າ​ກັບ​ກະສັດ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ທ່ານ​ເຄີຍ​ເວົ້າ​ບໍ​ວ່າ​ອາໂດນີຢາ​ຈະ​ເປັນ​ກະສັດ​ຕໍ່​ຈາກ​ທ່ານ ແລະ​ລາວ​ຈະ​ເປັນ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ທ່ານ?+ 25  ມື້​ນີ້​ລາວ​ເອົາ​ງົວ​ຫຼາຍ​ໂຕ ສັດ​ທີ່​ຕຸ້ຍ​ພີ​ຫຼາຍ​ໂຕ ແລະ​ແກະ​ຫຼາຍ​ໂຕ​ໄປ​ເຜົາ​ເປັນ​ເຄື່ອງ​ບູຊາ.+ ລາວ​ໄດ້​ເຊີນ​ລູກ​ຊາຍ​ທຸກ​ຄົນ​ຂອງ​ກະສັດ ພວກ​ຫົວ​ໜ້າ​ກອງ​ທັບ​ແລະ​ປະໂລຫິດ​ອາບີອາທາ​ໄປ​ຮ່ວມ​ນຳ.+ ເຂົາ​ເຈົ້າ​ກຳລັງ​ກິນ​ແລະ​ດື່ມ​ກັບ​ອາໂດນີຢາ ແລະ​ເວົ້າ​ບໍ່​ເຊົາ​ວ່າ ‘ຂໍ​ໃຫ້​ກະສັດ​ອາໂດນີຢາ​ມີ​ອາຍຸ​ຍືນ​ຍາວ!’ 26  ແຕ່​ລາວ​ບໍ່​ໄດ້​ເຊີນ​ຂ້ອຍ ບໍ່​ໄດ້​ເຊີນ​ປະໂລຫິດ​ຊາໂດກ ບໍ່​ໄດ້​ເຊີນ​ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ ແລະ​ບໍ່​ໄດ້​ເຊີນ​ໂຊໂລໂມນລູກ​ຊາຍ​ຂອງ​ທ່ານ. 27  ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ຍອມ​ໃຫ້​ອາໂດນີຢາ​ເຮັດ​ແບບ​ນີ້​ບໍ ໂດຍ​ທີ່​ບໍ່​ໄດ້​ບອກ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ວ່າ​ໃຜ​ຈະ​ນັ່ງ​ເທິງ​ບັນລັງ​ຕໍ່​ຈາກ​ທ່ານ?” 28  ກະສັດ​ດາວິດ​ຈຶ່ງ​ບອກ​ວ່າ: “ເອີ້ນ​ບັດເຊບາ​ມາ​ຫາ​ຂ້ອຍ.” ບັດເຊບາ​ກໍ​ເຂົ້າ​ມາ​ແລະ​ຢືນ​ຢູ່​ຕໍ່​ໜ້າ​ກະສັດ. 29  ແລ້ວ​ກະສັດ​ກໍ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ​ທຸກ​ຢ່າງ.+ 30  ມື້​ນີ້​ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ກັບ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ວ່າ ‘ໂຊໂລໂມນ​ລູກ​ຊາຍ​ຂອງ​ເຈົ້າ​ຈະ​ເປັນ​ກະສັດ​ຕໍ່​ຈາກ​ຂ້ອຍ ແລະ​ລາວ​ຈະ​ເປັນ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ແທນ​ຂ້ອຍ.’” 31  ບັດເຊບາ​ຈຶ່ງ​ໝູບ​ໜ້າ​ລົງ​ພື້ນ​ສະແດງ​ຄວາມ​ນັບ​ຖື​ຕໍ່​ກະສັດ​ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ກະສັດ​ດາວິດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ມີອາຍຸ​ຍືນ​ຍາວ!” 32  ທັນໃດ​ນັ້ນ​ດາວິດ​ກໍ​ບອກ​ວ່າ: “ໄປ​ຮ້ອງ​ປະໂລຫິດ​ຊາໂດກ ຜູ້ພະຍາກອນ​ນາທານ ແລະ​ເບນາຢາ​+ລູກ​ຊາຍ​ຂອງ​ເຢໂຮຢາດາ​+ມາ​ຫາ​ຂ້ອຍ.” ແລ້ວ​ເຂົາ​ເຈົ້າ​ກໍ​ມາ​ຫາ​ກະສັດ. 33  ກະສັດ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ເອົາທະຫານ​ປ້ອງກັນ​ໂຕຂ້ອຍ​ໄປ​ນຳ​ພວກ​ເຈົ້າ ແລະ​ໃຫ້​ໂຊໂລໂມນ​ລູກ​ຊາຍ​ຂອງ​ຂ້ອຍ​ຂີ່​ໂຕ​ລໍ*ຂອງ​ຂ້ອຍ+ ແລ້ວ​ພາ​ລາວ​ໄປ​ຫ້ວຍ​ກີໂຮນ.+ 34  ປະໂລຫິດ​ຊາໂດກ​ແລະ​ຜູ້ພະຍາກອນ​ນາທານ​ຈະ​ແຕ່ງຕັ້ງ​ໂຊໂລໂມນ​+ຢູ່​ຫັ້ນ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ ແລ້ວ​ໃຫ້​ເປົ່າ​ແກ​ເຂົາ​ສັດ​ແລະ​ເວົ້າ​ວ່າ ‘ຂໍ​ໃຫ້​ກະສັດ​ໂຊໂລໂມນ​ມີ​ອາຍຸ​ຍືນ​ຍາວ!’+ 35  ຈາກ​ນັ້ນ ໃຫ້​ພວກ​ເຈົ້າ​ກັບ​ມາ​ພ້ອມ​ໂຊໂລໂມນ ແລະ​ລາວ​ຈະ​ມາ​ນັ່ງ​ຢູ່​ເທິງ​ບັນລັງ. ລາວ​ຈະ​ເປັນ​ກະສັດ​ແທນ​ຂ້ອຍ ແລະ​ຂ້ອຍ​ຈະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ​ພວກ​ອິດສະຣາເອນ​ກັບ​ພວກ​ຢູດາ.” 36  ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ: “ອາແມນ!* ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ຕ້ອງການ. 37  ຂໍ​ໃຫ້​ພະ​ເຢໂຫວາ​ຢູ່​ກັບ​ໂຊໂລໂມນ​+ຄື​ກັບ​ທີ່​ເພິ່ນ​ຢູ່​ກັບ​ທ່ານ ແລະ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ໂຊ​ໂລ​ໂມນ​ຍິ່ງ​ໃຫຍ່​ກວ່າ​ການ​ປົກຄອງ​ຂອງ​ທ່ານ.”+ 38  ຈາກ​ນັ້ນ ປະໂລຫິດ​ຊາໂດກ ຜູ້ພະຍາກອນ​ນາທານ ເບນາຢາ+ລູກ​ຊາຍ​ຂອງ​ເຢໂຮຢາດາ ພວກ​ເກເຣັດ ແລະ​ພວກ​ເປເລດ​+ຈຶ່ງ​ໄປ​ຫາ​ໂຊໂລໂມນ. ເຂົາ​ເຈົ້າ​ໃຫ້​ລາວ​ຂີ່​ໂຕ​ລໍ​ຂອງ​ກະສັດ​ດາວິດ+ ແລ້ວ​ພາ​ລາວ​ໄປ​ຫ້ວຍ​ກີໂຮນ.+ 39  ຈາກ​ນັ້ນ ປະໂລຫິດ​ຊາໂດກ​ກໍ​ເອົາ​ເຂົາ​ສັດ​ທີ່​ມີ​ນ້ຳມັນ+ອອກ​ມາ​ຈາກເຕັ້ນ*+ ແລ້ວ​ເທ​ໃສ່​ຫົວ​ໂຊໂລໂມນ​ເພື່ອ​ແຕ່ງຕັ້ງ​ລາວ.+ ເຂົາ​ເຈົ້າ​ເປົ່າ​ແກ​ເຂົາ​ສັດ ແລ້ວ​ທຸກ​ຄົນ​ກໍ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ໂຊໂລໂມນ​ມີ​ອາຍຸ​ຍືນ​ຍາວ!” 40  ຫຼັງ​ຈາກ​ນັ້ນ ທຸກ​ຄົນ​ກໍ​ກັບ​ມາ​ພ້ອມ​ໂຊໂລໂມນ. ເຂົາ​ເຈົ້າ​ເປົ່າ​ຂຸ່ຍ​ແລະ​ດີ​ໃຈ​ຫຼາຍ​ຈົນ​ສຽງ​ນັ້ນ​ເຮັດ​ໃຫ້​ດິນ​ສັ່ນ​ສະເທືອນ.+ 41  ອາໂດນີຢາ​ກັບ​ທຸກ​ຄົນ​ທີ່​ຖືກ​ເຊີນ​ກໍ​ໄດ້​ຍິນ​ສຽງ​ນັ້ນ​ຕອນ​ທີ່​ເຂົາ​ເຈົ້າ​ກິນ​ເຂົ້າ​ແລ້ວ​ໆ​.+ ທັນທີ​ທີ່​ໂຢອາບ​ໄດ້​ຍິນ​ສຽງ​ເປົ່າ​ແກ ລາວ​ກໍ​ເວົ້າ​ວ່າ: “ເປັນ​ຫຍັງ​ຢູ່​ໃນ​ເມືອງ​ຄື​ສຽງ​ດັງ​ແທ້?” 42  ໂຢອາບ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ໂຢນາທານ+ລູກ​ຊາຍ​ຂອງ​ປະໂລຫິດ​ອາບີອາທາ​ກໍ​ມາ​ຮອດ. ອາໂດນີຢາ​ຈຶ່ງ​ບອກ​ລາວ​ວ່າ: “ເຂົ້າ​ມາ​ແມ້. ເຈົ້າ​ເປັນ​ຄົນ​ດີ​ເຈົ້າ​ຕ້ອງ​ມີ​ຂ່າວ​ດີ​ມາ​ບອກ​ຂ້ອຍ​ແມ່ນ​ບໍ?” 43  ແຕ່​ໂຢນາທານ​ຕອບ​ອາໂດນີຢາ​ວ່າ: “ບໍ່ ບໍ່​ແມ່ນ​ຂ່າວ​ດີ. ກະສັດ​ດາວິດ​ໄດ້​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ເປັນ​ກະສັດ​ແລ້ວ. 44  ກະສັດ​ໄດ້​ສົ່ງ​ປະໂລຫິດ​ຊາໂດກ ຜູ້ພະຍາກອນ​ນາທານ ເບນາຢາ​ລູກ​ຊາຍ​ຂອງ​ເຢໂຮຢາດາ ພວກ​ເກເຣັດ ແລະ​ພວກ​ເປເລດ​ໄປ​ຫາ​ໂຊໂລໂມນ ແລ້ວ​ເຂົາ​ເຈົ້າ​ໃຫ້​ລາວ​ຂີ່​ໂຕ​ລໍ​ຂອງ​ກະສັດ.+ 45  ຈາກ​ນັ້ນ ປະໂລຫິດ​ຊາໂດກ​ແລະ​ຜູ້ພະຍາກອນ​ນາທານ​ໄດ້​ແຕ່ງຕັ້ງ​ໂຊໂລໂມນ​ໃຫ້​ເປັນ​ກະສັດ​ຢູ່​ຫ້ວຍ​ກີໂຮນ. ເຂົາ​ເຈົ້າ​ກັບ​ມາ​ດ້ວຍ​ຄວາມ​ດີ​ໃຈ ແລະ​ຄົນ​ໝົດ​ເມືອງ​ກໍ​ພາກັນ​ສະຫຼອງ. ສຽງ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແມ່ນ​ສຽງ​ທີ່​ເຂົາ​ເຈົ້າ​ສະຫຼອງ​ກັນ. 46  ບໍ່​ແມ່ນ​ແຕ່​ສ່ຳ​ນັ້ນ ໂຊໂລໂມນ​ໄດ້​ນັ່ງ​ເທິງ​ບັນລັງ​ກະສັດ​ແລ້ວ. 47  ນອກ​ຈາກ​ນັ້ນ ພວກຂ້າລາຊະການຂອງ​ກະສັດ​ດາວິດ​ໄດ້​ມາ​ສະແດງ​ຄວາມ​ຍິນດີ​ກັບ​ດາວິດ​ແລະ​ເວົ້າ​ວ່າ ‘ຂໍ​ພະເຈົ້າ​ເຮັດ​ໃຫ້​ໂຊໂລໂມນ​ມີ​ຊື່ສຽງ​ຫຼາຍ​ກວ່າ​ທ່ານ ແລະ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ລາວ​ຍິ່ງ​ໃຫຍ່​ກວ່າ​ການ​ປົກຄອງ​ຂອງ​ທ່ານ.’ ແລ້ວ​ກະສັດ​ດາວິດ​ກໍ​ໝູບ​ໜ້າ​ລົງ​ຕຽງ​ເພື່ອສັນລະເສີນ​ພະເຈົ້າ. 48  ກະສັດ​ຍັງ​ໄດ້​ເວົ້າ​ວ່າ ‘ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ຮັບ​ຄຳ​ສັນລະເສີນ. ມື້​ນີ້​ເພິ່ນ​ໄດ້​ໃຫ້ລູກ​ຊາຍຂ້ອຍ​ນັ່ງ​ເທິງ​ບັນລັງ​ແທນ​ຂ້ອຍ​ແລະ​ໃຫ້​ຂ້ອຍ​ໄດ້​ເຫັນ​ສິ່ງ​ນີ້!’” 49  ທຸກ​ຄົນ​ທີ່​ອາໂດນີຢາ​ເຊີນ​ມາ​ກໍ​ພາກັນ​ຢ້ານ ແລ້ວ​ກໍ​ລຸກ​ຂຶ້ນ​ແລ່ນ​ໜີ​ໃຜ​ໜີ​ມັນ. 50  ອາໂດນີຢາ​ກໍ​ຢ້ານ​ໂຊໂລໂມນ​ຄື​ກັນ ລາວ​ຈຶ່ງ​ລຸກ​ຂຶ້ນ ແລ້ວ​ໄປ​ເຕັ້ນ​ສັກສິດ. ລາວ​ຈັບເຂົາ​ສັດທີ່​ຢູ່​ແຈ​ຂອງ​ແທ່ນ​ບູຊາໄວ້​ແໜ້ນ​ຫຼາຍ.+ 51  ມີ​ຄົນ​ໄປ​ບອກ​ໂຊໂລໂມນ​ວ່າ: “ຕອນ​ນີ້ ອາໂດນີຢາ​ຢ້ານ​ກະສັດ​ໂຊໂລໂມນ​ຫຼາຍ ລາວ​ຈຶ່ງ​ຈັບ​ເຂົາ​ສັດ​ທີ່​ຢູ່​ແຈ​ແທ່ນ​ບູຊາ​ໄວ້​ບັກ​ແໜ້ນ​ໆ​ແລະ​ເວົ້າ​ວ່າ ‘ຂ້ອຍ​ຈະ​ບໍ່​ປ່ອຍ​ຈົນ​ກວ່າ​ກະສັດ​ໂຊໂລໂມນ​ຈະ​ສາບານ​ກັບ​ຂ້ອຍ​ວ່າ ລາວ​ຈະ​ບໍ່​ເອົາ​ດາບ​ຂ້າ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ລາວ.’” 52  ໂຊໂລໂມນ​ເວົ້າ​ວ່າ: “ຖ້າ​ລາວເຮັດ​ດີ ແມ່ນ​ແຕ່​ຜົມ​ເສັ້ນ​ດຽວ​ຂອງ​ລາວ​ກໍ​ຈະ​ບໍ່​ຕົກ​ລົງ​ພື້ນ ແຕ່​ຖ້າ​ລາວເຮັດ​ຊົ່ວ+ ລາວ​ຈະ​ຕາຍ​ແທ້.” 53  ກະສັດ​ໂຊໂລໂມນ​ຈຶ່ງ​ໃຫ້​ຄົນ​ໄປ​ເອົາ​ອາໂດນີຢາ​ລົງ​ມາ​ຈາກ​ແທ່ນ​ບູຊາ. ຈາກ​ນັ້ນ ອາໂດນີຢາ​ກໍ​ເຂົ້າ​ມາ​ແລະ​ໝູບ​ລົງ​ຕໍ່​ໜ້າ​ກະສັດ​ໂຊໂລໂມນ ແລ້ວ​ໂຊໂລໂມນ​ກໍ​ບອກ​ລາວ​ວ່າ: “ກັບ​ເມືອ​ເຮືອນ​ເຈົ້າ​ສະ.”

ຂໍຄວາມໄຂເງື່ອນ

ຫຼື “ເຮັດໃຫ້ລາວເສຍໃຈ”
ລູກຊາຍຂອງເຊຣູຢາ
ແປຕາມໂຕວ່າ “ຜູ້ຮັບໃຊ້”
ແປຕາມໂຕວ່າ “ລໍໂຕແມ່.” ລໍມີພໍ່ເປັນລາແລະມີແມ່ເປັນມ້າ.
ຫຼື “ຂໍໃຫ້ເປັນແນວນັ້ນ”
ອາດໝາຍເຖິງເຕັ້ນທີ່ເຂົາເຈົ້າຕັ້ງຫີບສັນຍາ